ກົດໝາຍວ່າດ້ວຍສື່ມວນຊົນ (ສະບັບປັບປຸງ)ໄດ້ຮັບການຮັບຮອງເອົາ
ທີ່ກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດຊຸດທີ 13
(ພາບປະກອບ:
baobaohiemxahoi)
(vovworld) - ກົດໝາຍວ່າດ້ວຍສື່ມວນຊົນ (ສະບັບປັບປຸງ)ໄດ້ຮັບການຮັບຮອງເອົາ ທີ່ກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດຊຸດທີ 13, ໃນວັນທີ 5/4/2016. ກົດໝາຍໄດ້ກຳນົດຢ່າງລະອຽດກ່ຽວກັບ ສິດຜົນປະໂຫຍດ ແລະ ຄວາມຮັບຜິດຊອບຂອງບຸກຄົນ ແລະ ໝູ່ຄະນະທີ່ເຄື່ອນໄຫວໃນຂົງເຂດນີ້, ພ້ອມທັງສ້າງພື້ນຖານນິຕິກຳທີ່ສຳຄັນໃຫ້ແກ່ການພັດທະນາສື່ມວນຊົນຢູ່ ຫວຽດນາມ.
ກົດໝາຍວ່າດ້ວຍສື່ມວນຊົນ (ສະບັບປັບປຸງ) ໄດ້ຮັບການຮັບຮອງເອົາຈາກສະພາແຫ່ງຊາດ, ພາຍຫຼັງດຳເນີນການປັບປຸງ 20 ກວ່າຄັ້ງ. ກົດໝາຍກຳນົດຢ່າງລະອຽດກ່ຽວກັບສິດເສລີໃນການເຄື່ອນໄຫວສື່ມວນຊົນ, ສິດເສລີໃນການປາກເວົ້າຂອງພົນລະເມືອງໃນສື່ມວນຊົນຕາມແນວຄິດທີ່ກ້າວໜ້າກ່ຽວກັບການເຄົາລົບການຮັບປະກັນສິດທິມະນຸດໃນລັດຖະທຳມະນູນ. ກົດໝາຍກໍ່ເພີ່ມທະວີການປົກປ້ອງໃຫ້ບັນດາຜູ້ທີ່ເຄື່ອນໄຫວໃນຂົງເຂດສື່ມວນຊົນ, ອັນໄດ້ສ້າງພື້ນຖານນິຕິກຳຢ່າງກວ້າງຂວາງກວ່າ ໃຫ້ແກ່ການພັດທະນາຂອງສື່ມວນຊົນ.
ສ້າງພື້ນຖານນິຕິກຳຢ່າງຄົບຊຸດເພື່ອໃຫ້ອົງການສື່ມວນຊົນ, ນັກຂ່າວດຳເນີນງານ.
ກ່ຽວກັບສິດດຳເນີນອາຊີບຂອງສື່ມວນຊົນ, ກົດໝາຍວ່າດ້ວຍສື່ມວນຊົນ (ສະບັບປັບປຸງ) ໄດ້ກຳນົດຢ່າງລະອຽດກ່ຽວກັບຄວາມຮັບຜິດຊອບໃນການສະໜອງຂໍ້ມູນຂ່າວສານໃຫ້ສື່ມວນຊົນຂອງສຳນັກງານ, ອົງການຈັດຕັ້ງ, ຜູ້ມີຄວາມຮັບຜິດຊອບ. ເພື່ອຮັກສາແຫຼ່ງຂ່າວສື່ມວນຊົນ ແລະ ສິດດຳເນີນອາຊີບຂອງນັກຂ່າວ. ກົດໝາຍວ່າດ້ວຍສື່ມວນຊົນ (ສະບັບປັບປຸງ) ໄດ້ກຳນົດຂອບເຂດກ່ຽວກັບເລື່ອງບັນດາສຳນັກງນສື່ມວນຊົນ, ນັກຂ່າວພຽງແຕ່ເປີດເຜີຍຜູ້ສະໜອງຂໍ້ມູນຂ່າວ ເມື່ອມີຄຳຮຽກຮ້ອງດ້ວຍເອກະສານຂອງອົງການກ່ຽວຂ້ອງທີ່ມີສິດອຳນາດ, ພ້ອມທັງຮຽກຮ້ອງອົງການທີ່ກ່ຽວຂ້ອງມີຄວາມຮັບຜິດຊອບໃນການປົກປ້ອງຜູ້ສະໜອງຂໍ້ມູນຂ່າວ, ພາຍຫຼັງຊື່ຂອງເຂົາເຈົ້າໄດ້ຮັບການເປີດເຜີຍ.
