ປ່ຽນໃໝ່ການຈັດຕັ້ງກົງຈັກອົງການຈັດຕັ້ງຕາມເນື້ອໃນຈິດໃຈກອງປະຊຸມສູນກາງຄັ້ງທີ 6

(VOVWORLD) -ເລື່ອງຈັດຕັ້ງກົງຈັກຂອງທັງລະບົບການເມືອງຄືນໃໝ່ແມ່ນເນື້ອໃນສຳຄັນທີ່ກອງປະຊຸມຄັ້ງທີ 6, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ 12 ເຊິ່ງພວມດຳເນີນຢູ່ຮ່າໂນ້ຍ. ຫາງສຽງຖືວ່າ, ນີ້ແມ່ນຈຸດເວລາທີ່ເໝາະສົມເພື່ອຈັດຕັ້ງການສັບຊ້ອນກົງຈັກອົງການຈັດຕັ້ງມະຫາຊົນ ເພື່ອແນໃສ່ຍົກສູງປະສິດທິຜົນການເຄື່ອນໄຫວຂອງທັງລະບົບການເມືອງ.

ປ່ຽນໃໝ່ການຈັດຕັ້ງກົງຈັກອົງການຈັດຕັ້ງຕາມເນື້ອໃນຈິດໃຈກອງປະຊຸມສູນກາງຄັ້ງທີ 6 - ảnh 1 ປ່ຽນໃໝ່ການຈັດຕັ້ງກົງຈັກອົງການຈັດຕັ້ງຕາມເນື້ອໃນຈິດໃຈກອງປະຊຸມສູນກາງຄັ້ງທີ 6

(ພາບ: TTXVN)

ຜົນການຄົ້ນຄວ້າຫວ່າງມໍ່ໆມານີ້ກ່ຽວກັບງົບປະມານຂອງບັນດາສະມາຄົມ, ອົງການຈັດຕັ້ງມະຫາຊົນຂອງສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ, ໄດ້ຊີ້ໃຫ້ເຫັນວ່າ ງົບປະມານຂອງລັດຄາດວ່າຕ້ອງຈ່າຍຈຳນວນເງິນປະມານ 14.000 ຕື້ດົ່ງໃຫ້ແກ່ກຸ່ມນີ້, ຫຼາຍທົບ 2 ເທົ່າເມື່ອທຽບໃສ່ແຜນດ້ານງົບປະມານໃຫ້ແກ່ກະຊວງສຶກສາ ແລະ ບຳລຸງສ້າງ, ກະຊວງສາທາລະນະສຸກ ແລະ ຫຼາຍທົບ 5 ເທົ່າເມື່ອທຽບໃສ່ແຜນງົບປະມານໃຫ້ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ. ໄລ່ລວມແລ້ວ, ຍອດລາຍຈ່າຍໃຫ້ບັນດາອົງການຈັດຕັ້ງມະຫາຊົນໃນແຕ່ລະປີແມ່ນປະມານ 45,6 ຫາ 68,1 ພັນຕື້ດົ່ງ, ເທົ່າກັບ 1% - 1,7% GDP ຂອງທົ່ວປະເທດ.

