ບາດກ້າວເດີນໃໝ່ໃນການຊຸກຍູ້ການຕ່າງປະເທດຂອງລັດຖະສະພາ

(VOVWORLD) - ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ພວມມີການຢ້ຽມຢາມສາທາລະນະລັດ ຕວກກີ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມປະທານສະພາແຫ່ງຊາດບັນດາປະເທດ ອາຊີ - ເອີຣົບ ຄັ້ງທີ 3 (MSEAP 3). 

ການປະຕິບັດງານຄັ້ງນີ້ ໄດ້ດຳເນີນແຕ່ວັນທີ 07 12 ຕຸລາ ເຊິ່ງແມ່ນການເຄື່ອນໄຫວພົວພັນຕ່າງປະເທດສຳຄັນຂອງສະພາແຫ່ງຊາດ ຫວຽດນາມ ໃນປີ 2018, ສືບຕໍ່ຢືນຢັນບົດບາດສຳຄັນຂອງການພົວພັນຕ່າງປະເທດຂອງສະພາແຫ່ງຊາດໃນການປະຕິບັດແນວທາງການພົວພັນຕ່າງປະເທດຂອງ ຫວຽດນາມ.

ບາດກ້າວເດີນໃໝ່ໃນການຊຸກຍູ້ການຕ່າງປະເທດຂອງລັດຖະສະພາ - ảnh 1ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ກ່າວຄຳເຫັນທີ່ເວທີປາໄສດຳເນີນທຸລະກິດ ແລະ ລົງທຶນ ຕວກກີ - ຫວຽດນາມ ພາບ: TTXVN

        ການປະຕິບັດງານຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ປະຕິບັດຕາມຄຳເຊືອເຊີນຂອງທ່ານປະທານ Duma ແຫ່ງຊາດສະຫະພັນ ລັດເຊຍ V.Volodin ແລະ ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Moon Hee Sang, ປະທານຮ່ວມໃນການກໍຕັ້ງກອງປະຊຸມປະທານສະພາແຫ່ງຊາດບັນດາປະເທດ ອາຊີ - ເອຮົບ (MSEAP); ຢ້ຽມຢາມ ສ.ຕວກກີ ຢ່າງເປັນທາງການ ຕາມຄຳເຊືຶ້ອເຊີນຂອງທ່ານປະທານສະພາແຫ່ງຊາດ ຕວກກີ Binali Yildirim.

ຕັ້ງໜ້າສ້າງກົນໄກຮ່ວມມືຫລາຍຝ່າຍເປັນຮູບປະທຳ

       MSEAP ແມ່ນກົນໄກການຮ່ວມມືລັດຖະສະພາຂອງພາກພື້ນ ອາຊີ - ເອີຣົບ ຕາມຂໍ້ລິເລີ່ມຂອງປະທານ Duma ແຫ່ງຊາດສະຫະພັນ ລັດເຊຍ ແລະ ປະທານສະພາແຫ່ງຊາດ ສ.ເກົາຫຼີ. MSEAP ເຊິ່ງໄດ້ຮັບການຈັດຕັ້ງປະຈຳປີ ເພື່ອໃຫ້ບັນດາອົງການນິຕິບັນຍັດພາກພື້ນ ອາຊີ - ເອີຣົບ ສົມທົບກັນເຄື່ອນໄຫວ ແລະ ຍົກສູງບົດບາດການຕ່າງປະເທດຂອງລັດຖະສະພາ.

