ທີ່ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດຫວຽດນາມຊຸດທີ 13, ເປັນຄັ້ງທຳອິດທີ່ຮ່າງກົດໝາຍວ່າດ້ວຍສື່ມວນຊົນ(ສະບັບປັບປຸງ) ໄດ້ຖືກນຳມາປຶກສາຫາລື, ປະກອບຄຳເຫັນ. ການປັບປຸງ ກົດໝາຍວ່າດ້ວຍສື່ມວນຊົນແມ່ນເພື່ອແນໃສ່ຫັນເນື້ອໃນຈິດໃຈຂອງລັດຖະທຳມະນູນປີ 2013 ເປັນລະອຽດ, ພ້ອມກັນນັ້ນ ກໍເພື່ອສ້າງກອບກົດໝາຍເພື່ອໃຫ້ສື່ມວນຊົນພັດທະນາຢ່າງສົດໃສ, ມີປະສິດທິຜົນ ແລະ ຖືກຕ້ອງຕາມກົດໝາຍ.
(ພາບປະກອບ) |
ກົດໝາຍວ່າດ້ວຍສື່ມວນຊົນທີ່ປະກາດໃຊ້ເມື່ອປີ 1989, ປັບປຸງເພີີ່ມເຕີມໃນປີ 1999. ມາຮອດປະຈຸບັນ, ພາຍຫຼັງປະຕິບັດມາເປັນເວລາ 16 ປີ, ກົດໝາຍວ່າດ້ວຍສື່ມວນຊົນໄດ້ສະແດງໃຫ້ເຫັນມີບັນດາຈຸດອ່ອນ, ຍັງບໍ່ສາມາດດັດແກ້ບັນຫາເກີດໃໝ່ໃນການເຄື່ອນໄຫວສື່ມວນຊົນໃນພາກຕົວຈິງ, ຍັງບໍ່ທັນເສີມຂະຫຍາຍປະສິດທິພາບ ແລະ ຍົກສູງປະສິດທິຜົນຂອງວຽກງານຄຸ້ມຄອງລັດກ່ຽວກັບ ສື່ມວນຊົນໄລຍະປະຈຸບັນ, ຮ່າງກົດໝາຍວ່າດ້ວຍສື່ມວນຊົນ(ສະບັບປັບປຸງ) ຄັ້ງນີ້ໂດຍກະຊວງຖະແຫຼງຂ່າວ ແລະ ສື່ສານເປັນຜູ້ຮຽບຮຽງ. ຮ່າງກົດໝາຍວ່າດ້ວຍສື່ມວນຊົນ(ສະບັບປັບປຸງ) ລວມມີ 6 ພາກ, 59 ມາດຕາ, ໃນນັ້ນມີ 30 ມາດຕາຖືກສ້າງໃໝ່, 29 ມາດຕາໄດ້ຮັບການປັບປຸງເພີ່ມເຕີມບັນດາຂໍ້ກຳນົດຂອງ ກົດໝາຍວ່າດ້ວຍສື່ມວນຊົນໃນປະຈຸບັນ.
ຫັນລັດຖະທຳມະນູນປີ 2013 ເປັນລະບອບກົດໝາຍ
ຈຸດໃໝ່ຂອງຮ່າງກົດໝາຍວ່າດ້ວຍສື່ມວນຊົນ(ສະບັບປັບປຸງ) ແມ່ນເມື່ອທຽບໃສ່ ກົດໝາຍວ່າດ້ວຍສື່ມວນຊົນພວມນຳໃຊ້ປະຈຸບັນ ແມ່ນໄດ້ເພີ່ມເຕີມ 1 ພາກຊຶ່ງໄດ້ກຳນົດກ່ຽວກັບສິດເສລີທາງສື່ມວນຊົນ, ສິດເສລີໃນການປາກເວົ້າທາງສື່ມວນຊົນຕາມເນື້ອໃນຈິດໃຈຂອງລັດຖະທຳມະນູນປີ 2013 . ອາດຈະເຫັນໄດ້ຢ່າງ ກວມລວມໃນຮ່າງກົດໝາຍວ່າດ້ວຍສື່ມວນຊົນ(ສະບັບປັບປຸງ)ຄັ້ງນີ້ ແມ່ນສິດເສລີທາງສື່ມວນຊົນຖືກສະແດງໃຫ້ເຫັນຢ່າງຈະແຈ້ງ. ກ່ຽວກັບສິດເສລີທາງສື່ມວນຊົນ, ຮ່າງກົດໝາຍວ່າດ້ວຍສື່ມວນຊົນ(ສະບັບປັບປຸງ) ໄດ້ເພີ່ມເຕີມບາງຂໍ້ກຳນົດໃໝ່ເຊັ່ນ: ພົນລະເມືອງມີສິດເຂົ້າຮ່ວມການເຄື່ອນໄຫວສື່ມວນຊົນຕາມລະບຽບກົດໝາຍ ແລະ ໄດ້ຮັບການປົກປ້ອງຈາກລັດ. ທ່ານຮ່າມິນເຫ້ວ ສ.ສ.ຊ ແຂວງ ບີງຖ້ວນ ຖືວ່າ :
“ສິ່ງທີ່ໄດ້ຮັບຄວາມສົນໃຈຈາກຫາງສຽງຫຼາຍທີ່ສຸດ ແມ່ນກົດໝາຍຕ້ອງຮັບປະກັນຫັນລັດຖະທຳມະນູນປີ 2013 ເປັນລະບອບກົດໝາຍ. ລະອຽດຢູ່ນີ້ແມ່ນສິດເສລີທາງສື່ມວນຊົນ, ສິດເສລີໃນການປາກເວົ້າຂອງພົນລະເມືອງ. ສ.ສ.ຊ ສ່ວນຫຼາຍໄດ້ເຫັນດີນຳກັນວ່າ ກົດໝາຍຕ້ອງມີຂໍ້ມາດຕາເພື່ອໃຫ້ປະຊາຊົນເຂົ້າຮ່ວມການເຄື່ອນໄຫວສື່ມວນຊົນ, ສະແດງທັດສະນະຂອງຕົນ”
