(vovworld)- ຫນຶ່ງໃນບັນດາເນື້ອໃນສຳຄັນຂອງກອງປະຊຸມຄັ້ງທີ 7 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 11 ຊື່ງຫາກໍ່ອັດລົງຢູ່ ຮ່າໂນ້ຍ ນັ້ນແມ່ນການປ່ຽນໃຫມ່, ປັບປຸງລະບົບການເມືອງຈາກສູນກາງລົງຮອດທ້ອງຖິ່ນໃຫ້ສົມບູນແບບ ເພື່ອສ້າງກົງຈັກໃຫ້ຄົບຊຸດ, ກະທັດລັດ, ມີລັກສະນະໝັ້ນຄົງ. ໃນຫລາຍມາດຕະການປ່ຽນໃຫມ່, ປັບປຸງລະບົບການເມືອງຢູ່ຫວຽດນາມ ບັນຫາສ້າງກົງຈັກໃຫ້ກະທັດລັດ, ຍົກສູງຄຸນນະພາບ, ປະສິດທິຜົນຂອງຖັນແຖວພະນັກງານ, ລັດຖະກອນໄດ້ຮັບຖືວ່າແມ່ນທິດທາງສຳຄັນທີ່ສຸດ.
ພາບປະກອບ:internet
|
ທີ່ກອງປະຊຸມຄັ້ງທີ 7 ຫວ່າງແລ້ວ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ 11 ນີ້ໄດ້ຮັບຮູ້ວ່າ ກົງຈັກລັດຂອງຫວຽດນາມ ຈາກສູນກາງລົງຮອດທ້ອງຖິ່ນ ເຖິງວ່າມີການປ່ຽນໃຫມ່ຫລາຍຢ່າງແລ້ວກໍຕາມ ແຕ່ບໍ່ທັນເໝາະສົມເທື່ອ. ຈຸດໝາຍຫລຸດຜ່ອນບັນຈຸພະນັກງານບໍ່ທັນບັນລຸໄດ້ຄຳຮຽກຮ້ອງຕ້ອງການທີ່ວາງອອກ. ຄຸນນະພາບຂອງພະນັກງານ, ລັດຖະກອນພາກສ່ວນຫນຶ່ງບໍ່ທັນຕອບສະຫນອງຄວາມຮຽກຮ້ອງຕ້ອງການ, ຫນ້າທີ່ໃນສະພາບການໃຫມ່ໄດ້. ທ່ານ ຫງວຽນເທຈູງ, ກຳມະການສູນກາງພັກ, ຮອງຫົວຫນ້າຄະນະປະຈຳຄະນະຂົນຂວາຍປະຊາຊົນສູນກາງ, ຜູ້ເຂົ້າຮ່ວມໂດຍກົງຄະນະຊີ້ນຳສູນກາງກ່ຽວກັບການສ້າງແຜນຮ່າງ “ປ່ຽນໃຫມ່ສ້າງລະບົບການເມືອງຢູ່ ຫວຽດນາມ” ເພື່ອຍື່ນສະເຫນີຕໍ່ກອງປະຊຸມສູນກາງພັກຄັ້ງທີ 7 ໃຫ້ຮູ້ວ່າ:
“ທີຫນຶ່ງ ລະບົບການເມືອງຢູ່ ຫວຽດນາມ ແມ່ນໃຫຍ່ຫລວງທີ່ສຸດ ແຕ່ປະສິດທິຜົນ, ຜົນສັກສິດບໍ່ທັນສູງ. ທີສອງ ງົບປະມານຫນ້ອຍ ແຕ່ບັນຈຸພະນັກງານ ລັດຖະກອນຈາກສູນກາງລົງຮອດຕາແສງແມ່ນພັດຫລາຍໂພດ. ເພາະສະນັ້ນ ເງິນເດືອນຂອງລັດຖະກອນຕຳ່. ນັ້ນແມ່ນຂໍ້ຂັດແຍ່ງຕ້ອງໄດ້ຮັບການແກ້ໄຂ. ລະບົບການເມືອງນີ້ແມ່ນເພື່ອຮັບໃຊ້ປະຊາຊົນ. ຢາກບັນລຸໄດ້ຈຸດໝາຍນັ້ນ ກ່ອນອື່ນໝົດຕ້ອງສ້າງກົງຈັກໃຫ້ກະທັດລັດ, ຕິດພັນກັບປະສິດທິຜົນຂອງວຽກງານ, ຍົກສູງຄຸນນະພາບການເຄື່ອນໄຫວ.”
