(VOVWORLD) - ປີ 2017, ແມ່ນປີແຫ່ງຄວາມເຄັ່ງຕຶງລະຫວ່າງ ພຽງຢາງ ແລະ ວໍຊິງຕັນ ດ້ວຍ “ຮອບວົນວຽນ” ທົດລອງລູກສອນໄຟ - ການນາບຂູ່ສົງຄາມ - ເພີ່ມມາດຕະການລົງໂທດ.
ສະພາບການໃນແຫຼມ ເກົາຫຼີ ໃນຊຸມເດືອນຕົ້ນປີ 2018 ໄດ້ຫັນໄປ 180 ອົງສາ ເມື່ອທຽບໃສ່ກັບຄວາມເຄັ່ງຕຶງປີນຂັ້ນໄດໃນປີ 2017. ບັນດາການຫັນປ່ຽນຕັ້ງໜ້າໄດ້ປະກົດຂຶ້ນຢ່າງລຽນຕິດ ແລະ ໃໝ່ສຸດ ນັ້ນແມ່ນ ວັນທີ 08 ມີນາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ: ພ້ອມແລ້ວທີ່ຈະພົບປະກັບການນຳ ສປປ.ເກົາຫຼີ Kim Jong-un ໃນການພົບຄັ້ງປະສຸດຍອດຄັ້ງທຳອິດ. ບັນດາການຜັນແປນີ້ ແມ່ນສັນຍານຕັ້ງໜ້າສຳລັບສັນຕິພາບໃນແຫຼມ ເກົາຫຼີ ແຕ່ຍັງມີຄວາມຫຍຸ້ງຍາກບໍ່ໜ້ອຍຢູ່ຕໍ່ໜ້າ ເພື່ອຫັນຖະແຫຼງການຂອງບັນດາຝ່າຍເປັນການປະຕິບັດ.
ແຜນທີ່ແຫຼມ ເກົາຫຼີ (ພາບ:Google Map) |
ປີ 2017, ແມ່ນປີແຫ່ງຄວາມເຄັ່ງຕຶງລະຫວ່າງ ພຽງຢາງ ແລະ ວໍຊິງຕັນ ດ້ວຍ “ຮອບວົນວຽນ” ທົດລອງລູກສອນໄຟ - ການນາບຂູ່ສົງຄາມ - ເພີ່ມມາດຕະການລົງໂທດ. ມາຮອດປີ 2018, ໃນສານອວຍພອນປີໃໝ່, ການນຳ ສປປ.ເກົາຫຼີ Kim Yong-un ໄດ້ສະແດງເຈດຕະນາດີພ້ອມແລ້ວທີ່ຈະເຈລະຈາກັບ ເຊີອູນ. ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ໄດ້ຍາດແຍ່ງທຸກກາລະໂອກາດ ເຖິງວ່າມັນອາດຈະເປັນໄປ ບໍ່ໄດ້ກໍ່ຕາມ ເພື່ອປັບປຸງການພົວພັນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ, ຜ່ານນັ້ນ ຊອກຫາວິທີສວມບົດບາດເປັນຄົນກາງໄກ່ເກ່ຍລະຫວ່າງ ພຽງຢາງ ແລະ ວໍຊິງຕັນ.
