ຜົນງານໃນການເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ ເຮັດໃຫ້ບັນດາກົນອຸບາຍຫວັງມ້າງທຳລາຍຫວຽດນາມ ອ່ອນແອລົງ

(VOVWORLD) -ໂດຍປະຕິບັດຍຸດທະສາດ “ຜົນແປໂດຍສັນຕິ”, ໃນຊຸມປີຜ່ານມາບັນດາກຳລັງທີ່ເປັນປໍລະປັກໄດ້ນຳໃຊ້ທຸກວິທີ, ທຸກຮູບການເຄື່ອນໄຫວ; ໃນນັ້ນໄດ້ສວຍໃຊ້ການເຊື່ອມໂຍງເຂົ້າກັບສາກົນຢ່າງເຖິງຖອງ, ເພື່ອແນໃສ່ລະເມີດຄວາມສະຫງົບແຫ່ງຊາດ, ກ້າວໄປເຖິງການລົບລ້າງລະບອບສັງຄົມນິຍົມຢູ່ຫວຽດນາມ. ແຕ່ທຸກຄວາມມານະພະຍາຍາມເຫຼົ່ານີ້ລ້ວນແຕ່ຖືກປະລາໄຊ ຕໍ່ໜ້າໝາກຜົນການເຊື່ອມໂຍງເຂົ້າກັບສາກົນຢ່າງແຮງຂອງຫວຽດນາມ.
ຜົນງານໃນການເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ ເຮັດໃຫ້ບັນດາກົນອຸບາຍຫວັງມ້າງທຳລາຍຫວຽດນາມ ອ່ອນແອລົງ - ảnh 1(ພາບປະກອບ: TTXVN)

ເປັນທີ່ຮັບຮູ້ແຈ້ງແລ້ວວ່າ, ໃນຍຸກປະຈຸບັນການເຊື່ອມໂຍງເຂົ້າກັບສາກົນແມ່ນປັດໃຈພາວະວິໄສ, ສະນັ້ນ, ພັກ, ລັດຫວຽດນາມ ໄດ້ປະຕິບັດທຸກມາດຕະການແກ້ໄຂໃນການຊີ້ນຳ, ນຳພາຢ່າງບໍ່ຢຸດຢັ້ງ ເພື່ອໃຫ້ນັບມື້ນັບພັດທະນາ, ເປີດກວ້າງບັນດາການພົວພັນກັບສາກົນ, ໃນນັ້ນເພີ່ມທະວີການເຊື່ອມໂຍງດ້ານເສດຖະກິດເຂົ້າກັບສາກົນ. ເພື່ອປະຕິບັດແຜນນະໂຍບາຍສະເໝີຕົ້ນສະເໝີປາຍດັ່ງກ່າວ, ວິວັດທະນາການເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ ໄດ້ ແລະ ພວມບັນລຸໄດ້ໝາກຜົນອັນໃຫຍ່ຫຼວງຫຼາຍຢ່າງ.