ຕາມເນື້ອໃນຈິດໃຈຂອງກອງປະຊຸມຄັ້ງທີ 7, ຄະນະບໍລິຫານງານສູນກາງແລ້ວ, ສ້າງກົງຈັກໃຫ້ກະທັດລັດ, ຍົກສູງຄຸນນະພາບ, ປະສິດທິຜົນຂອງຖັນແຖວພະນັກງານ, ລັດຖະກອນ ແມ່ນບັນຫາຮີບດ່ວນ ຕ້ອງໄດ້ຮັບການແກ້ໄຂໃນໄລຍະປະຈຸບັນ. ບັນຫານັ້ນແມ່ນຕ້ອງເຮັດແນວໃດເພື່ອເຊື່ອມໂຍງເຂົ້າກັບທ່າອ່ຽງຂອງໂລກປະຈຸບັນ ເພື່ອສ້າງລັດຖະບານໃຫ້ມີປະສິດທິຜົນ ແມ່ນບັນຫາຊື່ງກອງປະຊຸມສູນກາງຄັ້ງທີ 7 ໄດ້ເປັນເອກະພາບສູງ. ຮອງສາດສະດາຈານ, ດຣ ເລ ກວກ ຫລີ, ຮອງຫົວຫນ້າສະຖາບັນການເມືອງການປົກຄອງແຫ່ງຊາດ ໂຮ່ຈິມິນ ຖືວ່າ:
“ຂ້າພະເຈົ້າຖືວ່າ ຢາກສ້າງກົງຈັກໃຫ້ກະທັດລັດ, ກ່ອນອື່ນໝົດ ພວກເຮົາຕ້ອງກວດກາຄືນກົງຈັກ, ກົງຈັກໃດຈຳເປັນຢ່າງແທ້ຈິງ ແລະ ບົດບາດຫນ້າທີ່ຕ້ອງຈະແຈ້ງ. ທີສອງແມ່ນ ຕ້ອງກຳນົດແຕ່ລະຕຳແຫນ່ງເພື່ອໃຫ້ຜູ້ປະຕິບັດວຽກງານລັດຖະການຮູ້ຈັກໄດ້ວ່າ ຕົນເອງຕ້ອງເຮັດຫຍັງ. ທີສາມ ບັນດາບໍລິການໃດບໍ່ຈຳເປັນຕ້ອງໄດ້ຮັບການຄຸ້ມຄອງຈາກກົງຈັກບໍລິຫານ ຕ້ອງສົ່ງໃຫ້ບັນດາອົງການຈັດຕັ້ງສັງຄົມຮັບຜິດຊອບ.”
ເພື່ອຍົກສູງຄຸນນະພາບຖັນແຖວພະນັກງານໃນລະບົບການເມືອງ, ຕ້ອງມີຄວາມເປັນເອກະພາບດ້ານທັດສະນະວ່າ: ອີງໃສ່ວຽກງານເພື່ອສັບຊ້ອນພະນັກງານ ຫາກບໍ່ແມ່ນອີງໃສ່ພະນັກງານເພື່ອສັບຊ້ອນວຽກງານ. ຄວາມຮຽກຮ້ອງຕ້ອງການຂອງວຽກງານຄືແນວໃດແມ່ນສັບຊ້ອນພະນັກງານປະຕິບັດຄືແນວນັ້ນ. ຮອງສາດສະດາຈານ, ດຣ ເຈີນຄັກວຽດ ຫົວຫນ້າສະຖານບັນກໍ່ສ້າງພັກ, ສັງກັດສະຖາບັນການເມືອງການປົກຄອງແຫ່ງຊາດໂຮ່ຈິມິນ ສະເຫນີວ່າ:
“ສຳລັບກົງຈັກພະນັກງານ, ລັດຖະກອນ ເພື່ອຍົກສູງຄຸນນະພາບ, ພວກຂ້າພະເຈົ້າສະເຫນີ ຕ້ອງສ້າງລະບົບມາດຕະຖານ, ຖານະຕຳ່ແຫນ່ງ ຈຶ່ງຕີລາຄາໄດ້ຜູ້ໃດເຮັດວຽກງານໄດ້ດີ ຜູ້ໃດເຮັດວຽກງານບໍ່ໄດ້ດີ. ຄຽງຄູ່ກັນນັ້ນ ສືບຕໍ່ຄົ້ນຄ້ວາການຈັດແບ່ງເງິນເດືອນ. ບາງທ້ອງຖິ່ນໄດ້ປະຕິບັດຢູ່ຂັ້ນຮາກຖານ ແລະ ມີປະສິດທິຜົນແລ້ວ. ຂ້າພະເຈົ້າສະເຫນີ ຕ້ອງສະຫລຸບັນດາຮູບແບບດັ່ງກ່າວ ເພື່ອປະຕິບັດຢູ່ຂັ້ນສູງກວ່າ. ດ້ານອື່ນ, ພວກເຮົາຄວນເພີ່ມສິດໃຫ້ແກ່ຫົວຫນ້າ. ປະຈຸບັນ ພວກເຮົາ ພຽງແຕ່ມອບໃຫ້ຫົວຫນ້າຄຸ້ມຄອງຖັນແຖວພະນັກງານ, ລັດຖະກອນ ແຕ່ເຂົາເຈົ້າພັດບໍ່ມີສິດຫລາຍໃນການຕີລາຄາ, ນຳໃຊ້ ແລະ ເບິກຈ່າຍເງິນເດືອນໃຫ້ແກ່ພະນັກງານ, ລັດຖະກອນ.”
ການປ່ຽນແປງລະບົບການເມືອງ, ຕາມເນື້ອໃນຈິດໃຈຂອງກອງປະຊຸມຄັ້ງທີ 7 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ 11 ລວມມີຫລາຍວຽກງານຕ້ອງເຮັດຄື: ປ່ຽນໃຫມ່ວິທີການຊີ້ນຳນຳພາຂອງພັກ, ປັບປຸງກົງຈັກລັດໃຫ້ຄົບຊຸດ ດ້ວຍການສ້າງພາລະຫນ້າທີ່ໃຫ້ສຳເລັດ, ຍົກສູງຄຸນນະພາບຖັນແຖວພະນັກງານ, ລັດຖະກອນ, ປັບປຸງລະບົບກົດໝາຍໃຫ້ສົມບູນແບບ, ປ່ຽນໃຫມ່ຮູບການ, ວິທີການເຄື່ອນໄຫວຂອງແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ. ໃນນັ້ນ ການສ້າງກົງຈັກໃຫ້ກະທັດລັດ, ຍົກສູງຄຸນນະພາບ, ປະສິດທິຜົນຂອງຖັນແຖວພະນັກງານ, ລັດຖະກອນ ແມ່ນບັນຫາສຳຄັນໄດ້ ແລະ ພວມໄດ້ຮັບການປະຕິບັດເພື່ອຍົກສູງປະສິດທິຜົນຂອງທັງລະບົບການເມືອງ.