        ກອງປະຊຸມປະທານສະພາແຫ່ງຊາດບັນດາປະເທດ ອາຊີ - ເອີຣົບ ຄັ້ງທຳອິດໄດ້ດຳເນີນແຕ່ປີ 2016 ຢູ່ ລັດເຊຍ ແລະ ຄັັ້ງທີ 2 ຢູ່ ສ.ເກົາຫຼີ ໃນປີ 2017. ກອງປະຊຸມທັງ 2 ຕັ້ງນີ້ ໄດ້ດຶງດູດການເຂົ້າຮ່ວມຂອງລັດຖະສະພາກ່ວາ 4 ປະເທດໃນພາກພື້ນ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມສົນໃຈຂອງບັນດາປະເທດຕໍ່ເວທີປາໄສໃໝ່ ພ້ອມທັງແມ່ນໂອກາດ ເພື່ອເພີ່ມທະວີການພົບປະຂັ້ນສູງ 2 ຝ່າຍລະຫວ່າງບັນດາປະເທດ. ພາຍຫລັງການຈັດຕັ້ງ 2 ຄັ້ງ, ສະພາແຫ່ງຊາດ ຫວຽດນາມ ລ້ວນແຕ່ໄດ້ຈັດສົ່ງຄະນະຜູ້ແທນຂັ້ນຮອງປະທານສະພາແຫ່ງຊາດເຂົ້າຮ່ວມ ແລະ ມີບັນດາການປະກອບສ່ວນຕັ້ງໜ້າເພື່ອການຮ່ວມມືລວມລະຫວ່າງລັດຖະສະພາບັນດາປະເທດ ອາຊີ - ເອີຣົບ.

        ໂດຍສືບຕໍ່ທ່ວງທ່າຂອງການຮ່ວມມືນີ້ ແລະ ສະແດງໃຫ້ເຫັນການຖືເປັນສຳຄັນເລື່ອງຊຸກຍູ້ການຮ່ວມມືລັດຖະສະພາ ອາຊີ - ເອີຣົບ, ຢູ່ MSEAP 3 ຄັ້ງນີ້, ຫວຽດນາມ ໄດ້ຈັດສົ່ງຜູ້ນຳສູງສຸດຂອງສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຂົ້າຮ່ວມ. ດ້ວຍຫົວເລື່ອງວ່າ: “ຮ່ວມມືເສດຖະກິດ, ສິ່ງແວດລ້ອມ ແລະ ພັດທະນາແບບຍືນຍົງຢູ່ ອາຊີ - ເອີຣົບ”, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ມີບົດກ່າວຄຳເຫັນທີ່ວາລະປະຊຸມຄົບຄະນະດ້ວຍບັນດາເນື້ອໃນຄື: ຕີລາຄາສູງບັນດາຂໍ້ລິເລີ່ມການຮ່ວມມື ອາຊີ - ເອີຣົບ ກ່ຽວກັບເສດຖະກິດ, ປະກອບສ່ວນການເຊື່ອມຕໍ່ ແລະ ເພີ່ມທະວີກຳລັງແຮງຂອງບັນດາພື້ນຖານເສດຖະກິດໃນພາກພື້ນ; ເນັ້ນໜັກເຖິງບົດບາດຂອງລັດຖະສະພາໃນການຮັບປະກັນ ແລະ ຊຸກຍູ້ການຮ່ວມມື ອາຊີ - ເອີຣົບ ແນໃສ່ເພີ່ມທະວີການຮ່ວມສຳພັນພາກພື້ນ…; ຍົກອອກບັນດາທິດທາງ, ໜ້າທີ່ການພັດທະນາຂອງ MSEAP ໃນອະນາຄົດ.

        ເຂົ້າຮ່ວມກອງປະຊຸມຄັ້ງນີ້ ກໍ່ແມ່ນການສ້າງເງື່ອນໄຂເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດ ຫວຽດນາມ ໄດ້ພົບປະ, ແລກປ່ຽນກັບສະມາຊິກລັດຖະສະພາປະເທດຕ່າງໆກ່ຽວກັບຄວາມສົນໃຈລວມຂອງພາກພື້ນ ແລະ ໂລກ; ເຊື່ອມຕໍ່ການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ກັບບັນດາລັດຖະສະພາພາກພື້ນ ອາຊີ - ເອີຣົບ.

ສະແດງແນວທາງການຕ່າງປະເທດຕັ້ງໜ້າ, ເປັນເຈົ້າການ

       ຄະນະຜູ້ແທນສະມາຊິກສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມ MSEAP 3 ແມ່ນເພື່ອແນໃສ່ຫັນແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດ ຫວຽດນາມ ໃຫ້ປະກົດຜົນເປັນຈິງ, ແມ່ນການຍົກສູງຄຸນນະພາບ, ປະສິດທິຜົນຂອງວຽກງານການຕ່າງປະເທດຫລາຍຝ່າຍ, ເປັນເຈົ້າການ, ຕັ້ງໜ້າປະກອບສ່ວນສ້າງບັນດາລະບອບ ການຫລາຍຝ່າຍເປັນຮູບປະທຳ.

