ຕໍ່ໜ້າເລື່ອງຈີນຕັ້ງຮ້ານເຈາະນ້ຳມັນ ໄຮຢາງ 981 ໃນເຂດໄຫຼ່ທະວີບຂອງຫວຽດນາມນັ້ນ, ວົງການນັກທະນາຍຄວາມ, ນັກຄົ້ນຄ້ວາກົດໝາຍສາກົນຂອງຫວຽດນາມໄດ້ມີຄຳອະທິບາຍ ແລະ ພະຍານຫຼັກຖານດ້ານກົດໝາຍ ເຜີຍແບການກະທຳລະເມີດຂອງຈີນ. ເຂົາເຈົ້າຖືວ່າ ຈີນພວມຕັ້ງໃຈເຂົ້າໃຈຜິດສົນທິສັນຍາກ່ຽວກັບກົດໝາຍທະເລປີ 1982, ຕັ້ງໃຈໃຊ້ເລ່ຫຼ່ຽມປ່ຽນແປງຄວາມສຳນຶກເພື່ອຫັນບັນດາເຂດທະເລບໍ່ມີຄວາມຂັດແຍ້ງກາຍເປັນເຂດທະເລມີຄວາມຂັດແຍ້ງ, ຄ່ອຍໆຫັນກົນອຸບາຍຢຶດຄອງທະເລຕາເວັນອອກໃຫ້ປະກົດຜົນເປັນຈິງ.
ຈີນຕັ້ງຮ້ານເຈາະນ້ຳມັນ ໄຮຢາງ 981 ໃນເຂດໄຫຼ່ທະວີບຂອງຫວຽດນາມ
|
ມາດຕາ 57ຂອງ ສົນທິສັນຍາກ່ຽວກັບກົດໝາຍທະເລປີ 1982 (UNCLOS 1982) ໄດ້ກຳນົດວ່າ ລວງກ້ວາງຂອງເຂດເສດຖະກິດຈຳເພາະຂອງປະເທດໜຶ່ງຕັ້ງຢູ່ແຄມທະເລ ແມ່ນບໍ່ເກີນ 200 ໄມທະເລ. ມາດຕາ 76 ຂອງ UNCLOS 1982 ຍັງກຳນົດວ່າ ໜຶ່ງໃນບັນດາວິທີເລືອກເຟັ້ນເພື່ອກຳນົດລວງກ້ວາງຂອງເຂດໄຫຼ່ທະວີບ ຂອງປະເທດໜຶ່ງຕັ້ງຢູ່ແຄມທະເລ ຢ່າງໜ້ອຍສຸດແມ່ນ 200 ໄມທະເລ. ນອກຈາກນັ້ນ ຍັງມີ 3 ວິທີອື່ນເພື່ອກຳນົດ, ຕາມ UNCLOS 1982 ແລ້ວ, ແມ່ນລ້ວນແຕ່ຫຼາຍກວ່າ 200 ໄມທະເລ. ເປັນອັນວ່າ
, ດ້ວຍ 4 ວິທີກຳນົດລວງກ້ວາງຂອງເຂດໄຫຼ່ທະວີບນັ້ນ, ຮ້ານເຈາະນ້ຳມັນ ໄຮຢາງ 981 ຂອງຈີນຊຶ່ງຖືກຕັ້ງຢູ່ບ່ອນຫ່າງຈາກເກາະຫຼີເຊີນຂອງຫວຽດາມ 119 ໄມທະເລ, ແມ່ນໄດ້ນອນເລິກໃນເຂດໄຫຼ່ທະວີບ ແລະ ເຂດເສດຖະກິດຈຳເພາະຂອງຫວຽດນາມ.
