ບັນດາຄໍາສັ່ງສອນສຸດທ້າຍໃນຄໍາພິໄນກໍາຂອງປະທານໂຮ່ຈີມິນ ກ່ຽວກັບການກໍ່ສ້າງພັກ

(VOVWORLD) -ສະໄໝຍັງມີຊີວິດຢູ່, ປະທານໂຮ່ຈີມິນ ຍາມໃດກໍເອົາໃຈໃສ່ເປັນພິເສດເຖິງ ບັນຫາກໍ່ສ້າງ, ປັບປຸງພັກ ເພື່ອແນໃສ່ເຮັດໃຫ້ພັກກາຍເປັນພັກກໍາອໍານາດທີ່ປອດໃສ, ໝັ້ນຄົງເຂັ້ມແຂງຢ່າງແທ້ຈິງ. ນີ້ກໍແມ່ນໜຶ່ງໃນບັນດາແນວຄິດຈິງໃຈທີ່ສຸດຂອງເພິ່ນທີ່ໄດ້ສະແດງອອກໃນພິໄນກໍາອັນສັກກະລະບູຊາ ເຊິ່ງເພິ່ນໄດ້ສ້າງໄວ້ໃຫ້ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນຫວຽດນາມ.  50 ປີ ຜ່ານມາ, ຄໍາພິໄນກໍາຂອງປະທານໂຮ່ຈີມິນບໍ່ພຽງແຕ່ແມ່ນເອກະສານປະຫວັດສາດທີ່ລໍ້າຄ່າເທົ່ານັ້ນ ຫາກຍັງມີລັກສະນະກໍານົດທິດ, ຄໍາແນະນໍາທີ່ເລິກເຊິ່ງ ແລະ ເປີດແນວທາງອັນຖືກຕ້ອງໃຫ້ແກ່ພັກກອມມູນິດ ຫວຽດນາມ ໃນວຽກງານກໍ່ສ້າງ, ປັບປຸງພັກໃນໄລຍະປັດຈຸບັນ ແລະ ໃນພາຍພາກໜ້າ.

ໂດຍເປັນຜູ້ສ້າງຕັ້ງ, ນໍາພາ ແລະ ຝຶກຝົນຫຼໍ່ຫຼອມພັກກອມມູນິດຫວຽດນາມ, ປະທານໂຮ່ຈີມິນ ຍາມໃດກໍຮັກສາແນວຄິດອັນລຸລ່ວງກ່ຽວກັບຖານະຂອງພັກກໍາອໍານາດ. ເພາະສະນັ້ນ, ຄໍາພິໄນກໍາຂອງເພິ່ນ ໄດ້ເນັ້ນໜັກເຖິງທີ່ຕັ້ງບົດບາດ ແລະ ລັກສະນະນໍາໜ້າຂອງພັກກໍາອໍານາດ, ເຊິ່ງແມ່ນພັກການເມືອງທີ່ຖືຄຸນສົມບັດປະຕິວັດເປັນພື້ນຖານ, ມີໜ້າທີ່ເຮັດໃຫ້ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ ແລະ ສະມາຊິກພັກຍາມໃດກໍຕ້ອງກໍານົດວ່າ ຕ້ອງຈົ່ງຮັກພັກດີ ແລະ ຮັບໃຊ້ປະເທດຊາດ, ຮັບໃຊ້ພັກ ແລະ ຮັບໃຊ້ປະຊາຊົນຢ່າງສຸດຈິດສຸດໃຈ.

