(VOVWORLD) - ທ່ານປະທານາທິບໍດີຄົນປະຈຸບັນຂອງ ລັດເຊຍ Vladimir Putin ຍາດໄດ້ກວ່າ 87% ຈຳນວນບັດເລືອກຕັ້ງຈາກຜູ້ມີສິດເລືອກຕັ້ງ ລັດເຊຍ, ໃນຂະນະທີ່ຜູ້ສະໝັກຮັບເລືອກຕັ້ງ 3 ທ່ານທີ່ຍັງເຫຼືອໄດ້ຮັບບັດພຽງແຕ່ 3 – 5% ເທົ່ານັ້ນ.
ທ່ານປະທານາທິບໍດີຄົນປະຈຸບັນຂອງ ລັດເຊຍ Vladimir Putin ຍາດໄດ້ກວ່າ 87% ຈຳນວນບັດເລືອກຕັ້ງຈາກຜູ້ມີສິດເລືອກຕັ້ງ ລັດເຊຍ
(ພາບ: Reuters)
|
ການເລືອກຕັ້ງປະທານາທິບໍດີ ລັດເຊຍ, ຈັດຂຶ້ນແຕ່ວັນທີ 15 – 17 ມີນາ, ສິ້ນສຸດລົງດ້ວຍໄຊຊະນະຢ່າງຂາດຂັ້ນຂອງທ່ານປະທານາທິບໍດີ Vladimir Putin ແລະ ອັດຕາຜູ້ມີສິດເລືອກຕັ້ງໄປປ່ອນບັດສູງລະດັບສະຖິຕິ. ໝາກຜົນການປ່ອນບັດດັ່ງກ່າວສະແດງໃຫ້ເຫັນວ່າ ສັງຄົມ ລັດເຊຍ ພວມສາມັກຄີກັນຕໍ່ບັນດາສິ່ງທ້າທາຍໃຫຍ່ຄືໃນປະຈຸບັນຍິ່ງກວ່າເວລາໃດໝົດ.
ຕາມບັນດາໝາກຜົນເບື້ອງຕົ້ນເຊິ່ງຄະນະກຳມະການເລືອກຕັ້ງສູນກາງ ລັດເຊຍ ປະກາດໃນຕອນຄ່ຳວັນທີ 17 ມີນາ, ພາຍຫຼັງການນັບບັດໄດ້ເກືອບ 84% ຈຳນວນບັດເລືອກຕັ້ງແລ້ວ, ທ່ານປະທານາທິບໍດີຄົນປະຈຸບັນຂອງ ລັດເຊຍ Vladimir Putin ຍາດໄດ້ກວ່າ 87% ຈຳນວນບັດເລືອກຕັ້ງຈາກຜູ້ມີສິດເລືອກຕັ້ງ ລັດເຊຍ, ໃນຂະນະທີ່ຜູ້ສະໝັກຮັບເລືອກຕັ້ງ 3 ທ່ານທີ່ຍັງເຫຼືອໄດ້ຮັບບັດພຽງແຕ່ 3 – 5% ເທົ່ານັ້ນ.
ປັບປຸງຄວາມສາມັກຄີໃນສັງຄົມລັດເຊຍ
ດ້ວຍເກືອບ 88% ບັດເລືອກຕັ້ງຂອງຜູ້ມີສິດເລືອກຕັ້ງ ລັດເຊຍ, ທ່ານປະທານາທິບໍດີ Vladimir Putin ຍາດໄດ້ໄຊຊະນະຂາດຂັ້ນທີ່ສຸດໃນປະຫວັດສາດຂອງເວທີການເມືອງ ລັດເຊຍ ແລະ ສືບຕໍ່ກຳອຳນາດໃນໄລຍະ 6 ປີຈະມາເຖິງ (2024 – 2030). ນີ້ກໍ່ແມ່ນອາຍຸການດຳລົງຕຳແໜ່ງປະທານາທິບໍດີສະໄໝທີ 5 ຂອງທ່ານ Vladimir Putin, ນັບແຕ່ເມື່ອສະໄໝທຳອິດທີ່ຮັບດຳລົງຕຳແໜ່ງຜູ້ນຳໜ້າປະເທດ ລັດເຊຍ ໃນປີ 1999.
