ບັນດາສັນຍານຕັ້ງໜ້າຈາກຂໍ້ຕົກລົງການຄ້າ ອາເມລິກາ ເໜືອ

(VOVWORLD) - ເລື່ອງ 3 ປະເທດຢູ່ພາກເໜືອທະວີບ ອາເມລິກາ ຄື: ອາເມລິກາ, ເມັກຊີໂກ, ການາດາ ບັນລຸໄດ້ສັນຍາລະຫວ່າງ ອາເມລິກາ - ເມັກຊີໂກ - ການາດາ (USMCA), ປ່ຽນແທນໃຫ້ແກ່ສັນຍາການຄ້າເສລີ ອາເມລິກາ ເໜືອ (NAFTA) ແມ່ນສັນຍານທີ່ຕັ້ງໜ້າຕໍ່ເສດຖະກິດພາກພື້ນ.

ນີ້ແມ່ນຂໍ້ຕົກລົງດ້ານການຄ້າສະບັບໃໝ່ ແລະ ທັນສະໄໝ, ມີການດັດປັບທີ່ສຳຄັນເມື່ອທຽບໃສ່ກັບສັນຍາ NAFTA 1994. ແຕ່ເຖິງຢ່າງໃດກໍ່ຕາມ, ສັນຍາສະບັບນີ້ອາດຈະກໍ່ໃຫ້ເກີດຮົ້ວກີດຂວາງການຄ້າຫຼາຍຢ່າງ.

ບັນດາສັນຍານຕັ້ງໜ້າຈາກຂໍ້ຕົກລົງການຄ້າ ອາເມລິກາ ເໜືອ - ảnh 1ການນຳ ອາເມລິກາ ແລະ ການາດາ ຢູ່ນອກກອງປະຊຸມ G7

(ພາບ: AFP/TTXVN)

        ພາຍຫຼັງການເຈລະຈາ, ປັບປຸງສັນຍາ NAFTA ມາເປັນເວລາກ່ວາ 13 ເດືອນ, ເມັກຊີໂກ, ອາເມລິກາ ແລະ ການາດາ ບັນລຸໄດ້ຄວາມເຫັນດີເຫັນພ້ອມຊ່ວຍໃຫ້ສັນຍາທີ່ມີອາຍຸກ່ວາ 24 ປີນີ້ມີຊີວິດໃໝ່ ດ້ວຍຊື່ເອີ້ນໃໝ່ແມ່ນ USMCA. ຕາມການສະຫລຸບລວມແລ້ວ, ນີ້ແມ່ນສັນຍາ “ພ້ອມກັນມີໄຊຊະນະ” ແຕ່ ອາເມລິກາ ຈຶ່ງເປັນຝ່າຍຍາດໄດ້ຜົນປະໂຫຍດຫຼາຍທີ່ສຸດຈາກ USMCA.

ການປະນິປະນອມຈາກຝ່າຍຕ່າງໆ

       ຖະແຫຼງການຮ່ວມໂດຍ 3 ປະເທດຍົກອອກມາພາຍຫຼັງທີ່ບັນລຸໄດ້ຄວາມເຫັນດີເຫັນພ້ອມນັ້ນແມ່ນສັນຍາ USMCA ຈະນຳມາໃຫ້ກຳມະກອນ, ຊາວກະສິກອນ, ບັນດາເຈົ້າຂອງຟາມ ແລະ ບັນດາວິສາຫະກິດຂອງ 3 ປະເທດຂໍ້ຕົກລົງດ້ານການຄ້າທີ່ມີມາດຕະຖານສູງ, ຜ່ານນັ້ນ, ຮັບປະກັນການເຄື່ອນໄຫວດ້ານການຄ້າທີ່ຖືກດຳເນີນໄປຢ່າງມີຄວາມຍຸຕິທຳກ່ວາ, ຊ່ວຍເປີດຕະຫຼາດໃຫ້ມີຄວາມເປີດອົກເປີດໃຈກ່ວາ ກໍ່ຄືປະກອບສ່ວນຊຸກຍູ້ການເຕີບໂຕດ້ານເສດຖະກິດໃນພາກພື້ນຢ່າງແຮງ.

        USMCA ກໍ່ຈະນຳມາເຊິ່ງຜົນປະໂຫຍດດ້ານເສດຖະກິດສຳລັບຄົນຊົນຊັ້ນກາງ, ສ້າງບັນດາວຽກເຮັດງານທຳດ້ວຍລະດັບເງິນເດືອນສູງ, ແລະ ສ້າງກາລະໂອກາດໃໝ່ໃຫ້ແກ່ຈຳນວນພົນລະເມືອງເກືອບ 500.000 ຄົນທີ່ດຳລົງຊີວິດຢູ່ພາກເໜືອທະວີບ ອາເມລິກາ ທີ່ມີຍອດວົງເງິນການຄ້າຂຶ້ນເຖິງ 1.000 ຕື້ USD ໃນປີນີ້.       

