(VOVWORLD) -
ວັນທີ 10 ເມສາ, ສະຫະພາບເອີລົບ (EP) ໄດ້ປ່ອນບັດຮັບຮອງເອົາສົນທິສັນຍາວ່າດ້ວຍການອົບພະຍົບ ແລະ ລີ້ໄພສະບັບໃໝ່. ນີ້ໄດ້ຮັບຖືວ່າແມ່ນບາດກ້າວປະຫວັດສາດຂອງກຸ່ມນີ້ໃນການຮັບມືກັບໜຶ່ງໃນບັນດາສິ່ງທ້າທາຍໃຫຍ່ຫຼວງທີ່ສຸດເຊິ່ງ ເອີລົບ ຕ້ອງປະເຊີນໜ້າໃນກ່ວາ 1 ທົດສະວັດຜ່ານມາ.
ຊາວອົບພະຍົບໄດ້ສົ່ງເຖິງ La Restinga, ໝູ່ເກາະ Canary, ປະເທດ ແອັດສະປາຍ
(ພາບປະກອບ:AFP/TTXVN)
|
ສົນທິສັນຍາສະບັບໃໝ່ກ່ຽວກັບການອົບພະຍົບ ແລະ ລີ້ໄພຂອງສະຫະພາບເອີລົບ (EU) ລວມມີ 10 ຂໍ້ກຳນົດກົດໝາຍ, ໂດຍບັນດາປະເທດສະມາຊິກ EU ຮັບຮອງເອົາໃນເດືອນ ທັນວາ ປີ 2023, ໃນນັ້ນ, ຈຸດສຸມແມ່ນການແບ່ງປັນຄວາມຮັບຜິດຊອບລະຫວ່າງບັນດາປະເທດສະມາຊິກ, ພ້ອມທັງຍູ້ໄວຂັ້ນຕອນຄັດຈ້ອນຜູ້ອົບພະຍົບ ແລະ ລີ້ໄພ.
ບາດກ້າວເດີນປະຫວັດສາດ
ຕາມສົນທິສັນຍາທີ່ຫາກໍ່ໄດ້ຮັບຮອງເອົານັ້ນ, EU ຈະສ້າງກົນໄກຄັດຈ້ອນແບບບັງຄັບ ສຳລັບບັນດາຜູ້ອົບພະຍົບຢູ່ບັນດາດ່ານຊາຍແດນຂອງ EU, ລວມມີການລະບຸຕົວຕົນ, ເກັບກຳຂໍ້ມູນຊີວະມິຕິ ກໍ່ຄືການກວດສຸຂະພາບ. ບັນດາຂໍ້ມູນນີ້ຈະໄດ້ບັນທຶກເຂົ້າຖານຂໍ້ມູນລວມຂອງ EU ທີ່ມີຊື່ວ່າ Eurodac.
ສິ່ງທີ່ເປັນໜ້າສົນໃຈທີສອງຂອງສົນທິສັນຍາສະບັບໃໝ່ນີ້ແມ່ນການແບ່ງປັນຄວາມຮັບຜິດຊອບລະຫວ່າງບັນດາປະເທດສະມາຊິກ EU. ຕາມນັ້ນແລ້ວ, EU ຍັງຮັກສາ “ລະບົບ Dublin”, ໝາຍຄວາມວ່າຫຼັກການປະເທດທຳອິດເຊິ່ງຊາວອົບພະຍົບ, ຜູ້ລີ້ໄພມານັ້ນ, ມີພັນທະຕ້ອງຮັບ ແລະ ແກ້ໄຂບັນດາໃບສະເໜີຂໍລີ້ໄພ. ແຕ່ເຖິງຢ່າງໃດກໍ່ຕາມ, ສົນທິສັນຍາສະບັບໃໝ່ໄດ້ລະບຸວຽກງານແບ່ງປັນຄວາມຮັບຜິດຊອບພາຍໃນກຸ່ມ EU ໃນກົດໝາຍ, ບັງຄັບບັນດາປະເທດອື່ນຕ້ອງເຂົ້າຮ່ວມການຮັບ, ຕັ້ງຖິ່ນຖານຄົງທີ່ຄືນໃໝ່ໃຫ້ແກ່ບັນດາຊາວອົບພະຍົບ, ລີ້ໄພ ຫຼື ບັນດາຜູ້ທີ່ໄດ້ຮັບການປົກປ້ອງສາກົນໃນເຂດດິນແດນຂອງເຂົາເຈົ້າ. ໃນກໍລະນີປະຕິເສດ, ບໍ່ຮັບນັ້ນ, ປະເທດນັ້ນຕ້ອງປະກອບແຫຼ່ງເງິນ ຫຼື ສະໜອງການໜູນຊ່ວຍດ້ານວັດຖຸ ແລະ ເຕັກນິກໃຫ້ແກ່ປະເທດແນວໜ້າແບບບັງຄັບ. ນີ້ແມ່ນ ການປ່ຽນແປງສຳຄັນພິເສດ ຍ້ອນບັນດາການຖົກຖຽງກັນກ່ຽວກັບ ໂຄຕາ ຮັບຊາວລີ້ໄພ ໄດ້ກໍ່ໃຫ້ເກີດຄວາມແບ່ງແຍກກັນຢ່າງໜັກໜ່ວງຢູ່ພາຍໃນ EU ໃນວິກິດການລີ້ໄພ 2015 – 2016, ເມື່ອຫຼາຍປະເທດ, ຄື: ຮູງກາຣີ, ໂປໂລຍ, ສ. ເຊັກໂກ, ສະໂລວາກີ ເດັດດ່ຽວປະຕິເສດຮັບຊາວລີ້ໄພໃນຂະນະທີ່ ອີຕາລີ, ເກຼັກ, ແອັດສະປາຍ ຕ້ອງຮັບຊາວລີ້ໄພນັບແສນຄົນ.