ບັນດາບາດກ້າວຫັນປ່ຽນຢ່າງບໍ່ຄາດຄິດ
ພາຍຫລັງເຫດການ 2 ຄະນະປະຕິບັດງານຂັ້ນສູງ ສປປ.ເກົາຫຼີ ມາ ສ.ເກົາຫຼີ ເຂົ້າຮ່ວມພິທີໄຂ ແລະ ອັດ Olympic ລະດູໜາວ PyeongChang 2018, ເລື່ອງທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ສົ່ງຄະນະຜູ້ແທນຂັ້ນສູງໄປຍັງ ສປປ.ເກົາຫຼີ ໃນວັນທີ 05 ມີນາ ໄດ້ກາຍເປັນ “ການຊຸກຍູ້” ເຮັດໃຫ້ສະພາບການປ່ຽນແປງ. ບັນດາຂໍ້ຕົກລົງທີ່ມີຜົນສັກສິດໄດ້ວາງອອກ. ສິ່ງທີ່ເປັນໜ້າສົນໃຈ ນັ້ນແມ່ນ ສານຕັ້ງໜ້າກ່ຽວກັບການໄກ່ເກ່ຍ ແລະ ສັນຕິພາບໃນແຫຼມ ເກົາຫຼີ ໂດຍການນຳ 2 ປະເທດໄດ້ຍົກອອກມາເນື່ອງໃນໂອກາດດັ່ງກ່າວ. ເປັນຄັ້ງທຳອິດທີ່ ການນຳ ສປປ.ເກົາຫຼີ Kim Jong-un ພົບປະກັບທູດພິເສດຂອງທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ແລະ ສະແດງໃຫ້ເຫັນ “ເຈດຈຳນົງທີ່ໝັ້ນຄົງ ຊຸກຍູ້ຢ່າງແຮງ” ການພົວພັນກັບ ສ.ເກົາຫຼີ ແລະ “ສ້າງເປັນໜ້າປະຫວັດສາດໃໝ່ ທ້ອນໂຮມ 2 ພາກເປັນເອກະພາບ”. 2 ຝ່າຍໄດ້ກຳນົດເວລາດຳເນີນການພົບປະສຸດຍອດລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຄັ້ງທີ 3. ສປປ.ເກົາຫຼີ ຍັງຢັ້ງຢືນຄຳໝັ້ນສັນຍາສ້າງແຫຼມ ເກົາຫຼີ ປອດນິວເຄຼຍ ຄືນໃໝ່ ຖ້າຫາກຄວາມໝັ້ນຄົງໄດ້ຮັບປະກັນ. ນອກນັ້ນ, ພຽງຢາງ ກໍ່ໃຫ້ຄຳໝັ້ນສັນຍາວ່າ ຈະບໍ່ນຳໃຊ້ອາວຸດນິວເຄຼຍ ແລະ ບັນດາອາວຸດທຳມະດາບຸກໂຈມຕີ ສ.ເກົາຫຼີ. ພຽງຢາງ ກໍ່ສະແດງໃຫ້ເຫັນ ຄວາມພ້ອມແລ້ວທີ່ຈະດຳເນີນບັນດາການເຈລະຈາຢ່າງ “ກົງໄປກົງມາ” ກັບ ອາເມລິກາ ກ່ຽວກັບບັນດາມາດຕະການສ້າງແຫຼມ ເກົາຫຼີ ປອດນິວເຄຼຍ ກໍ່ຄືຫັນການພົວພັນ 2 ຝ່າຍເປັນປົກກະຕິ. ນີ້ແມ່ນການປ່ຽນແປງທັດສະນະຢ່າງຈະແຈ້ງຂອງການນຳ Kim Jong-un ພາຍຫລັງ ພຽງຢາງ ຢັ້ງຢືນຫລາຍຄັ້ງວ່າ ໂຄງການນິວເຄຼຍຈະບໍ່ອາດເປັນຫົວຂໍ້ຂອງ ບໍ່ວ່າການເຈລະຈາໃດໆ.
ພ້ອມກັນນັ້ນ, ເລື່ອງທ່ານປະທານາທິບໍດີ ອາເມລິກາ ຕົກລົງເຫັນດີການພົບປະເຈລະຈາໂດຍກົງກັບທ່ານ Kim Jong-un ແມ່ນປັດໃຈທີ່ບໍ່ຄາດຄິດສຳລັບຫາງສຽງສາກົນ ອາດຈະໄດ້ຮັບຖືວ່າ ແມ່ນບາດລ້ຽວໃຫຍ່ ພາຍຫລັງການນຳ 2 ທ່ານຕົກເຂົ້າສູ່ການ “ໂຕ້ຖຽງກັນ” ເປັນເວລາ 2 ປີ, ເຮັດໃຫ້ແຫຼມ ເກົາຫຼີ ກາຍເປັນ “ຖັງທາດລະເບີດ” ໃກ້ຈະລະເບີດ. ນີ້ແມ່ນການພົບປະ ດ້ວຍຄວາມຫວັງວ່າ ໂອກາດຈະໄດ້ຮັບການກຳແໜ້ນ ເພື່ອຊຸກຍູ້ສັນຕິພາບ ແລະ ໄກ່ເກ່ຍໃນແຫຼມ ເກົາຫຼີ.