ພະຍານຫຼັກຖານຢັ້ງຢືນການລະເມີດຢ່າງຈະແຈ້ງ
ຈີນໄດ້ມີການກະທຳລະເມີດຢ່າງຈະແຈ້ງ, ນັບທັງທາງດ້ານປະຫວັດສາດ ແລະ ກົດໝາຍ. ກ່ອນອື່ນໝົດ, ຕາມການອະທິບາຍຈາກຝ່າຍຈີນແລ້ວ, ສະຖານທີ່ຕັ້ງຮ້ານເຈາະນ້ຳມັນ ໄຮຢາງ 981 ແມ່ນຂຶ້ນກັບເຂດທະເລຊິນຊາຂອງຈີນ(ຊິນຊາແມ່ນຊື່ເອີ້ນຊຶ່ງຝ່າຍຈີນໄດ້ໃຊ້ເພື່ອຕັ້ງຊື່ໃຫ້ໝູ່ເກາະຮ່ວາງຊາຂອງຫວຽດນາມ). ຖ້າຫາກພິຈາລະນາຕາມຄຳອະທິບາຍນີ້, ຈີນກໍໄດ້ລະເມີດກົດບັດສະຫະປະຊາຊາດຢ່າງໜັກ ດ້ວຍການຢຶດຄອງຢ່າງຜິດກົດໝາຍຢູ່ໝູ່ເກາະຮ່ວາງຊາ ຜ່ານເຫດການນຳໃຊ້ກຳລັງອາວຸດເມື່ອປີ 1974. ທ່ານນາງດອກເຕີ ຫງວຽນທິລານແອງ ສັງກັດສະຖາບັນການຕ່າງປະເທດຫວຽດນາມອ້າງເຫດຜົນວ່າ :
“ ພວກເຮົາຮູ້ນຳກັນແລ້ວວ່າ ປີ 1945, ພາຍຫຼັງສົງຄາມໂລກຄັ້ງທີ 2, ກົດບັດສະຫະປະຊາຊາດໄດ້ຖືກປະກາດໃຊ້ດ້ວຍຈຸດໝາຍເພື່ອຮັກສາສັນຕິພາບ, ສະຖຽນລະພາບໃນໂລກ. ໃນນັ້ນໄດ້ກຳນົດວ່າ ສັນຕິພາບ, ການແກ້ໄຂຄວາມຂັດແຍ້ງແມ່ນພັນທະໂດຍບັງຄັບສຳລັບບັນດາປະເທດພາຄີ. ບັນດາປະເທດພາຄີບໍ່ມີສິດນາບຂູ່ໃຊ້ກຳລັງອາວຸດ ແລະ ຫ້າມນາບຂູ່ນຳໃຊ້ກຳລັງອາວຸດ. ແຕ່ດ້ວຍເຫດການ 1974, ຈີນຄາວນັ້ນໄດ້ກາຍເປັນປະເທດພາຄີ, ລະເມີດ ກົດບັດສະຫະປະຊາຊາດຢ່າງເປີດແປນ ແລະ ການກະທຳນີ້ບໍ່ອາດຊ່ວຍໃຫ້ຈີນມີອະທິປະໄຕຢູ່ ໝູ່ເກາະຮ່ວາງຊາຢ່າງຖືກຕ້ອງຕາມກົດໝາຍ”
ຫວຽດນາມໄດ້ຢັ້ງຢືນຫຼາຍຄັ້ງແລ້ວວ່າ ຫວຽດນາມບໍ່ຮັບຮູ້ອະທິປະໄຕຂອງຈີນສຳລັບໝູ່ເກາະຮ່ວາງຊາ ແລະ ເຈືອງຊາ ແລະ ປະຊາຄົມໂລກກໍບໍ່ຍອມຮັບຮູ້ອະທິປະໄຕຢ່າງຖືກຕ້ອງຕາມກົດໝາຍຂອງຈີນຢູ່ເຂດທະເລນີ້. ດັ່ງນັ້ນ, ຄຳອະທິບາຍນີ້ຂອງຈີນແມ່ນບໍ່ມີຄຸນຄ່າດ້ານກົດໝາຍແຕ່ຢ່າງໃດ.
