ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ ຢູ່ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ຊຽນ

(VOVWORLD) -ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນວົງແຄບ (ADMM ວົງແຄບ) ແລະ ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນເປີດກ້ວາງ (ADMM+) ຄັ້ງທີ 6 ໄດ້ຈັດຕັ້ງຢູ່ ບາງກອກ, ປະເທດໄທ, ໃນລະຫວ່າງວັນທີ 16  19 ພະຈິກ, ໜຶ່ງໃນບັນດາບັນຫາທີ່ໄດ້ດຶງດູດຄວາມສົນໃຈຂອງບັນດາຜູ້ແທນເຂົ້າຮ່ວມກອງປະຊຸມແມ່ນບັນຫາທະເລຕາເວັນອອກ. ບັນດາຜູ້ແທນລ້ວນແຕ່ຢັ້ງຢືນການຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກແມ່ນມີຄວາມໝາຍສຳຄັນທີ່ສຸດສຳລັບສັນຕິພາບໃນພາກພື້ນ.
ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ ຢູ່ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ຊຽນ - ảnh 1 ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນວົງແຄບ 

ດ້ວຍຫົວຂໍ້ “ຄວາມໝັ້ນຄົງແບບຍືນຍົງ”, ກອງປະຊຸມ ADMM ວົງແຄບ ແລະ  ADMM+ ຄັ້ງທີ 6 ໄດ້ສຸມໃສ່ປຶກສາຫາລືກ່ຽວກັບຄວາມສຳນຶກຄວາມໝັ້ນຄົງແບບຍືນຍົງເພື່ອແນໃສ່ເພີ່ມທະວີຄວາມໝັ້ນຄົງການປ້ອງກັນຊາດ, ຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈ ແລະ ເພີ່ມທະວີການຮ່ວມມືດ້ານຄວາມໝັ້ນຄົງລະຫວ່າງ ອາຊຽນ ແລະ ບັນດາຄູ່ຮ່ວມມືເຈລະຈາໃນທຸກຂົງເຂດ. ບັນດາການປຶກສາຫາລືໄດ້ຈັດຕັ້ງໃນ 7 ຂົງເຂດຮ່ວມມື, ລວມມີ ການໜູນຊ່ວຍມະນຸດສະທຳ, ການບັນເທົາທຸກຈາກໄພພິບັດ, ຄວາມໝັ້ນຄົງການເດີນເຮືອ, ຕ້ານການກໍ່ການຮ້າຍ, ຮັກສາສັນຕິພາບ, ການເຄື່ອນໄຫວມະນຸດສະທຳ ແລະ ຄວາມປອດໄພດ້ານເຄືອຂ່າຍອິນເຕີແນັດ.

ຄວາມໝັ້ນຄົງແບບຍືນຍົງບໍ່ອາດປະກົດຜົນເປັນຈິງຖ້າຫາກບໍ່ມີທະເລຕາເວັນອອກ

ໃນບົດກ່າວປາໄສຢູ່ກອງປະຊຸມ ADMM ວົງແຄບ ໃນຕອນເຊົ້າວັນທີ 17 ພະຈິກ, ບັນດາທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ໄດ້ແລກປ່ຽນຢ່າງເລິກເຊິ່ງກ່ຽວກັບບັນດາສິ່ງທ້າທາຍຂອງຄວາມໝັ້ນຄົງທາງທະເລ, ໃນນັ້ນມີທະເລຕາເວັນອອກ, ພ້ອມທັງເນັ້ນໜັກເຖິງຄວາມສຳຄັນ ຂອງການຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກສຳລັບຄວາມໝັ້ນຄົງໃນພາກພື້ນ ແລະ ໂລກ. ບັນດາລັດຖະມົນຕີລ້ວນແຕ່ຢັ້ງຢືນວ່າ ອາຊຽນຕ້ອງສາມັກຄີກັນ, ຮັກສາບົດບາດເປັນໃຈກາງ ແລະ ນຳໜ້າໃນບັນດາກົນໄກຮ່ວມມືຢູ່ພາກພື້ນເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍທີ່ພວມພົ້ນເດັ່ນຂຶ້ນຢ່າງທັນການ.

