ຂໍ້ກຳນົດກ່ຽວກັບການຈັດຕັ້ງກົງຈັກລັດແມ່ນໜຶ່ງໃນບັນດາເນື້ອໃນສຳຄັນໃນຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ. ເນື້ອໃນດັ່ງກ່າວໄດ້ຮັບຄຳເຫັນປະກອບຈາກບັນດາຜູ້ຊ່ຽວຊານ, ນັກຄົ້ນຄ້ວາກົດໝາຍຫຼາຍຄົນ ເພື່ອປ່ຽນໃໝ່ຮູບແບບກົງຈັກລັດແຫ່ງອຳນາດນິຕິບັດຍັດສັງຄົມນິຍົມຫວຽດນາມ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຄວບຄຸມສິດອຳນາດ, ຍົກສູງປະສິດທິພາບການຄຸ້ມຄອງຂອງລັດ.
ປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ
(ພາບ:baohatinh.vn)
ໂດຍສືບທອດທາດແທ້ ແລະ ຮູບແບບສັງລວມຂອງກົງຈັກລັດໃນລັດຖະທຳມະນູນປີ 1992, ຫັນທັດສະນະກ່ຽວກັບການສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມເປັນລະບຽບກົດໝາຍ, ແຕ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງໄດ້ເຮັດແຈ້ງຫຼັກການແບ່ງງານ, ປະສານສົມທົບ, ກວດກາລະຫວ່າງບັນດາອົງການແຫ່ງລັດໃນການປະຕິບັດບັນດາສິດອຳນາດນິຕິບັດຍັດ, ສິດອຳນາດບໍລິຫານ ແລະ ຕຸລະການ; ກຳນົດຢ່າງຈະແຈ້ງພາລະໜ້າທີ່ຂອງອົງການໃນການປະຕິບັດສິດອຳນາດນິຕິບັດຍັດ, ບໍລິຫານ, ຕຸລະການ ແລະ ປັບປຸງບາງໜ້າທີ່, ສິດອຳນາດຂອງບັນດາອົງການນີ້. ຮ່າງລັດຖະທຳມະນູນຍັງສະແດງໃຫ້ເຫັນແຈ້ງເນື້ອໃນການປ່ຽນໃໝ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງລັດຖະບານຕາມທິດສ້າງພື້ນຖານບໍລິຫານເປັນເອກະພາບ, ທະລຸລົງ, ປອດໃສ, ໝັ້ນຄົງເຂັ້ມແຂງ, ການຈັດຕັ້ງຢ່າງກະທັດລັດ ແລະ ເໝາະສົມ; ເພີ່ມລັກສະນະປະຊາທິປະໄຕ ແລະ ສິດອຳນາດໃນການບໍລິຫານຂອງລັດຖະບານ. ທ່ານຮອງລັດຖະມົນຕີກະຊວງຍຸດຕິທຳຫວຽດນາມ ຮ່ວາງເທລຽນ ໃຫ້ຮູ້ວ່າ:
“ພວກເຮົາຕ້ອງເຮັດແຈ້ງອົງການໃດແມ່ນອົງການບໍລິຫານ, ອົງການໃດແມ່ນອົງການຕຸລາການ. ໃນເມື່ອກ່ອນ, ພວກເຮົາພຽງແຕ່ຮັບຮູ້ 3 ພາກສ່ວນໃນກົງຈັກລັດເທົ່ານັ້ນ ແລະ ຮຽກຮ້ອງໃຫ້ມີການສົມທົບກັນ, ແບ່ງງານຢ່າງຈະແຈ້ງ ແຕ່ຍ້ອນພວກເຮົາບໍ່ທັນຈັດແບ່ງຢ່າງຈະແຈ້ງ, ສະນັ້ນ, ໃນວິວັດການເຄື່ອນໄຫວຈຶ່ງປະສົບກັບຄວາມຫຍຸ້ງຍາກ. ຕົວຢ່າງຄື: ໃນການປະຕິຮູບດ້ານຕຸລາການ, ພວກເຮົາໄດ້ວາງອອກວຽກງານຫຼາຍຢ່າງ ແຕ່ການປະຕິບັດພັດຊັກຊ້າທີ່ສຸດ. “
ທ່ານຮອງລັດຖະມົນຕີກະຊວງຍຸດຕິທຳຫວຽດນາມ ຮ່ວາງເທລຽນ
