(vovworld)- ໃນລາຍການອອກອາກາດຜ່ານມາ, ພວກເຮົາໄດ້ເຕື້ອງເຖິງບັນຫາອະທິປະໄຕ ຮ່ວາງຊາ ແລະ ເຈື່ອງຊາໂດຍສັງເກດຈາກກົດໝາຍສາກົນ, ພຶດຕິກຳ ແຫ່ງການແກ້ໄຂການພິພາດຜືນແຜ່ນດິນໃນໂລກ ກໍຄືບັນດາພະຍານຫລັກຖານປະຫວັດສາດ, ກົດໝາຍບໍ່ອາດປະຕິເສດໄດ້ ຂອງຫວຽດນາມ ສຳລັບ 2 ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ. ເປັນທີ່ຈະແຈ້ງແລ້ວວ່າ, ຈີນ ບໍ່ສາມາດຕອບສະຫນອງໄດ້ພື້ນຖານໃດເພື່ອທວງເອົາອະທິປະໄຕສຳລັບ 2 ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ. ໃນລາຍການສະຖານະການການເມືອງພາກນີ້, ບັນນາທິການວິທະຍາກະຈາຍສຽງຫວຽດນາມ ໄຈ້ແຍກກ່ຽວກັບທັດສະນະຊື່ງ ຈີນ ຍົກອອກເພື່ອແກ້ຄວາມໃຫ້ແກ່ທັດສະນະຂອງຕົນ ໂດຍອີງໃສ່ອັນທີ່ເອີ້ນວ່າ: ທິດສະດີອະທິປະໄຕປະຫວັດສາດ ແລະ ທັດສະນະນີ້ຖືກຮັບຮູ້ຄືແນວໃດພາຍໃຕ້ແງ່ມູມກົດໝາຍສາກົນ.
ແຜນທີ່ຊຸດ Atlas ໂລກ ປີ 1827
|
ເລື່ອງຈີນ ຍາມໃດກໍຕັ້ງໃຈຕາມລຳພັງຝ່າຍດຽວທີ່ຖືວ່າ: ເຂົາເຈົ້າມີອະທິປະໄຕສຳລັບ ເກາະ ໄຕຊາ, ນາມຊາ(ວິທີເອີ້ນສຳລັບ 2 ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາຂອງຫວຽດນາມ” ແມ່ນອີງໃສ່ຫລັກການທີ່ເອີ້ນວ່າ: ອະທິປະໄຕປະຫວັດສາດ, ໃນນາມ ປະຫວັດສາດ.
ໃນຂະນະທີ່ຫລັກການຢືດຄອງຢ່າງແທ້ຈິງ, ລຽນຕິດ ແລະ ສັນຕິພາບ ໃນນາມລັດ, ໄດ້ຮັບຖືວ່າ ແມ່ນຫລັກການສຳຄັນຕົ້ນຕໍໃນການກຳນົດູອະທິປະໄຕຂອງປະເທດແຄມທະເລ ໄດ້ຮັບການໝູນໃຊ້ໃນພຶດຕິກຳຕົວຈິງ, ຈີນ ພັດບໍ່ສາມາດຍົກອອກພະຍານຫລັກຖານໃດທີ່ມີລັກສະນະເກ້ຍກອ່ມ ກ່ຽວກັບເລື່ອງ ຈີນໄດ້ປະຕິບັດອະທິປະໄຕສຳລັບ 2 ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ຢ່າງລຽນຕິດ,ສັນຕິພາບ ແລະ ມີປະຫວັດສາດມາແຕ່ດົນນານ.
ຮ່ວາງຊາ, ເຈ່ືອງຊາ ບໍ່ມີໃນບັນດາເອກະສານເດີມຂອງຈີນ
ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ ລ້ວນແຕ່ບໍ່ປະກົດໃນແຜນທີ່ເດີມສະບັບໃດຂອງຈີນ ຫລື ນັບທັງຂອງບັນດາປະເທດຝ່າຍຕາເວັນຕົກພິມຈຳຫນ່າຍ, ແລະ ໝູ່ເກາະ 2 ແຫ່ງນີ້ ບໍ່ຮັບຮູ້ບັນດາການເຄື່ອນໄຫປະຕິບັດອະທິປະໄຕຂອງຈີນ ສຳລັບ ບັນດາເຮືອຄ້າຂາຍສິນຄ້າ ແລະ ກຳປັ່ນຫາປາຂອງຕ່າງປະເທດໃນບັນດາປື້ມວັນນະຄະດີເດີມຂອງຈີນ. ກົງກັນຂ້າມ, ການເຄື່ອນໄຫວຂຸດຄົ້ນຖືກຕ້ອງຕາມກົດໝາຍຂອງບັນດາກອງທະຫານ ຮ່ວາງຊາ ແລະ ບັກຫາຍ ຂອງລາຊະວົງຫງວຽນ ຫວຽດນາມ ພັດໄດ້ຮັບການຍອມຮັບຈາກອຳນາດການປົກຄອງສັກດີນາຈີນ.
