ປະ​ທານ​ໂຮ່​ຈີ​ມິນ ແລະ ການ​ເດີນ​ທາງ​ແຫ່ງ​ການ​ເລືອກ​ເອົາ​ເສັ້ນ​ທາງ​ກ້າວ​ຂຶ້ນ​ສັງ​ຄົມ​ນິ​ຍົມ​ຂອງ ຫວຽດ​ນາມ

(VOVWORLD) -ກ່ອນນີ້ 110 ປີ, ວັນທີ 5 ມິຖຸນາ 1911, ຈາກທ່າກ່ຳປັ່ນ ຍ່າຣົ່ງ ນະຄອນ ໂຮ່ຈີມິນ,ໃນກ່ຳປັ່ນ Amiral Latouche-Tréville, ຊາຍໜຸ່ມ ຫງວຽນເຕິດແທ່ງ (ໝາຍເຖິງປະທານ ໂຮ່ຈີມິນ) ໄດ້ອອກຈາກປະເທດ ເລີ່ມຕົ້ນໄລຍະ 30 ປີ ແຫ່ງການເດີນທາງໄປຊອກຫາເສັ້ນທາງກູ້ຊາດ. ການເລືອກເອົາເສັ້ນທາງປົດປ່ອຍຊາດ, ປົດປ່ອຍປະເທດຊາດ ກ້າວຂຶ້ນສັງຄົມນິຍົມໃນບັນດາໄລຍະປະຕິວັດ, ພິເສດແມ່ນໃນຕະຫຼອດໄລຍະ 35 ປີ ແຫ່ງການປ່ຽນແປງໃໝ່ ໄດ້ຊີ້ໃຫ້ເຫັນວ່າ ມາຮອດປັດຈຸບັນ, ບັນດາບົດຮຽນຂອງເພິ່ນ ຍັງຄົງແມ່ນ “ເຂັມທິດ” ພາທາງໃຫ້ ຫວຽດນາມ ພັດທະນາ.
ປະ​ທານ​ໂຮ່​ຈີ​ມິນ ແລະ ການ​ເດີນ​ທາງ​ແຫ່ງ​ການ​ເລືອກ​ເອົາ​ເສັ້ນ​ທາງ​ກ້າວ​ຂຶ້ນ​ສັງ​ຄົມ​ນິ​ຍົມ​ຂອງ ຫວຽດ​ນາມ - ảnh 1ວັນທີ 5 ມິຖຸນາ 1911, ຈາກທ່າກ່ຳປັ່ນ ຍ່າຣົ່ງ ນະຄອນ ໂຮ່ຈີມິນ,ໃນກ່ຳປັ່ນ Amiral Latouche-Tréville ຊາຍໜຸ່ມ ຫງວຽນເຕິດແທ່ງ (ໝາຍເຖິງປະທານ ໂຮ່ຈີມິນ) ໄດ້ເລີ່ມເດີນທາງໄປຊອກຫາເສັ້ນທາງກູ້ຊາດ (ພາບເອກະສານ: TTXVN)

ຕໍ່ໜ້າສະພາບບ້ານເມືອງແຕກສະຫຼາຍຕົກໃນແອກປົກຄອງຂອງຕ່າງດ້າວ, ໄດ້ເຫັນປະຈັກຕາການກົດຂີ່ຂູດຮີດທີ່ໂຫດຫ້ຽມຂອງພວກລ່າເມືອງຂຶ້ນ ແລະ ສັກດິນາ, ເຫັນປະຈັກຕາຄວາມເຈັບຊ້ຳລະກຳໃຈຢ່າງສຸດແສນທໍລະມານຂອງປະຊາຊົນຊາວຜູ້ອອກແຮງງານ, ໂຮ່ຈີມິນ ໄດ້ມີຄວາມໄຝ່ຝັນຢາກຊອກຫາເສັ້ນທາງປົດປ່ອຍຊາດ ແລະ ມີວິໄສທັດເອກະລາດ, ປະດິດຄິດສ້າງກວ່າ ເມື່ອທຽບໃສ່ລຸ້ນພໍ່ລຸ້ນອ້າຍ. ເພິ່ນໄດ້ຕັດສິນໃຈເດີນທາງໄປຕ່າງປະເທດຊອກຫາເສັ້ນທາງປົດປ່ອຍ, ຍາດເອົາເອກະລາດມາໃຫ້ປະເທດຊາດ, ຄວາມເສລີ ແລະ ຄວາມຜາສຸກມາໃຫ້ປະຊາຊົນ. ທ່ານຮອງສາດສະດາຈານ, ປອ. ລີ໊ຫວຽດກວາງ, ຫົວໜ້າສະຖາບັນ ໂຮ່ຈີມິນ ແລະ ບັນດາການນຳພັກ ຖືວ່າ ການໄດ້ສຳຜັດກັບໂຄງການການເມືອງກ່ຽວກັບບັນຫາຂອງຊາດ ແລະ ບັນຫາຫົວເມືອງຂຶ້ນຂອງ ເລນິນ ໄດ້ຊ່ວຍໃຫ້ ປະທານ ໂຮ່ຈີມິນ ມີແນວຄິດກ່ຽວກັບເສັ້ນທາງປະຕິວັດກຳມະຊີບ, ສ້າງພື້ນຖານເອກະລາດແຫ່ງຊາດ ແລະ ກ້າວຂຶ້ນສັງຄົມນິຍົມ ຢູ່ ຫວຽດນາມ.