ທ່ານພົນເອກ ໂງຊວັນລິກ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຢັ້ງຢືນວ່າ ກົດໝາຍສາກົນອາດຈະຍັງບໍ່ທັນສົມບູນແບບ ຍ້ອນສະພາບການໂລກພວມພັດທະນາຢ່າງວ່ອງໄວ, ແຕ່ນີ້ແມ່ນເຄື່ອງມືທີ່ມີປະສິດທິຜົນເພື່ອແນໃສ່ດັດສົມການພົວພັນລະຫວ່າງບັນດາປະເທດເພື່ອແນໃສ່ຮັກສາສັນຕິພາບ, ສະຖຽນລະພາບໃນພາກພື້ນ ແລະ ໂລກ. ເລື່ອງບໍ່ປະຕິບັດຕາມກົດໝາຍສາກົນ, ອະຟິບັດຫຼືພຽງແຕ່ນຳໃຊ້ກົດໝາຍສາກົນເມື່ອມີຜົນປະໂຫຍດໃຫ້ແກ່ຕົນເອງນັ້ນ, ຈະສ້າງຄວາມລະແວງສົງໄສ, ເສຍຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະ ກັນ, ຊ້ຳບໍ່ໜຳ ອາດເຮັດໃຫ້ຄວາມເຄັ່ງຕຶງ, ສູ້ຢັນກັນປີນຂັ້ນໄດ. ທ່ານກ່າວວ່າ:

ຕົວຢ່າງທີ່ອາດຈະເຫັນໄດ້ງ່າຍທີ່ສຸດແມ່ນຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ ທີ່ຜ່ານມາຍ້ອນບັນດາການກະທຳພຽງລຳພັງຝ່າຍດຽວ, ບໍ່ເຄົາລົບຜົນປະໂຫຍດອັນຊອບທຳ ແລະ ຖືກກົດໝາຍຂອງບັນດາປະເທດອື່ນ, ບໍ່ເໝາະສົມກັບກົດໝາຍ ແລະ ມາດຕະຖານສາກົນ, ພິເສດແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 ໄດ້ກໍ່ໄພນາບຂູ່ສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ດຶງດູດໄດ້ຄວາມສົນໃຈຂອງຫຼາຍປະເທດຢູ່ນອກພາກພື້ນ. ບັນດາປະເທດໃຫຍ່ພວມເດີນຕາມເປົ້າໝາຍສະເພາະຂອງເຂົາເຈົ້າ ແລະ ຖ້າວ່າ ບໍ່ມີສຽງເວົ້າທີ່ເປັນເອກະພາບ, ບັນດາປະເທດໃນພາກພື້ນຈະມີຄວາມສ່ຽງໃນການຖືກປັດເຂ່ຍອອກນອກ ແລະ ຈະບໍ່ສາມາດເຂົ້າຮ່ວມບັນດາບັນຫາຂອງປະເທດຕົນ. ເພື່ອໃຫ້ທະເລຕາເວັນອອກກາຍເປັນເຂດທະເລທີ່ມີສັນຕິພາບ ແລະ ພັດທະນາແບບຍືນຍົງຢ່າງແທ້ຈິງນັ້ນ, ປັດໄຈຕັດສິນຊີ້ຂາດແມ່ນກົດໝາຍວ່າດ້ວຍທະເລຕ້ອງໄດ້ຮັບການເຄົາລົບ ແລະ ມີສິ່ງນີ້ຮຽກຮ້ອງຕ້ອງມີການໃຫ້ຄຳໝັ້ນສັນຍາທີ່ເຂັ້ມງວດ ແລະ ຄວາມຮັບຜິດຊອບໃນການປົກປັກຮັກສາຂອງ ບັນດາປະເທດທັງໝົດຢູ່ພາຍໃນ ແລະ ນອກພາກພື້ນ.

ທີ່ກອງປະຊຸມບໍ່ເປັນທາງການລະຫວ່າງບັນດາລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ກັບລັດຖະມົນຕີ ກະຊວງປ້ອງກັນປະເທດຈີນ, ບັນດາລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນ ໄດ້ຍົກອອກບັນດາຄວາມວິຕົກກັງວົນສຳລັບຄວາມເສລີພາບໃນການເດີນເຮືອຢູ່ທະເລຕາເວັນອອກໂດຍກົງ, ພ້ອມກັນນັ້ນຮັບຮູ້ບັນດາຄວາມຄືບໜ້າຫວ່າງແລ້ວນີ້ໃນວິວັດການເຈລະກາ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ ແລະ ຈີນ (COC). ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ໃຫ້ຄຳໝັ້ນສັນຍາ “ພ້ອມແລ້ວທີ່ຈະຮ່ວມມືກັບອາຊຽນ” ໃນການແກ້ໄຂບັນດາຄວາມຂັດແຍ່ງຢູ່ທະເລ.