ຈຳກັດກ່ຽວກັບຮູບແບບ ແລະ ການຈັດຕັ້ງການເຄື່ອນໄຫວ

ຕາມການສະຖິຕິຈາກຂໍ້ມູນງົບປະມານຂອງລັດທາງປະຕູຖານຂໍ້ມູນຂອງກະຊວງການເງິນ ກໍເຫັນວ່າ, ລາຍຈ່າຍໃຫ້ສູນກາງສະມາຄົມຂອງອົງການຈັດຕັ້ງການເມືອງ - ສັງຄົມ, ກໍຄືບັນດາສູນກາງສະມາຄົມກຸ່ມບັນດາອົງການຈັດຕັ້ງສັງຄົມ - ອາຊີບ ໄດ້ເພີ່ມຂຶ້ນທົບ 3 ເທົ່າໃນຮອບເວລາ 10 ປີ, ນັບແຕ່ປີ 2006 ຮອດປີ 2015. ບັນດາລະບົບສະມາຄົມ, ອົງການຈັດຕັ້ງມະຫາຊົນ ເກືອບທັງໝົດ, ໃນນັ້ນພິເສດແມ່ນບັນດາອົງການຈັດຕັ້ງການເມືອງ - ສັງຄົມ, ໄດ້ຮັບການຈັດຕັ້ງຕາມຮູບແບບບໍລິຫານ, ມີພະນັກງານບັນຈຸ, ມີເຮືອນຢູ່, ສຳນັກງານ, ລົດ… ລາຍຈ່າຍປະຈຳ (ໃຫ້ເງິນເດືອນ ແລະ ລາຍຈ່າຍໃຫ້ການບໍລິຫານ) ຄິດສະເລ່ຍກວມເອົາສ່ວນຫຼາຍຈຳນວນງົບປະມານທີ່ໄດ້ຮັບການໜູນຊ່ວຍ. ສະນັ້ນ, ສະພາບລາຍຈ່າຍໃຫ້ກົງຈັກລັດແມ່ນກວມສ່ວນຫຼາຍ, ສ່ວນລາຍຈ່າຍໃຫ້ແກ່ການເຮັດວຽກແມ່ນໜ້ອຍທີ່ສຸດ. ທ່ານປະລິຍາເອກ ຮ່ວາງຫງອກຢາວ, ຫົວໜ້າສະຖາບັນນະໂຍບາຍກົດໝາຍ ແລະ ພັດທະນາ, ສະຫະພັນບັນດາສະມາຄົມວິທະຍາສາດເຕັກນິກຫວຽດນາມ, ຖືວ່າ.

“ຈຳນວນລາຍຈ່າຍງົບປະມານໃຫ້ບັນດາອົງການຈັດຕັ້ງສະມາຄົມແມ່ນຫຼາຍທີ່ສຸດ. ນີ້ແມ່ນບ້ວງລາຍຈ່າຍງົບປະມານທີ່ສະຫງວນໃຫ້ບັນດາອົງການຈັດຕັ້ງໃຫຍ່ເຊິ່ງໄດ້ຮັບການສ້າງຕັ້ງ ແລະ ເຄື່ອນໄຫວຕາມຄວາມຕ້ອງການ ແລະ ເຄື່ອນໄຫວຂອງລັດ. ທີ 2, ເລື່ອງໃຊ້ຈ່າຍງົບປະມານແຫ່ງລັດໃຫ້ບັນດາອົງການຈັດຕັ້ງການເມືອງ - ສັງຄົມຫຼາຍ, ແຕ່ປະສິດທິຜົນການເຄື່ອນໄຫວຂອງບັນດາອົງການຈັດຕັ້ງດັ່ງກ່າວແມ່ນຄືແນວໃດ. ຂ້າພະເຈົ້າອາດເວົ້າໄດ້ວ່າ, ຜົນແຫ່ງການຄົ້ນຄວ້າ, ສຳຫຼວດຫວ່າງແລ້ວນີ້ໄດ້ຊີ້ໃຫ້ເຫັນວ່າ, ການເຄື່ອນໄຫວຂອງອົງການຈັດຕັ້ງມະຫາຊົນບັນລຸປະສິດທິຜົນຕ່ຳ, ມີລັກສະນະເປັນຮູບການບໍລິຫານ”.

ທ່ານ ລິວບິ່ງເຍື້ອງ, ສະມາຊິກສະພາແຫ່ງຊາດແຂວງ ເບັ໋ນແຈ, ຖືວ່າ: ບັນດາຂໍ້ຈຳກັດກ່ຽວກັບຮູບແບບການຈັດຕັ້ງ ແລະ ປະສິດທິຜົນຂອງການເຄື່ອນໄຫວຂອງບັນດາສະມາຄົມ, ອົງການຈັດຕັ້ງມະຫາຊົນຂອງລັດໄດ້ຄົງຕົວມາຫຼາຍປີແລ້ວ. ໃນສະພາບງົບປະມານຂອງລັດພວມປະສົບກັບຄວາມຫຍຸ້ງຍາກຄືໃນປະຈຸບັນ, ນີ້ແມ່ນໂອກາດເພື່ອຕີລາຄາຄືນ ແລະ ສັບຊ້ອນບັນດາອົງການຈັດຕັ້ງ, ມະຫາຊົນຕາມທິດກະທັດລັດ, ມີຜົນສັກສິດ, ມີປະສິດທິຜົນ, ໃນນັ້ນຕ້ອງປ່ຽນໃໝ່ກ່ຽວກັບກົນໄກການເງິນ.