ຕາມກົດໝາຍວ່າດ້ວຍສື່ມວນຊົນ (ສະບັບປັບປຸງ) ປີ 2016, ສື່ມວນຊົນໄດ້ຮັບການປົກປ້ອງຈາກກົດໝາຍໃນການເຄື່ອນໄຫວອາຊີບ; ມີສິດໄດ້ໄປຍັງບັນດາສຳນັກງານ, ອົງການຕ່າງໆ ເພື່ອເຄື່ອນໄຫວສື່ມວນຊົນ. ບັນດາສຳນັກງານ, ອົງການຈັດຕັ້ງມີຄວາມຮັບຜິດຊອບໃນການສະໜອງ ເອກະສານ (ບໍ່ແມ່ນເອກະສານປິດລັບຂອງລັດ, ກໍ່ຄືຊີວິດສ່ວນຕົວ ແລະ ຄວາມລັບອື່ນໆຕາມກຳນົດຂອງກົດໝາຍ). ກ່ຽວກັບການສະໜອງຂໍ້ມູນຂ່າວໃຫ້ສື່ມວນຊົນ, ບັນດາສຳນັກງານ, ອົງການຈັດຕັ້ງ, ຜູ້ມີຄວາມຮັບຜິດຊອບມີສິດ ແລະ ພັນທະສະໜອງຂໍ້ມູນຂ່າວໃຫ້ສື່ມວນຊົນ. ເລື່ອງຫຼີກລ້ຽງບໍ່ສະໜອງຂໍ້ມູນຂ່າວໃຫ້ສື່ມວນຊົນແມ່ນການກະທຳລະເມີດບໍລິຫານທີ່ໄດ້ກຳນົດໃນດຳລັດຂອງລັດຖະບານກ່ຽວກັບການປັບໄໝລົງໂທດຕໍ່ການລະເມີດການບໍລິຫານໃນຂົງເຂດສື່ມວນຊົນ, ພິມຈຳໜ່າຍ.
ກົດໝາຍວ່າດ້ວຍສື່ມວນຊົນ (ສະບັບປັບປຸງ) ຍັງກຳນົດຢ່າງຈະແຈ້ງວ່າ, ສື່ມວນຊົນໄດ້ຮັບການປົກປ້ອງຈາກກົດໝາຍ ແລະ ເກືອດຫ້າມບັນດາການກະທຳນາບຂູ່, ຄຸກຄາມເຖິງຊີວິດອີນຊີ, ແຕະຕ້ອງເຖິງກຽດເປັນມະນຸດຂອງນັກຂ່າວ; ທຳລາຍ, ຢືດເອົາອຸປະກອນ, ເອກະສານ, ກີດຂວາງນັກຂ່າວເມື່ອເຄື່ອນໄຫວອາຊີບຖືກຕາມກົດໝາຍ.
ເພື່ອຍົກສູງບົດບາດຂອງນັກຂ່າວ, ຄວາມຮັບຜິດຊອບ ພົນລະເມືອງ ຂອງຜູ້ເຮັດວຽກງານສື່ມວນຊົນ. ກົດໝາຍວ່າດ້ວຍສື່ມວນຊົນ (ສະບັບປັບປຸງ) ຫັນເປັນກົດໝາຍບັນດາຂໍ້ກຳນົດບັງຄັບກ່ຽວກັບຈັນຍາບັນອາຊີບຂອງຜູ້ເຮັດວຽກງານສື່ມວນຊົນ. ກົດໝາຍກໍ່ໄດ້ກຳນົດຢ່າງລະອຽດກ່ຽວກັບບັນດາການກະທຳຖືກຫ້າມໃນການເຄື່ອນໄຫວສື່ມວນຊົນ. ບັນດາການກະທຳຫ້າມໃຫ້ຂ່າວທີ່ເໝາະສົມກັບບັນດາຂໍ້ກຳນົດໃນປະມວນກົດໝາຍອາຍາປີ 2015, ບັນດາການກະທຳຖືກຫ້າມອື່ນໆທີ່ເໝາະສົມກັບປະມວນກົດໝາຍແພ່ງ ແລະ ກົດໝາຍອື່ນໆ, ຮັບປະກັນລັກສະນະເປັນໄປໄດ້ໃນພຶດຕິກຳຕົວຈິງ.
ຮັບປະກັນ ແລະ ເປີດກວ້າງການຮ່ວມສຳພັນກັບຫຼາຍຝ່າຍໃນການເຄື່ອນໄຫວສື່ມວນຊົນ
ຈຸດພົ້ນເດັ່ນທີ່ຕ້ອງການເນັ້ນໜັກນັ້ນແມ່ນ ການຮ່ວມສຳພັນນີ້ຮັບປະກັນໃຫ້ຜູ້ອ່ານໄດ້ມີສິດຊົມໃຊ້ຜົນປະໂຫຍດກ່ຽວກັບເນື້ອໃນ, ແລະ ບັນດາອົງການສື່ມວນຊົນກໍ່ມີສິດຊົມໃຊ້ຜົນປະໂຫຍດ ທາງດ້ານເສດຖະກິດ, ເຊິ່ງກ່ອນນີ້ການຮ່ວມສຳພັນຄືດັ່ງກ່າວພຽງແຕ່ລະບຸໄວ້ໃນບັນດາເອກະສານນິຕິກຳເທົ່ານັ້ນ.
