ໃນອາທິດນີ້, ທຸກໆຄວາມສົນໃຈລ້ວນແຕ່ມຸ້ງໄປເຖິງ Durban ປະເທດ ອາຟຼິກກາໃຕ້, ແຫ່ງທີ່ຈັດກອງປະຊຸມຄັ້ງທີ 17 ຂອງສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຫລື COP-17 ດ້ວຍຄວາມຫວັງວ່າ ນະຄອນທ່າກຳປັ່ນໃຫ່ຍກ່ວາໝູ່ຢູ່ອາຟຼິກກາໃຕ້ແຫ່ງນີ້ ຈະເຫັນປະຈັກຕາບາດກ້າວເດີນໃຫ່ຍ ເພື່ອແນໃສ່ກ້າວໄປເຖິງການສ້າງເອກະສານສະບັບໃໝ່ ແທນໃຫ້ໄລຍະໜື່ງຂອງອະນຸສັນຍາກຽວໂຕ. ແຕ່ຄວາມຫວັງດັ່ງກ່າວຈະປະກົດຜົນເປັນຈິງໄດ້ ກໍ່ຕໍ່ເມື່ອກຸ່ມບັນດາປະເທດພັດທະນາ ແລະພວມພັດທະນາຮັດແຄບຊ່ອງວ່າງໃນການປະຕິບັດຄວາມຮັບຜິດຊອບຕໍ່ໜ່ວຍພິພົບ ຊື່ງແມ່ນຊາຍຄາລວມຂອງທຸກຄົນເທົ່ານັ້ນ.
COP-17 ໄດ້ດຳເນີນໄປແຕ່ວັນທີ 28/11 ຫາວັນທີ 8/12 ໂດຍມີການເຂົ້າຮ່ວມຂອງຜູ້ແທນເກືອບ 1 ໝື່ນ 5 ພັນທ່ານທີ່ມາຈາກກ່ວາ 194 ປະເທດ ແລະ ເຂດແຄ້ວນໃນໂລກທີ່ເຂົ້າຮ່ວມສົນທິສັນຍາແມ່ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຫລື UNFCCC. ບັນຫາຈຸດໃຈກາງຂອງກອງນີ້ແມ່ນບັນດາຄວາມມານະພະຍາຍາມ ເພື່ອແນໃສ່ແກ່ຍາວເວລາໄປໄລຍະທີສອງຂອງອະນຸສັນຍາກຽວໂຕ ເຊີ່ງຈະໝົດຜົນສັກສິດໃນປີນີ້. ຕາມແຜນການແລ້ວ, COP-17 ຈະສຸມໃສ່ປຶກສາຫາລື 5 ບັນຫາຕົ້ນຕໍກ່ຽວຂ້ອງເຖິງວິວັດການປະຕິບັດບັນດາຂໍ້ຕົກລົງທີ່ບັນລຸໄດ້ ໃນກອງປະຊຸມສອງຄັ້ງກ່ອນ ກໍ່ຄືໃນກອງປະຊຸມຄັ້ງນີ້; ການສ້າງເອກະສານຜູກມັດດ້ານກົດໝາຍສະບັບໃໝ່ ແທນໃຫ້ໄລຍະໜື່ງຂອງອະນຸສັນຍາກຽວໂຕ; ກຳນົດຄວາມຮັບຜິດຊອບດ້ານການເງິນ ແລະພັນທະຫລຸດຜ່ອນອາຍເສຍຂອງບັນດາປະເທດພັດທະນາ ແລະປະເທດຫາກໍ່ພົ້ນເດັ່ນຈຳນວນໜື່ງ ທີ່ມີປະລິມານອາຍເສຍຫຼາຍຢ່າງຈະແຈ້ງ; ຊອກຫາກົນໄກສົມທົບກັນປະຕິບັດບັນດາມາດຕະການແທດເໝາະກັບສະພາບການປ່ຽນແປງຂອງດິນຟ້າອາກາດຢູ່ໃນທົ່ວໂລກ; ຮັບປະກັນໃຫ້ບັນດາຂໍ້ຕົກລົງຕິດພັນກັບຫຼັກການເພື່ອຜົນປະໂຫຍດລວມຂອງຝ່າຍຕ່າງໆ ແລະປະຊາຄົມໂລກ. ປະທານາທິບໍດີປະເທດເຈົ້າພາບ Jacop Zuma ຫວັງວ່າ ກອງປະຊຸມຄັ້ງນີ້ ຈະແມ່ນການເປີດສາກບັນດາຂໍ້ຕົກລົງທີ່ກອງປະຊຸມ COP-16 ຢູ່ Cancun ປະເທດເມັກຊິກໂກ ເຊີ່ງລວມມີການສ້າງຕັ້ງກອງທຶນສີ່ງແວດລ້ອມຂຽວ, ພິເສດແມ່ນບັນດາຄຳໝັ້ນສັນຍາປະກອບທຶນໃຫ້ແກ່ກອງທຶນນີ້ ຂອງບັນດາປະເທດພັດທະນາ ແລະການຫລຸດຜ່ອນປະລິມານອາຍດີໂອຊິດກາກບອນ CO2 ຄືດັ່ງໄດ້ໃຫ້ຄຳໝັນສັນຍາກັນແລ້ວ.
