ປ່ຽນແປງໃໝ່, ຍົກສູງຄຸນນະພາບ, ປະສິດທິຜົນແຫ່ງການເຄື່ອນໄຫວຂອງສະພາແຫ່ງຊາດຢ່າງບໍ່ຢຸດຢັ້ງ

(VOVWORLD) - ກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດຊຸດທີ 14 ໄດ້ອັດລົງໃນວັນທີ 20 ພະຈິກ ພາຍຫລັງເຮັດວຽກຢ່າງເຂັ້ມງວດ, ປະຊາທິປະໄຕ ແລະ ມີຄວາມຮັບຜິດຊອບມາເປັນເວລາເກືອບ 1 ເດືອນ.

ເຊິ່ງແມ່ນກອງປະຊຸມສະໄໝສາມັນກາງອາຍຸການ 2016 2020, ນີ້ແມ່ນໂອກາດ ເພື່ອທົບທວນຄືນໄລຍະທາງໄດ້ຜ່ານໄປເຄິ່ງອາຍຸການ ແລະ ກຳນົດທິດໃຫ້ແກ່ບັນດາໜ້າທີ່ສຳຄັນຂອງເຄິ່ງໄລຍະທາງທີ່ຍັງເຫຼືອ. ພ້ອມກັນນັ້ນ, ກອງປະຊຸມສະໄໝສາມັນຄັ້ງນີ້ ໄດ້ຕັດສິນບັນດາບັນຫາສຳຄັນຂອງປະເທດຊາດ, ສ້າງລະບົບນິຕິບັນຍັດ ແລະ ແກ້ໄຂບັນດາບັນຫາໃຫຍ່ ເຊິ່ງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນມີຄວາມສົນໃຈ.

ປ່ຽນແປງໃໝ່, ຍົກສູງຄຸນນະພາບ, ປະສິດທິຜົນແຫ່ງການເຄື່ອນໄຫວຂອງສະພາແຫ່ງຊາດຢ່າງບໍ່ຢຸດຢັ້ງ - ảnh 1 ກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດຊຸດທີ 14 ໄດ້ອັດລົງໃນວັນທີ 20 ພະຈິກ 

        ກອງປະຊຸມສະໄໝສາມັນຄັ້ງນີ້ ໄດ້ຕັດສິນບັນດາບັນຫາສຳຄັນຂອງປະເທດຊາດ. ນັ້ນແມ່ນການເລືອກຕັ້ງປະທານປະເທດ, ຮັບຮອງເອົາສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP); ປ່ອນບັດໄວ້ວາງໃຈບັນດາຕຳແໜ່ງ ໂດຍສະພາແຫ່ງຊາດເລືອກຕັ້ງ ຫຼື ໃຫ້ສັດຕະຍາບັນ…ບັນດາສະມາຊິກສະພາແຫ່ງຊາດໄດ້ຍົກອອກຄຳຄິດເຫັນປະກອບຢ່າງສຸດອົກສຸດໃຈ ແນໃສ່ແກ້ໄຂບັນດາບັນຫາ ເຊິ່ງຜູ້ມີສິດເລືອກຕັ້ງໃນທົ່ວປະເທດມີຄວາມສົນໃຈ.

ຕັດສິນບັນດາບັນຫາສຳຄັນຂອງປະເທດຊາດ

        ຕອນບ່າຍວັນທີ 23 ຕຸລາ, ດ້ວຍອັດຕາບັດເຫັນດີຂອງສະມາຊິກສະພາແຫ່ງຊາດ 99,79%, ສະພາແຫ່ງຊາດໄດ້ເລືອກຕັ້ງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ດຳລົງຕຳແໜ່ງເປັນປະທານປະເທດແຫ່ງ ສສ ຫວຽດນາມ ອາຍຸການ 2016 – 2021. ບັນດາສະມາຊິກສະພາແຫ່ງຊາດ, ບັນດາຕົວແທນຂອງຜູ້ມີສິດເລືອກຕັ້ງປ່ອນບັດເລືອກຕັ້ງໃຫ້ຂໍ້ສັງເກດວ່າ: ການຕັດສິນໃຈແຕ່ງຕັ້ງຕຳແໜ່ງປະທານປະເທດທີ່ກອງປະຊຸມສະໄໝສາມັນນີ້ ແມ່ນຕອບສະໜອງຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງໃນທົ່ວປະເທດ. ທ່ານ ຟ້າມວັນຮ່ວາ, ສະມາຊິກສະພາແຫ່ງຊາດແຂວງ ດົ່ງທ໊າບ ໃຫ້ຮູ້ວ່າ:

        ຂ້າພະເຈົ້າມີຄວາມຫວັງວ່າທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຈະເສີມຂະຫຍາຍທ່າໄດ້ປຽບຂອງຕົນ ແລະ ເດັດດ່ຽວປະຕິບັດບົດບາດຂອງຕົນກ່ວາ. ເຮັດແນວໃດ ເພື່ອໃຫ້ສະພາບການດ້ານເສດຖະກິດສັງຄົມ, ການປ້ອງກັນຊາດ,ປ້ອງກັນຄວາມສະຫງົບຂອງປະເທດຊາດນັບມື້ນັບດີກ່ວາ, ເສດຖະກິດມີການພັດທະນາຢ່າງແຮງ, ໄພສໍ້ລາດບັງຫລວງຖືກຍູ້ຖອຍ.