ການພົວພັນຮ່ວມມືກັບຫວຽດນາມ ໄດ້ຮັບການເປີດກວ້າງອອກສູ່ໂລກ

        ກ່ຽວກັບການພົວພັນຮ່ວມມື 2 ຝ່າຍ, ປະຈຸບັນ ຫວຽດນາມ ມີການພົວພັນທາງການທູດກັບກວ່າ 170 ປະເທດໃນໂລກ, ການພົວພັນດ້ານການຄ້າ, ການສົ່ງອອກສິນຄ້າໄປຍັງກວ່າ 230 ຕະຫຼາດຂອງບັນດາປະເທດ ແລະ ເຂດແຄ້ວນ. ຫວຽດນາມ ເຊັນສັນຍາການຄ້າ 2 ຝ່າຍກວ່າ 90 ສະບັບ, ສັນຍາວ່າດ້ວຍການສົ່ງເສີມ ແລະ ອາລັກຂາແກ່ການລົງທຶນເກືອບ 60 ສະບັບ, ສັນຍາວ່າດ້ວຍຕ້ານການເກັບພາສີຊ້ອນ 54 ສະບັບ ແລະ ສັນຍາຮ່ວມມືຫຼາຍສະບັບກ່ຽວກັບດ້ານວັດທະນະທຳ 2 ຝ່າຍກັບບັນດາປະເທດ ແລະ ບັນດາອົງການຈັດຕັ້ງສາກົນ. ຫວຽດນາມ ໄດ້ສ້າງຕັ້ງການພົວພັນກັບບັນດາປະເທດໃຫຍ່ເປັນຢ່າງດີ, ໃນນັ້ນມີ 5 ປະເທດປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ, ບັນດາປະເທດໃນກຸ່ມ G8; ຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດກັບຈີນ ກາຍເປັນປະເທດຄູ່ຮ່ວມມືຍຸດທະສາດຮອບດ້ານ, ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດກັບລັດເຊຍ, ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດກັບຍີ່ປຸ່ນ, ອິນເດຍ, ສ.ເກົາຫຼີ, ອັງກິດ, ແອັດສະປາຍ. ຈຳນວນບັນດາອົງການຕາງໜ້າຂອງຫວຽດນາມ ປະຈຳຕ່າງປະເທດໄດ້ຂຶ້ນເຖິງ 91 ອົງການ, ດ້ວຍ 65 ສະຖານທູດ, 20 ສະຖານກົງສູນໃຫຍ່, 4 ຄະນະຜູ້ຕາງໜ້າຫວຽດນາມ ປະຈຳບັນດາອົງການຈັດຕັ້ງສາກົນ, 1 ຫ້ອງການເສດຖະກິດ, ວັດທະນະທຳ.

        ກ່ຽວກັບການຮ່ວມມືຫຼາຍຝ່າຍ ແລະ ພາກພື້ນ, ຫວຽດນາມ ໄດ້ມີການພົວພັນຢ່າງຕັ້ງໜ້າກັບບັນດາອົງການການເງິນ, ເງິນຕາສາກົນຄື: ທະນາຄານພັດທະນາອາຊີ, ກອງທຶນເງິນຕາສາກົນ, ທະນາຄານໂລກ. ວິວັດທະນາການເຊື່ອມໂຍງເຂົ້າກັບເສດຖະກິດສາກົນຂອງຫວຽດນາມ ໄດ້ຮັບການຍູ້ແຮງ ແລະ ໄດ້ຍົກຂຶ້ນສູ່ລະດັບສູງໃໝ່ ດ້ວຍເລື່ອງເຂົ້າເປັນສະມາຊິກບັນດາອົງການຈັດຕັ້ງເສດຖະກິດ, ການຄ້າຢູ່ພາກພື້ນ ແລະ ໂລກ, ລົງນາມໃນບັນດາສັນຍາຮ່ວມມືເສດຖະກິດຫຼາຍຝ່າຍ. ໃນເດືອນ ກໍລະກົດ 1995, ຫວຽດນາມ ເຂົ້າເປັນສະມາຊິກອາຊຽນ ແລະ ເຂົ້າຮ່ວມເຂດການຄ້າເສລີອາຊຽນ (AFTA) ນັບແຕ່ວັນທີ 01 ມັງກອນ 1996 ຢ່າງເປັນທາງການ. ນີ້ໄດ້ຮັບຖືວ່າແມ່ນບາດກ້າວບຸກທະລຸກ່ຽວກັບການກະທຳໃນວິວັດທະນາການເຊື່ອມໂຍງດ້ານເສດຖະກິດສາກົນຂອງຫວຽດນາມ. ຕໍ່ຈາກນັ້ນ, ປີ 1996 ຫວຽດນາມ ເຂົ້າຮ່ວມການສ້າງຕັ້ງເວທີປາໄສຮ່ວມມືອາຊີ - ເອີລົບ (ASEM) ແລະ ຮອດປີ 1998, ຫວຽດນາມ ໄດ້ຮັບເຂົ້າເປັນສະມາຊິກຂອງເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC). ພິເສດ, ວິວັດທະນາການເຊື່ອມໂຍງດ້ານເສດຖະກິດສາກົນຂອງຫວຽດນາມ ມີບາດກ້າວສຳຄັນ ເມື່ອຫວຽດນາມ ເຂົ້າເປັນສະມາຊິກຂອງອົງການການຄ້າໂລກ (WTO) ໃນວັນທີ 11 ມັງກອນ 2007 ຢ່າງເປັນທາງການ, ພາຍຫຼັງເຈລະຈາເພື່ອເຂົ້າເປັນສະມາຊິກຂອງອົງການດັ່ງກ່າວ ເປັນເວລາ 11 ປີ.