ຄຽງຂ້າງຈຳນວນບັດສະໜັບສະໜູນທ່ານປະທານາທິບໍດີ Vladimir Putin ສູງສະຖິຕິແລ້ວ, ອັດຕາຜູ້ມີສິດເລືອກຕັ້ງ ລັດເຊຍ ໄປປ່ອນບັດ (74,22%) ກໍ່ແມ່ນຕົວເລກສູງທີ່ສຸດໃນບັນດາສະໄໝເລືອກຕັ້ງປະທານາທິບໍດີ ລັດເຊຍ, ສູງກວ່າຫຼາຍເມື່ອທຽບໃສ່ອັດຕາ 67,54% ຂອງປີ 2018. ບັນດາຕົວເລກດັ່ງກ່າວຊີ້ໃຫ້ເຫັນວ່າ, ຜູ້ມີສິດເລືອກຕັ້ງລັດເຊຍ ສ່ວນຫຼາຍແມ່ນບໍ່ພຽງແຕ່ມີຄວາມໄວ້ເນື້ອເຊື່ອໃຈຕໍ່ທ່ານ Vladimir Putin ເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນຄວາມສາມັກຄີກັນຢ່າງໃຫຍ່ຫຼວງກວ່າ ໃນສະພາບປະຈຸບັນ ເພື່ອຮັບມືກັບຄວາມກົດດັນຈາກພາຍນອກ. ຕາມທ່ານປະທານາທິບໍດີ Vladimir Putin ແລ້ວ, ອັດຕາຜູ້ໄປປ່ອນບັດເລືອກຕັ້ງສູງ ສະແດງໃຫ້ເຫັນວ່າ ປະຊາຊົນ ລັດເຊຍ ມີສະຕິຢ່າງຈະແຈ້ງກ່ຽວກັບສະພາບການ ແລະ ບັນດາສິ່ງທ້າທາຍໃນປະຈຸບັນຕໍ່ປະເທດຊາດ.
“ນັ້ນແມ່ນສາຍເຫດເຊິ່ງຜູ້ມີສິດເລືອກຕັ້ງໄປປ່ອນບັດມີອັດຕາສ່ວນສູງສະຖິຕິ. ປະຊາຊົນໄປປ່ອນບັດເລືອກຕັ້ງເພື່ອສ້າງເງື່ອນໄຂປັບປຸງດ້ານການເມືອງພາຍໃນ ເພື່ອກ້າວຂຶ້ນທາງໜ້າ. ຄວາມສາມັກຄີນີ້ຈະອະນຸຍາດໃຫ້ພວກເຮົາມີການກະທຳຢູ່ແນວໜ້າ, ການພັດທະນາເສດຖະກິດ ແລະ ມະນຸດບັນລຸປະສິດທິຜົນ, ສຳເລັດບັນດາເປົ້າໝາຍຂອງແຜນການພັດທະນາເສດຖະກິດ, ສັງຄົມ. ພວກເຮົາມີບັນດາໂຄງການພັດທະນາໃຫຍ່. ປະຊາຊົນຮູ້ສຶກໄດ້ສິ່ງນັ້ນ, ສະນັ້ນໄດ້ໄປປ່ອນບັດເພື່ອນຳປະເທດ ລັດເຊຍ ພັດທະນາຢ່າງໃຫຍ່ຫຼວງ, ໝັ້ນຄົງ, ເຂັ້ມແຂງກວ່າ”.