ເມື່ອທຽບໃສ່ກົດໝາຍວ່າດ້ວຍສື່ມວນຊົນປີ 1999, ເປົ້າໝາຍສ້າງຕັ້ງອົງການສື່ມວນຊົນກໍ່ເປີດກວ້າງກວ່າ, ອະນຸຍາດໃຫ້ບັນດາຮາກຖານການສຶກສາ, ບັນດາອົງການວິທະຍາສາດ ແລະ ເຕັກໂນໂລຢີພາກເອກະຊົນ, ມີການລົງທຶນຈາກຕ່າງປະເທດ ກໍ່ມີສິດສ້າງຕັ້ງວາລະສານວິທະຍາສາດ; ອົງການສື່ມວນຊົນມີສິດຮ່ວມສຳພັນກັບອົງການສື່ມວນຊົນອື່ນໆ, ນິຕິບຸກຄົນ, ສ່ວນບຸກຄົນທີ່ໄດ້ຈົດທະບຽນດຳເນີນທຸລະກິດຢ່າງເໝາະສົມກັບຂົງເຂດຮ່ວມສຳພັນ ແລະ ເປັນເຈົ້າການປະຕິບັດ, ຮັບຜິດຊອບ, ຫາກບໍ່ຕ້ອງຂໍອະນຸຍາດອົງການຄຸ້ມຄອງລັດກ່ຽວກັບສື່ມວນຊົນ, ຂໍ້ກຳນົດນີ້ເພື່ອແນໃສ່ໝູນໃຊ້ບັນດາແຫຼ່ງກຳລັງເຂົ້າຮ່ວມການລົງທຶນ ແລະ ຄົ້ນຄ້ວາວິທະຍາສາດ, ສົ່ງເສີມ, ຊຸກຍູ້ການພັດທະນາຂອງບັນດາຂະແໜງວິທະຍາສາດ.
ກົດໝາຍສະບັບປັບປຸງນີ້ ກໍ່ໄດ້ເພີ່ມເຕີມຂໍ້ກຳນົດ ກ່ຽວກັບການຮ່ວມສຳພັນໃນການເຄື່ອນໄຫວສື່ມວນຊົນ, ໃນນັ້ນກຳນົດຂົງເຂດ, ເນື້ອໃນບັນດາອົງການສື່ມວນຊົນທີ່ມີສິດຮ່ວມສຳພັນ ກັບອົງການສື່ມວນຊົນອື່ນ, ນິຕິບຸກຄົນ, ສ່ວນບຸກຄົນທີ່ໄດ້ຈົດທະບຽນດຳເນີນທຸລະກິດເໝາະສົມກັບຂົງເຂດຮ່ວມສຳພັນຢ່າງລະອຽດ. ກຳນົດເວລາທີ່ໄດ້ຮັບອະນຸຍາດຮ່ວມສຳພັນໃນຊ່ອງວິທະຍຸກະຈາຍສຽງ, ຊ່ອງໂທລະພາບເພື່ອຮັບໃຊ້ໜ້າທີ່ການເມືອງ; ໃຫ້ຂ່າວໂຄສະນາທີ່ຈຳເປັນຕາມຂໍ້ກຳນົດ ແລະ ຊ່ອງສາລະຄະດີ - ການເມືອງສັງລວມ; ກຳນົດເວລາສູງສຸດເຊິ່ງບັນດາອົງການສື່ມວນຊົນດັ່ງກ່າວມີການເຄື່ອນໄຫວຮ່ວມສຳພັນຜະລິດລາຍການທັງໝົດໃນຊ່ອງກະຈາຍສຽງ, ໂທລະພາບ.
ໂດຍເລີ່ມມີຜົນສັກສິດຢ່າງເປັນທາງການແຕ່ວັນທີ 1/1/2013, ເມື່ອ ກົດໝາຍວ່າດ້ວຍສື່ມວນຊົນ (ສະບັບປັບປຸງ) ກ້າວເຂົ້າສູ່ພຶດຕິກຳຕົວຈິງ, ມັນຈະຫັນເປັນລະອຽດຂໍ້ກຳນົດຂອງລັດຖະທຳມະນູນປີ 2013, ປະກອບສ່ວນຮັບປະກັນໃຫ້ບັນດາຜູ້ເຄື່ອນໄຫວສື່ມວນຊົນມີສິດເສລີໃນການປາກເວົ້າ, ມີສິດເສລີໃນການເຄື່ອນໄຫວສື່ມວນຊົນ ກໍ່ຄືກົນໄກຂອງລັດ, ຮັບປະກັນໃຫ້ທຸກອົງການຈັດຕັ້ງ, ສ່ວນບຸກຄົນ ໄດ້ປະຕິບັດສິດດັ່ງກ່າວ. ກົດໝາຍສ້າງພື້ນຖານນິຕິກຳສຳຄັນເພື່ອໃຫ້ພາລະກິດສື່ມວນຊົນປະຕິວັດຫວຽດນາມພັດທະນາຢ່າງບໍ່ຢຸດຢັ້ງ, ປະກອບສ່ວນນັບມື້ນັບເໝາະສົມເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.