ປະ​ຖົ​ມ​ປັດ​ໄຈ​ສຳ​ຄັນ​ໃນ​ການ​ປະ​ຕິ​ບັດ​ມະ​ຕິ​ຂອງກ​ອງ​ປະ​ຊຸມ​ໃຫຍ່​ຄັ້ງທີ XIII ຂອງ​ພັກ

(VOVWORLD) - ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ກຳນົດແມ່ນໜຶ່ງໃນ 3 ບຸກທະລຸຍຸດທະສາດ ເພື່ອພັດທະນາປະເທດຊາດ ແມ່ນເອົາໃຈໃສ່ພັດທະນາພື້ນຖານໂຄງລ່າງຂໍ້ມູນຂ່າວສານ, ໂທລະຄົມມະນາຄົມ, ສ້າງພື້ນຖານຫັນເປັນດີຈີຕອນແຫ່ງຊາດ, ພັດທະນາເສດຖະກິດດີຈີຕອນ, ສັງຄົມດີຈີຕອນເທື່ອລະກ້າວ. ໃນການຫັນມະຕິເປັນລະອຽດ, ນາຍົກລັດຖະມົນຕີ ໄດ້ຮັບຮອງເອົາ ແຜນຮ່າງພັດທະນາການນຳໃຊ້ຂໍ້ມູນກ່ຽວກັບພົນລະເມືອງ, ການກຳນົດລະຫັດສ່ວນຕົວ ແລະ ການຢັ້ງຢືນທາງເອເລັກໂຕນິກ ເພື່ອຮັບໃຊ້ການຫັນເປັນດີຈີຕອນແຫ່ງຊາດໄລຍະ 2022  2025, ວິໄສທັດຮອດປີ 2030 (ເອີ້ນຫຍໍ້ວ່າ ແຜນຮ່າງ 06).

ປະ​ຖົ​ມ​ປັດ​ໄຈ​ສຳ​ຄັນ​ໃນ​ການ​ປະ​ຕິ​ບັດ​ມະ​ຕິ​ຂອງກ​ອງ​ປະ​ຊຸມ​ໃຫຍ່​ຄັ້ງທີ  XIII ຂອງ​ພັກ - ảnh 1ທ່ານ ຫວໍກວາງເລິມ, ຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ ໄຟຟ້າ ຫວຽດນາມ (ພາບ:  dangcongsan.vn)

ພາຍຫຼັງ 1 ປີແຫ່ງການຜັນຂະຫຍາຍປະຕິບັດແຜນຮ່າງ, ເສດຖະກິດດີຈີຕອນ ກວມເອົາມາດຕາຖ່ວງສູງໃນຫຼາຍຂະແໜງ ແລະ ທ້ອງຖິ່ນ. ພິເສດ, ເລື່ອງຂໍ້ມູນແຫ່ງຊາດກ່ຽວກັບພົນລະເມືອງໄດ້ເຊື່ອມຕໍ່ໃນວົງກວ້າງ ມີຄວາມໝາຍສຳຄັນ, ນຳມາເຊິ່ງການປະຕິຮູບທີ່ມີລັກສະນະບຸກທະລຸຫຼາຍຢ່າງ ຮັບໃຊ້ການພັດທະນາເສດຖະກິດ - ສັງຄົມ.

ຖືປະຊາຊົນ, ວິສາຫະກິດເປັນເປົ້າໝາຍ ແລະ ເຈົ້າກຳຂອງການພັດທະນາ

ໂຮງໝໍຫຼາຍຂະແໜງ ດຶກຢາງ, ເມືອງລອງບຽນ, ຮ່າໂນ້ຍ ປັດຈຸບັນພວມຜັນຂະຫຍາຍການຕ້ອນຮັບຄົນເຈັບມາກວດປິ່ນປົວພະຍາດແບບປະກັນສຸຂະພາບ ດ້ວຍບັດປະຈຳຕົວ ຕິດລະຫັດ, ຫຼືນຳໃຊ້ໂປແກຼມ VneID. ປະຊາຊົນເມື່ອມາ ກວດ, ປິ່ນປົວພະຍາດບໍ່ຈຳເປັນຕ້ອງນຳບັດປະກັນໄພສັງຄົມໄປນຳ ພຽງແຕ່ນຳໃຊ້ບັດປະຈຳຕົວຕິດລະຫັດ, Scan QR code ແມ່ນສາມາດລົງທະບຽນກວດປິ່ນປົວພະຍາດໄດ້. ອ້າຍ ຫງວຽນແມັ້ງຮຸ່ງ ຜູ້ມາກວດຢູ່ ໂຮງໝໍຫຼາຍຂະແໜງ ດຶກຢາງ ແບ່ງປັນວ່າ:

ກ່ອນນີ້, ເມື່ອໄປກວດພະຍາດຕ້ອງຖືບັດປະກັນສະຂຸພາບໄປນຳ. ແຕ່ວ່າ ນັບແຕ່ເວລາມີບັດປະຈຳຕົວຕິດລະຫັດ, ຂ້າພະເຈົ້າໄປໃສມີແຕ່ຖືບັດດັງກ່າວໄປນຳເທົ່ານັ້ນ ຂ້າພະເຈົ້າຮູ້ສຶກສະດວກກ່ວາໃນການກວດປິ່ນປົວພະຍາດ, ສາມາດ ຫຼຸດຜ່ອນຫຼາຍຂັ້ນຕອນທີ່ສັບສົນ.

ທ່ານ ຫງວຽນຮ່ວາງເຟືອງ, ຮອງຜູ້ອຳນວຍການສູນ ເຕັກໂນໂລຢີຂໍ້ມູນຂ່າວສານ, ປະກັນໄພສັງຄົມ ຫວຽດນາມ ໃຫ້ຮູ້ວ່າ: ແຜນຮ່າງ 06 ແມ່ນແຜນຮ່າງສຳຄັນໃນການປະຕິບັດການຫັນເປັນດີຈີຕອນ, ນຳມາເຊິ່ງຜົນປະໂຫຍດທີ່ແທດຈິງ, ເຮັດໃຫ້ການຮັບໃຊ້ປະຊາຊົນ, ວິສາຫະກິດມີປະສິດທິຜົນກ່ວາເກົ່າ. ມາຮອດປັດຈຸບັນ, ອົງການປະກັດສັງຄົມ ຫວຽດນາມ ຢັ້ງຢືນໄດ້ຂໍ້ມູນ ກ່ວາ 83 ລ້ານເທື່ອຄົນ ໃນພື້ນຖານຂໍ້ມູນໂດຍອົງການປະກັນສັງຄົມ ຫວຽດນາມ ຄວບຄຸມ ດ້ວຍຖານຂໍ້ມູນແຫ່ງຊາດກ່ຽວກັບພົນລະເມືອງ. ທ່ານ ຫງວຽນຮ່ວາງເຟືອງໃຫ້ຮູ້ວ່າ:

ໃນປີໜຶ່ງ, ຂະແໜງປະກັນສັງຄົມໄດ້ປະຕິບັດການບໍລິການສາທາລະນະທາງເອເລັກໂຕນິກ ປະມານ 300 ລ້ານເທື່ອຄົນ, ໃນນັ້ນມີ ການປິ່ນປົວພະຍາດເກືອບ 200 ລ້ານເທື່ອຄົນ. ຖ້າເຄິ່ງໜຶ່ງໃນຈຳນວນດັ່ງກ່າວໄດ້ຮັບການປະຕິບັດທາງເອເລັກໂຕນິກ ຈະປະຢັດເວລາ, ຄ່າເດີນທາງໄປມາ ກໍ່ຄືຄ່າປະຕິບັດລະບຽບການບໍລິຫານໃຫ້ແກ່ປະຊາຊົນ. ກ່ຽວກັບຄ່າບໍລິການຂອງອົງການແຫ່ງລັດ ກໍ່ມີຄວາມສະດວກ ແລະ ໂປ່ງໄສກ່ວາ, ຮັບປະກັນຫຼຸດເວລາປະຕິບັດ ໃຫ້ສັ້ນລົງຫຼາຍທີ່ສຸດ.