        ບໍ່ພຽງແຕ່ເຂົ້າຮ່ວມ ແລະ ປະກອບຄຳເຫັນທີ່ MSEAP 3 ເທົ່ານັ້ນ, ໃນຫລາຍປີມານີ້, ສະພາແຫ່ງຊາດ ຫວຽດນາມ ໄດ້ເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມມີຢ່າງຄວາມຮັບຜິດຊອບໃນບັນດາການເຄື່ອນໄຫວການຕ່າງປະເທດຂອງລັດຖະສະພາຫລາຍຝ່າຍ; ສືບຕໍ່ເສີມຂະຫຍາຍບົດບາດ, ທີ່ຕັ້ງຂອງ ຫວຽດນາມ ແລະ ສະພາແຫ່ງຊາດ ຫວຽດນາມ ຢູ່ບັນດາກົນໄກຮ່ວມມືລັດຖະສະພາພາກພື້ນ ແລະ ໂລກ, ຜ່ານນັ້ນ ປະກອບສ່ວນຊຸກຍູ້ບັນດາຄວາມມານະພະຍາຍາມໃນການພົວພັນຕ່າງປະເທດລວມຂອງລັດ,  ເພື່ອຜົນປະໂຫຍດແຫ່ງຊາດ, ທີ່ກົມກ່ຽວກັບຜົນປະໂຫຍດຂອງພາກພື້ນ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໃຫ້ຮູ້ວ່າ:

        ຍູ້ແຮງ ແລະ ຍົກລະດັບການຕ່າງປະເທດຫລາຍຝ່າຍແມ່ນກຳນົດທິດຍຸດທະສາດສຳຄັນສຳລັບກິດຈະການແຫ່ງການປ່ຽນແປງໃໝ່ຮອບດ້ານຂອງປະເທດຊາດ. ເພີ່ມທະວີສົມທົບການພົວພັນຕ່າງປະເທດກັບການທູດຂອງລັດ, ການຕ່າງປະເທດຂອງພັກ ແລະ ການພົວພັນຕ່າງປະເທດຂອງສະພາແຫ່ງຊາດ ເຊິ່ງຈຸດສຸມແມ່ນເພີ່ມທະວີການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ, ບັນດາປະເທດ ອາຊຽນ, ບັນດາຄູ່ຮ່ວມມືຍຸດທະສາດ ແລະ ບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ.

        ສະພາແຫ່ງຊາດ ຫວຽດນາມ ມີການພົວພັນ 2 ຝ່າຍຢ່າງເລິກເຊິ່ງກ້ວາງຂວາງກັບລັດຖະສະພາຂອງຫລາຍປະເທດ ແລະ ເປັນສະມາຊິກຕັ້ງໜ້າຂອງບັນດາອົງລັດຖະສະພາຫລາຍຝ່າຍຄື: IPU, AIPA, APF…

        ດ້ວຍການເຂົ້າຮ່ວມນັບມື້ນັບຕັ້ງໜ້າໃນບັນດາການເຄື່ອນໄຫວການຕ່າງປະເທດລັດຖະສະພາໃນໂລກ ແລະ ພາກພື້ນ, ແລະ ຫວ່າງແລ້ວນີ້ ແມ່ນເຂົ້າຮ່ວມກອງປະຊຸມປະທານສະພາແຫ່ງຊາດບັນດາປະເທດ ອາຊີ - ເອີຣົບ (MSEAP), ສະພາແຫ່ງຊາດ ຫວຽດນາມ ໄດ້ປະກອບສ່ວນເຂົ້າໃນການຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ວັດທະນາຖາວອນລວມໃນໂລກ ./.

ຕອບກັບ

ຂ່າວ/ບົດ​ອື່ນ