ໂດຍບໍ່ພຽງແຕ່ລະເມີດສິດອະທິປະໄຕ ແລະ ສິດອຳນາດສານຂອງປະເທດໜຶ່ງຕັ້ງຢູ່ແຄມທະເລດ້ວຍເຂດເສດຖະກິດຈຳເພາະ ແລະ ເຂດໄຫຼ່ທະວີບຂອງຕົນ, ຊຶ່ງໄດ້ລະບຸຢ່າງຈະແຈ້ງໃນ UNCLOS 1982, ຈາກບັນດາການຜັນແປໃນສະພາບຕົວຈິງປະຈຸບັນ, ຈີນຍັງລະເມີດສິດເສລີໃນການເດີນທະເລ, ນາບຂູ່ສັນຕິພາບ, ຄວາມໝັ້ນຄົງໃນພາກພື້ນ. ວັນທີ 5/5 ທີ່ຜ່ານມາ, ກົມການທະເລຂອງຈີນໄດ້ອອກແຈ້ງການເກືອດຫ້າມກຳປັ່ນແລ່ນໄປມາໃນບໍລິເວນ 3 ໄມທະເລໂດຍໄລ່ຈາກສະຖານທີ່ຕັ້ງຮ້ານເຈາະນ້ຳມັນ ໄຮຢາງ 981 . ໂດຍອີງໃສ່ UNCLOS 1982, ທ່ານນາງດອກເຕີ ຫງວຽນທິລານແອງ ສັງກັດສະຖາບັນການຕ່າງປະເທດຫວຽດນາມຢືນຢັນວ່າ :
“ ດ້ວຍການຜັນຂະຫຍາຍກຳປັ່ນຫຼາຍປະເພດພ້ອມດ້ວຍເຮືອບິນຮົບ, ຈີນໄດ້ລະເມີດ ສິດເສລີໃນການເດີນທະເລ ບໍ່ພຽງແຕ່ຂອງຫວຽດນາມເທົ່ານັ້ນ, ຫາກຍັງຂອງທຸກໆປະເທດອື່ນໆໃນໂລກອີກດ້ວຍ. ແຫຼ່ງຂ່າວຈາກສະພາບ ຕົວຈິງໃຫ້ເຫັນວ່າ ເມື່ອກຳປັ່ນຕຳຫຼວດຂອງຫວຽດນາມແລ່ນຮອດສະຖານທີ່ຫ່າງຈາກຮ້ານເຈາະນ້ຳມັນ ໄຮຢາງ 981 ຂອງຈີນປະມານ 7-10 ໄມທະເລນັ້ນ, ໄດ້ຖືກບັນດາກຳປັ່ນຂອງຈີນ, ນັບທັງກຳປັ່ນທະຫານນາບຂູ່ ແລະ ບຸກໂຈມຕີ. ເປັນອັນວ່າ ການກະທຳນີ້ແມ່ນອາດຈະເກີດຂຶ້ນສຳລັບບໍ່ວ່າກຳປັ່ນລຳໃດໆເມື່ອແລ່ນຜ່ານບໍລິເວນນີ້. ເຂດທະເລຕາເວັນອອກ ແມ່ນເຂດທະເລທີ່ມີການແລກປ່ຽນການຄ້າທີ່ສຳຄັນໃນໂລກ, ຖ້າຫາກວ່າກຳປັ່ນບໍ່ວ່າລຳໃດ ເມື່ອແລ່ນຜ່ານ ກໍຖືກຂັດຂວາງເຊັ່ນນັ້ນ, ນີ້ກໍແມ່ນການກະທຳລະເມີດສິດເສລີໃນການເດີນທະເລ, ຊຶ່ງໄດ້ຮັບການລະບຸໃນມາດຕາ 58 ຂອງ UNCLOS 1982 ”
ເປັນທີ່ຈະແຈ້ງແລ້ວວ່າ ອີງໃສ່ທຸກຂໍ້ກຳນົດໃນບັນດາເອກະສານດ້ານກົດໝາຍຊຶ່ງພວມມີຜົນສັກສິດຄື ກົດບັດສະຫະປະຊາຊາດ, UNCLOS 1982, ສົນທິສັນຍາຕ້ານການຕຳກັນດ້ວຍເຮືອຂອງອົງການຄວາມປອດໄພໃນການເດີນທະເລສາກົນ, ກໍຄືບັນດາຄຳໝັ້ນສັນຍາລະຫວ່າງອາຊຽນ ແລະ ຈີນ, ຈີນບໍ່ຫົວຊາຕໍ່ກົດໝາຍສາກົນ, ລ່ວງລ້ຳອະທິປະໄຕຂອງປະເທດບ້ານໃກ້ເຮືອນຄຽງຕັ້ງຢູ່ແຕມທະເລ.