ການຫັນເປັນດີຈີຕອນ, ນຳໃຊ້ເຕັກໂນໂລຢີເຂົ້າໃນການປະຕິບັດບັນດາການບໍລິການສາລະນະແຫ່ງຊາດ ໄດ້, ພວມ ແມ່ນບາດກ້າວບຸກທະລຸຢ່າງແຮງ ເມື່ອບັນດາການບໍລິການໃນເມື່ອກ່ອນຕ້ອງໄດ້ປະຕິບັດໂດຍກົງຄື ເຮັດໜັງສືຜ່ານແດນ, ໃບຂັບຂີ່… ປັດຈຸບັນໄດ້ສະໜອງຕາມຮູບການເອເລັກໂຕນິກ ທີ່ນຳມາເຊິ່ງປະສິດທິຜົນຢ່າງແທດຈິງ. ທ່ານ ຫວໍກວາງເລິມ, ຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ ໄຟຟ້າ ຫວຽດນາມ ໃຫ້ຮູ້ວ່າ:

ນີ້ແມ່ນບາດກ້າວເດີນທີ່ຍາວໄກ ໃນຂັ້ນຕອນສະໜອງບັນດາການບໍລິການໄຟຟ້າ, ສ້າງຄວາມສະດວກ, ປອດໂປ່ງ ແລະ ພິເສດແມ່ນປະຢັດຄ່າໃຊ້ຈ່າຍ, ເວລາ ແລະ ເຫື່ອແຮງໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ ເພື່ອອາດຈະມີສັນຍາຊື້ຂາຍໄຟຟ້າໃນເວລາໄວທີ່ສຸດເທົ່າທີ່ຈະໄວໄດ້. ນອກຈາກການເຊື່ອມຕໍ່ກັບບັນດາທ້ອງຖິ່ນ ເພື່ອສ້າງຄວາມສະດວກໃຫ້ແກ່ປະຊາຊົນໃນການນຳໃຊ້ປະຕູຖານການບໍລິການສາທາລະນະແຫ່ງຊາດ, ພວກຂ້າພະເຈົ້າຍັງເຊື່ອມຕໍ່ກັບບັນດາຄູ່ຮ່ວມມືຄື: ທະນາຄານ, ບັນດາອົງການຈັດຕັ້ງເປັນກາງ, ບັນດາຫົວໜ່ວຍຕ່າງໆເພື່ອອາດຈະເຊື່ອມຕໍ່ບັນດາລະບົບນີ້ ແລະ ສ້າງຄວາມສະດວກໃຫ້ແກ່ລູກຄ້າ.

ສ້າງພື້ນຖານເພື່ອຫັນເປັນດີີຈີຕອນປະສົບຜົນສຳເລັດ

ໂດຍໄດ້ຮູ້ວ່າ, ປັດຈຸບັນ ຖານຂໍ້ມູນແຫ່ງຊາດ ກ່ຽວກັບພົນລະເມືອງ ຂອງ ຫວຽດນາມ ໄດ້ເຊື່ອມຕໍ່ກັບ 13 ກະຊວງ, ຂະແໜງການ, ລັດວິສາຫະກິດໜຶ່ງແຫ່ງ, ວິສາຫະກິດໂທລະຄົມມະນາຄົມ 3 ແຫ່ງ ແລະ 63 ທ້ອງຖິ່ນ ເພື່ອຢັ້ງຢືນ, ສ້າງຂໍ້ມູນໃຫ້ແກ່ບັນດາຫົວໜ່ວຍ ແລະ ເພີ່ມເຕີມຂໍ້ມູນພົນລະເມືອງດ້ວຍການຊອກຫາ, ນຳໃຊ້ຂໍ້ມູນຮັບໃຊ້ການພັດທະນາເສດຖະກິດສັງຄົມກ່ວາ 1 ຕື້ຄັ້ງ. ໄລ່ຮອດເດືອນມິຖຸນາ ປີ 2023, ມີເອກະສານ ກ່ວາ 212 ຊຸດ  ໄດ້ຮັບການແກ້ໄຂໃນ ຖານປະຕູການບໍລິການສາທາລະນະແຫ່ງຊາດ, ໃນນັ້ນມີເອກະສານທາງໄກ 18 ລ້ານກ່ວາ ຊຸດ.