ເສີມຂະຫຍາຍບົດບາດເປັນສະມາຊິກໃນບັນດາອົງການຈັດຕັ້ງເສດຖະກິດສາກົນ

        ດ້ວຍຖາໜ້າແມ່ນສະມາຊິກຂອງບັນດາອົງການຈັດຕັ້ງເສດຖະກິດສາກົນຄື: WTO, ASEAN, APEC ຫວຽດນາມ ໄດ້ມານະພະຍາຍາມປະຕິບັດບັນດາຄຳໝັ້ນສັນຍາຢ່າງຄົບຖ້ວນ, ເຂັ້ນງວດ ແລະ ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວໃນຂອບເຂດຂອງບັນດາອົງການຈັດຕັ້ງດັ່ງກ່າວ. ພາຍຫຼັງເຂົ້າເປັນສະມາຊິກຂອງ WTO ແລ້ວ, ຫວຽດນາມ ໄດ້ດຳເນີນການປະຕິຮູບດ້ານນະໂຍບາຍການຄ້າຫຼາຍຢ່າງ ຕາມທິດໂປ່ງໄສ ແລະ ເສລີກວ່າ, ການປະຕິຮູບດັ່ງກ່າວໄດ້ສະແດງໃຫ້ເຫັນຢູ່ໃນບັນດາຄຳໝັ້ນສັນຍາຫຼາຍຝ່າຍກ່ຽວກັບກົດໝາຍ ແລະ ລະບອບລະບຽບການ ກໍຄືບັນດາຄຳໝັ້ນສັນຍາເປີດປະຕູຕະຫຼາດສິນຄ້າ, ການບໍລິການ.  ໂດຍແມ່ນສະມາຊິກຂອງ WTO, ຫວຽດນາມ ຕັ້ງໜ້າມານະພະຍາຍາມເຂົ້າຮ່ວມບັນດາການເຈລະຈາໃນຂອບເຂດ WTO ຢູ່ບັນດາເນື້ອໃນທີ່ກ່ຽວຂ້ອງເຖິງຫວຽດນາມ ຄື: ກະສິກຳ, ອຸດສາຫະກຳ, ຊັບສິນທາງປັນຍາ, ໜູນຊ່ວຍດ້ານສິນໃນນ້ຳ ແລະ ໂຄງການໜູນຊ່ວຍດ້ານການຄ້າຂອງ WTO. ສຳລັບຫວຽດນາມ ແລ້ວ, ອາຊຽນ ຍາມໃດກໍ່ແມ່ນຄູ່ຄ້າ ແລະ ແມ່ນນັກລົງທຶນໃຫຍ່ກວ່າໝູ່. ການປະຕິບັດບັນດາຄຳໝັ້ນສັນຍາເຊື່ອມໂຍງຢ່າງເລິກເຊິ່ງ, ກວ້າງຂວາງເພື່ອສ້າງປະຊາຄົມອາຊຽນ ໃນປີ 2015 ໄດ້ປະກອບສ່ວນຢ່າງແທດຈິງເຂົ້າໃນການປັບປຸງສະພາບແວດລ້ອມດ້ານກົດໝາຍຢູ່ພາຍໃນປະເທດ, ສ້າງຄວາມສະດວກໃຫ້ແກ່ການຜະລິດ, ດຳເນີນທຸລະກິດ ແລະ ການດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ, ກໍ່ຄືເປັນພື້ນຖານ, ແມ່ນປະຖົມປັດໃຈຊ່ວຍໃຫ້ຫວຽດນາມ ເຂົ້າຮ່ວມບັນດາຂອບເຂດຮ່ວມມື 2 ຝ່າຍ ແລະ ຫຼາຍຝ່າຍອື່ນ. ໃນຂອບເຂດ APEC, ຫວຽດນາມ ໄດ້ຮັບການຕີລາຄາວ່າ ແມ່ນໜຶ່ງໃນຈຳນວນບັນດາສະມາຊິກທີ່ມີຄວາມຂະຫຍັນຂັນເຄື່ອນ, ມີການປະກອບສ່ວນຫຼາຍຢ່າງໃຫ້ແກ່ເວທີປາໄສ APEC. ໃນຂອບເຂດ ASEM, ຫວຽດນາມ ຕັ້ງໜ້ານຳສະເໜີ ແລະ ຜັນຂະຫຍາຍບັນດາຂໍ້ລິເລີ່ມ, ການເຄື່ອນໄຫວຂອງ ASEM, ເຊິ່ງພົ້ນເດັ່ນແມ່ນການຈັດຕັ້ງບັນດາກອງປະຊຸມສຳມະນາສຳຄັນຂອງ ASEM ສຳເລັດຜົນ. ມາຮອດປະຈຸບັນ, ຫວຽດນາມ ໄດ້ເຂົ້າຮ່ວມການສ້າງຕັ້ງສັນຍາການຄ້າເສລີໃໝ່ (FTA) ກັບ 15 ປະເທດ ໃນຂອບເຂດຂອງ 6 FTA ລະດັບເຂດລວມມີ: ເຂດການຄ້າເສລີອາຊຽນ, ເຂດການຄ້າເສລີອາຊຽນ - ຈີນ, ເຂດການຄ້າເສລີອາຊຽນ - ສ.ເກົາຫຼີ, ເຂດການຄ້າເສລີອາຊຽນ - ອົດສະຕາລີ ແລະ ນິວຊີແລນ, ເຂດການຄ້າເສລີອາຊຽນ - ອິນເດຍ. ບັນດາສັນຍາການຄ້າເຊິ່ງຫວຽດນາມ ໄດ້ລົງນາມລວມມີ: ສັນຍາຄູ່ຮ່ວມມືເສດຖະກິດຫວຽດນາມ - ຍີ່ປຸ່ນ, ສັນຍາການຄ້າເສລີຫວຽດນາມ - ຈີເລຍ, ສັນຍາການຄ້າເສລີຫວຽດນາມ  - EU, ສັນຍາການຄ້າເສລີ  CPTPP.