“ເມື່ອອ່ານໂຄງການການເມືອງຂອງ ເລນິນ, ເພິ່ນຈຶ່ງເຫັນວ່າ ນີ້ແມ່ນສິ່ງທີ່ເພິ່ນພວມຊອກຫາມາໂດຍຕະຫຼອດ. ເພາະວ່າໂຄງການການເມືອງໄດ້ຊ່ວຍໃຫ້ ເພິ່ນ ເຂົ້າໃຈໄດ້ວ່າ ເສັ້ນທາງ ເຊິ່ງຊາດ ຫວຽດນາມ ຈະເດີນໄປ ແມ່ນເສັ້ນທາງປົດປ່ອຍຊາດຕິດພັນກັບການປົດປ່ອຍຊົນຊັ້ນ ແລະ ປົດປ່ອຍມະນຸດ, ສ້າງພື້ນຖານເອກະລາດແຫ່ງຊາດ ແລະ ລັດທິສັງຄົມນິຍົມ”.

ປະ​ທານ​ໂຮ່​ຈີ​ມິນ ແລະ ການ​ເດີນ​ທາງ​ແຫ່ງ​ການ​ເລືອກ​ເອົາ​ເສັ້ນ​ທາງ​ກ້າວ​ຂຶ້ນ​ສັງ​ຄົມ​ນິ​ຍົມ​ຂອງ ຫວຽດ​ນາມ - ảnh 2ນັບແຕ່ ວັນທີ 25 - 30/12/1920,  ຫງວຽນອ້າຍກວັກ (ຊື່ຂອງປະທານ ໂຮ່ຈີມິນ ໃນໄລຍະເຄື່ອນໄຫວປະຕິວັດຢູ່ ຝລັ່ງ) ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ 18 ຂອງ ພັກສັງຄົມ ຝລັ່ງ (ພາບເອກະສານ: TTXVN)

ປີ 1941, ເມື່ອສິ້ນສຸດໄລຍະ 30 ປີແຫ່ງການເດີນທາງໄປຊອກຫາເສັ້ນທາງກູ້ຊາດ, ປະທານ ໂຮ່ຈີມິນ ໄດ້ປະຕິບັດພາລະກຳເປັນຄົນຊີ້ທິດ, ພາທາງ, ປຸກລຸກປວງຊົນ, ເຕົ້າໂຮມຄວາມສາມັກຄີເພື່ອຍາດເອົາເອກະລາດແຫ່ງຊາດ. ເມື່ອມີໂອກາດ, ເພິ່ນກໍ່ໄດ້ນຳພາການປະຕິວັດເດືອນສິງຫາຢ່າງສຳເລັດຜົນ, ເຫດການດັ່ງກ່າວໄດ້ປ່ຽນແປງພາລະກຳຂອງຊາດ, ປ່ຽນແປງຊາຕາກຳຂອງປະຊາຊົນ ຫວຽດນາມ. ນັບແຕ່ຊຸມວັນທຳອິດຂອງການຕໍ່ສູ້ຍາດເອົາເອກະລາດ, ປະທານ ໂຮ່ຈີມິນ ໄດ້ສະແດງໃຫ້ເຫັນທັດສະນະທີ່ສະເໝີຕົ້ນສະເໝີປາຍຂອງເພິ່ນ, ນັ້ນແມ່ນ ລັດຖະບານຕ້ອງມີຄວາມເອົາໃຈໃສ່ເຖິງຊີວິດການເປັນຢູ່ຂອງປະຊາຊົນ. ເພິ່ນເນັ້ນໜັກວ່າ ຕ້ອງປະຕິບັດ 4 ປະການນີ້ໃນທັນທີ. ນັ້ນແມ່ນ ເຮັດໃຫ້ປະຊາຊົນມີຂອງກິນ, ປະຊາຊົນມີເຄື່ອງນຸ່ງ, ມີບ່ອນພັກອາໄສ ແລະ ເຮັດໃຫ້ປະຊາຊົນໄດ້ຮັບການສຶກສາ. ທ່ານຮອງສາດສະດາຈານ, ປອ. ຈູດຶກຕິ້ງ, ອະດີດຜູ້ອຳນວຍການ ຫໍພິພິທະພັນ ໂຮ່ຈີມິນ, ຖືວ່າ:

“ລຸງໂຮ່ ໄດ້ອະທິບາຍງ່າຍໆວ່າ: ຖ້າບໍ່ມີປະຊາຊົນ, ລັດຖະບານຈະບໍ່ມີກຳລັງ, ຖ້າບໍ່ມີລັດຖະບານ ປະຊາຊົນຈະບໍ່ມີຜູ້ພາທາງ. ສະນັ້ນ ພວກເຮົາຕ້ອງອີງໃສ່ປະຊາຊົນ. ເພິ່ນໄດ້ສອນໃຫ້ພະນັກງານຂອງເຮົາວ່າ ນັບແຕ່ຕອນວາງແຜນກຳນົດທິດທາງນະໂຍບາຍ ແລະ ໃນວິວັດການຊີ້ນຳປະຕິບັດ ຕ້ອງປະຕິບັດບົນທິດນຳທີ່ວ່າ “ສິ່ງໃດນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ ເຮົາຕ້ອງເຮັດຈົນສຸດຄວາມສາມາດ, ສິ່ງໃດບໍ່ເປັນປະໂຫຍດແກ່ປະຊາຊົນ ເຮົາຕ້ອງພະຍາຍາມຫຼີກລ້ຽງ”.

ເມື່ອພາກເໜືອ ຫວຽດນາມ ກ້າວເຂົ້າສູ່ໄລຍະແຫ່ງການສ້າງສັງຄົມນິຍົມ, ກາຍເປັນແນວຫຼັງທີ່ໝັ້ນແກ່ນຂອງແນວໜ້າພາກໃຕ້ ໃນການຕໍ່ຕ້ານຕ້ານ ອາເມລິກາ ກູ້ຊາດ, ປະທານໂຮ່ຈີມິນ ໄດ້ຢັ້ງຢືນວ່າ: “ການເບິ່ງແຍງດູແລຊີວິດການເປັນຢູ່, ຄວາມຜາສຸກຂອງປະຊາຊົນແມ່ນໜຶ່ງໃນບັນດາເປົ້າໝາຍສຳຄັນຂອງລັດທິສັງຄົມນິຍົມ ເຊິ່ງ ພັກ, ລັດ ຫວຽດນາມ ມຸ່ງໄປເຖິງ. ຕາມເພິ່ນແລ້ວ, ລັດທິສັງຄົມນິຍົມຈະຍົກສູງຄຸນນະພາບທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນຢ່າງບໍ່ຢຸດຢັ້ງ, ກ່ອນອື່ນໝົດ ແມ່ນປະຊາຊົນຊາວຜູ້ອອກແຮງງານ. ທ່ານສາດສະດາຈານ, ປອ. ແມກກວາງຖັ໊ງ, ອາຈານຂັ້ນສູງ ຂອງສະຖາບັນປະຫວັດສາດພັກ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ໄດ້ໄຈ້ແຍກວ່າ:

“ປະທານ ໂຮ່ຈີມິນ ຖືວ່າ ສັງຄົມນິຍົມແມ່ນ ສັງຄົມທີ່ຢູ່ໃນນັ້ນ ບໍ່ມີລະບອບກົດຂີ່ຂູດຮີດເຊິ່ງກັນແລະກັນ. ສັງຄົມນິຍົມເຮັດໃຫ້ປະຊາຊົນທຸກຄົນມີຊີວິດທີ່ອີ່ມໜຳສຳລານ, ສົມບູນພູນສຸກ.  ຕາມທັດສະນະຂອງ ປະທານໂຮ່ຈີມິນ ແລ້ວ ສັງຄົມນິຍົມແມ່ນສັງຄົມໂດຍປະຊາຊົນ ແລະ ພໍ່ແມ່ປະຊາຊົນເປັນເຈົ້າຂອງ”.