ສຽງເວົ້າຈາກບັນດາຄູ່ຮ່ວມມືຂອງ ອາຊຽນ

        ໃນບົດປະກອບຄຳເຫັນຢູ່ກອງປະຊຸມບໍ່ເປັນທາງການລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ແລະ ອາເມລິກາ, ທ່ານ Mark Esper ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ ສະແດງຄວາມວິຕົກກັງວົນກ່ຽວກັບຄວາມໝັ້ນຄົງ ເປັນຕົ້ນແມ່ນຢູ່ເຂດ ມະຫາສະມຸດອິນເດຍ - ປາຊີຟິກ, ຢັ້ງຢືນຄຳໝັ້ນສັນຍາຂອງ ອາເມລິກາ ກ່ຽວກັບມະຫາສະມຸດອິນເດຍ - ປາຊີຟິກ ທີ່ມີເສລີພາບ ແລະ ເປີດກ້ວາງ, ບົນພື້ນຖານເຄົາລົບເອກະລາດ ອະທິປະໄຕບັນດາປະເທດເຖິງວ່າ ໃຫຍ່ ຫຼືນ້ອຍ ກໍ່ຕາມ ແລະ ເຄົາລົບກົດໝາຍສາກົນ.

        ອາເມລິກາ ມີນະໂຍບາຍຊຸກຍູ້ຄວາມເສລີພາບໃນການເດີນເຮືອ, ການບິນ ແລະ ບັນດາການເຄື່ອນໄຫວທີ່ນຳໃຊ້ເຂດນ່ານຟ້າ ແລະ ເຂດທະເລ ຢ່າງຖືກຕ້ອງຕາມກົດໝາຍ. ພິເສດ, ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ໄດ້ຕຳໜິຕິຕຽນຢ່າງແຮງບັນດາຄວາມຮຽກຮ້ອງຕ້ອງການທີ່ໄຮ້ເຫດຜົນຂອງ ຈີນຢູ່ທະເລຕາເວັນອອກ

        ຄວາມຮຽກຮ້ອງຕ້ອງການຂອງຈີນຢູ່ທະເລຕາເວັນອອກຍິ່ງເຮັດໃຫ້ລັກສະນະບໍ່ຊອບທຳຂອງເສັ້ນທາງ 9 ຕອນເພີ່ມຂຶ້ນ, ເຊິ່ງເປັນຄວາມຮຽກຮ້ອງຕ້ອງການທີ່ຜິດກົດໝາຍ, ໄຮ້ເຫດຜົນ ແລະ ໄປຝືນກັບຄຳຕັດສິນຂອງສານ PCA ໃນເດືອນ ກໍລະກົດ ປີ 2016, ສ້າງຄວາມຂາດສະຖຽນລະພາບ ແລະ ເພີ່ມທະວີເກີດໄພປະທະກັນ.

        ຝ່າຍອາເມລິກາກໍ່ຕີລາຄາວ່າ ອາຊຽນພວມມີຫຼັກໝັ້ນລວມກ່ຽວກັບທະເລຕາເວັນອອກ, ເຊື່ອໝັ້ນວ່າ ຖະແຫຼງການຂອງ ອາຊຽນຈະແມ່ນ ພາຫະນະຢ່າງແຮງເພື່ອສະແດງໃຫ້ເຫັນຄວາມສາມັກຄີ. ການຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກມີຄວາມໝາຍສຳຄັນໃນການຮັກສາຄວາມໝັ້ນຄົງແບບຍືນຍົງຂອງພາກພື້ນ ອາຊຽນ. ນອກຈາກມີຫຼັກໝັ້ນລວມກ່ຽວກັບ ທະເລຕາເວັນອອກແລ້ວ, ບັນດາປະເທດອາຊຽນຕ້ອງເພີ່ມທະວີການຕິດພັນພາຍໃນກຸ່ມ, ສ້າງຄວາມເຫັນດີເຫັນພ້ອມເພື່ອເປັນເຈົ້າການໃນການຮັບມືກັບບັນດາຜົນກະທົບຈາກພາຍນອກຢ່າງມີໄຫວພິບ,  ເພື່ອແນໃສ່ຮັກສາສັນຕິພາບ, ສະຖຽນລະພາບໃນພາກພື້ນ ແລະ ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