ບັນດາລັດຖະນະໂຍບາຍຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຢ່າງວ່ອງໄວ ແລະ ຍືນຍົງ

(VOVWORLD) - ກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 14, ອັດລົງໃນຕອນບ່າຍວັນທີ 27 ພະຈິກ. ໃນການເຮັດວຽກເປັນເວລາກ່ວາ 1 ເດືອນ, ສະພາແຫ່ງຊາດໄດ້ພິຈາລະນາ, ປະກອບຄຳເຫັນ ແລະ ຮັບຮອງເອົາຮ່າງກົດໝາຍ, ມະຕິຫລາຍສະບັບ, ພິເສດແມ່ນບັນດາແຜນນະໂຍບາຍ, ນະໂຍບາຍການພັດທະນາເສດຖະກິດ - ສັງຄົມປະເທດຊາດໃນຊຸມປີຕໍ່ໄປ.
ບັນດາລັດຖະນະໂຍບາຍຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຢ່າງວ່ອງໄວ ແລະ ຍືນຍົງ - ảnh 1 ບັນດາລັດຖະນະໂຍບາຍຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຢ່າງວ່ອງໄວ ແລະ ຍືນຍົງ

ກອງປະຊຸມສະໄໝສາມັນເທື່ອທີ 8 ແມ່ນກອງປະຊຸມທ້າຍປີ, ໂຄງການເຄື່ອນໄຫວລວມມີເນື້ອໃນສຳຄັນຫລາຍຢ່າງ. ບັນດາລັດຖະນະໂຍບາຍໄດ້ຮັບຮອງເອົາທີ່ກອງປະຊຸມສະໄໝສາມັນຄັ້ງນີ້ ໄດ້ເວົ້າເຖິງຄວາມຕັດສິນໃຈ, ຄວາມເປັນຈິດໜຶ່ງໃຈດຽວຂອງທັງລະບົບການເມືອງ, ທຸກຂັ້ນ, ທຸກຂະແໜງການ, ປະຊາຄົມວິສາຫະກິດ ແລະ ປະຊາຊົນໃນທົ່ວປະເທດ…ໃນຄວາມມານະພະຍາຍາມປະຕິບັດບັນດາເປົ້າໝາຍ, ຄາດໝາຍການພັດທະນາເສດຖະກິດ - ສັງຄົມທີ່ໄດ້ວາງອອກໃຫ້ສຳເລັດ.

ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ, ເບິ່ງແຍງຊີວິດການເປັນຢູ່ໃຫ້ປະຊາຊົນ

       ທີ່ກອງປະຊຸມສະໄໝສາມັນເທື່ອນີ້, ສະພາແຫ່ງຊາດໄດ້ພິຈາລະນາ, ປຶກສາຫາລື ແລະ ຮັບຮອງເອົາບັນດາບົດລາຍງານກ່ຽວກັບໝາກຜົນແຫ່ງການປະຕິບັດ ແລະ ແຜນການພັດທະນາເສດຖະກິດ - ສັງຄົມປີ 2019 ແລະ 2020. ໃນມະຕິກ່ຽວກັບແຜນການພັດທະນາເສດຖະກິດສັງຄົມປີ 2020, ສະພາແຫ່ງຊາດໄດ້ເຫັນດີເປັນເອກະພາບວາງເປົ້າໝາຍບັນລຸຍອດຜະລິດຕະພັນພາຍໃນປະເທດ (GDP) ປະມານ 6,8%. ບັນດາສະມາຊິກສະພາແຫ່ງຊາດໄດ້ໄຈ້ແຍກ, ປຶກສາຫາລືຢ່າງລະອຽດ ແນໃສ່ຍົກອອກບັນດາເປົ້າໝາຍ, ໜ້າທີ່ ແລະ ບັນດາມາດຕະການ ເພື່ອຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຢ່າງວ່ອງໄວ ແລະ ຍືນຍົງ, ສືບຕໍ່ເບິ່ງແຍງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ. ທ່ານນາງ ມາຍເຟືອງຮວາ, ສະມາຊິກສະພາແຫ່ງຊາດແຂວງ ນາມດິ້ງ ຖືວ່າ:

ຕາມທຳນຽມທຸກປີແລ້ວ, ກອງປະຊຸມສະໄໝສາມັນທ້າຍປີແມ່ນພິຈາລະນາບັນດາບົດລາຍງານກ່ຽວກັບເສດຖະກິດສັງຄົມ. ຫວນຄືນໄລຍະ 1 ປີ ການພິຈາລະນະບົດລາຍງານນີ້ແມ່ນສຳຄັນທີ່ສຸດ. ພວກເຮົາຕີລາຄາໝາກຜົນຂອງທັງປີຜ່ານມາ ແລະ ຍົກອອກທິດທາງໃຫ້ປີຕໍ່ໄປ. ສະນັ້ນ, ຂ້າພະເຈົ້າຖືວ່າ: ຈຸດເລັ່ງໃສ່ສຳຄັນທີ່ສຸດແມ່ນວາລະປຶກສາຫາລືກ່ຽວກັບເສດຖະກິດສັງຄົມ, ບັນດາສະມາຊິກສະພາແຫ່ງຊາດໄດ້ເຂົ້າຮ່ວມ, ປະກອບຄຳເຫັນຫລາຍຂໍ້, ຍົກອອກບັນດາຂໍ້ສະເໜີຢ່າງຊັດເຈນ.

ທີ່ກອງປະຊຸມສະໄໝສາມັນເທື່ອນີ້, ເປັນຄັ້ງທຳອິດ, ສະພາແຫ່ງຊາດຮັບຮອງເອົາມະຕິໃຫ້ສັດຕະຍາບັນແຜນຮ່າງສັງລວມການພັດທະນາເສດຖະກິດ - ສັງຄົມເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍໄລຍະປີ 2021 – 2030. ມະຕິໄດ້ລະບຸນະໂຍບາຍຄົບຊຸດ, ເປັນເອກະພາບ, ແນໃສ່ຊຸກຍູ້ການພັດທະນາຮອບດ້ານ, ຮັດແຄບໄລຍະຫ່າງຄວາມຜິດໂຕ່ນກ່ຽວກັບລະດັບການພັດທະນາ ແລະ ລາຍຮັບ, ປະກອບສ່ວນປະຕິບັດແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍກົດໝາຍຂອງລັດກ່ຽວກັບວຽກງານຊົນເຜົ່າຢ່າງມີໄຊ. ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ຖືວ່າ:

“ພວກເຮົາພ້ອມກັນຢັ້ງຢືນການປະກາດໃຊ້ມະຕິກ່ຽວກັບເນື້ອໃນສຳຄັນນີ້ ແມ່ນຄວາມຕັດສິນໃຈຖືກຕ້ອງຕາມແຜນນະໂຍບາຍ, ແນວທາງຂອງພັກ, ຖືກລັດຖະທຳມະນຸນ; ສືບຕໍ່ປະຕິບັດຄຳສັ່ງສອນຂອງປະທານ ໂຮ່ຈີມິນ ສຳລັບວຽກງານຊົນເຜົ່າ ເປັນຕົ້ນແມ່ນຊົນເຜົ່າສ່ວນໜ້ອຍ, ເຂດພູດອຍ, ຊາຍແດນ…ເລື່ອງສະພາແຫ່ງຊາດມີແຜນນະໂຍບາຍພ້ອມກັບລັດຖະບານສ້າງເປັນລະບົບ, ລະບຸບັນດານະໂຍບາຍທີ່ໄດ້ປະກາດໃຊ້ ແນໃສ່ສຸມໃສ່ໃນການລົງທຶນພັດທະນາ, ມີຈຸດສຸມ, ຫຼີກລ້ຽງການກະແຈກກະຈາຍ, ມີປະສິດທິຜົນຕ່ຳ.”

ຍົກສູງວຽກງານສ້າງກົດໝາຍໃຫ້ກ່ວາອີກ

       ຈຸດພົ້ນເດັ່ນໃນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດຄັ້ງນີ້ ແມ່ນວຽກງານສ້າງກົດໝາຍ ດ້ວຍເລື່ອງສະພາແຫ່ງຊາດໄດ້ຮັບຮອງເອົາຮ່າງກົດໝາຍ, ປະມວນກົດໝາຍ 11 ສະບັບ ເພື່ອເປັນພື້ນຖານໃຫ້ແກ່ວຽກງານຄຸ້ມຄອງ, ບໍລິຫານ, ສ້າງລະບອບລະບຽບການພັດທະນາແບບຍືນຍົງໃຫ້ແກ່ປະເທດຊາດ. ທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ດ່າວງອັກຢຸງ ຢືນຢັນວ່າ:

        “ປະມວນກົດໝາຍວ່າດ້ວຍແຮງງານໄດ້ຮັບການຮັບຮອງເອົາ, ມີບັນດາເນື້ອໃນ, ມີບັນດາບັນຫາກະທົບໃນລະດັບ 20 30 ປີ. ນີ້ກໍ່ແມ່ນໂອກາດ ເຊິ່ງພວກເຮົາປະຕິບັດບັນດາບັນຫາທີ່ໄດ້ໃຫ້ຄຳໝັ້ນສັນຍາໃນບັນດາສົນທິສັນຍາສາກົນ ກໍ່ຄືບັນດາສັນຍາການຄ້າ. ໃນສະພາບແວດລ້ອມລວມ, ພວກເຮົາຫັນກົດໝາຍສາກົນເພື່ອໃຫ້ເໝາະສົມກັບການເຄື່ອນໄຫວລວມຂອງສາກົນ ແຕ່ກໍ່ແມ່ນເໝາະສົມກັບເງື່ອນໄຂຂອງ ຫວຽດນາມ.

        ສືບຕໍ່ບັນດາກອງປະຊຸມສະໄໝສາມັນກ່ອນນີ້, ການເຄື່ອນໄຫວຊັກຖາມທີ່ກອງປະຊຸມສະໄໝສາມັນເທື່ອທີ 8 ສືບຕໍ່ໄດ້ຮັບການປ່ຽນແປງໃໝ່. ລັດຖະມົນຕີ 4 ທ່ານ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕອບຄຳຊັກຖາມໂດຍກົງກ່ຽວກັບບັນດາບັນຫາ ເຊິ່ງສະມາຊິກສະພາແຫ່ງຊາດໄດ້ຕັ້ງຄຳຊັກຖາມ. ໃນໄລຍະ 3 ວັນ, ບັນດາວາລະຊັກຖາມຖືກດຳເນີນໄປໃນບັນຍາກາດຟົດຟື້ນ, ປະຊາທິປະໄຕ, ກົງໄປກົງມາ, ມີຄວາມຮັບຜິດຊອບ ແລະ ສ້າງສາ. ທ່ານນາງ ຫງວຽນແທັງຫາຍ, ຫົວໜ້າຄະນະຄວາມມຸ່ງຫວັງຄອງຄອຍຂອງປະຊາຊົນຂອງສະພາແຫ່ງຊາດຢືນຢັນວ່າ:

        “ຂ້າພະເຈົ້າເຫັນວ່າ ບັນດາບັນຫາເຊິ່ງສະມາຊິກສະພາແຫ່ງຊາດຍົກອອກມາທີ່ຫໍປະຊຸມ ລ້ວນແຕ່ແມ່ນບັນດາບັນຫາ ເຊິ່ງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນໃນທົ່ວປະເທດພວມມີຄວາມສົນໃຈ. ຜ່ານນັ້ນ, ສະມາຊິກສະພາແຫ່ງຊາດໄດ້ປະຕິບັດຖືກຕາມສິດ ແລະ ຄວາມຮັບຜິດຊອບເປັນຜູ້ຕາງໜ້າໃຫ້ປະຊາຊົນຢູ່ຫໍປະຊຸມ. ປະຊາຊົນ ແລະ ຜູ້ມີສິດເລືອກຕັ້ງມີຄວາມຮູ້ສຶກຄືດັ່ງຕົນເອງພວມຊັກຖາມບັນດາລັດຖະມົນຕີຢູ່ຫໍປະຊຸມ.

        ກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດຊຸດທີ 14, ບໍ່ພຽງແຕ່ສຳເລັດໜ້າທີ່ນິຕິບັນຍັດ, ຕັດສິນບັນດາບັນຫາສຳຄັນຂອງປະເທດຊາດເທົ່ານັ້ນ ຫາກຍັງເຮັດດີບົດບາດຕິດຕາມກວດກາຂອງຕົນອີກດ້ວຍ. ສິ່ງຫຼັກແຫຼ່ງທີ່ສຸດ ແມ່ນຄວາມເພິ່ງພໍໃຈຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນທົ່ວປະເທດ ດ້ວຍບັນດາລັດຖະນະໂຍບາຍ ເຊິ່ງສະພາແຫ່ງຊາດໄດ້ຮັບຮອງເອົາ ແລະ ໃຫ້ຄຳເຫັນ; ໃນນັ້ນ ມີບັນດາຄຳໝັ້ນສັນຍາ, ຄຳໝັ້ນໝາຍຕໍ່ສະພາແຫ່ງຊາດຂອງລັດຖະບານ, ບັນດາສະມາຊິກລັດຖະບານ…ແນໃສ່ນຳປະເທດຊາດພັດທະນາເປັນປົກກະຕິ ແລະ ຍືນຍົງ ./.

ຕອບກັບ

ຂ່າວ/ບົດ​ອື່ນ