ຄໍາແນະນໍາທີ່ມີລັກສະນະກໍານົດທິດຢ່າງຖືກຕ້ອງໃຫ້ແກ່ວຽກງານກໍ່ສ້າງພັກ

        ວຽກງານກໍ່ສ້າງພັກ, ປັບປຸງພັກໃນພິໄນກໍາຂອງປະທານໂຮ່ຈີມິນ ມີສາມເນື້ອໃນສໍາຄັນ. ທີໜຶ່ງແມ່ນຕ້ອງເພີ່ມທະວີຄວາມສາມັກຄີີ, ລັກສະນະຄວາມເປັນເອກະພາບພາຍໃນພັກ, ຮັກສາຄວາມສາມັກຄີ, ຄວາມເປັນເອກະພາບພາຍໃນພັກ ແມ່ນປັດໄຈຕັດສິນຜົນສໍາເລັດໃນທຸກໜ້າທີ່. ທີສອງ ແມ່ນ ຕ້ອງເສີມສະຫຍາຍປະຊາທິປະໄຕພາຍໃນພັກ, ຕໍາໜິຕິຊົມຕົນເອງ, ຕໍາໜິຕິຊົມໝູ່ເພື່ອນເປັນປະຈໍາ ແລະ ເຂັ້ມງວດ. ປະທານໂຮ່ຈີມິນ ເຄີຍສັ່ງສອນວ່າ: “ພາຍໃນພັກຕ້ອງປະຕິບັດປະຊາທິປະໄຕໃຫ້ກວ້າງຂວາງ,  ເປັນປະຈໍາ ແລະ ເຂັ້ມງວດ, ຕໍາໜິຕິຊົມຕົນເອງ ແລະ ຕໍາໜິຕິຊົມໝູ່ເພື່ອນ ແມ່ນວິທີດີທີ່ສຸດເພື່ອປັບປຸງ ແລະ ພັດທະນາຄວາມສາມັກຄີ ແລະ ຄວາມເປັນເອກະພາບພາຍໃນພັກ. ຕ້ອງມີນໍ້າໃຈເພື່ອນມິດສະຫາຍຮັກເພງເຊິ່ງກັນແລະກັນ”. ທີສາມ ແມ່ນຫຼັກການແກ່ນສານໃນການກໍ່ສ້າງພັກກອມມູນິດກໍາອໍານາດ ແມ່ນຖືການຝຶກຝົນຫຼໍ່ຫຼອມຄຸນສົມບັດປະຕິວັດເປັນສໍາຄັນທີ່ສຸດ, ຢຶດໝັ້ນປັດເຂ່ຍ, ກວາດລ້າງລັດທິເຫັນແກ່ຕົວ ແລະ ບັນດາປະກົດການຫຍໍ້ທໍ້, ເສື່ອມທາດຂາດຄຸນພາຍໃນພັກ. ທ່ານສາດສະດາຈານ, ປະລິນຍາເອກ ຫງວຽນຊວັນຖັ໋ງ, ຜູ້ອໍານວຍການສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ຖືວ່າ:

        “ພວກເຮົາຍິ່ງນັບມື້ນັບຮັບຮູ້ຢ່າງເລິກເຊິ່ງກ່ຽວກັບຄຸນຄ່າ ແລະ ຄວາມສໍາຄັນພິເສດຂອງພິໄນກໍາສໍາລັບວຽກງານກໍ່ສ້າງພັກ. ນັ້ນແມ່ນບັນດາຄໍາສັ່ງສອນທີ່ມີລັກສະນະວິໄສທັດອັນຍາວໄກ ກ່ຽວກັບຄວາມຮຽກຮ້ອງຕ້ອງການກໍ່ສ້າງພັກຢ່າງຮອບດ້ານ, ເປັນປະຈໍາ ແລະ ຕໍ່ເນື່ອງ ທັງດ້ານແນວຄິດ, ກົງຈັກການຈັດຕັ້ງຄຸນສົມບັດ, ພະນັກງານພາລະກອນ ແລະ ຄຸນສົມບັດ. ກ່ຽວກັບຄວາມຮັບຜິດຊອບຂອງປະຊາຊົນ, ຄວາມຮັບຜິດຊອບຂອງພັກທີ່ມີຕໍ່ປະຊາຊົນ ແລະ ປະເທດຊາດ, ກ່ຽວກັບສະຕິຂອງພັກກໍາອໍານາດຕ້ອງມີການປ່ຽນແປງໃໝ່ ແລະ ປັບປຸງດ້ວຍຕົນເອງຢ່າງບໍ່ຢຸດຢັ້ງ ເພື່ອໃຫ້ມີຄວາມປອດໃສ, ໝັ້ນຄົງເຂັ້ມແຂງ ເພື່ອນໍາພາພາລະກິດແຫ່ງການປະຕິວັດໃນສະພາບການໃໝ່ປັດຈຸບັນໃຫ້ປະສົບຜົນສໍາເລັດ”.

        ຕາມແນວຄິດປະທານໂຮ່ຈີມິນ, ພັກກໍາອໍານາດມີພາລະກໍານໍາພາຊົນຊັ້ນ ແລະ ຊາດ ສ້າງສັງຄົມໃໝ່ - ສັງຄົມນິຍົມໃຫ້ປະສົບຜົນສໍາເລັດ ແລະ ເພື່ອປະຕິບັດພາລະກໍານັ້ນໃຫ້ສໍາເລັດ, ພັກຕ້ອງແມ່ນຄຸນສົມບັດ ແລະ ແມ່່ນອະລິຍະທໍາ”.

