(VOVWORLD) -ທ່ານປະທານາທິບໍດີ ອາເມລິກາ Donald Trump ຫາກໍ່ມີຄຳຕັດສິນ ຊື່ງຕາມການຕີລາຄາຈາກບັນດານັກວິເຄາະແມ່ນສຽງໄພທີ່ສຸດ ເມື່ອຮັບຮູ້ ເຢຣູຊາແລມ ແມ່ນນະຄອນຫລວງຂອງ ລັດຊາວຢິວ ອິດສະຣາແອນ ແລະ ອາເມລິກາ ອາດຈະຍ້າຍສະຖານທູດມາຕັ້ງຢູ່ ນະຄອນນີ້. ໃນຫລາຍທົດສະວັດມານີ້, ເຢຣູຊາແລມ ແມ່ນຫນຶ່ງໃນບັນດາບັນຫາສັບສົນທີ່ສຸດໃນການປະທະກັນທີ່ແກ່ຍາວລະຫວ່າງ ປາແລດສະຕີນ ແລະ ອິດສະຣາແອນ. ດ້ວຍຄຳຕັດສິນນີ້, ວິວັດທະນາການສັນຕິພາບຢູ່ ພາກພື້ນນີ້ ອາດຈະຖືກທຳລາຍ ແລະ ພາໄປເຖິງບັນດາການປະທະກັນ, ການຂັດແຍ້ງກັນ, ຂາດສະຖຽນລະພາບໃຫມ່.
“ຂ້າພະເຈົ້າຢັ້ງຢືນວ່າ ຮອດຈຸດເວລາຮັບຮອງເອົາ ເຢຣູຊາແລມ ເປັນນະຄອນຫລວງຂອງ ອິດສະຣາແອນ ຢ່າງເປັນທາງການແລ້ວ. ບັນດາທ່ານປະທານາທິບໍດີສະໄຫມກ່ອນນີ້ ໄດ້ຍົກອອກຄຳໝັ້ນໝາຍໃນບັ້ນຫາສຽງເລືອກຕັ້ງ ແຕ່ບໍ່ປະຕິບັດ. ມື້ນີ້ ຂ້າພະເຈົ້າຫັນສິ່ງນັ້ນໃຫ້ປະກົດຜົນເປັນຈິງ”. ຄຳຖະແຫລງດັ່ງກ່າວໂດຍທ່ານປະທານາທິບໍດີ ອາເມລິກາ ຍົກອອກມາໃນວັນທີ 6 ທັນວາ ແລະ ປະຊາຄົມສາກົນມີປະຕິກິລິຍາຢ່າງແຮງໃນທັນທີ.
ຫລາຍປະເທດລ້ວນແຕ່ອອກສຽງກ່າວເຕືອນບັນດາການກະທຳຕາມລຳພັງຝ່າຍດຽວຂອງ ອາເມລິກາ ກ່ຽວຂ້ອງເຖິງ ເຢຣູຊາແລມ ແມ່ນການກະທຳ “ອັນຕະລາຍ” ແລະ ຈະທຳລາຍຄວາມມານະພະຍາຍາມສັນຕິພາບ ໂດຍ ອາເມລິກາ ນຳຫນ້າ ແລະ ພາໄປເຖິງຂາດຄວາມສະຖຽນລະພາບຢູ່ຕາເວັນອອກກາງ.
ເຢຣູຊາແລມ ບັນຫາຍັງຄົງຄ້າງແລະແກ່ຍາວໃນຫລາຍປີໃນຊີວິດດ້ານການເມືອງ-ຄວາມໝັ້ນຄົງສາກົນ
ເພື່ອໃຫ້ມີຄວາມເຂົ້າໃຈແຈ້ງວ່າ ເປັນຫຍັງຄຳຖະແຫລງຂອງທ່ານປະທານາທິບໍດີ ອາເມລິກາ ໄດ້ເຮັດໃຫ້ຫາງສຽງປະຕິກິລິຍາ ແລະ ເປັນຫຍັງ ເຢຣູຊາແລມ ພັດແມ່ນບັນຫາສະດຸ້ງໄວຕໍ່ບໍ່ວ່າຄຳຕັດສິນໃດ, ພວກເຮົາພ້ອມກັນກັບຕ່າວຄືນປະຫວັດສາດເພື່ອຊອກຮູ້.
