ປີ 2023: ການ​ແຂ່ງ​ຂັນ​ທາງ​ດ້ານ​ອາ​ວະ​ກາດນັບ​ມື້​ນັບ​ຂ້ຽວ​ຂາດ​ຂຶ້ນ

(VOVWORLD) - ປີ 2023 ແມ່ນປີທີ່ການແຂ່ງຂັນທາງດ້ານອາວະກາດມີຄວາມຂ້ຽວຂາດຫຼາຍ. ນອກຈາກບັນດາປະເທດມະຫາອຳນາດທີ່ມີມູນເຊື້ອໃນຂົງເຂດນີ້ຄື ອາເມລິກາ ແລະ ຈີນແລ້ວ, ຍັງມີບາງປະເທດອື່ນກໍບັນລຸໄດ້ຄວາມຄືບໜ້າໃຫຍ່ຫຼວງຫຼາຍຢ່າງໃນຂົງເຂດອາວະກາດເຊັ່ນດຽວກັນ. ເຖິງຢ່າງໃດກໍຕາມ, ໄປຄຽງຄູ່ກັບຜົນງານໃໝ່ກ່ຽວກັບການພິຊິດອາວະກາດ, ການແຂ່ງຂັນໃນປັດຈຸບັນກໍວາງອອກ ສິ່ງທ້າທາຍໃຫຍ່ຫຼວງຈຳນວນໜຶ່ງໃຫ້ແກ່ມວນມະນຸດ. 
ປີ 2023: ການ​ແຂ່ງ​ຂັນ​ທາງ​ດ້ານ​ອາ​ວະ​ກາດນັບ​ມື້​ນັບ​ຂ້ຽວ​ຂາດ​ຂຶ້ນ - ảnh 1ຍານອາວະກາດຂອງ ອິນເດຍ ລົງຈອດຢູ່ຂົ້ວໂລກໃຕ້ຂອງດວງຈັນ ໃນວັນທີ 23/8/2023 (ພາບ: Reuters)

ອາເມລິກາ ແລະ ຈີນ ສືບຕໍ່ແມ່ນສອງປະເທດມະຫາອຳນາດທີ່ນຳໜ້າໃນຂົງເຂດ ອາວະກາດ ເມື່ອສືບຕໍ່ຊຸກຍູ້ຫຼາຍໂຄງການທີ່ມີຂອບຂະໜາດໃຫຍ່ ແນໃສ່ຄົ້ນຫາດວງຈັນ, ດາວພະອັງຄານ. ເຖິງຢ່າງໃດກໍຕາມ, ປີ 2023 ແມ່ນປີສ້າງຂີດໝາຍຄວາມຄືບໜ້າກະໂດດຂັ້ນຂອງຂະແໜງການບິນອາວະກາດ ອິນເດຍ ແລະ ການກັບຄືນມາຂອງ ລັດເຊຍ.

ຈຸດພົ້ນເດັ່ນຂອງ ອິນເດຍ

ວັນທີ 23 ສິງຫາ 2023 ແມ່ນວັນປະຫວັດສາດ ບໍ່ພຽງແຕ່ສຳລັບຂະແໜງການບິນອາວະກາດ ອິນເດຍ ເທົ່ານັ້ນ ຫາກຍັງແມ່ນຂອງຂະແໜງການບິນອາວະກາດຂອງໂລກອີກດ້ວຍ, ເມື່ອຍານອາວະກາດ Chandrayaan-3 ຂອງ ອິນເດຍ ໄດ້ລົງຈອດຢູ່ຂົ້ວໂລກໃຕ້ຂອງດວງຈັນ, ເຊິ່ງເປັນບ່ອນທີ່ໄດ້ຮັບຖືວ່າ ພວມບັນຈຸປະລິມານນ້ຳແຂງ ແລະ ບັນດາແຮ່ທາດທີ່ສາມາດເປັນປະໂຫຍດໃຫ້ແກ່ຊີວິດຂອງມະນຸດໃນອະນາຄົດ. ເຫດການນີ້ໄດ້ສ້າງຂີດໝາຍເລື່ອງ ອິນເດຍ ກາຍເປັນປະເທດທີ 4 ທີ່ປະສົບຜົນສຳເລັດໃນພາລະກຳພິຊິດດວງຈັນ, ໂດຍຖັດຈາກ ອາເມລິກາ, ລັດເຊຍ ແລະ ຈີນ. ບໍ່ພຽງແຕ່ເທົ່ານັ້ນ, ຫຼັງຈາກນັ້ນພຽງ 2 ອາທິດ, ອິນເດຍ ກໍ່ສືບຕໍ່ຍິງຍານອາວະກາດລຳທຳອິດໄປຄົ້ນຄວ້າດວງຕາເວັນສະເພາະ.