ບັນດາຄໍາສັ່ງສອນສຸດທ້າຍໃນຄໍາພິໄນກໍາຂອງປະທານໂຮ່ຈີມິນ ກ່ຽວກັບການກໍ່ສ້າງພັກ - ảnh 1 (ພາບປະກອບ: TTXVN) 

ກໍ່ສ້າງ, ປັບປຸງພັກຕາມແນວຄິດຄໍາພິໄນກໍາຂອງປະທານໂຮ່ຈີມິນ

        ໂດຍປະຕິບັດບັນດາຄໍາຊີ້ນໍາຂອງປະທານໂຮ່ຈີມິນທີ່ລະບຸໄວ້ໃນພິໄນກໍາ, ໃນຕະຫຼອດ 50 ປີຜ່ານມາ, ພັກກອມມູນິດຫວຽດນາມ ໄດ້ເອົາໃຈໃຈເຖິງການກໍ່ສ້າງ, ປັບປຸງທັງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ຕະຫຼອດຮອດຄຸນສົມບັດຢ່າງບໍ່ຢຸດຢັ້ງ. ປັດຈຸບັນ, ພັກກອມມູນິດ ຫວຽດນາມ ພວມສືບຕໍ່ຍູ້ແຮງການກໍ່ສ້າງ, ປັບປຸງພັກ ຕາມມະຕິຂອງກອງປະຊຸມສູນກາງພັກຄັ້ງທີ 4 ຊຸດທີ 11, ມະຕິກອງປະຊຸມສູນກາງພັກຊຸດທີ 12 ກ່ຽວກັບ “ການເພີ່ມທະວີການກໍ່ສ້າງ, ປັບປຸງພັກ, ສະກັດກັ້ນ, ຍູ້ບັນດາປະກົດການເສື່ອມທາດຂາດຄຸນທາງດ້ານແນວຄິດການເມືອງ, ຄຸນສົມບັດ, ວິຖີຊີີວິດ, ບັນດາປະກົດການ “ຜັນແປດ້ວຍຕົນເອງ”, “ຫັນປ່ຽນດ້ວຍຕົນເອງພາຍໃນພັກໃຫ້ຖອຍໄປ”. ທັດສະນະກ່ຽວກັບການກໍ່ສ້າງ, ປັບປຸງພັກແມ່ນ “ເບິ່ງກົງເຂົ້າກັບສະພາບຕົວຈິງ, ເວົ້າຄວາມຈິງຢ່າງຈະແຈ້ງ, ຕີລາຄາໃຫ້ຖືກຕ້ອງຕາມຄວາມເປັນຈິງ. ຕ້ອງສົມທົບກັນລະຫວ່າງ ການ “ກໍ່ສ້າງ” ກັບ “ການຕ້ານ”, ໃນນັ້ນ ວຽກງານກໍ່ສ້າງພັກ ແມ່ນໜ້າທີ່ພື້ນຖານ, ແມ່ນຍຸດທະສາດອັນຍາວໄກ; ຕ້ານບັນດາປະກົດການຫຍໍ້ທໍ້ ກໍ່ແມ່ນໜ້າທີ່ສໍາຄັນ ແລະ ຮີບດ່ວນ.

        ທ່ານ ສາດສະດາຈານ, ປະລິນຍາເອກ ຮ່ວາງຈີ໊ບ໋າວ, ອະດີດກຳມະການສະພາທິດສະດີສູນກາງຖືວ່າ: ສຳລັບປະທານໂຮ່ຈີມິນ, ການກໍ່ສ້າງ ແລະ ປັບປຸງພັກແມ່ນຕ້ອງເຮັດໃຫ້ພັກ ແລະ ພະນັກງານ, ສະມາຊິກພັກແຕ່ລະຄົນເຫັນໄດ້ຢ່າງຈະແຈ້ງຕໍ່ການຮັບໃຊ້ປະຊາຊົນ, ດູແລເຖິງຄວາມສຸກຂອງປະຊາຊົນ ແມ່ນຄວາມຮັບຜິດຊອບ, ພັນທະ, ຄວາມເປັນກຽດ, ແຫຼ່ງຄວາມສຸກຂອງຕົນ. ພັກບໍ່ມີຜົນປະໂຫຍດອື່ນໃດນອກຈາກການກໍ່ສ້າງ “ການພົວພັນເລືອດເນື້ອ” ກັບປະຊາຊົນ, ມີຄວາມຮັບຜິດຊອບໃນການຮັບໃຊ້ປະຊາຊົນ, ເພື່ອປະຊາຊົນ. ພະນັກງານ, ສະມາຊິກພັກແຕ່ລະຄົນລ້ວນແຕ່ຍົກສູງຈິດໃຈຄວາມຮັບຜິດຊອບຕໍ່ພັກ, ຕໍ່ປະຊາຊົນ. ທ່ານ ສາດສະດາຈານ, ປະລິນຍາເອກ ຮ່ວາງຈີ໊ບ໋າວ ກ່າວວ່າ:

        “ສິ່ງສຳຄັນທີ່ສຸດແມ່ນຍາມໃດກໍ່ຕ້ອງເອົາໃຈໃສ່ເປັນພິເສດໃນການດູແລຊີວິດການເປັນຢູ່ຂອງປະຊາຊົນ. ຍ້ອນວ່ານີ້ແມ່ນປະຖົມປັດໄຈທາງດ້ານວັດຖຸເພື່ອກ້າວໄປເຖິງການສຶກສາອົບຮົມດ້ານການເມືອງ. ທີ 2 ແມ່ນບໍ່ພຽງແຕ່ເອົາໃຈໃສ່ເຖິງຊີວິດການເປັນຢູ່ຂອງປະຊາຊົນ, ລະດັບຄວາມຮູ້ຂອງປະຊາຊົນ, ສິດອຳນາດຂອງປະຊາຊົນເຂົ້າໃຈປະຊາຊົນນັ້ນ, ເພື່ອປະຊາຊົນອີກດ້ວຍທີ່ປະຊາຊົນຈຶ່ງມີຄວາມໄວ້ເນື້ອເຊື່ອໃຈ ແລະ ປະຕິບັດຕາມ. ດັ່ງນັ້ນ, ມີເທື່ອໜຶ່ງລຸງໂຮ່ຈຶ່ງສະຫຼຸບວ່າ: ເຄັດລັບຄວາມສຳເລັດຂອງການປະຕິວັດແມ່ນຕ້ອງເຮັດໃຫ້ປະຊາຊົນມີຄວາມໄວ້ເນື້ອເຊື່ອໃຈ, ປະຊາຊົນມີສະຕິຕື່ນຕົວ, ປະຊາຊົນຮັກແພງ, ປະຊາຊົນສະໜັບສະໜູນນັ້ນແມ່ນປະຊາຊົນຈະປົກປ້ອງເຮົາ. ດັ່ງນັ້ນຕ້ອງຖືເອົາກຳລັງແຮງຈາກປະຊາຊົນ. ນັ້ນແມ່ນກໍາແພງອັນໝັ້ນແກ່ນໃນການກໍ່ສ້າງພັກ

        ໂດຍໄດ້ປະຕິບັດຕາມຄຳພິໄນກຳຂອງປະທານໂຮ່ຈີມິນ, ມີຫຼາຍຮູບແບບກ່ຽວກັບການກໍ່ກໍາເນີດເກີດຂຶ້ນ ແລະ ນຳມາເຊິ່ງປະສິດທິຜົນອັນແທດຈິງ, ຄືຮູບແບບ “ສະມາຊິກພັກຊັກນໍາປະຊາຊົນ” “ປະຕິບັດຕາມໜ້າທີ່ຄວາມຮັບຜິດຊອບ, ເປັນແບບຢ່າງໃນການກະທຳ”…ຜ່ານບັນດາຮູບແບບເຫຼົ່ານີ້, ອົງການຈັດຕັ້ງພັກທຸກຂັ້ນໄດ້ສ້າງບັນດາການຫັນປ່ຽນຢ່າງແທ້ຈິງທັງດ້ານຄວາມຮັບຮູ້ ແລະ ການກະທຳໃນຖັນແຖວພະນັກງານ, ສະມາຊິກພັກ. 50 ປີໄດ້ຜ່ານພົ້ນໄປ, ບັນດາຄຳສັ່ງສອນຂອງປະທານໂຮ່ຈີມິນໃນຄຳພິໄນກຳຍັງຄົງລັກສະນະກຳນົດທິດ, ແມ່ນຄຳແນະນຳຢ່າງເລິກເຊິ່ງ, ວາງອອກແນວທາງທີ່ຖືກຕ້ອງໃຫ້ແກ່ພັກໃນວຽກງານກໍ່ສ້າງ, ປັບປຸງພັກໃນປັດຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