ໃນ 60 ກວ່າປີ ຜ່ານມາ, ມາດຕະການສອງລັດແມ່ນຂໍ້ລິເລິ່ມທຳອິດຂອງສາກົນ ເພື່ອແກ້ໄຂຄວາມຂັດແຍ້ງລະຫວ່າງ ອິດສະຣາແອນ ແລະ ປາແລດສະຕິນ ໃນເຂດດິນແດນຂອງຊາວ ປາແລດສະຕິນ. ວັນທີ 29 ພະຈິກປີ 1947, ສະມັດຊາໃຫຍ່ ສປຊ ໄດ້ຮັບຮອງເອົາມະຕິ ເລກທີ 181 ແບ່ງແຍກ ປາແລດສະຕິນ ເປັນ ສອງປະເທດ ຂອງຊາວຢິວ ແລະ ຊາວປາແລດສະຕິນ. ຫລັງຈາກນັ້ນສອງສາມເດືອນ, ກົດໝາຍສາກົນ ໄດ້ອະນຸຍາດໃຫ້ ອິດສະຣາແອນ ຖະແຫລງສ້າງຕັ້ງລັດຂອງ ຊາວຢິວ ແລະ ສະຫງວນໃຫ້ ອິດສະຣາແອນ ຖານະແມ່ນປະເທດຫນຶ່ງ ດ້ວຍສິດແມ່ນສະມາຊິກສົມບູນຢູ່ບັນດາອົງການຈັດຕັ້ງສາກົນ ໂດຍ ສປຊ ນຳຫນ້າ.
ໃນຂະນະນັ້ນ ຊາວປາແລດສະຕິນ ຍັງຄົງຕ້ອງຊອກຫາລັດຂອງຕົນໃນຕະຫລອດໄລຍະນັ້ນມາຮອດປະຈຸບັນ. ໃນສົງຄາມຢູ່ຕາເວັນອອກກາງເມື່ອປີ 1967, 87% ເນື້ອທີ່ດິນແດນຂອງ ປາແລດສະຕິນ ຖືກ ອິດສະຣາແອນ ຢຶດຄອງ ໃນນັ້ນ ມີເຂດ ເຢຣູຊາແລມ ຕາເວັນອອກ ແລະ ນັບແຕ່ນັ້ນມາ ອິດສະຣາແອນ ຖື ເຢຣູຊາແລມ ແມ່ນນະຄອນຫລວງຂອງຕົນທີ່ບໍ່ຖືກແບ່ງແຍກ. ໃນຂະນະນັ້ນ ຝ່າຍ ປາແລດສະຕິນ ຖືວ່າ ເຢຣູຊາແລມ ຕາເວັນອອກຕ້ອງ ແມ່ນນະຄອນຫລວງຂອງລັດ ປາແລດສະຕິນໃນອະນາຄົດ.
ໃນຫລາຍສີບໆປີຜ່ານມາ ບັນຫາດິນແດນໃຫ້ແກ່ຊາວ ປາແລດສະຕິນ ແລະ ສັນຕິພາບໃຫ້ທັງພາກພື້ນ ຍາມໃດກໍ່ຕິດພັນນຳກັນ ແລະ ເສຍກຳລັງເຫື່ອແຮງຂອງປະຊາຄົມສາກົນບໍ່ແມ່ນຫນ້ອຍ. ວິວັດທະນາການເຈລະຈາລະຫວ່າງ ປາແລດສະຕິນ ແລະ ອິດສະຣາແອນ ຖືກຕົກເຂົ້າສູ່ສະພາບບໍ່ມີທາງອອກຫລາຍເທື່ອແລ້ວ ແລະ ນີ້ແມ່ນສາຍເຫດຕົ້ນຕໍພາໄປເຖິງການຂາດສະຖຽນລະພາບ ແລະ ການປະທະກັນຢ່າງລຽນຕິດຢູ່ ພາກພື້ນນີ້. ໃນສອງສາມປີມານີ້ ຍ້ອນມີຄວາມມານະພະຍາຍາມຂອງປະຊາຄົມສາກົນ, ໃນນັ້ນ ມີບົດບາດໄກ່ເກ່ຍປ່ອງດອງຂອງ ອາເມລິກາ, ບັນດາຮອບເຈລະຈາຊອກຫາສັນຕິພາບຢູ່ ພາກພື້ນນີ້ ມີຄວາມຄືບຫນ້າບໍ່ຫລາຍກໍ່ຫນ້ອຍ. ນັ້ນແມ່ນບັນດາຝ່າຍເຫັນດີໂດຍຖືວ່າ ມາດຕະການສອງລັດມີອະທິປະໄຕ ແລະ ປະຊາທິປະໄຕ, ດຳລົງຊີວິດຮ່ວມກັນໃນສັນຕິພາບ, ໂດຍອີງໃສ່ເສັ້ນຊາຍແດນທີ່ໄດ້ກຳນົດໃນປີ 1967 ແມ່ນວິທີຫນຶ່ງດຽວເພື່ອເປັນພື້ນຖານໃຫ້ແກ່ພື້ນຖານສັນຕິພາບຍາວນານຢູ່ພາກພື້ນ.