ໃນບັນດາເອກະສານປະຫວັດສາດຈີນ ກໍບໍ່ມີຄຳຮຽກສິດໃດສຳລັບ 2 ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ. ໃນປື້ມ ໄຮ່ລູ້ ຂອງຫວາງພິງຫນານ(1820-1842) ຂຽນ“ວານລີຊາງຊາ(ຮ່ວາງຊາປະຈຸບັນ) ແມ່ນຫາດຊາຍທີ່ຍາວຢຽດຢູ່ນອກຝັ່ງທະເລເພື່ອປ້ອງກັນປະເທດ ອານາມ. ຫລື ໃນເຫລັ້ມ“ໄຮ່ກວາຍຈີຊື ”ຂຽນເມື່ອປີ 1696 ຂອງພະອາຈານຊີຕະຊານ ຊາວຈີນ ມີຫລາຍຕອນພັນລະນາການເຄື່ອນໄຫວຂອງກອງທະຫານຮ່ວາງຊາ ປະຕິບັດອະທິປະໄຕຂອງຫວຽດນາມ ຢ່າງລະອຽດ. ນອກນັ້ນ ຍັງມີເອກະສານເດີມອື່ນຂອງຈີນ ຫລາຍສະບັບ ລ້ວນແຕ່ບໍ່ກຳນົດ ຮ່ວາງຊາ ແລະ ເຈື່ອງຊາ ຂຶ້ນກັບຜືນແຜ່ນດິນຂອງຈີນ.
ເສກສັນປັ້ນແຕ່ງບັນດາພະຍານຫລັກຖານປະຫວັດສາດເພື່ອອະພິປາຍກ່ຽວກັບອະທິປະໄຕ
ໂດຍຂາດພະຍານຫລັກຖານກ່ຽວກັບເອກະສານປະຫວັດສາດ, ຈີນ ເຂົາເຈົ້າຖືວ່າ ມີອະທິປະໄຕປະຫວັດສາດ, ໃນນາມປະຫວັດສາດ ເມື່ອຊາວປະມົງປະເທດນີ້ມາຫາເກາະ ຮ່ວາງຊາ ແລະ ເຈື່ອງຊາ ກ່ອນນີ້ ນັບພັນໆປີ, ໄດ້ພົບເຫັນ, ຂຸດຄົ້ນການດຳເນີນທຸລະກິດ. ແຕ່,ຈີນ ພັດຕັ້ງໃຈເມີນເສີຍຫລັກການສຳຄັນເພື່ອກຳນົດອະທິປະໄຕຂອງປະເທດຫນຶ່ງ ຕ້ອງອີງໃສ່ປັດໄຈໃນນາມລັດ. ບັນດາການກະທຳຂຸດຄົ້ນຂອງສ່ວນບຸກຄົນ, ບໍ່ມີການຢືດຄອງຫລືເຈດຈຳນົງຢັ້ງຢືນອະທິປະໄຕໃນນາມລັດຖະບານ, ບໍ່ສາມາດສ້າງເປັນການຢືດຄອງຢ່າງແທ້ຈິງ ໄດ້ຮັບຮູ້ຈາກກົດໝາຍສາກົນ. ນອກນັ້ນ, ການຖະແຫລງອະທິປະໄຕປະຫວັດສາດໂດຍອີງໃສ່ການກະທຳໃຊ້ອາວຸດເພື່ອຢືດຄອງໝູ່ເກາະຮ່ວາງຊາ, ຢືດຄອງເກາະຈຳນວນຫນຶ່ງທີ່ຂຶ້ນກັບໝູ່ເກາະຮ່ວາງຊາ ຂອງຫວຽດນາມ ໃນຊຸມປີ 1974,1988 ໄປຝືນກັບຫລັກການສັນຕິພາບ ຊື່ງໄດ້ກຳນົດໃນສົນທິສັນຍາກົດໝາຍທະເລປີ 1982 ຂອງ ສປຊ .