ຍັງມີຄວາມລັ່ງເລ
ເຖິງວ່າຂ່າວຄາວໄດ້ແຜ່ຂະຫຍາຍ ແລະ ຫາງສຽງຊົມເຊີຍກ່ຽວກັບບັນດາບາດກ້າວໃນແຫຼມ ເກົາຫຼີ ກໍ່ຕາມ, ແຕ່ ສປປ.ເກົາຫຼີ ເບິ່ງຄືວ່າ ຕ້ອງການໃຊ້ເວລາຫລາຍກ່ວາ ແລະ ຍັງຄົງລະມັດລະວັງໃນການສື່ຂ່າວກ່ຽວກັບບັນດາການພົບປະຄັ້ງສຸດຍອດ ຄາດວ່າ ກັບ ສ.ເກົາຫຼີ ແລະ ອາເມລິກາ. ພະຍານຫຼັກຖານໃຫ້ເຫັນວ່າ ສື່ມວນຊົນທາງການຂອງ ສປປ.ເກົາຫຼີ ຍັງບໍ່ທັນຄັດສະເໜີໂດຍບໍ່ວ່າຂ່າວຄາວໃດໆກ່ຽວກັບເຫດການດັ່ງກ່າວ. ວັນທີ 10 ມີນາ, ໜັງສືພິມ Chosun Sinbo ແມ່ນໜັງສືພິມສະໜັບສະໜູນ ສປປ.ເກົາຫຼີ ຢູ່ ຍີ່ປຸ່ນ ເຖິງວ່າໄດ້ໃຫ້ຂ່າວກ່ຽວກັບການພົບປະຄັ້ງສຸດຍອດລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼິ ກໍ່ຕາມ ແຕ່ໄດ້ຍົກເລີກຂ່າວຄາວດັ່ງກ່າວອອກພາຍຫລັງເປັນເວລາ 1 ວັນ.
ສິ່ງທີ່ເປັນໜ້າສົນໃຈ ນັ້ນແມ່ນໜັງສືພິມ Rodong Sinmun – ສຽງຂອງພັກແຮງງານ ສປປ.ເກົາຫຼີ - ພັດຄັດສະເໜີບົດຂຽນ ກ່ຽວກັບຄວາມສາມາດນາບຂູ່ດ້ານນິວເຄຼຍຂອງ ສປປ.ເກົາຫຼີ ແມ່ນຈຳເປັນ ເພື່ອປ້ອງກັນຕົນເອງ “ຕ້ານຄືນບັນດາໄພນາບຂູ່ດ້ານນິວເຄຼຍຈາກ ອາເມລິກາ” ແລະ ຖືວ່າ: ນີ້ບໍ່ແມ່ນບັນຫາເພື່ອໂຕ້ຖຽງກັນ.
ຕໍ່ຈາກນັ້ນ ແມ່ນບັນດາຄຳຖະແຫຼງທີ່ມີລັກສະນະເງື່ອນໄຂຂອງອຳນາດການປົກຄອງ ອາເມລິກາ ເມື່ອເນັ້ນໜັກວ່າ ທ່ານປະທານາທິບໍດີ Donald Trump ພຽງແຕ່ເຂົ້າຮ່ວມການພົບປະຄັ້ງສຸດຍອດ ອາເມລິກາ - ສປປ.ເກົາຫຼີ ດ້ວຍເງື່ອນໄຂທີ່ວ່າ ພຽງຢາງ ມີບັນດາການກະທຳຢ່າງແນ່ນອນ ແລະ ຊັດເຈນ ມຸ່ງໄປເຖິງເປົ້າໝາຍປະລະຄວາມມັກໃຫຍ່ໄຝ່ສູງດ້ານນິວເຄຼຍ. ບັນດາການຊ້ອມຮົບຂອງກອງທັບ ອາເມລິກາ ຢູ່ອ້ອມແອ້ມແຫຼມ ເກົາຫຼີ ຈະໄດ້ສືບຕໍ່ດຳເນີນໃນວິວັດການໄປສູ່ການເຈລະຈາ.
ເບິ່ງສັງລວມແລ້ວ, ບັນຫາພວມດຳເນີນໄປໃນແຫຼມ ເກົາຫຼີ ແມ່ນບັນດາການເຄື່ອນເໜັງຫັນໄປຢ່າງວ່ອງໄວ ແລະ ຕັ້ງໜ້າ ຖ້າຫາກປຽບທຽບກັບ 2, 3 ເດືອນກ່ອນນີ້ ເມື່ອ ແຫຼມ ເກົາຫຼີ ພວມໃກ້ຈະຕົກເຂົ້າສູ່ສະພາບເກີດສົງຄາມ. ເຖິງຢ່າງໃດກໍ່ຕາມ ປະຫວັດສາດແຫ່ງວິວັດທະນາການແກ້ໄຂບັນຫານິວເຄຼຍໃນແຫຼມ ເກົາຫຼີ ໃນຫລາຍປີຜ່ານມາ ສະແດງໃຫ້ເຫັນວ່າ ຄວາມເຄັ່ງຕຶງໃນແຫຼມ ເກົາຫຼີ ບໍ່ອາດຈະໄດ້ຮັບການແກ້ໄຂຢ່າງວ່ອງໄວ./.