ບັນດາຜົນສຳເລັດຢ່າງລຽນຕິດນີ້ ໄດ້ຍົກທີ່ຕັ້ງບົດບາດຂອງ ອິນເດຍ ຄືດັ່ງປະເທດມະຫາອຳນາດໃໝ່ໃນຂົງເຂດອາວະກາດສູງຂຶ້ນ. ຕາມນັກຊ່ຽວຊານທີ່ຄົ້ນຄວ້າທາງດ້ານປ້ອງກັນຊາດ, ທ່ານ Peter Garretson ຂອງສະພານະໂຍບາຍການຕ່າງປະເທດ ອາເມລິກາ ແລ້ວ, ຜົນສຳເລັດຂອງ ອິນເດຍ ໄດ້ຊີ້ໃຫ້ເຫັນວ່າ ການຈັດອັນດັບຄວາມສາມາດໃນຂົງເຂດອາວະກາດໃນໂລກ ໄດ້ມີການປ່ຽນແປງ. ທ່ານນາງ Ruchira Kamboj, ຜູ້ຕາງໜ້າອິນເດຍ ປະຈຳ ສປຊ ຖືວ່າ:

“ຜົນງານດັ່ງກ່າວ ບໍ່ພຽງແຕ່ສ້າງຂີດໝາຍແກ່ການມີໜ້າຂອງ ອິນເດຍ ຢູ່ເທິງດວງຈັນ ເທົ່ານັ້ນ ຫາກຍັງແມ່ນສັນຍາລັກແກ່ແຮງບັນດານໃຈຂອງ ປະຊາກອນ 1,4 ຕື້ຄົນຂອງ ອິນເດຍ. ກ່ອນອື່ນໝົດ, ນີ້ແມ່ນຈຸດເວລາປະຫວັດສາດ ເມື່ອມວນມະນຸດເຂົ້າສູ່ເຂດດິນແດນໃໝ່ ທີ່ຍັງບໍ່ທັນໄດ້ຮັບການຄົ້ນຫາ ນັ້ນແມ່ນຂົ້ວໂລກໃຕ້ຂອງດວງຈັນ. ຜົນສຳເລັດດັ່ງກ່າວແມ່ນມອບໃຫ້ມວນມະນຸດ ແລະ ອິນເດຍ ແລະ ຫວັງຜົນສຳເລັດນີ້ ຈະຊຸກຍູ້ບັນດາປະເທດຢູ່ທາງທິດໃຕ້ໃນໂລກກ້າວເດີນຕໍ່”.

ໄປຄຽງຄູ່ກັບຈຸດພົ້ນເດັ່ນຂອງ ອິນເດຍ, ປີ 2023 ພວກເຮົາກໍໄດ້ເຫັນປະຈັກຕາ ປະເທດ ລັດເຊຍ ຍິງຍານອາວະກາດ Luna – 25, ເຊິ່ງເປັນ ພາລະກຳດວງຈັນທຳອິດຂອງປະເທດນີ້. ເຖິງວ່າຍານອາວະກາດ Luna – 25 ເກີດມີບັນຫາໃນເວລາລົງຈອດຢູ່ດວງຈັນ ແຕ່ເຫດການດັ່ງກ່າວ ກໍ່ໄດ້ສ້າງຂີດໝາຍໂດຍຊີ້ໃຫ້ເຫັນວ່າ ລັດເຊຍ ກໍພວມພະຍາຍາມເອົາຄືນຈຸດຢືນຂອງປະເທດມະຫາອຳນາດດ້ານອາວະກາດໃນເມື່ອກ່ອນ.

