ຍັງອີກ 1 ອາທິດຄືຮອດວັນທີ 23/6, ຜູ້ມີສິດເລືອກຕັ້ງອັງກິດຈະໄປປ່ອນບັດເພື່ອຕັດສິນບັນຫາປະເທດນີ້ຈະຖອນອອກຈາກສະຫະພາບເອີລົບ EU ຫຼືບໍ່. ການຢັ່ງຫາງສຽງຄັ້ງຕ່າງໆກ່ອນມື້ດຳເນີນການລົງປະຊາມະຕິໄດ້ສະແດງໃຫ້ເຫັນທ່າອຽງຜູ້ສະໜັບສະໜູນອັງກິດຖອນອອກຈາກ EU ແມ່ນຫຼາຍກ່ວາຈຳນວນຜູ້ຢາກໃຫ້ອັງກິດເປັນສະມາຊິກ EU ຄືເກົ່າ. ເຖິງວ່າ ອັດຕາສ່ວນນີ້ແມ່ນບໍ່ຜິດດ່ຽງຫຼາຍເກີນໄປກໍຕາມ, ແຕ່ນີ້ແມ່ນສິ່ງທີ່ເປັນໜ້າວິຕົກກັ່ງວົນພາໃຫ້ວົງການນັກການເມືອງອັງກິດ, ການນຳ EU ມີການກະທຳຫຼາຍຢ່າງເພື່ອໃຫ້ຜູ້ມີສິດເລືອກຕັ້ງອັງກິດເຫັນໄດ້ແຈ້ງເຖິງຜົນປະໂຫຍດ ແລະ ຜົນເສຍຫາຍຖ້າຫາກ ອັງກິດຖອນ ອອກຈາກ EU.
ທ່ານນາຍົກລັດຖະມົນຕີອັງກິດ David Cameron ກ່າວຄຳເຫັນທີ່ກອງປະຊຸມລັດຖະສະພາອັງກິດເມື່ອວັນທີ 7/6 (ພາບ:BBC) |
ການລົງປະຊາມະຕິທີ່ຈະດຳເນີນໃນວັນທີ 23/6 ນີ້ ແມ່ນເພື່ອແນໃສ່ປະຕິບັດບັນດາຄຳໝັ້ນສັນຍາໃນການຫາສຽງເລືອກຕັ້ງຊຶ່ງທ່ານນາຍົກລັດຖະມົນຕີອັງກິດ David Cameron ຍົກອອກມາພາຍຫຼັງທີ່ພັກນິຍົມຮັກສາເດີມສາມາດຍາດໄດ້ໄຊຊະນະໃນການເລືອກຕັ້ງທົ່ວປະເທດເມື່ອເດືອນ 5/2015. ເພື່ອຕອບຄືນຄຳຮຽກຮ້ອງຈາກພັກນິຍົມຮັກສາເດີມ ແລະ ພັກເອກະລາດທີ່ເຄີຍບໍ່ເຫັນດີກັບເລື່ອງອັງກິດເຂົ້າຮ່ວມ EU ນັ້ນ, ທ່ານນາຍົກລັດຖະມົນຕີອັງກິດ David Cameron ໃນບັ້ນຫາສຽງເລືອກຕັ້ງໃນຄາວນັ້ນໄດ້ໝັ້ນໝາຍວ່າ ຖ້າຫາກທ່ານໄດ້ຮັບໄຊຊະນະໃນການເລືອກຕັ້ງປີ 2015, ທ່ານຈະດຳເນີນການລົງປະຊາມະຕິກ່ຽວກັບບັນຫາປະເທດນີ້ຈະສືບຕໍ່ເປັນສະມາຊິກຄືເກົ່າຫຼືຖອນອອກຈາກສະຫະພາບເອີລົບ EU . ແຕ່ກະໂຕທ່ານນາຍົກລັດຖະມົນຕີອັງກິດ David Cameron ເອງ ກໍບໍ່ຢາກດຳເນີນການລົງປະຊາມະຕິແຕ່ຢ່າງໃດຍ້ອນຄວາມສ່ຽງ ແລະ ຜົນພາຍຫຼັງຂອງມັນ.