        ສະນັ້ນ, ໃນເວລາກວ່າ 30 ປີແຫ່ງການປ່ຽນແປງໃໝ່, ຫວຽດນາມ ບໍ່ພຽງແຕ່ໄດ້ເປີດກວ້າງການພົວພັນທາງການທູດກັບຫຼາຍປະເທດເທົ່ານັ້ນ ຫາກຍັງເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ໃນຫຼາຍຂົງເຂດ, ພິເສດແມ່ນໃນຂົງເຂດເສດຖະກິດອີກດ້ວຍ. ບໍ່ພຽງແຕ່ເທົ່ານັ້ນ, ຫວຽດນາມ ຍັງຊີ້ໃຫ້ເຫັນວ່າ ແມ່ນສະມາຊິກທີ່ຕັ້ງໜ້າ, ປະຕິບັດບັນດາຄຳໝັ້ນສັນຍາຢ່າງຄົບຖ້ວນ, ເຂັ້ມງວດ ແລະ ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວໃນເວທີທົ່ວໂລກ. ໝາກຜົນຂອງການເຊື່ອມໂຍງຂອງຫວຽດນາມ ໃນຊຸມປີຜ່ານມານັ້ນແມ່ນຮູບພາບທີ່ພົ້ນເດັ່ນ, ເຮັດໃຫ້ບັນດາກົນອຸບາຍຫວັງຢາກສວຍໃຊ້ບັນຫາເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ ແນໃສ່ມ້າງທຳລາຍຫວຽດນາມ ຖືກອ່ອນແອລົງ.

ຕອບກັບ

ຂ່າວ/ບົດ​ອື່ນ