(ພາບ:phapluatvietnam.vn)
ນອກຈາກນັ້ນແລ້ວ, ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ກໍ່ມີຈຸດໃໝ່ກ່ຽວກັບວິທີການກຳນົດຫົວໜ່ວຍບໍລິຫານເຂດດິນແດນ ແລະ ອຳນາດການປົກຄອງທ້ອງຖິ່ນ, ໃນສະພາບການທີ່ຫວຽດນາມ ພວມດຳເນີນການປະຕິຮູບດ້ານບໍລິຫານ ແລະ ຈັດຕັ້ງກົງຈັກອຳນາດການປົກຄອງທ້ອງຖິ່ນ. ຕາມຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ, ການຈັດຕັ້ງການເຄື່ອນໄຫວຂອງອຳນາດການປົກຄອງທ້ອງຖິ່ນ ໄດ້ຮັບການປ່ຽນໃໝ່ຕາມທິດຮັບປະກັນສິດເປັນເຈົ້າຕົນເອງ ແລະ ຮັບຜິດຊອບດ້ວຍຕົນເອງໃນການຕັດສິນ ແລະ ຈັດຕັ້ງການປະຕິບັດບັນດານະໂຍບາຍໃນຂອບເຂດໄດ້ຮັບການແບ່ງຂັ້ນ, ສ້າງຮູບແບບອຳນາດການປົກຄອງທ້ອງຖິ່ນທີມີການຈຳແນກກ່ຽວກັບການຈັດຕັ້ງ, ສິດອຳນາດຂອງອຳນາດການປົກຄອງທ້ອງຖິ່ນຢູ່ເຂດຊົນນະບົດ, ເຂດຕົວເມືອງ, ເຂດໝູ່ເກາະ, ຍົກສູງປະສິດທິຜົນການຄຸ້ມຄອງລັດ. ທ່ານນາງຫງວຽນທິກີມເງິນ ປະລີນຍາໂທດ້ານກົດໝາຍໃຫ້ຮູ້ວ່າ:
“ການປັບປຸງລັດຖະທຳມະນູນຄັ້ງນີ້ ມີບາດກ້າວພັດທະນາກ່ຽວກັບການຈັດຕັ້ງກົງຈັກລັດ. ທີ່ຈິງແລ້ວ, ໃນລັດຖະທຳມະນູນປີ 1992, ບັນດາການປ່ຽນໃໝ່ການຈັດຕັ້ງກົງຈັກລັດຕາມຈິດໃຈປັບປຸງລັດແຫ່ງອຳນາດນິຕິບັນຍັດປີ 2001 ແມ່ນບໍ່ທັນມີເທື່ອ, ພຽງແຕ່ມີການປັບປຸງຈຳນວນໜຶ່ງທີ່ມີລັກສະນະສັງລວມເທົ່ານັ້ນ, ບໍ່ທັນກຳນົດຢ່າງລະອຽດກ່ຽວກັບສິດຂອງລັດຖະບານ, ຂອງອຳນາດການປົກຄອງທ້ອງຖິ່ນ. ນີ້ແມ່ນສິ່ງຈຳກັດ ຊື່ງເຮັດໃຫ້ການພັດທະນາບໍ່ທັນສົມກັບຄວາມປາດຖະໜາ. ໃນການປັບປຸງຄັ້ງນີ້, ພວກເຮົາຕ້ອງປ່ຽນໃໝ່ຕື່ມອີກບາດກ້າວໜຶ່ງ“
ອາດເວົ້າໄດ້ວ່າ, ບັດດາຂໍ້ກຳນົດລະອຽດກ່ຽວກັບກົງຈັກລັດໃນຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ສືບຕໍ່ຢັ້ງຢືນທາດແທ້ ແລະ ຮູບແບບສັງລວມຂອງລະບົບການເມືອງ ແລະ ກົງຈັກລັດຊື່ງຖືກກຳນົດໃນໂຄງການການເມືອງ ແລະ ລັດຖະທຳມະນູນປີ 1992 ພ້ອມທັງຫັນທັດສະນະ, ແຜນນະໂຍບາຍກໍ່ສ້າງລັດແຫ່ງອຳນາດນິຕິບັດຍັດສັງຄົມນິຍົມຫວຽດນາມ ໃນປະຈຸບັນເປັນລະບຽບກົດໝາຍ. ບັນດາການປ່ຽນໃໝ່ນີ້ຈະເພີ່ມທະວີປະສິດທິພາບການຄຸ້ມຄອງລັດ ໃນສະພາບການທີ່ຫວຽດນາມ ເຊື່ອມໂຍງເຂົ້າກັບພາກພື້ນ ແລະ ໂລກຢ່າງແຮງ.