        ທີ່ກອງປະຊຸມສະໄໝສາມັນຄັ້=ນີ້, ສະພາແຫ່ງຊາດໄດ້ໃຫ້ສັດຕະຍາບັນສັນຍາ CPTPP ພ້ອມກັບບັນດາເອກະສານທີ່ກ່ຽວຂ້ອງດ້ວຍຄວາມເຫັນດີເຫັນພ້ອມຢ່າງສູງ. ເລື່ອງໃຫ້ສັດຕະຍາບັນສັນຍາດັ່ງກ່າວ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຂອງ ຫວຽດນາມ ໃນເລື່ອງເປັນເຈົ້າການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ໂລກຢ່າງເລິກເຊິ່ງກ້ວາງຂວາງ, ເປັນການຢັ້ງຢືນທີີ່ຕັ້ງບົດບາດ ແລະ ຄວາມຮັບຜິດຊອບຂອງ ຫວຽດນາມ ສຳລັບປະຊາຄົມສາກົນ. ທ່ານ ເຈິ່ນຮ່ວາງເງິນ, ສະມາຊິກສະພາແຫ່ງຊາດນະຄອນ ໂຮ່ຈີມິນ ໃຫ້ຂໍ້ສັງເກດວ່າ:

        ສັນຍາສະບັບນີ້ບໍ່ພຽງແຕ່ກ່ຽວກັບດ້ານການຄ້າເທົ່ານັ້ນ, ແຕ່ມັນຍັງແມ່ນສັນຍາຮອບດ້ານ ແລະ ກ້າວໜ້າອີກດ້ວຍ, ເຊິ່ງບໍ່ພຽງແຕ່ປຶກສາຫາລືກ່ຽວກັບພາສີອາກອນເທົ່ານັ້ນ ຫາກຍັງປຶກສາຫາລືທັງການລົງທຶນ, ຊັບສິນທາງປັນຍາ, ການຊື້ປະກອບເຄື່ອງຂອງຂອງລັດຖະບານ, ກ່ຽວກັບແຮງງານ, ກ່ຽວກັບການລົງທຶນເຂົ້າຕະຫລາດການບໍລິການອີກດ້ວຍ. ສັນຍາມີຄວາມກ້າວໜ້າຢູ່ບ່ອນວ່າ ມັນໄດ້ເອົາໃຈໃສ່ເຖິງວິສາຫະກິດຫລາຍທີ່ສຸດ ນັບທັງບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ, ສິ່ງດັ່ງກ່າວ ໄດ້ຊຸກຍູ້ການປັບປຸງລະບອບເສດຖະກິດການຕະຫລາດຢູ່ ຫວຽດນາມ ໃຫ້ສົມບູນແບບ, ເໝາະສົມກັບເນື້ອໃນຈິດໃຈຂອງສັນຍາ CPTPP.

        ແລະກໍ່ໃນກອງປະຊຸມສະໄໝສາມັນຄັ້ງນີ້, ສະພາແຫ່ງຊາດໄດ້ດຳເນີນການປ່ອນບັດໄວ້ວາງໃຈສຳລັບຜູ້ທີ່ດຳລົງຕຳແໜ່ງໂດຍສະພາແຫ່ງຊາດເລືອກຕັ້ງ ຫຼື ໃຫ້ສັດຕະຍາບັນ. ນີ້ແມ່ນເນື້ອໃນຕິດຕາມກວດກາສຳຄັນພິເສດ, ສະແດງໃຫ້ເຫັນການຮັບຮູ້, ການຕີລາຄາຂອງສະພາແຫ່ງຊາດຕໍ່ບັນດາຄວາມມານະພະຍາຍາມ ແລະ ໝາກຜົນທີ່ບັນລຸໄດ້ນັບແຕ່ຕົ້ນອາຍຸການຈົນເຖິງປັດຈຸບັນຂອງຜູ້ທີ່ໄດ້ຮັບປ່ອນບັດໄວ້ວາງໃຈ.