ເລື່ອງຮັບຮອງເອົາສົນທິສັນຍາກ່ຽວກັບອົບພະຍົບ ແລະ ລີ້ໄພ ສະບັບໃໝ່ ໄດ້ຮັບຖືວ່າແມ່ນຜົນສຳເລັດດ້ານການເມືອງໃຫຍ່ຂອງ EU ໃນຈຸດເວລາມທີ່ຍັງເຫຼືອພຽງອີກ 2 ເດືອນ ກໍ່ຈະຮອດເວລາເລືອກຕັ້ງລັດຖະສະພາເອີລົບ (ເຊິ່ງຈະຈັດຂຶ້ນໃນວັນທີ 6 – 9 ມິຖຸນາ). ທ່ານນາງ Roberta Metsola, ປະທານລັດຖະສະພາ ເອີລົບ ໄດ້ຍ້ອງຍໍວ່າ ນີ້ແມ່ນຂີດໝາຍປະຫວັດສາດຂອງ EU ພາຍຫຼັງທີ່ບໍ່ມີທາງອອກໃນຕະຫຼອດ 8 ປີຜ່ານມາ:
“ພວກເຮົາໄດ້ປ່ອນບັດຮັບຮອງເອົາຂໍ້ກຳນົດກ່ຽວກັບການສະໜອງກອບກົດໝາຍທີ່ໝັ້ນຄົງໜັກແໜ້ນ, ມີມູນຄ່າເທົ່າທຽມກັນກັບທຸກໆປະເທດສະມາຊິກ. ສົນທິສັນຍານີ້ໄດ້ຖືມະນຸດຢູ່ເໜືອກ່ວາສິ່ງໃດໝົດ, ມີຄວາມເຂົ້າໃຈບັນດາຄວາມແຕກຕ່າງກັນ ແລະ ບັນດາແງ່ມູມທີ່ສັບສົນຂອງບັນຫານີ້, ພ້ອມທັງຮັບປະກັນຄວາມໝັ້ນຄົງໃຫ້ແກ່ເຂດນອກຊາຍແດນຂອງ EU, ນຳມາເຊິ່ງຄວາມຈະແຈ້ງໃນຂໍ້ກຳນົດຈັດວາງ ແລະ ຮັບປະກັນຄວາມສົມດຸນລະຫວ່າງຄວາມສາມັກຄີ ແລະ ຄວາມຮັບຜິດຊອບ”.
ທ່ານນາງ ປະທານລັດຖະສະພາ ເອີລົບ Roberta Metsola.