 ໂດຍປະຕິບັດຕາມຄວາມມຸ່ງມາດປາດຖະໜາຂອງ ເພິ່ນ, ໂຄງການດຳເນີນງານການສ້າງສາປະເທດຊາດໃນໄລຍະຂ້າມຜ່ານກ້າວຂຶ້ນສັງຄົມນິຍົມ” ປີ 1991 ຂອງ ພັກ ໄດ້ຢັ້ງຢືນວ່າ ທົ່ວພັກ, ທົ່ວປວງຊົນ ສືບຕໍ່ກຳແໜ້ນຄັນທຸງເອກະລາດແຫ່ງຊາດ ແລະ ສັງຄົມນິຍົມ. ໂຄງການດຳເນີນງານການສ້າງສາປະເທດຊາດໃນໄລຍະຂ້າມຜ່ານກ້າວຂຶ້ນສັງຄົມນິຍົມ (ສະບັບປັບປຸງ ປີ 2011) ແມ່ນຄັນທຸງແນວຄິດທິດສະດີ, ແມ່ນເຂັມທິດຂອງພັກ ນຳພາທົ່ວຊາດສືບຕໍ່ພັດທະນາຢ່າງໝັ້ນຄົງເຂັ້ມແຂງ ແລະ ຍູ້ແຮງວິວັດທະນາການແຫ່ງການປ່ຽນແປງໃໝ່ ເພື່ອເປົ້າໝາຍ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂວງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ”. ເມື່ອເນັ້ນໜັກເຖິງເປົ້າໝາຍ “ປະຊາຊົນຮັ່ງມີ”, ທ່ານຮອງສາດສະດາຈານ, ປອ. ບຸ່ຍດິ່ງຟອງ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ແບ່ງປັນວ່າ, ເສັ້ນທາງ ເຊິ່ງ ພັກໄດ້ເລືອກກ້າວເດີນໄປ, ກ່ອນອື່ນໝົດ ຕ້ອງນຳມາເຊິ່ງຊີວິດການເປັນຢູ່ທີ່ນັບມື້ນັບສວຍງາມຮັ່ງມີກວ່າ ໃຫ້ແກ່ປະຊາຊົນທຸກຄົນ”. ທ່ານກ່າວວ່າ:

“ພວກເຮົາສ້າງສັງສົມນິຍົມ, ພາລະກິດດັ່ງກ່າວແມ່ນຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ. ນີ້ອາດເວົ້າໄດ້ວ່າ ແມ່ນຜົນງານທີ່ໃຫຍ່ຫຼວງທີ່ສຸດ. ແຕ່ເຖິງຢ່າງໃດກໍຕາມ ກໍອາດຈະມີອັນໃດອັນໜຶ່ງທີ່ພວກເຮົາຍັງບໍ່ທັນບັນລຸໄດ້ດັ່ງຄວາມປາດຖະໜາ, ເພາະວ່າ ພວກເຮົາກຳລັງຢູ່ໃນໄລຍະຂ້າມຜ່ານ, ແມ່ນໄລຍະທີ່ມີຄວາມສະຫຼັບສັບຊ້ອນລະຫວ່າງອັນເກົ່າ ແລະ ອັນໃໝ່, ລະຫວ່າງສິ່ງທີ່ດີກັບສິ່ງທີ່ບໍ່ດີ ແລະ ໄລຍະຂ້າມຜ່ານນີ້ ແມ່ນການຕໍ່ສູ້ທີ່ຫຍຸ້ງຍາກລຳບາກໃນເວລາຍາວນານ . ສຸດທ້າຍ, ສິ່ງທີ່ພວກເຮົາມຸ່ງໄປເຖິງແມ່ນ ຄວາມກ້າວໜ້າຕ້ອງເອົາຊະນະສິ່ງທີ່ຊົ່ວຮ້າຍ ແລະ ຫຼ້າຫຼັງ”.

ການກ້າວຂຶ້ນສັງຄົມນິຍົມ ແມ່ນການເລືອກເຟັ້ນທີ່ຖືກຕ້ອງຂອງ ປະທານ ໂຮ່ຈີມິນ ແລະ ພັກກອມມູນິດ ຫວຽດນາມ, ສອດຄ່ອງກັບທ່າອ່ຽງພັດທະນາຂອງປະຫວັດສາດ. ເປົ້າໝາຍ ແລະ ການເລືອກເຟັ້ນຂອງປະທານ ໂຮ່ຈີມິນ ກໍແມ່ນຄວາມຄາດຫວັງຂອງປະຊາຊົນທຸກຄົນ. ເພາະວ່າ, ເສັ້ນທາງໃດທີ່ຊ່ວຍໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ດີງາມ, ຮັ່ງມີກວ່າເກົ່າ ຈຶ່ງແມ່ນສັງຄົມພັດທະນາເພື່ອປະຊາຊົນຢ່າງແທ້ຈິງ./.

ຕອບກັບ

ຂ່າວ/ບົດ​ອື່ນ