        ຂໍ້ຕົກລົງສະບັບໃໝ່ກໍ່ແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງໃນຫຼາຍປີຜ່ານມາລະຫວ່າງ 3 ປະເທດ ອາເມລິກາ ເໜືອ ຄື: ການລົງໂທດທາງອາຍາສຳລັບການກະທຳລະເມີດລິຂະສິດຟິມຮູບເງົາເອົາລົງໃນອິນເຕີເນັດ ຫຼື ບັນດາລະບຽບກົດໝາຍສຳລັບປື້ມ, ດົນຕີເອເລັກໂຕນິກ, ຊອັບແວ, ເກມ… ນອກຈາກນັ້ນແລ້ວ, ຂໍ້ຕົກລົງສະບັບໃໝ່ຍັງມີມາດຕາຊ່ວຍປົກປ້ອງສິດຊັບສິນທາງປັນຍາຢ່າງຂ້ຽວຂາດກ່ວາ, ໃນນັ້ນມີໃບຢັ້ງຢືນໃນການປະດິດສ້າງໃນຂົງເຂດເຕັກໂນໂລຊີຊີວະພາບ ແລະ ການບໍລິການດ້ານການເງິນ.

        ແຕ່ເຖິງຢ່າງໃດກໍ່ຕາມ, ເມື່ອເບິ່ງລວມແລ້ວ, ສັນຍາ USMCA ໄດ້ນຳມາເຊິ່ງຜົນປະໂຫຍດສຳລັບ ອາເມລິກາ ຫຼາຍກ່ວາ. ເປັນໜ້າສົນໃຈນັ້ນແມ່ນ, ສັນຍາສະບັບນີ້ໄດ້ເປີດກ້ວາງຕະຫຼາດນ້ຳນົມ ໃຫ້ແກ່ຊາວກະສິກອນ ອາເມລິກາ ທີ່ຢູ່ ການາດາ. ນີ້ເຄີຍແມ່ນບັນຫາໄດ້ເກີດຄວາມບໍ່ລົງລອຍກັນຫຼາຍທີ່ສຸດໃນວິວັດການເຈລະຈາລະຫວ່າງ ວໍຊິງຕັນ ແລະ Ottowa. ຖ້າປະຕິບັດຕາມສັນຍາ NAFTA ນັ້ນ, ການາດາ ໄດ້ຈຳກັດປະລິມານ ນ້ຳນົມ, ເນີຍ ແລະ ບັນດາຜະລິດຕະພັນຈາກນົມທີ່ນຳເຂົ້າຈາກ ອາເມລິກາ ນັ້ນ, ໃນຂໍ້ຕົກລົງສະບັບປັບປຸງນີ້, ການາດາ ຈະເພີ່ມທະວີການສຳຜັດກັບຕະຫຼາດ ນ້ຳນົມ, ສັດປີກ ແລະ ໄຂ່ຂອງ ອາເມລິກາ, ແທນທີ່ນັ້ນ, ອາເມລິກາ ໄດ້ອະນຸຍາດໃຫ້ນຳເຂົ້າຜະລິດຕະພັນຈາກນ້ຳນົມ, ຖົ່ວດິນ, ບັນດາຜະລິດຕະພັນຈາກຖົ່ວດິນ ແລະ ປະລິມານນ້ຳຕານຈຳນວນໜຶ່ງຈາກ ການາດາ. Ottawa ກໍ່ເຫັນດີເປັນເອກະພາບຢຸດຕິລະບົບດັ່ງກ່າວເພື່ອແນໃສ່ຮັກສາລາຄາບາງຜະລິດຕະພັນຈາກນົມ. ການປ່ຽນແປງນີ້ໄດ້ອະນຸຍາດໃຫ້ບັນດາຜະລິດຕະພັນຈາກນົມຂອງ ອາເມລິກາ ອາດຈະແຊກຊຶມເຂົ້າຕະຫຼາດບັນດາປະເທດບ້ານໃກ້ເຮືອນຄຽງເລິກເຊິ່ງກ່ວາອີກ.

        ເພື່ອໃຫ້ ອາເມລິກາ ຖອນຄືນມາດຕາໝົດກຳນົດເວລາແບບອັດຕະໂນມັດ ພາຍຫລັງເວລາ 5 ປີສຳລັບສັນຍາ NAFTA ນັ້ນ, ແທນທີດ້ວຍການແກ່ຍາວເວລາມາເປັນ 16 ປີ, ເມັກຊີໂກໄດ້ ປະນິປະນອມ ອາເມລິກາ ໃນບາງຂົງເຂດ. ສິ່ງດັ່ງກ່າວຈະຊ່ວຍໃຫ້ ອາເມລິກາ ຫລຸດຜ່ອນການຂາດດຸ່ນການຄ້າໃນປະຈຸບັນກັບ ເມັກຊີໂກ.

ສັນຍາ USMCA ຈະສ້າງຮົ້ວກີດຂວາງດ້ານການຄ້າໃໝ່ຫຼືບໍ?