ຕີລາຄາ ແລະ ວາງນະໂຍບາຍເສດຖະກິດສັງຄົມຂອງປະເທດຊາດ

        ກອງປະຊຸມສະໄໝສາມັນເທື່ອທີ 6 ແມ່ນກອງປະຊຸມທ້າຍປີ 2018, ກໍ່ແມ່ນກອງປະຊຸມມີຄວາມໝາຍສະຫລຸບ, ຕີລາຄາກາງອາຍຸການສຳລັບການປະຕິບັດບັນດາມະຕິຂອງສະພາແຫ່ງຊາດກ່ຽວກັບເສດຖະກິດ - ສັງຄົມ, ກ່ຽວກັບງົບປະມານແຫ່ງລັດ. ສະພາແຫ່ງຊາດໄດ້ຮັບຮອງເອົາກົດໝາຍ 9 ສະບັບ ແລະ ມະຕິກ່ຽວກັບເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດ 4 ສະບັບ. ຕາມທ່ານ ເຈິ່ນຈີ໊ກ໋ວາງ, ສະມາຊິກສະພາແຫ່ງຊາດແຂວງ ດົ່ງທ໊າບ ແລ້ວ, ບັນດາບັນຫາທີ່ໄດ້ນຳມາປຶກສາຫາລືຢູ່ກອງປະຊຸມສະໄໝສາມັນຄັ້ງນີ້ ຈະແມ່ນພື້ນຖານ ແລະ ກຳລັງໜູນເພື່ອໃຫ້ ຫວຽດນາມ ຜ່ານຜ່າບັນດາສິ່ງທ້າທາຍຫຍຸ້ງຍາກໃນຕໍ່ໜ້າ, ຊຸກຍູ້ເສດຖະກິດປະເທດຊາດພັດທະນາໃນໄລຍະໃໝ່. ທ່ານກ່າວວ່າ:

        ບັນດາຜົນງານກ່ຽວກັບເສດຖະກິດ - ສັງຄົມ ໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈຢ່າງເລິກເຊິ່ງໃນໝູ່ປະຊາຊົນທົ່ວປະເທດ. ປະຊາຊົນ ແລະ ຜູ້ມີສິດເລືອກຕັ້ງໃນທົ່ວປະເທດໄດ້ຕີລາຄາສູງຄວາມມານະພະຍາຍາມຂອງລັດຖະບານ ແລະ ບັນດາກະຊວງ, ຂະແໜງການຂັ້ນສູນກາງໃນໄລຍະຜ່ານມາ. ໄປຄຽງຄູ່ກັບບັນດາຜົນງານທີ່ບັນລຸໄດ້ນັ້ນ, ຂ້າພະເຈົ້າຍັງຮູ້ສຶກໄດ້ວ່າ ຍັງມີຄວາມຫຍຸ້ງຍາກ, ສິ່ງທ້າທາຍຫລາຍຢ່າງ ພວມວາງອອກໃຫ້ປະເທດຊາດ. ຂ້າພະເຈົ້າສະເໜີໃຫ້ ສືບຕໍ່ແກ້ໄຂຈຸດຄ້າງຄາກ່ຽວກັບລະບອບລະບຽບການ, ແຫຼ່ງກຳລັງ, ພື້ນຖານໂຄງລ່າງໃນການສ້າງໂຄງປະກອບພື້ນຖານກະສິກຳຄືນໃໝ່.

        ຍາມໃດກໍ່ແມ່ນເນື້ອໃນພິເສດ, ວາລະຊັກຖາມ ແລະ ຕອບຄຳຊັກຖາມທີ່ກອງປະຊຸມສະໄໝສາມັນເທື່ອທີ 6 ສືບຕໍ່ໄດ້ຮັບການຕີລາຄາສູງຈາກບັນດາສະມາຊິກສະພາແຫ່ງຊາດ ແລະ ຜູ້ມີສິດເລືອກຕັ້ງ, ປະຊາຊົນໃນທົ່ວປະເທດ. ທ່ານນາງ ຟ້າມແຄ໊ງຟອງລານ, ສະມາຊິກສະພາແຫ່ງຊາດນະຄອນ ໂຮ່ຈີມິນ ຖືວ່າ:

        ລັດຖະມົນຕີທັງໝົດ ບໍ່ພຽງແຕ່ຕອບຄຳຊັກຖາມພໍແຕ່ແລ້ວມືເທົ່ານັ້ນ ເພາະວ່າຄຳເວົ້າແຕ່ລະຄຳ ລ້ວນແຕ່ມີການຕິດຕາມກວດກາ, ຈະຖາມຄືນຕື່ມອີກ. ດັ່ງນັ້ນ ແນ່ນອນວ່າ ຕ້ອງຕອບຄຳຊັກຖາມຢ່າງລະມັດລະວັງທີ່ສຸດ, ແລະ ໄດ້ສະແດງໃຫ້ເຫັນ ຄວາມຕັດສິນໃຈຂອງຕົນ ເຮັດແນວໃດເພື່ອຜັນຂະຫຍາຍໄດ້ນະໂຍບາຍ,  ເພື່ອໃຫ້ກະຊວງ, ຂະແໜງການຂອງຕົນເຮັດວຽກຢ່າງມີປະສິດທິຜົນກ່ວາ.

        ບັນດາໝາກຜົນ, ຂີດໝາຍຂອງກອງປະຊຸມສະໄໝສາມັນເທື່ອທີ 6 ສືບຕໍ່ຢືນຢັນຄວາມຮັບຜິດຊອບ, ຄວາມມານະພະຍາຍາມ, ຄວາມຕັດສິນໃຈຢ່າງສູງຂອງສະພາແຫ່ງຊາດ, ປ່ຽນແປງໃໝ່, ປັບປຸງ, ຍົກສູງຄຸນນະພາບ, ປະສິດທິຜົນແຫ່ງການເຄື່ອນໄຫວຢ່າງບໍ່ຢຸດຢັ້ງ./.

ຕອບກັບ

ຂ່າວ/ບົດ​ອື່ນ