ປີ 2023: ການ​ແຂ່ງ​ຂັນ​ທາງ​ດ້ານ​ອາ​ວະ​ກາດນັບ​ມື້​ນັບ​ຂ້ຽວ​ຂາດ​ຂຶ້ນ - ảnh 2ການຍິງຍານອາວະກາດສຳຫຼວດດວງຈັນ Luna-25 ຂອງ ລັດເຊຍ ໃນວັນທີ 11 ສິງຫາ 2023 (ພາບ:  AFP/TTXVN)

ໃນຂະນະນັ້ນ, ອາເມລິກາ ແລະ ຈີນ, ເຊິ່ງເປັນ 2 ປະເທດມະຫາອຳນາດທີ່ນຳໜ້າໃນຂົງເຂດອາວະກາດ, ພວມສືບຕໍ່ຊຸກຍູ້ບັນດາໂຄງການໃຫຍ່ໆ. ອາເມລິກາ ພວມຍູ້ໄວໂຄງການ ອາເທມິສ (Artemis) ດ້ວຍຈຸດປະສົງ ສົ່ງມະນຸດກັບຄືນສູ່ດວງຈັນ, ເຊິ່ງຄາດວ່າຈະປະຕິບັດພາລະກຳ ອາເທມິສ 2 ໃນທ້າຍປີ 2024. ຈີນ ກໍພວມມີບາດກ້າວຢ່າງແຮງ ແນໃສ່ສົ່ງມະນຸດຂຶ້ນສູ່ດວງຈັນກ່ອນປີ 2030. ໄລ່ມາຮອດປັດຈຸບັນ, ຈີນ ໄດ້ເລີ່ມພັດທະນາ ແລະ ຜະລິດລູກສອນໄຟ, ຍານອາວະກາດທີ່ມີຄົນຂັບ, ບັນດາ module ລົງຈອດ, ຍານສຳຫຼວດດວງຈັນລຸ້ນໃໝ່ ທີ່ສາມາດສົ່ງນັກບິນ ພ້ອມດ້ວຍຫຼາຍແຜນການໃຫຍ່ອື່ນໆອີກດ້ວຍ. ບາງປະເທດອື່ນຄື: ອັງກິດ, ເຢຍລະມັນ, ອີຕາລີ, ຝລັ່ງ, UAE, ອິດສະຣາແອັນ ກໍພວມຂຶ້ນແຜນການສຳຫຼວດອາວະກາດ ແລະ ດວງຈັນໃນອະນາຄົດໃກ້ໆນີ້.