ໂຄງການດຳເນີນງານໄດ້ສ້າງແຜນຄືດັ່ງກ່າວ ແຕ່ເບີ່ງຄືວ່າ ເພື່ອບັນລຸໄດ້ໝາກຜົນ ບໍ່ແມ່ນເລື່ອງງ່າຍດາຍແຕ່ຢ່າງໃດ. ກອງປະຊຸມ COP-17 ໄດ້ດຳເນີນໄປໃນສະຖານະການໂລກບໍ່ອຳນວຍຄວາມສະດວກ, ພື້ນຖານເສດຖະກິດໂລກ ຢືນຢູ່ຕໍ່ໜ້າໄພຊຸດໂຊມ ແລະຊ້ອມແຝງບັນດາປັດໃຈຂາດສະຖຽນລະພາບ. ບັນດາປະເທດພວມພັດທະນາຄືອາເມລິກາ ແລະເອີລົບພວມຕ້ອງປະເຊີນໜ້າກັບວິກິດການໜີ້ສິນຢ່າງໜັກໜ່ວງ ໃນຂະນະທີ່ການຟື້ນຕົວເສດຖະກິດ ຂອງບັນດາພື້ນຖານເສດຖະກິດທີ່ຫາກໍ່ພົ້ນເດັ່ນຂຶ້ນໄດ້ດຳເນີນໄປຢ່າງຊັກຊ້າ, ສະນັ້ນ ບັນດາຄຳໝັ້ນສັນຍາແກ້ໄຂການທ້າທາຍການປ່ຽນແປງຂອງດິນຟ້າອາກາດທົ່ວໂລກ ຍາກທີ່ຈະບັນລຸໄດ້ໝາກຜົນດັ່ງຄວາມຫວັງ. ສິ່ງທີ່ຍາກທີ່ສຸດໃນປະຈຸບັນ, ນັ້ນແມ່ນຄວາມຜິດໂຕນອັນໃຫ່ຍຫຼວງລະຫວ່າງປະເທດຕ່າງໆກ່ຽວກັບຈຸດໝາຍ ແລະບັນດາມາດຕະການຫລຸດຜ່ອນອາຍເສຍ ເພື່ອຫລຸດຜ່ອນລະດັບເພີ່ມອູນຫະພູມທົ່ວໂລກລົງ 2 ອົງສາຊີ. ແລະຂໍ້ຂັດແຍ້ງດ້ານຜົນປະໂຫຍດ ລະຫວ່າງບັນດາປະເທດພັດທະນາ ແລະພວມພັດທະນາຍັງແມ່ນບັນຫາຫຍູ້ງຍາກ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງໃນມື້ທຳອິດຂອງການປຶກສາຫາລືທີ່ກອງປະຊຸມ ອັນໄດ້ເຣັດໃຫ້ຄວາມຫວັງກ່ຽວກັບໝາກຜົນທີ່ດີທີ່ຈະບັນລຸໄດ້. ທ່ານ Jonathan Pershing ຫົວໜ້າຄະນະເຈລະຈາກ່ຽວກັບການປ່ຽນແປງຂອງດິນຟ້າອາກາດອາເມລິກາໄດ້ຢັ້ງຢືນວ່າ ນັບແຕ່ນີ້ຮອດກ່ອນປີ 2020, “ບັນດາປະເທດທີ່ມີປະລິມານອາຍເສຍຫຼາຍ ຈະບໍ່ບັນລຸຄຳໝັ້ນສັນຍາສະບັບໃໝ່ໃດໆ” ກ່ຽວກັບຈຸດໝາຍຫລຸດຜ່ອນອາຍເສຍໄດ້ຢ່າງແນ່ານອນ. ຕາມທ່ານ Jonathan Pershing ແລ້ວ, ການກະທຳເພື່ອໂລກແຫ່ງຄວາມປອດໄພດ້ານດິນຟ້າອາກາດຍັງສືບຕໍ່ “ໄປຕາມເສັ້ນທາງເກົ່າ ແລະມີໄພຕົກເຂົ້າສູ່ສະພາບບໍ່ມີທາງອອກ”, ຂະນະທີ່ປະເທດສະມາຊິກຂອງອະນຸສັນຍາກຽວໂຕສ່ວນຫລາຍ ບໍ່ຢາກໃຫ້ສັດຕະຍາບັນໄລຍະທີ 2 ຂອງເອະສານສະບັບນີ້ ແລະບັນດາພື້ນຖານເສດຖະກິດທີ່ຫາກໍ່ພົ້ນເດັ່ນຂຶ້ນ ທີ່ມີປະລິມານອາຍເສຍຫລາຍຄືຈີນ, ອິນເດຍ ແລະບຣາຊິນ ເດັດດຽວຢືນຢູ່ນອກບັນດາຄວາມມານະພະຍາຍາມຫລຸດຜ່ອນອາຍເສຍ. ກ່ອນໜ້ານັ້ນ, ຍີ່ປຸ່ນ ແລະລັດເຊຍ ສອງສະມາຊິກທີ່ຕັ້ງໜ້າຂອງອະນຸສັນຍາກຽວໂຕກໍ່ໄດ້ເວົ້າວ່າ ຈະບໍ່ເຂົ້າຮ່ວມໄລຍະຕໍ່ໄປຂອງອະນຸສັນຍາກຽວໂຕ. ເອີລົບກໍ່ໃຫ້ຮູ້ວ່າ ພຽງແຕ່ຮັບຮູ້ແກ່ຍາວອະນຸສັນຍາດັ່ງກ່າວ ຖ້າຫາກວ່າ ມີການເຂົ້າຮ່ວມຂອງຈິນ ແລະອາເມລິກາ.
ມາຮອດຈຸດເວລານີ້, ກອງປະຊຸມຕ່າງໆໂດຍ ສປຊ ເປັນປະທານໄດ້ຖືກດຳເນີນໄປແລ້ວ ແຕ່ຍັງບໍ່ທັນແກ້ໄຂບັນດາບັນຫາຕົ້ນຕໍໄດ້ ໃນຂະນະທີ່ສະພາບການປ່ຽນແປງຂອງດິນຟ້າອາກາດທົ່ວໂລກ ພວມຜັນແປໄປຢ່າງສັບສົນທີ່ສຸດ. ພິເສດ, ແມ່ນເລື່ອງອູນຫະພວມໜ່ວຍພິພົບເພີ່ມຂຶ້ນ ພວມມີການກະທົບອັນຫຍໍ້ທໍ້ເຖິງບັນດາທະວີບ, ກໍ່ຜົນສະທ້ອນຢ່າງຮ້າຍແຮງເຖິງສິ່ງແວດລ້ອມ, ສຸຂະພາບຂອງມະນຸດ, ບັນດາຜະລິດຕະພັນທັນຍາຫານ, ຊັ້ນໂອໂຊນປ້ອງກັນໜ່ວຍພິພົບ…. ກໍ່ຄືບັນດາພື້ນຖານໂຄງລ່າງໃນໜ່ວຍພິພົບໃນປະຈຸບັນ. ກ່ອນກອງປະຊຸມ COP-17, ບັນດາຜູ້ຊ່ຽວຊານ ສປຊ ໄດ້ຍົກອອກຂໍ້ໃຫ້ສັງເກດວ່າ ໂລກຍາກທີ່ຈະບັນລຸໄດ້ຈຸດໝາຍຮັກສາລະດັບເພີ່ມຂຶ້ນອູນຫະພູມທົ່ວໂລກຕ່ຳກ່ວາ 2 ອົງສາເຊ ໄດ້ໃນປີ 2020, ເຖິງວ່າໄດ້ສຳເລັດຈຸດໝາຍທັງໝົດ ກ່ຽວກັບການຫລຸດຜ່ອນອາເສຍກໍ່ມົນຜິດເຮືອນແກ້ວ. ສະນັ້ນ, ການກະທຳສະກັດກັ້ນສະພາບອຸນຫະພູມຂອງໜ່ວຍພິພົບເພີ່ມຂຶ້ນ ຕ້ອງມີການຮ່ວມແຮງຮ່ວມໃຈໃນທົ່ວໂລກ, ຄວາມມານະພະຍາຍາມ, ການຮ່ວມມື ແລະການເສຍສະຫຼະຜົນປະໂຫຍດຂອງປະເທດຕ່າງໆ, ພິເສດແມ່ນບັນດາປະເທດພັດທະນາ, ກ່ອນທີ່ທຸກສີ່ງທຸກຢ່າງຈະສວາຍເກີນໄປ.