ຕົວເມືອງເກົ່າ ເຢຣູຊາແລມ
ພາບ:vietnam+
|
ບັນຊີລາຍຊື່ບັນດາປະເທດຮັບຮອງລັດ ປາແລດສະຕິນ ນັບມື້ນັບໄດ້ແກ່ຍາວ ກໍ່ໄດ້ນຳມາໃຫ້ບັນດາສັນຍານເປັນຫນ້າຊື່ນຊົມໃຫ້ແກ່ບັນຫາຍັງຄົງຄ້າງທີ່ແກ່ຍາວໃນຫລາຍປີຜ່ານມາໃນຊີວິດດ້ານການເມືອງ ຄວາມໝັ້ນຄົງສາກົນ. ຫວ່າງແລ້ວນີ້ ໃນວັນທີ 30 ພະຈິກ ຜ່ານມາ, 151 ສະມາຊິກ ສະມັດຊາໃຫຍ່ ສປຊ ໄດ້ຮັບຮອງເອົາມະຕິສະບັບຫນຶ່ງຄັດຄ້ານ ອິດສະຣາແອນ ຢຶດຄອງ ນະຄອນ ເຢຣູຊາແລມ .
ຄວາມສ່ຽງອາດຈະເກີດການປະທະກັນ
ໃນສະພາບການປະຊາຄົມສາກົນ ບໍ່ຮັບຮູ້ອະທິປະໄຕຂອງ ອິດສະຣາແອນ ໃນທົ່ວນະຄອນ ແລະ ຖືວ່າ ສະພາບການຂອງ ເຢຣູຊາແລມ ຕ້ອງໄດ້ຮັບການແກ້ໄຂຜ່ານບັນດາການເຈລະຈາ, ເລື່ອງ ອາເມລິກາ ຮັບຮູ້ ເຢຣູຊາແລມ ແມ່ນນະຄອນຫລວງ ຂອງ ອິດສະຣາແອນ ແລະ ຈະຍ້າຍສະຖານທູດໄປຕັ້ງຢູ່ເຢຣູຊາແລມ ແມ່ນເຮັດໃຫ້ການປະທະກັນ ແລະ ຄວາມເຄັ່ງຕຶງ ທີ່ເຄີຍມີຢູ່ ຕາເວັນອອກກາງເພີ່ມຂຶ້ນ.
ເຢຣູຊາແລມ ແມ່ນເຂດດິນທີ່ສັກກະລະບູຊາ ມີຄວາມໝາຍສຳຄັນ ສຳລັບທັງຊາວ ຢິວ ແລະ ຊາວ ຄຼິດ ແລະ ຊາວມຸດສະລິມ. ບໍ່ພຽງແຕ່ແມ່ນບັນຫາສັບສົນກ່ຽວກັບປະຫວັດສາດ ແລະ ການເມືອງເທົ່ານັ້ນ ຫາກບັນຫາເຢຣູຊາແລມ ໄດ້ຮັບຖືວ່າຍັງຄົງສັບສົນທີ່ສຸດ ເມື່ອເຕື້ອງເຖິງບັນຫາເຊື້ອຊາດ, ສາດສະຫນາ ແລະ ຄວາມໝັ້ນຄົງ. ຄຳຕັດສິນຂອງທ່ານປະທານາທິບໍດີ ອາເມລິກາ ພວມໄປຝືນກັບບັນດາຄວາມມານະພະຍາຍາມຂອງປະຊາຄົມສາກົນ, ອາດຈະເຮັດໃຫ້ບັນດາການເຈລະຈາສັນຕິພາບຢູ່ຕາເວັນອອກກາງ ບໍ່ໄປຖືກທິດ ເມື່ອປະລະຄວາມຮັບຜິດຊອບການໄກ່ເກ່ຍປ່ອງດອງກ່ຽວກັບສັນຕິພາບ.
ອັນຕະລາຍກວ່ານັ້ນແມ່ນ ຄຳຕັດສິນຂອງທ່ານ Trump ອາດຈະແມ່ນຊ່ອງຫວ່າງເພື່ອໃຫ້ພວກກໍ່ການຮ້າຍປຸກລຸກຄວາມອາຄາດບາດໝາງ ແລະ ເກີດຈິດຕະສາດຄັດຄ້ານຈາກປະຊາຊົນໃນພາກພື້ນ, ຍູ້ຕາເວັນອອກກາງຕົກເຂົ້າສູ່ສະພາບຂາດສະຖຽນລະພາບໃຫມ່.