ຕາມວົງການນັກສັງເກດການແລ້ວ, ໄຊຊະນະຂອງທ່ານ Vladimir Putin, ນັບແຕ່ເລື່ອງໄດ້ຮັບໄຊຊະນະຢ່າງຂາດຂັ້ນນັ້ນ, ລ້ວນແຕ່ໄດ້ຄາດຄະເນລ່ວງໜ້າແລ້ວ ຍ້ອນອັດຕາສະໜັບສະໜູນປະທານາທິບໍດີ ລັດເຊຍ ຍາມໃດກໍ່ຢູ່ໃນລະດັບສູງໃນຫຼາຍປີຜ່ານມາ. ສະນັ້ນ, ສິ່ງທີ່ພວມລໍຄອຍກວ່າຈາກການເລືອກຕັ້ງປະທານາທິບໍດີ ລັດເຊຍ ແມ່ນບັນດາສັນຍານກ່ຽວກັບສັງຄົມ ລັດເຊຍ ໃນຈຸດເວລາປະຈຸບັນ, ພາຍຫຼັງໄລຍະ 2 ປີທີ່ເກີດການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ແລະ ການປະເຊີນໜ້າດ້ານພູມສາດການເມືອງຢ່າງຮອບດ້ານລະຫວ່າງ ລັດເຊຍ ແລະ ບັນດາຝ່າຍຕາເວັນຕົກ. ທ່ານ Angela Stent, ນັກຊ່ຽວຊານຂອງສູນຄົ້ນຄວ້າ ອາຊີ - ເອີລົບ, ລັດເຊຍ ແລະ ເອີລົບຕາເວັນອອກ ສັງກັດມະຫາວິທະຍາໄລ Georgetown (ອາເມລິກາ), ໃຫ້ຂໍ້ສັງເກດວ່າ, ມີສິ່ງ 2 ຢ່າງເຊິ່ງບັນດາປະເທດຝ່າຍຕາເວັນຕົກມີຄວາມສົນໃຈເປັນພິເສດເຖິງການເລືອກຕັ້ງຢູ່ ລັດເຊຍ, ລວມມີ: ວິທີສະແດງປະຕິກິຕິຍາຂອງຜູ້ມີສິດເລືອກຕັ້ງ ລັດເຊຍ ໃນສະພາບການປະຈຸບັນ ຜ່ານບັດເລືອກຕັ້ງ; ບັນດາການປ່ຽນແປງກ່ຽວກັບນະໂຍບາຍຂອງ ລັດເຊຍ ພາຍຫຼັງການເລືອກຕັ້ງ, ພິເສດແມ່ນກ່ຽວຂ້ອງເຖິງການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ.
ໂດຍມີທັດສະນະເຊັ່ນດຽວກັນ, ນັກຊ່ຽວຊານທ່ານ Thomas Graham, ມາຈາກສະພານະໂຍບາຍການຕ່າງປະເທດ (ອາເມລິກາ) ຫຼື ທ່ານ Sabine Fischer, ພາກສ່ວນຄົ້ນຄວ້າ ອາຊີ - ເອີລົບ ແລະ ເອີລົບຕາເວັນອອກ ຢູ່ສະຖາບັນບັນດາບັນຫາສາກົນ ແລະ ຄວາມໝັ້ນຄົງ (SWP) ຂອງ ເຢຍລະມັນ, ໄດ້ເນັ້ນໜັກເຖິງບັນດາຕົວເລກກ່ຽວກັບອັດຕາຜູ້ມີສິດເລືອກຕັ້ງ ລັດເຊຍ ໄປປ່ອນບັດເລືອກຕັ້ງ ແລະ ຈຳນວນບັດເລືອກຕັ້ງປ່ອນບັດໃຫ້ທ່ານ Vladislav Davankov ຂອງພັກ “ບັນດາມະນຸດໃໝ່”, ເຊິ່ງໄດ້ຮັບຖືວ່າມີບັນດາທັດສະນະເປັນມິດກັບຝ່າຍຕາເວັນຕົກ ທີ່ສຸດໃນຈຳນວນຜູ້ສະໝັກຮັບເລືອກຕັ້ງລັດເຊຍ 4 ທ່ານ. ຖ້າຫາກພິຈາລະນາບັນດາມາດຕະຖານນັ້ນ, ກໍ່ເປັນສິ່ງຈະແຈ້ງແລ້ວວ່າ ໝາກຜົນການເລືອກຕັ້ງປະທານາທິບໍດີ ລັດເຊຍ ບໍ່ແມ່ນສັນຍານຕັ້ງໜ້າສຳລັບຝ່າຍຕາເວັນຕົກ, ຍ້ອນຜູ້ຮັບສະໝັກເລືອກຕັ້ງ Davankov ໄດ້ຮັບພຽງ 4,02% ຈຳນວນບັດເລືອກຕັ້ງເທົ່ານັ້ນ.