ໝາກຜົນທີ່ເປັນໜ້າຕົກສະເງີ້ຈາກການຢັ່ງຫາງສຽງຂອງຜູ້ມີສິດເລືອກຕັ້ງ
ຜົນຂອງການຢັ່ງຫາງສຽງຫຼາຍຄັ້ງຢ່າງຕໍ່ເນື່ອງໃນຊຸມມື້ທີ່ຜ່ານມາ ກໍລ້ວນແຕ່ສະແດງໃຫ້ເຫັນວ່າ ບັ້ນຂົນຂວາຍໃຫ້ອັງກິດອອກຈາກ EU (ຫຼືເອີ້ນວ່າ Brexit) ພວມມີທ່າດີ. ຕາມຜົນຂອງການຢັ່ງຫາງສຽງຂອງບໍລິສັດ You Gov, Brexit ພວມຍາດໄດ້ 46% ອັດຕາຜູ້ສະໜັບສະໜູນ, ລື່ນກາຍ 7 ຄະແນນເມື່ອທຽບໃສ່ບັ້ນຂົນຂວາຍໃຫ້ອັງກິດສືບຕໍ່ເປັນສະມາຊິກ EU ຄືເກົ່າດ້ວຍ 39% ຈຳນວນບັດສະໜັບສະໜູນ. ໝາກຜົນນີ້ສູງກວ່າຫຼາຍເມື່ອທຽບໃສ່ການຢັ່ງຫາງສຽງຂອງບໍລິສັດດຽວກັນນີ້ໃນມື້ກ່ອນນີ້ກວ່າອາທິດ. ແລະ ກໍຕາມບໍລິສັດ You Gov, 11% ຈຳນວນຜູ້ຖືກຖາມ ແມ່ນຍັງບໍ່ທັນໃຫ້ຄຳຕັດສິນສຸດທ້າຍເທື່ອ ແລະ ຈຳນວນ 4% ໃຫ້ຮູ້ວ່າ ຈະບໍ່ເຂົ້າຮ່ວມການປ່ອນບັດ. ທ່າອຽງຄ້າຍຄືກັນກໍໄດ້ຮັບການຮັບຮູ້ຈາກການຢັ່ງຫາງສຽງໂດຍໜັງສືພິມຂອງອັງກິດປະຕິບັດ.ຕາມນັ້ນ, ອັດຕາຜູ້ມີສິດເລືອກຕັ້ງອັງກິດສະໜັບສະໜູນ Brexit ໄດ້ເພີ່ມຂຶ້ນເຖິງ 55%, ສູງກວ່າ 10 % ເມື່ອທຽບໃສ່ອັດຕາຜູ້ຄັດຄ້ານ.
ປະເທດອັງກິດໄດ້ເຄີຍດຳເນີນການລົງປະຊາມະຕິກ່ຽວກັບການຖອນອອກຈາກ EEC ປີ 1975
ເລື່ອງຜູ້ມີສິດເລືອກຕັ້ງອັງກິດບໍ່ສະໜິດຕິດພັນກັບ EU ແມ່ນເລີ່ມມາຈາກປະຫວັດສາດຂອງ 2 ຝ່າຍ. ແລະ ການລົງປະຊາມະຕິເມື່ອວັນທີ 23/6 ບໍ່ແມ່ນ ການລົງປະຊາມະຕິຄັ້ງທຳອິດຢູ່ອັງກິດກ່ຽວກັບເລື່ອງອັງກິດຈະຖອນອອກຈາກ EU ຫຼືບໍ່. ເຖິງວ່າອັງກິດ ແລະ EEC ເມື່ອກ່ອນນີ້ ແລະ ປະຈຸບັນແມ່ນ EU ມີສາຍພົວພັນສະໜິດແໜ້ນເປັນເວລາກວ່າ 40 ປີມານີ້, ແຕ່ເປັນໜ້າໃສ່ໃຈແມ່ນອັງກິດບໍ່ແມ່ນໜຶ່ງໃນບັນດາປະເທດພາຄີທຳອິດສ້າງຕັ້ງຂອງກຸ່ມ. ກ່ວາ 20 ປີພາຍຫຼັງທີ່ EEC ໄດ້ຮັບການສ້າງຕັ້ງເມື່ອປີ 1953, ໃນປີ 1973, ລັດຖະບານອັງກິດໃນສະໄໝນັ້ນໂດຍແມ່ນພັກແຮງງານກຳອຳນາດ ຈຶ່ງນຳປະເທດອັງກິດເຂົ້າຮ່ວມສະຫະພາບ. ຫຼັງຈາກນັ້ນພຽງ 2 ປີຄືປີ 1975, ມີການລົງປະຊາມະຕິກ່ຽວກັບເລື່ອງຖອນ ອອກຈາກ EEC ໄດ້ຖືກຈັດຂຶ້ນຢູ່ອັງກິດ. ຜົນມີຢູ່ວ່າ 67,2% ຈຳນວນຜູ້ໄປປ່ອນບັດ ແມ່ນບໍ່ສະໜັບສະໜູນການຖອນຕົວນີ້.