“ນັບແຕ່ປີ 1981, ກະຊວງການເງິນໄດ້ມີຄຳແນະນຳເລກທີ 79 ກຳນົດກ່ຽວກັບລັກສະນະກຸ້ມຕົນເອງຂອງບັນດາອົງການຈັດຕັ້ງສັງຄົມ. ປະຈຸບັນ, ຜ່ານຫຼາຍສິບປີແລ້ວຈຶ່ງກຳນົດບັນຫານີ້. ສະນັ້ນ, ຕາມຂ້າພະເຈົ້າແລ້ວ, ໃນສະພາບງົບປະມານປະສົບກັບຄວາມຫຍຸ້ງຍາກ, ພວກເຮົາບໍ່ສາມາດເກື້ອກູນຕະຫຼອດໄປໃຫ້ການເຄື່ອນໄຫວຂອງບັນດາສະມາຄົມໄດ້. ຂ້າພະເຈົ້າເຫັນດີຕໍ່ທັດສະນະຂອງລັດ ແມ່ນພຽງໜູນຊ່ວຍ ຫຼື ຮັບປະກັນລາຍຈ່າຍໃຫ້ບັນດາໜ້າທີ່ເຊິ່ງລັດມອບໝາຍໃຫ້ ຫຼື ບັນດາກິດຈະກຳໂຄງການເຊິ່ງສະມາຄົມເຂົ້າຮ່ວມຕາມກົນໄກການປະມູນເທົ່ານັ້ນ ຫາກບໍ່ສະໜອງງົບປະມານແບບກະແຈກກະຈາຍ.”

 ໄດ້ມີບັນດາຮູບແບບດີເດັ່ນ

ໃນສະພາບຕົວຈິງ, ມີທອ້ງຖິ່ນຄື ແຂວງ ກວ໋າງນີງໄດ້ປະຕິບັດການສັບຊ້ອນບັນດາສະມາຄົມ, ອົງການຈັດຕັ້ງໃຫ້ກະທັດລັດ, ໂຮມແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງການເມືອງ ສັງຄົມ ເຂົ້າເປັນອົງການຫນຶ່ງ ດ້ວຍຊື່ເອີ້ນຢູ່ຂັ້ນເມືອງ ແມ່ນ “ອົງການເສນາທິການຊ່ວຍວຽກລວມໃຫ້ແກ່ກຸ່ມແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງການເມືອງ. ຂັ້ນຕາແສງ, ເທດສະບານ ແມ່ນ “ພາກສ່ວນສົມທົບເປັນເອກະພາບໃນການກະທຳ”. ເຖິງຢ່າງໃດກໍຕາມ, ທີ່ກອງປະຊຸມແລກປ່ຽນວຽກງານຂົນຂວາຍປະຊາຊົນກຸ່ມແນວໂຮມປະເທດຊາດ ຫວຽດນາມ ແລະ ບັນດາອົງການການເມືອງ ສັງຄົມ ໃນ 6 ເດືອນຕົ້ນປີນີ້, ຜູ້ແທນຫລາຍທ່ານ ສັງກັດບັນດາອົງການຈັດຕັ້ງມະຫາຊົນ, ອົງການການເມືອງ ສັງຄົມ ໄດ້ສະແດງຄວາມເປັນຫ່ວງຕໍ່ການສັບຊ້ອນຄືນ  ຈະກໍ່ໃຫ້ເກີດບັນດາຂໍ້ຂາດຕົກບົງຜ່ອງ, ຂໍ້ຄົງຂ້າງ ຍ້ອນກົດລະບຽບ ແລະ ຈຸດປະສົງ, ຄາດໝາຍ ຂອງແຕ່ລະອົງການຈັດຕັ້ງ ມີຫລາຍຈຸດແຕກຕ່າງກັນ. ທ່ານນາງ ບຸ່ຍທິແທງ, ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຍົກໃຫ້ເຫັນສະພາບຕົວຈິງຢູ່ແນວໂຮມປະເທດຊາດຫວຽດນາມຂັ້ນສູນກາງວ່າ:

 “ໜ້າທີ່ມອບໃຫ້ແນວໂຮມກໍ່ເພີ່ມຂຶ້ນ, ສະນັ້ນວຽກງານຕິດຕາມກວດກາ, ໄຈ້ແຍກຕີລາຄາສັງຄົມຢູ່ຮາກຖານກໍ່ໜັກໜ່ວງທີ່ສຸດ. ໃນຂະນະນັ້ນ, ພະນັກງານແນວໂຮມຢູ່ຂັ້ນຮາກຖານພັດຖືກຈຳກັດກ່ຽວກັບລະດັບຄວາມຮູ້, ເງິນເດືອນ ແລະ ລາຍຮັບຍັງຕຳ່. ດັ່ງນັ້ນຕ້ອງມີການເລືອກເຟັ້ນ ແລະ ຕ້ອງເຮັດແນວໃດໃຫ້ມີຖັນແຖວພະນັກງານ. ນັ້ນແມ່ນບັນຫາທີ່ວາງອອກສຳລັບວຽກງານແນວໂຮມສູນກາງ ແລະ ຜູ້ຮັບຜິດຊອບວຽກງານຈັດຕັ້ງຂອງແນວໂຮມ“.

        ການສັບຊ້ອນ, ສ້າງໂຄງປະກອບບັນດາອົງການຈັດຕັ້ງສະມາຄົມ, ອົງການຈັດຕັ້ງມະຫາຊົນຄືນໃໝ່ຕາມທິດກະທັດລັດ, ທັງປະກອບສ່ວນຫຼຸດຜ່ອນລາຍຈ່າຍຈາກງົບປະມານຂອງລັດ, ທັງຍົກສູງຜົນສັກສິດ, ປະສິດທິຜົນການເຄື່ອນໄຫວຂອງບັນດາອົງການຈັດຕັ້ງນີ້. ແຕ່ໃນບົດປາໄສຂອງທ່ານ ຫງວຽນຟູ໋ຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກກອມມູນິດ ຫວຽດນາມ ທີ່ວາລະໄຂກອງປະຊຸມສູນກາງຄັ້ງທີ 6 (ຊຸດທີ XII) ນັ້ນ “ບັນດາໜ້າທີ່ ແລະ ມາດຕະການທີ່ວາງອອກຕ້ອງເໝາະສົມ, ມີຄວາມສາມາດເປັນໄປໄດ້, ມີຂັ້ນຕອນ, ມີບາດກ້າວເດີນຢ່າງໝັ້ນຄົງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ ທັງໃນຕໍ່ໜ້າ ແລະ ໄລຍະຍາວ, ປະກອບສ່ວນແກ້ໄຂບັນດາບັນຫາຕົວຈິງທີ່ພວມວາງອອກ. ຕາມນັ້ນແລ້ວ, ບັນດາວຽກງານທີ່ຈະແຈ້ງແລ້ວ ແມ່ນຕ້ອງເດັດດ່ຽວປະຕິບັດ; ວຽກງານໃດທີ່ບໍ່ທັນຈະແຈ້ງ, ສັບສົນຫຼາຍ, ຍັງມີຄວາມເຫັນແຕກຕ່າງກັນ ແມ່ນຈະຕັ້ງໜ້າຄົ້ນຄ້ວາ, ໃຫ້ປະຕິບັດທົດລອງ ແລ້ວສະຫຼຸບ, ເປີດກວ້າງອອກເທື່ອລະກ້າວ.

ຕອບກັບ

ຂ່າວ/ບົດ​ອື່ນ