ໃຊ້ເລ່ຫຼ່ຽມປ່ຽນແປງຄວາມສຳນຶກເພື່ອຫັນຄວາມຜິດກາຍເປັນຄວາມຖືກຕ້ອງ
ຕາມທະນາຍຄວາມ ເລແທງເຊີນແລ້ວ, ການກະທຳຕັ້ງຮ້ານເຈາະນ້ຳມັນ ໄຮຢາງ 981 ໃນເຂດໄຫຼ່ທະວີບຂອງຫວຽດນາມແມ່ນບາດກ້າວເດີນຕໍ່ໄປໃນຍຸດທະສາດຢຶດຄອງທະເລຕາເວັນອອກຂອງຈີນ. ດ້ວຍເລື່ອງປະກາດມີການຂັດແຍ້ງກັນ ຊຶ່ງເກາະ Scarborough ຂອງຟີລິບປີນ ແມ່ນຕົວຢ່າງໜຶ່ງ, ຈີນພວມຕັ້ງໃຈ ໃຊ້ເລ່ຫຼ່ຽມປ່ຽນແປງຄວາມສຳນຶກ, ຫຼອກລວງຫາງສຽງເພື່ອຖືວ່າ ພວມມີການແຊກຊ້ອນກັນລະຫວ່າງບັນດາເຂດເສດຖະກິດຈຳເພາະຂອງບັນດາປະເທດໃນພາກພື້ນ, ຈາກນັ້ນ ກໍຫັນຄວາມມັກໃຫຍ່ໄຝ່ສູງກ່ຽວກັບເສັ້ນລີ້ນງົວ 9 ຕອນ ປະກົດຜົນເປັນຈິງ. ທະນາຍຄວາມ ເລແທງເຊີນ ຢືນຢັນວ່າ:
“ ຈາກບ່ອນບໍ່ມີຄວາມຂັດແຍ້ງ, ເຂົາເຈົ້າຫັນສິ່ງນັ້ນກາຍເປັນເລື່ອງຂັດແຍ້ງ. ແລະ ໃນຂະນະທີ່ມີຄວາມຂັດແຍ້ງ, ເຂົາເຈົ້າຈຶ່ງຖະແຫຼງອະທິປະໄຕ ແລະ ສິ່ງນັ້ນເປັນອັນຕະລາຍທີ່ສຸດ. ຈາກບ່ອນໃຊ້ເລ່ຫຼ່ຽມປ່ຽນແປງຄວາມສຳນຶກ, ເຂົາເຈົ້າເຮັດໃຫ້ຫາງສຽງຖືເປັນບັນຫາໃຫຍ່ ເພື່ອພາໃຫ້ໂລກເຂົ້າໃຈວ່າ ສະຖານທີ່ທີ່ເຂົາເຈົ້າຕັ້ງຮ້ານເຈາະນ້ຳມັນ ແມ່ນເຂດເກີດຄວາມຂັດແຍ້ງ. ແຕ່ຫວຽດນາມເດັດດຽວປະຕິເສດ ແລະ ຢັ້ງຢືນວ່າ ນີ້ບໍ່ແມ່ນເຂດເກີດມີຄວາມຂັດແຍ້ງ ແລະ ນີ້ແມ່ນການກະທຳຮຸກຣານ ”
ຫວຽດນາມເດັດດຽວປົກປັກຮັກສາອະທິປະໄຕແຫ່ງຊາດ.
ຫວຽດນາມມີຫຼັກຖານດ້ານກົດໝາຍ ແລະ ປະຫວັດສາດຢ່າງພຽງພໍເພື່ອຢັ້ງຢືນອະທິປະໄຕສຳລັບ 2 ໝູ່ເກາະຮ່ວາງຊາ ແລະ ເຈືອງຊາ ແລະ ສິດອະທິປະໄຕ, ສິດອຳນາດສານສຳລັບເຂດໄຫຼ່ທະວີບ, ເຂດເສດຖະກິດຈຳເພາະຕາມບັນດາຂໍ້ກຳນົດຂອງ UNCLOS 1982.
ດ້ວຍຄວາມຫວັງຢາກປະກອບສ່ວນຢ່່າງຕັ້ງໜ້າເຂົ້າໃນສັນຕິພາບ, ການ ພັດທະນາໃນພາກພື້ນນັ້ນ, ໃນຊຸມມື້ທີ່ຜ່ານມາ, ຫວຽດນາມຍັງຄົງມານະພະຍາຍາມປະຕິບັດຕາມທິດນຳແກ້ໄຂສັນຕິພາບໂດຍຜ່ານການເຈລະຈາ. ສ່ວນຝ່າຍຈີນໄດ້ເຮັດຫຍັງແດ່ເພື່ອເຮັດໃຫ້ເຂດທະເລຕາເວັນອອກກາຍເປັນເຂດທະເລສັນຕິພາບ, ມິດຕະພາບ, ການຮ່ວມມື ຄືດັ່ງເນື້ອໃນຈິດໃຈຂໍ້ຕົກລົງຫຼັກການ 6 ຂໍ້ເພື່ອແກ້ໄຂບັນຫາທະເລຕາເວັນອອກ ຊຶ່ງໄດ້ຮັບການລົງນາມລະຫວ່າງຫວຽດນາມ ແລະ ຈີນຢູ່ປັກກິງເມື່ອປີ 2011? ຄຳຕອບໄດ້ເປັນທີ່ຈະແຈ້ງແລ້ວ ແລະ ຫາງສຽງພວມລໍຄອຍຕໍ່ວິທີການປະພຶດຂອງຝ່າຍຈີນ.