ສິ່ງທ້າທາຍແກ່ຍາວ
ໄຊຊະນະຢ່າງຂາດຂັ້ນໃນການເລືອກຕັ້ງປະທານາທິບໍດີ ໄດ້ນຳມາເຊິ່ງແຫຼ່ງກຳລັງການເມືອງຢ່າງໃຫຍ່ຫຼວງໃຫ້ແກ່ທ່ານ Vladimir Putin, ປັບປຸງບັນດາການຄັດເລືອກນະໂຍບາຍຫວ່າງມໍ່ໆມານີ້ຂອງ ລັດເຊຍ ກ່ຽວກັບຄວາມໝັ້ນຄົງ, ການພົວພັນຕ່າງປະເທດ ແລະ ເສດຖະກິດ. ເຖິງຢ່າງໃດກໍ່ຕາມ, ໃນສະພາບທີ່ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ຍັງບໍ່ທັນມີສັນຍາຊອກຫາທາງອອກດ້ານການເມືອງ - ການທູດໄດ້ນັ້ນ, ສິ່ງທີ່ບັນດາຜູ້ມີສິດເລືອກຕັ້ງ ລັດເຊຍ ມີຄວາມສົນໃຈກວ່າ ອາດຈະແມ່ນການພັດທະນາເສດຖະກິດ, ຮັກສາຄວາມສະຖຽນລະພາບຢູ່ພາຍໃນປະເທດ ລັດເຊຍ. Zaurbek Burnatsev, ຊາວໜຸ່ມຄົນໜຶ່ງຢູ່ Vladikavkaz ແລະ ຮັບຮູ້ຕົນເອງແມ່ນຂຶ້ນກັບ “ສະໄໝ Putin”, ແບ່ງປັນວ່າ:
“ທຳອິດ, ຂ້າພະເຈົ້າຢາກມີຄວາມໝັ້ນຄົງ ແລະ ບັນດາແງ່ຫວັງໃນອະນາຄົດ, ຢາກມີການພັດທະນາ ແລະ ບັນດາກາລະໂອກາດ. ຄືດັ່ງຂ້າພະເຈົ້າສັງເກດໄດ້ໃນປະຈຸບັນ ທຸກສິ່ງທຸກຢ່າງແມ່ນດີກວ່າເມື່ອກ່ອນ. ຫວັງວ່າ, ທຸກສິ່ງທຸກຢ່າງຈະສືບຕໍ່ໄດ້ຮັບການປັບປຸງຫຼາຍກວ່າ, ຫາກບໍ່ແມ່ນຮ້າຍແຮງລົງ”.
ໃນບັນດາສານທີ່ໄດ້ຍົກອອກມາກ່ອນການເລືອກຕັ້ງ, ທ່ານປະທານາທິບໍດີ Vladimir Putin ກໍ່ເຕື້ອງເຖິງຫຼາຍຢ່າງກ່ຽວກັບບັນດາແຜນການພັດທະນາເສດຖະກິດ. ໃນສານປະຈຳປີໃນວັນທີ 29 ກຸມພາ, ທ່ານ Vladimir Putin ໄດ້ຍ້ອງຍໍກຳລັງແຮງຕ້ານທານທີ່ທົນທານຂອງພື້ນຖານເສດຖະກິດ ລັດເຊຍ ໃນໄລຍະ 2 ປີຜ່ານມາ, ທ່ານໃຫ້ຮູ້ວ່າ ລະດັບການເຕີບໂຕເສດຖະກິດໃນປີ 2023 ບັນລຸ 3,6%, ສູງກວ່າບໍ່ວ່າປະເທດໃນນອນໃນກຸ່ມປະເທດອຸດສາຫະກຳພັດທະນາ (G7), ພ້ອມທັງທ່ານກໍ່ມີຄວາມເຊື່ອໝັ້ນວ່າ ລັດເຊຍ ຈະກາຍເປັນ 1 ໃນຈຳນວນ 4 ພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກໃນໄວໆນີ້ ຖ້າຫາກໄລ່ຍອດຜະລິດຕະພັນພາຍໃນ (GDP) ຕາມແຮງຊື້ທຽບເທົ່າ (PPP). ແຕ່ເຖິງຢ່າງໃດກໍ່ຕາມ, ບັນດານັກຊ່ຽວຊານຖືວ່າ, ເຖິງວ່າເສດຖະກິດ ລັດເຊຍ ບັນລຸລະດັບການເຕີບໂຕເປັນຢ່າງດີກວ່າຄວາມລໍຄອຍໃນໄລຍະ 2 ປີຜ່ານມາກໍ່ຕາມ, ແຕ່ ລັດເຊຍ ຍັງປະສົບກັບສິ່ງທ້າທາຍຢ່າງໃຫຍ່ຫຼວງໃນສະເພາະໜ້າຢູ່.