ເປັນທີ່ຈະແຈ້ງແລ້ວວ່າ, 3 ປັດໄຈໃນຫລັກການເພື່ອກຳນົດອະທິປະໄຕຂອງປະເທດແຄມທະເລແມ່ນຢືດຄອງຢ່າງແທ້ຈິງ, ລຽນຕິດ ແລະ ສັນຕິພາບ ໃນນາມລັດ, ຈີນ ລ້ວນແຕ່ບໍ່ຕອບສະຫນອງໄດ້. ຈີນ ພວມຂຸດຄົ້ນລັກສະນະລະເມີເຝີ່ຝັນກ່ຽວກັບບັນດາພະຍານຫລັກຖານປະຫວັດສາດເພື່ືອຈັດວາງອັນທີ່ເອີ້ນວ່າ ອະທິປະໄຕຂອງຕົນ. ແຕ່ ອະທິປະໄຕປະຫວັດສາດ, ໃນນາມປະຫວັດສາດບໍ່ແມ່ນບັນດາຫລັກການຂອງກົດໝາຍສາກົນ ທີ່ໄດ້ນຳໃຊ້ໃນບັນຫາແກ້ໄຂການພິພາດຜືນແຜ່ນດິນລະຫວ່າງບັນດາປະເທດສຳລັບເຂດຜືນແຜ່ນດິນເກີດການຂັດແຍ້ງເທົ່ານັ້ນ ຫາກຍັງແມ່ນປັດໄຈທາບທາມເພື່ອຊອກຫາພະຍານຫລັກຖານດ້ານກົດໝາຍ.
ທິດສະດີອະທິປະໄຕປະຫວັດສາດພາຍໃຕ້ແງ່ມູມກົດໝາຍສາກົນ
ບັນດານັກຄົ້ນຄ້ວາກົດໝາຍໃນໂລກ ລ້ວນແຕ່ຢືນຢັນ: ຖະແຫລງການອະທິປະໄຕຂອງຈີນ ບໍ່ອີງໃສ່ດ້ານກົດໝາຍ. ແຕ່ບັນດາຂໍ້ອ້າງຂອງຈີນທີ່ຍົກອອກມາເພື່ອປົກປ້ອງອະທິປະໄຕ ພຽງແມ່ນຄຳຮຽກສິດເທົ່ານັ້ນ ຫາກບໍ່ມີເອກະສານເພື່ອພິສູດໃດ. ສາດສະດາຈານ Erik Franckx ສັງກັດມະຫາວິທະຍາໄລ Vrije ປະເທດແບນຊີກ ຖືວ່າ: ແຜນທີ່ເສັ້ນລີ້ນງົວກວມເອົາ 2 ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາຂອງຫວຽດນາມ, ຊື່ງຈີນ ສົ່ງເຖິງ ສປຊ ໃນປີ 2009, ແມ່ນຂາດລັກສະນະຊັດເຈນດ້ານເຕັກນິກ, ສະນັ້ນ ບໍ່ມີພື້ນຖານດ້ານກົດໝາຍ. ເພື່ອປັບປຸງຖະແຫລງອະທີປະໄຕທີ່ໄຮ້ເຫດຜົນຂອງຕົນ, ຈີນ ໄດ້ຊອກທຸກວິທີ ໝູນໃຊ້ຢ່າງຜິດພາດກ່ຽວກັບເນື້ອໃນຂອງອະທິປະໄຕປະຫວັດສາດເພື່ອລ່ວງລ້ຳບັນດາສິດຢູ່ໄຫລ່ທະວີບຂອງບັນດາປະເທດແຄມທະເລຕາເວັນອອກ, ອະທິບາຍກ່ຽວກັບຄຳນິຍາມສິດປະຫວັດສາດເພື່ອຕັ້ງໃຈຫລິກລ້ຽງພັນທະຂອງຕົນຕາມ UNCLOS 1982. ຍ້ອນໄຮ້ເຫດຜົນ, ສະນັ້ນ ຈີນ ບໍ່ສາມາດອະທິບາຍຢ່າງຈະແຈ້ງກ່ຽວກັບຖະແຫລງການຂອງຕົນ, ເຮັດໃຫ້ ບັນດາອົງການກ່ຽວຂ້ອງ ແລະ ຜູ້ຊ່ຽວຊານທົ່ວໂລກຖືວ່າ ບໍ່ມີຄຸນຄ່າ.
ບັນດາການຜັນແປປະຈຸບັນ ຢູ່ ທະເລຕາເວັນອອກ ໃຫ້ເຫັນວ່າ ການກະທຳຢ່າງຜິດກົດໝາຍຂອງຈີນ ແນ່ນອນວ່າ ບໍ່ສາມາດ“ປີດເບືອນ”ຫາງສຽງທີ່ກ້າວຫນ້າໃນໂລກ ແລະ ບໍ່ສາມາດຄົງຕົວໄດ້ໃນທ່າອ່ຽງເຊື່ອມໂຍງທົ່ວໂລກປະຈຸບັນ.