ນອກຈາກນັ້ນ, ຕາມວົງການນັກໄຈ້ແຍກ, ໃນຂະນະທີ່ເກືອບທັງໝົດ 28 ປະເທດສະມາຊິກ EU ໄດ້ເຂົ້າຮ່ວມກຸ່ມນີ້ຍ້ອນບັນດາເຫດຜົນທີ່ຈະແຈ້ງ ແລະ ຍາວນານນັ້ນ, ແຕ່ອັງກິດພັດບໍ່ຢາກກາຍເປັນສະມາຊິກຂອງ EU ຢ່າງແທ້ຈິງ. ປະກົດການຈະແຈ້ງທີ່ສຸດ ນັ້ນແມ່ນມາຮອດປະຈຸບັນ, ອັງກິດຍັງຄົງຢືນຢູ່ນອກພາກພື້ນໃຊ້ສະກຸນເງິນລວມ ແລະ ພາກພື້ນໄປມາຢ່າງເສລີ. ກຳລັງໜູນຈະແຈ້ງທີ່ສຸດຂອງອັງກິດເມື່ອເຂົ້າເປັນສະມາຊິກ EU ເບິ່ງຄືວ່າ ແມ່ນເພື່ອແນໃສ່ຊົມໃຊ້ຜົນປະໂຫຍດທາງດ້ານການຄ້າເສລີໃນພາກພື້ນ. ແຕ່ຢ່າງໃດກໍຕາມ, ຊາວອັງກິດ ຍາກທີ່ຫາໄດ້ຜູ້ໃດມີຄວາມປະທັບໃຈທີ່ດີຕໍ່ກັບນະໂຍບາຍ ແລະ ບັນດາຜົນປະໂຫຍດພິເສດອື່ນຂອງ EU.
ຕັດສິນອະນາຄົດຂອງອັງກິດ ແລະ ສະຖຽນລະພາບຂອງ EU
ເມື່ອຜົນຂອງການຢັ່ງຫາງສຽງໄດ້ຮັບການປະກາດຢ່າງຕໍ່ເນື່ອງ ກໍແມ່ນຈຸດເວລາທີ່ວົງການນັກການເມືອງອັງກິດ, ການນຳ EU ແລະ ຫຼາຍປະເທດສະມາຊິກມີບັນດາການກະທຳແນໃສ່ແກ່ດຶງການສະໜັບສະໜູນຂອງຜູ້ມີສິດເລືອກຕັ້ງ. ໃນການໂຕ້ຖຽງກັນເມື່ອວັນທີ 14/6 ລະຫວ່າງບັນດານັກການເມືອງແຖວໜ້າຢູ່ອັງກິດໂດຍຖືກຖ່າຍທອດຜ່ານເຄືອຂ່າຍອິນເຕີເນັດ, ບັນດານັກການເມືອງໄດ້ສະໜັບສະໜູນທ່າອຽງນຳອັງກິດອອກຈາກ EU ແລະ ປະຕິເສດທຸກຄວາມສ່ຽງໄພຕໍ່ພື້ນຖານເສດຖະກິດຖ້າຫາກ Brexit ເກີດຂຶ້ນ ແລະ ຖືວ່າ ບັນດາຂໍ້ກຳນົດຂອງ EU ນີ້ເອງພວມກົດໜ່ວງຕໍ່ການພັດທະນາຂອງພື້ນຖານເສດຖະກິດຂອງປະເທດນີ້. ສ່ວນທ່ານນາຍົກລັດຖະມົນຕີອັງກິດ David Cameron ຢືນຢັນວ່າ ຜົນສະທ້ອນຂອງອັງກິດໃນ EU ຈະແຂງແຮງກວ່າຖ້າຫາກ ຜູ້ມີສິດເລືອກຕັ້ງອັງກິດປ່ອນບັດສະໜັບສະໜູນອັງກິດສືບຕໍ່ເປັນສະມາຊິກ EU ຄືເກົ່າ. ສ່ວນປະທານ EC Donald Tusk ໄດ້ກ່າວເຕືອນວ່າ ເລື່ອງອັງກິດອອກຈາກ EU ອາດຈະແມ່ນການເລີ່ມຕົ້ນໄລຍະຊຸດໂຊມບໍ່ພຽງແຕ່ຂອງ EU ເທົ່ານັ້ນ, ຫາກຍັງແມ່ນຂອງທັງໝົດພື້ນຖານອະລິຍາທຳການເມືອງຝ່າຍຕາເວັນຕົກອີກດ້ວຍ.
ເປັນທີ່ຈະແຈ້ງແລ້ວວ່າ ອະນາຄົດຂອງອັງກິດເວົ້າສະເພາະ ແລະ ສະຖຽນລະພາບຂອງ EUເວົ້າລວມແມ່ນຂຶ້ນກັບຜົນຂອງການລົງປະຊາມະຕິຄັ້ງນີ້. ວຽກງານທຸກຢ່າງຈະຖືກຕັດສິນໃນວັນທີ 23/6 ນີ້ພາຍຫຼັງທີ່ຜູ້ມີສິດເລືອກຕັ້ງອັງກິດໃຫ້ຄຳຕັດສິນສຸດທ້າຍຂອງຕົນກ່ຽວກັບເລື່ອງອັງກິດຈະຖອນອອກຈາກ EU ຫຼືສືບຕໍ່ເປັນສະມາຊິກ EU ຄືເກົ່າ.