ປະ​ຖົ​ມ​ປັດ​ໄຈ​ສຳ​ຄັນ​ໃນ​ການ​ປະ​ຕິ​ບັດ​ມະ​ຕິ​ຂອງກ​ອງ​ປະ​ຊຸມ​ໃຫຍ່​ຄັ້ງທີ  XIII ຂອງ​ພັກ - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ (ພາບ: VGP)

ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ໄດ້ຢັ້ງຢືນວ່າການຫັນເປັນດີຈີຕອນແມ່ນໜຶ່ງໃນ 3 ເສົາຄ້ຳ ແລະ ແມ່ນບາດກ້າວບຸກທະລຸເພື່ອໃຫ້ຫວຽດນາມ ມີການພັດທະນາໂດຍໄວ ແລະ ຍືນຍົງ. ຢູ່ກອງປະຊຸມທາງໄກທົ່ວປະເທດ ສະຫຼຸບ 6 ເດືອນຕົ້ນປີ 2023 ກ່ຽວກັບການຫັນເປັນດີຈີຕອນແຫ່ງຊາດ ແລະ ແຜນຮ່າງ 06 ຂອງລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ:

ແຜນຮ່າງ 06 ແມ່ນໜ້າທີ່ສຳຄັນທີ່ສຸດ, ເພາະສະນັ້ນ ຕ້ອງລະດົມທຸກແຫຼ່ງກຳລັງ, ການເຂົ້າຮ່ວມຂອງທົ່ວລະບົບການເມືອງ, ປະຊາຊົນ ແລະ ປະຊາຄົມວິສາຫະກິດ. ຖືປະຊາຊົນ, ວິສາຫະກິດເປັນໃຈກາງ, ເຈົ້າກຳ, ຍູ້ແຮງການຜັນຂະຫຍາຍການທົດລອງ ບາງກົນໄກ ສຳຄັນເພື່ອເປີດກ້ວາງໃນໄລຍະຈະມາເຖິງ.

ເຄິ່ງສະໄໝຂອງກອງປະຊຸມໃຫຍ່ຄັ້ງທີ XIII ໄດ້ຜ່ານໄປແລ້ວ, ການຫັນເປັນດີຈີຕອນແຫ່ງຊາດ ໄດ້ສ້າງບາດກ້າວບຸກທະລຸຢ່າງແຮງ ຄື ຄຽງສາມຂາ ນັ້ນແມ່ນ ລັດຖະບານດີຈີຕອນ - ເສດຖະກິດດີຈີຕອນ - ສັງຄົມດີຈີຕອນ. ໃນນັ້ນ, ການສ້າງ, ຜັນຂະຫຍາຍສຳເລັດແຜນຮ່າງ 06 ແມ່ນປະຖົມປັດໄຈສຳຄັນເພື່ອປະຕິບັດສຳເລັດມະຕິໂດຍກອງປະຊຸມໃຫຍ່ຄັ້ງທີ XIII ວາງອອກ. ໄລຍະທາງທີ່ຍັງເຫຼືອ ເຖິງວ່າປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງໃນການປະຕິບັດແຜນຮ່າງ 06, ແຕ່ດ້ວຍການເຂົ້າຮ່ວມທີ່ຕັ້ງໜ້າຂອງທົ່ວລະບົບການເມືອງ ແລະ ການເຫັນດີເຫັນພ້ອມຂອງປະຊາຊົນ, ວິສາຫະກິດ, ການຜັນຂະຫຍາຍແຜນຮ່າງ 06 ຈະສືບຕໍ່ແມ່ນກຳລັງໜູນສຳຄັນ, ປະກອບສ່ວນເຂົ້າການຍົກສູງປະສິດທິຜົນໃນການຄຸ້ມຄອງລັດ, ສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ປະຊາຊົນ ແລະ ວິສາຫະກິດໃນການພັດທະນາເສດຖະກິດ - ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