ສິດເສລີທາງສື່ມວນຊົນແມ່ນໜຶ່ງໃນບັນດາສິດອັນເປັນພື້ນຖານຂອງມະນຸດ, ໄດ້ຮັບການສະແດງອອກໃນຖະແຫຼງການສາກົນກ່ຽວກັບສິດທິມະນຸດປີ 1948 ແລະ ສົນທິສັນຍາສາກົນປີ 1966 ກ່ຽວກັບບັນດາສິດທາງແພ່ງ, ການເມືອງຂອງ ສ.ປ.ຊ. ລັດຖະທຳມະນູນປີ 2013 ໄດ້ກຳນົດກ່ຽວກັບຫຼັກການວ່າ : “ບັນດາ ສິດຂອງມະນຸດ, ສິດພົນລະເມືອງໄດ້ຮັບການຮັບຮູ້, ເຄົາລົບ ແລະ ປົກປ້ອງຕາມລັດຖະທຳມະນູນ ແລະ ກົດໝາຍ”. ດັ່ງນັ້ນ, ການປັບປຸງກົດໝາຍວ່າດ້ວຍສື່ມວນຊົນໃນເງື່ອນໄຂປະຈຸບັນ ແມ່ນຈຳເປັນ. ທ່ານ ໂດ້ແມ້ງຮຸ່ງ ສ.ສ.ຊ ແຂວງທ້າຍງວຽນ ມີຄຳເຫັນວ່າ :
“ຕາມເນື້ອໃນຈິດໃຈຂອງລັດຖະທຳມະນູນປີ 2013, ສິດເສລີທາງສື່ມວນຊົນ, ສິດເສລີໃນການປາກເວົ້າໄດ້ຮັບການຢັ້ງຢືນ ແລະ ໃນຄັ້ງນີ້, ກົດໝາຍໄດ້ຫັນສິດນີ້ເປັນລະອຽດ. ຕາມຂ້າພະເຈົ້າແລ້ວ, ເສລີພາບທາງສື່ມວນຊົນ, ເສລີພາບ ໃນການປາກເວົ້າ ແຕ່ຕ້ອງປະຕິບັດໃນຂອບເຂດຂອງລັດຖະທຳມະນູນ ແລະ ກົດໝາຍ. ບໍ່ໄດ້ສວຍໃຊ້ສິດນີ້ເພື່ອກໍຄວາມເສຍຫາຍຕໍ່ຜົນປະໂຫຍດຂອງປະເທດຊາດຫຼືຜົນປະໂຫຍດຂອງບຸກຄົນອື່ນ ”
ເພີ່ມທະວີການນຳພາຂອງພັກ, ລັດທີ່ມີຕໍໍ່ສື່ມວນຊົນ
ໃນວິວັດການນຳພາປະຕິວັດ, ພັກກອມມູນິດຫວຽດນາມຍາມໃດກໍຖືເປັນສຳຄັນວຽກງານໂຄສະນາທາງສື່ມວນຊົນ, ຖືສື່ມວນຊົນແມ່ນເຄື່ອງມືອັນແຫຼມຄົມໃນວຽກງານແນວຄິດຂອງພັກ, ແມ່ນກຳລັງປະຈັນບານບົນແນວຮົບແນວຄິດວັດທະນະທຳ. ທ່ານ ຫງວຽນບັກຊອນ ລັດຖະມົນຕີວ່າການກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ, ສ.ສ.ຊ ນະຄອນຮ່າໂນ້ຍ ໃຫ້ຮູ້ວ່າ :
“ສື່ມວນຊົນຫວຽດນາມແມ່ນພາຫະນະສື່ຂ່າວ, ແມ່ນເຄື່ອງມືເພື່ອໂຄສະນາທີ່ສຳຄັນຂອງພັກ ແລະ ລັດ, ແມ່ນເວທີປາໄສຂອງປະຊາຊົນ. ດັ່ງນັ້ນ ສື່ມວນຊົນຕ້ອງຢູ່ໃຕ້ການນຳພາຂອງລັດ ແລະ ຢູ່ໃຕ້ການຄຸ້ມຄອງຂອງລັດສຳລັບສື່ມວນຊົນ”
ກົດໝາຍວ່າດ້ວຍສື່ມວນຊົນແມ່ນໜຶ່ງໃນບັນດາກົດໝາຍທີ່ສຳຄັນໃນລະບົບນິຕິກຳຫວຽດນາມ, ສົ່ງຜົນກະທົບຢ່າງແຂງແຮງເຖິງຂົງເຂດການເມືອງ, ຊີວິດເສດຖະກິດ-ສັງຄົມຂອງປະເທດຊາດ. ການປັບປຸງເພີ່ມເຕີມກົດໝາຍວ່າດ້ວຍສື່ມວນຊົນຄັ້ງນີ້ແມ່ນທັນການ ແລະ ຮອບດ້ານພໍສົມຄວນ, ພ້ອມກັນນັ້ນກໍຫັນ ເນື້ອໃນຈິດໃຈຂອງລັດຖະທຳມະນູນປີ 2013 ເປັນລະອຽດ.