        ເລື່ອງ ອາເມລິກາ, ການາດາ ແລະ ເມັກຊີໂກ ບັນລຸໄດ້ ສັນຍາ ອາເມລິກາ - ເມັກຊີໂກ - ການາດາ (USMCA), ແທນໃຫ້ສັນຍາການຄ້າເສລີ ອາເມລິກາເໜືອ (NAFTA) ອັນໄດ້ເຮັດໃຫ້ປະຊາຄົມວິສາຫະກິດ ອາເມລິກາ ຫາຍໃຈລ່ວງ ແຕ່ສັນຍາສະບັບດັ່ງກ່າວ ຍັງຄົງກໍ່ຄວາມວິຕົກກັງວົນບາງຢ່າງ.  ເລື່ອງ ອາເມລິກາ ເພີ່ມທະວີການສໍາຜັດກັບຕະຫຼາດນົມຂອງ ການາດາ ແມ່ນ ຄວາມສະດວກສໍາລັບຂະແໜງກະສິກໍາ ຂອງ ອາເມລິກາ ແຕ່ບັນດາມາດຕາທີ່ໄດ້ລະບຸໃນ ສັນຍາ USMCA ກໍອາດສົ່ງຜົນກະທົບຫຍໍ້ທໍ້ ຕໍ່ບາງຂົງເຂດອື່ນຂອງອາເມລິກາ ຄື ຂະແໜງຜະລິດເຫຼັກກ້າ.

        ຄ້າຍຄືກັນກັບສິ່ງດັ່ງກ່າວນັ້ນ, ບັນດາລະບຽບຫຼັກການໃໝ່ກ່ຽວກັບແຫຼ່ງທີ່ມາຂອງລົດໂອໂຕ ອາດຈະພາໄປເຖິງການເພີ່ມວຽກເຮັດງານທໍາໃນຂົງເຂດຜະລິດ ຢູ່ອາເມລິກາ ແຕ່ສິ່ງທີ່ຕ້ອງແລກເອົານັ້ນແມ່ນ ລາຄາລົດໂອໂຕສູງກວ່າ. ທ່ານປະທານາທິບໍດີ ອາເມລິກາ Donald Trump ຄາດຄະເນວ່າ ດ້ວຍວິທີເພີ່ມເຕີມເນື້ອໃນກ່ຽວກັບການເສຍພາສີໃສ່ໃນສັນຍາ USMCA, ອາດຈະຄວບຄຸມບັນດາຜູ້ຜະລິດລົດໂອໂຕ ການາດາ ແລະ ເມັກຊີໂກ ທີ່ສົ່ງອອກໄປຍັງ ອາເມລິກາ ໄດ້ສ່ວນໃດສ່ວນໜຶ່ງ. ເຖິງຢ່າງໃດກໍຕາມ, ສິ່ງດັ່ງກ່າວ ຈະບໍ່ສ້າງຄວາມແຕກຕ່າງກັນ ໃນໄລຍະສັ້ນ,ເ ພາະວ່າລະດັບພາສີອາກອນ ຍັງບໍ່ທັນໄດ້ນໍາໃຊ້ ເມື່ອວິວັດທະນາການຕີລາຄາບັນດາບັນຫາກ່ຽວຂ້ອງເຖິງຄວາມສະຫງົບແຫ່ງຊາດ ຂອງກະຊວງການຄ້າ ອາເມລິກາ ຍັງບໍ່ທັນສໍາເລັດ, ພ້ອມກັນນັ້ນ, ຍ້ອນບັນດາຂໍ້ຈໍາກັດອາດຈະມີການເຕີບໂຕ ສູງພໍສົມຄວນ ເມື່ອທຽບໃສ່ລະດັບການສົ່ງອອກໃນປັດຈຸບັນ.

        ໃນຂະນະນັ້ນໃນວັນທີ 2 ຕຸລາ, ຂະແໜງອຸດສາຫະກໍາເຫຼັກກ້າຂອງເມັກຊີໂກ ແລະ ການາດາ ກໍໄດ້ຮຽກຮ້ອງໃຫ້ລັດຖະບານບັນດາປະເທດດັ່ງກ່າວ ແກ້ໄຂການຖົກຖຽງກັນກ່ຽວກັບພາສີອາກອນ ກັບ ອາເມລິກາ ກ່ອນທີ່ ສັນຍາ USMCA ຈະໄດ້ລົງນາມໃນທ້າຍເດືອນ ພະຈິກ ຈະມາເຖິງ.

ການນໍາ 03 ປະເທດ ອາເມລິກາ, ເມັກຊີໂກ - ການາດາ ມີຄວາມເພິ່ງພໍໃຈທີ່ສຸດ ເມື່ອບັນລຸໄດ້ ສັນຍາ USMCA, ໂດຍຖືສັນຍານີ້ເໝືອນເສື້ອຊູຊີບ ສໍາລັບການແລກປ່ຽນການຄ້າໃນພາກພື້ນ ອາເມລິກາເໜືອ. ເຖິງຢ່າງໃດກໍຕາມ ຄຸນຄ່າຕົວຈິງຂອງສັນຍາ USMCA ພຽງແຕ່ຈະໄດ້ຮັບການພິສູດ ເມື່ອມັນມີຜົນສັກສິດຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