ຮັບປະກັນຄວາມໝັ້ນຄົງຢູ່ອາວະກາດ

        ໄປຄຽງຄູ່ກັບບັນດາຜົນງານແລ້ວ, ຄວາມຄຶກຄື້ນຈາກການແຂ່ງຂັນພິຊິດອາວະກາດ  ພວມວາງອອກສິ່ງທ້າທາຍໃຫຍ່ຫຼວງສຳລັບທວນມະນຸດ. ຕາມຕົວເລກຂອງ ສປຊ, ຈຳນວນດາວທຽມທີ່ໄດ້ຍິງຂຶ້ນສູ່ອາວະກາດໃນໄລຍະ 10 ປີຜ່ານມາ ແມ່ນຫຼາຍກວ່າລວມຍອດດາວທຽມທັງໝົດທີ່ໄດ້ຍິງໃນໄລຍະ 50 ປີກ່ອນໜ້ານັ້ນ ແລະ ປັດຈຸບັນ ມີດາວທຽມປະມານ 900 ດວງທີ່ພວມຢູ່ວົງໂຄຈອນຕ່ຳຢູ່ອ້ອມໜ່ວຍໂລກ, ເຊິ່ງໃນໄລຍະເວລາ 2 ປີຜ່ານມາ ໄດ້ເພີ່ມຂຶ້ນທົບ 2 ເທົ່າ. ການເພີ່ມຈຳນວນດາວທຽມຢູ່ອາວະກາດຢ່າງໄວວາ ໄດ້ກໍ່ຄວາມສ່ຽງກ່ຽວກັບຄວາມໝັ້ນຄົງ ຕໍ່ການເຄື່ອນໄຫວການຂຶ້ນສູ່ອາວະກາດ. ຖັດມາ ແມ່ນຄວາມສ່ຽງຫັນເປັນການທະຫານຢູ່ອາວະກາດ ກໍພວມມີທ່າອ່ຽງເພີ່ມຂຶ້ນ, ເມື່ອບັນດາປະເທດຍູ້ແຮງການພັດທະນາບັນດາເຕັກໂນໂລຢີ, ອາວຸດໃໝ່ ແນໃສ່ກີດກັ້ນການເຄື່ອນໄຫວຂອງບັນດາດາວທຽມ, ຍານອາວະກາດຂອງປະເທດອື່ນ. ຕາມທ່ານ Guy Ryder ຮອງເລຂາທິການໃຫຍ່ ສປຊ ແລ້ວ, ປະຊາຄົມສາກົນ ຕ້ອງສ້າງກົນໄກຄຸ້ມຄອງທົ່ວໂລກໃໝ່ສຳລັບຄວາມໝັ້ນຄົງອາວະກາດໂດຍດ່ວນ, ໃນຂະນະທີ່ຄວາມເຄັ່ງຕຶງດ້ານພູມີສາດການເມືອງໃນທົ່ວໂລກທີ່ພວມເພີ່ມຂຶ້ນ ອາດມີຄວາມສ່ຽງແຜ່ລວມອອກ.  

ເພື່ອແນໃສ່ຮັບປະກັນຄວາມໝັ້ນຄົງ ແລະ ສະກັດກັ້ນຄວາມສ່ຽງເກີດການຊ່ວງເສັງອາວຸດໃນອາວະກາດ, ກອງປະຊຸມສະມັດຊາໃຫຍ່ ສປຊ ຈັດຂຶ້ນໃນຕົ້ນເດືອນທັນວາຜ່ານມາ ໄດ້ຮັບຮອງເອົາຮ່າງມະຕິໂດຍ ລັດເຊຍ ສະເໜີ ກ່ຽວກັບການບໍ່ແຜ່ຂະຫຍາຍອາວຸດໃນອາວະກາດ. ມະຕິສະບັບດັ່ງກ່າວ ໄດ້ຮຽກຮ້ອງໃຫ້ທຸກປະເທດ, ພິເສດແມ່ນບັນດາປະເທດທີ່ມີຄວາມສາມາດໃນດ້ານນີ້, ຕ້ອງພິຈາລະນາຄຳໝັ້ນສັນຍາທີ່ວ່າຈະບໍ່ກາຍເປັນປະເທດທຳອິດແຜ່ຂະຫຍາຍອາວຸດໃນອາວະກາດ.

        ນີ້ໄດ້ຮັບຖືວ່າແມ່ນບາດກ້າວທີ່ສຳຄັນແນໃສ່ການສ້າງສົນທິສັນຍາສາກົນທີ່ກວ້າງໃຫຍ່ກວ່າ ກ່ຽວກັບບັນຫານີ້, ໃນສະພາບການຄວາມເຄັ່ງຕຶງດ້ານພູມີສາດການເມືອງໃນໂລກໄດ້ວາງອອກກໍລະນີທີ່ຄາດເດົາໄດ້ຍາກສຳລັບຄວາມໝັ້ນຄົງທົ່ວໂລກໃນໄລຍະຈະມາເຖິງ./.

ຕອບກັບ

ຂ່າວ/ບົດ​ອື່ນ