(ພາບ: globeecho)
|
ການຖົກຖຽງກັນກ່ຽວກັບສິດຂອງຊາວອົບພະຍົບ
ເຖິງວ່າໄດ້ຮັບການຕີລາຄາສູງຈາກການນຳ EU ຫຼາຍທ່ານ ແຕ່ສົນທິສັນຍາສະບັບໃໝ່ນີ້ກໍ່ໄດ້ຮັບການຕຳໜິຕິຕຽນບໍ່ແມ່ນໜ້ອຍ. ກ່ອນ ແລະ ຫຼັງການປ່ອນບັດຂອງລັດຖະສະພາ ເອີລົບ, 161 ອົງການບໍ່ຂຶ້ນກັບລັດຖະບານ (NGO) ເຄື່ອນໄຫວໃນຂົງເຂດປົກປ້ອງສິດທິມະນຸດ ໃນນັ້ນມີບາງອົງການໃຫຍ່, ຄື: ອົງການອະໄພຍະໂທດສາກົນ (Amnesty International), ຄະນະກຳມະການກູ້ໄພກູ້ຊີບສາກົນ (International Rescue Committee) ຫຼື Oxfam… ໄດ້ຮຽກຮ້ອງບັນດາສະມາຊິກລັດຖະສະພາ ເອີລົບ ຕ້ອງຄັດຄ້ານສົນທິສັນຍາສະບັບນີ້ຍ້ອນມີຄວາມວິຕົກວັງວົນກ່ຽວກັບການຮັດແໜ້ນບັນດາຂໍ້ກຳນົດຢູ່ສະຖານທີ່ຮັບນັ້ນແຕ່ຫົວທີເຊິ່ງຈະສົ່ງຜົນກະທົບໃຫຍ່ຫຼວງເຖິງສິດຜົນປະໂຫຍດຂອງບັນດາຜູ້ອົບພະຍົບ, ຜູ້ລີ້ໄພ ທີ່ພວມໜີສົງຄາມ, ການປະທະກັນ, ຄວາມທຸກຍາກອຶດຫິວ ແລະ ມິສິດໄດ້ຮັບການປົກປ້ອງຕາມກົດໝາຍສາກົນ. ຄຽງຄູ່ກັນນັ້ນ, ຫຼາຍອົງການປົກປ້ອງສິດຂອງຊາວອົບພະຍົບ, ຜູ້ລີ້ໄພກໍ່ໄດ້ຄັດຄ້ານສົນທິສັນຍາສະບັບນີ້ຍ້ອນຖືວ່າ ບັນດາພັກຝ່າຍໃນ EP ຮັບຮອງເອົາສົນທິສັນຍາສະບັບໃໝ່ນີ້ຍ້ອນມີຄວາມວິຕົກວັງວົນຈະເຮັດໃຫ້ບັນດາພັກຝ່າຍຂວາ ແລະ ພັກປະຊານິຍົມເພີ່ມຂຶ້ນກ່ອນການເລືອກຕັ້ງຢູ່ ເອີລົບ. ທ່ານ Johannes Rueckerl, ໂຄສົກຂອງບັນດາອົງການບໍ່ຂຶ້ນກັບລັດຖະບານ Seebrucke ຮັບຜິດຊອບກ່ຽວກັບສິດຂອງຊາວລີ້ໄພ, ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າຄັດຄ້ານສົນທິສັນຍາວ່າດ້ວຍການອົບພະຍົບ ແລະ ລີ້ໄພສະບັບໃໝ່ຍ້ອນວ່າຈະບໍ່ສາມາດປັບປຸງສິ່ງໃດໆໄດ້. ຫຼາຍບັນຫາຈະຮ້າຍແຮງລົງ ໃນຂະນະທີ່ສິດທິມະນຸດຖືກຈຳກັດ. ບັນດາຜູ້ອົບພະຍົບ, ຜູ້ລີ້ໄພຈະຕ້ອງປະເຊີນໜ້າກັບໄພອັນຕະລາຍຫຼາຍກ່ວາ”.
ໄປຄຽງຄູ່ກັບການຄັດຄ້ານຂອງຫຼາຍອົງການພົນລະເຮືອນນັ້ນ, ເລື່ອງນຳໃຊ້ບັນດາສົນທິສັນຍາສະບັບໃໝ່ໃນສະພາບຕົວຈິງຢູ່ບັນດາປະເທດ EU ກໍ່ອາດສາມາດປະສົບກັບສິ່ງກີດຂວາງ ໃນຂະນະທີ່ຍັງມີບາງປະເທດ (ຄື ໂປໂລຍ) ສືບຕໍ່ຄັດຄ້ານສົນທິສັນຍາສະບັບນີ້. ນອກຈາກນັ້ນ, ບາງພັກຝ່າຍຂວາຈັດ ແລະ ປະຊານິຍົມຢູ່ປະເທດຕ່າງໆກໍ່ໄດ້ຕຳໜິຕິຕຽນສົນທິສັນຍາສະບັບນີ້ ຍ້ອນຖືວ່າ ບັນດາຂໍ້ກຳນົດຍັງບໍ່ທັນເຂັ້ມແຂງປານໃດ. ດັ່ງນັ້ນ, ວົງການຜູ້ສັງເກດການຖືວ່າ ເມື່ອສົນທິສັນຍາກ້າວເຂົ້າສູ່ການປະຕິບັດຕົວຈິງນັ້ນ, ຄາດວ່ານັບແຕ່ປີ 2026, ເອີລົບ ຍັງຈະສືບຕໍ່ຕ້ອງຖົກຖຽງກັນກ່ຽວກັບບັນຫາອົບພະຍົບ ແລະ ລີ້ໄພ./.