(ພາບປະກອບ)
|
ພາກພື້ນໃຊ້ສະກຸນເງິນລວມເອີໂຣ ( Eurozone ) ໃນປະຈຸບັນພວມດຶງດູດຄວາມສົນໃຈ. ສະພາບການເມືອງບໍ່ມີທາງອອກທີ່ເກີດມາຈາກການເລືອກຕັ້ງຢູ່ອີຕາລີໃນໄລຍະທີ່ຜ່ານມາ ໄດ້ເຮັດໃຫ້ຄວາມວິຕົກກັງວົນຕໍ່ວິກິດການໜີ້ສາທາລະນະ ສືບຕໍ່ເພີ່ມຂຶ້ນບໍ່ພຽງແຕ່ສຳລັບອີຕາລີເທົ່ານັ້ນ, ຫາກຍັງແຜ່ລາມອອກສູ່ຫຼາຍປະເທດໃນພາກພື້ນອີກດ້ວຍ. ກົງກັນຂ້າມກັບຄວາມຫວັງຂອງຫຼາຍຄົນກ່ຽວກັບການເລືອກຕັ້ງເມື່ອທ້າຍເດືອນ 2/2013 ຊຶ່ງຈະແມ່ນກາລະໂອກາດເພື່ອໃຫ້ອີຕາລີສາມາດແກ້ໄຂບັນດາບັນຫາເສດຖະກິດຢູ່ພາຍໃນປະເທດປະຈຸບັນ, ສ່ວນທະວີບເອີລົບ ພວມລໍຄອຍຕໍ່ສະຖຽນລະພາບຢູ່ປະເທດນີ້ເພື່ອສ້າງສະຖຽນລະພາບ ແລະ ຟື້ນຟູເສດຖະກິດຂອງພາກພື້ນຕໍ່ໜ້າ ວິກິດການໜີ້ສາທາລະນະ, ແຕ່ທຸກສິ່ງທຸກຢ່າງພວມເກີດຂຶ້ນນັ້ນ, ໄດ້ເຮັດໃຫ້ທຸກຄວາມປາດຖະໜາທີ່ຫາກໍມີມາຖືກຕ່າວປີ້ນ. ການເລືອກຕັ້ງຄັ້ງນີ້ ຖືກຈັດຂຶ້ນໄວກ່ວາຕາມແຜນການ ພາຍຫຼັງທີ່ພັກປະຊາຊົນເສລີ PDL ກາງຂວາຂອງອະດີດນາຍົກລັດຖະມົນຕີ Silvio Berlusconi ໃນທ້າຍປີ 2012 ຢຸດການສະໜັບສະໜູນລັດຖະບານຂອງ ນາຍົກລັດຖະມົນຕີ Mario Monti, ອັນໄດ້ເຮັດໃຫ້ ນາຍົກລັດຖະມົນຕີທ່ານນີ້ຕ້ອງລາອອກຈາກຈາກຕຳແໜ່ງໃນຕົ້ນເດືອນ 1/2013. ການເລືອກຕັ້ງບໍ່ພຽງແຕ່ມີຄວາມສຳຄັນສຳລັບອີຕາລີເທົ່ານັ້ນ, ຫາກຍັງມີຄວາມສຳຄັນສຳລັບທັງເອີລົບອີກດ້ວຍ, ເພາະມັນຈະຕັດສິນພາລະກຳຂອງນະໂຍບາຍ “ ຮັດເຂັມຄັດ” ກໍຄືວິວັດທະນາການປະຕິຮູບເສດຖະກິດໂດຍທ່ານນາຍົກລັດຖະມົນຕີ Mario Monti ເປັນຜູ້ລິເລີ່ມ ແລະ ໄດ້ຮັບການສະໜັບສະໜູນຈາກຜູ້ນຳຫຼາຍທ່ານໃນໂລກຄື : ປະທານາທິບໍດີອາເມລິກາ, ນາຍົກລັດຖະມົນຕີເຢຍລະມັນ.
ຫວນຄືນກ່ວາ 1 ປີທີ່ຜ່ານມາ, ຊຶ່ງແມ່ນຈຸດເວລາທີ່ ທ່ານນາຍົກລັດຖະມົນຕີ Mario Monti ສາບານຕົວເຂົ້າດຳລົງຕຳແໜ່ງເມື່ອເດືອນ 11/2011, ອີຕາລີພວມຕ້ອງປະເຊີນໜ້າກັບວິກິດການຢ່າງແທ້ຈິງ ຂະນະທີ່ອັດຕາ ໜີ້ສາທາລະນະ/GDP ຂອງປະເທດນີ້ ເພີ່ມຂຶ້ນກ່ວາ 120%, ສູງອັນດັບທີ່ 2 ຖັດຈາກ ເກຼັກ ຊຶ່ງແມ່ນປະເທດທຳອິດເກີດ ວິກີດການໜີ້ສາທາລະນະຢູ່ເອີລົບ. ພາຍຫຼັງສາບານຕົວເຂົ້າດຳລົງຕຳແໜ່ງ, ທ່ານ Mario Monti ສາມາດຕອບສະໜອງຄວາມຄອງຄອຍຂອງບັນດາຜູ້ສະໜັບສະໜູນໃນວົງການການເງິນເອີລົບ ເມື່ອໄດ້ນຳໃຊ້ບັນດາ ນະໂຍບາຍ “ ຮັດເຂັມຄັດ” ແລະ ເພີ່ມອັດຕາພາສີອາກອນເພື່ອຫຼຸດອັດຕາໜີ້ສາທາລະນະທີ່ພວມຢູ່ໃນລະດັບສູງໃນປະເທດນີ້. ນະໂຍບາຍເຫຼົ່ານັ້ນ, ໄດ້ຊ່ວຍຫຼຸດອັດຕາການຂາດດຸນງົບປະມານ/GDP ຂອງອີຕາລີຈາກ 3,9%ໃນປີ 2011 ລົງສູ່ລະດັບກຳນົດຂອງ EU ແມ່ນຕ່ຳກ່ວາ 3% ໃນປີ 2012. ໃນໄລຍະ 15 ເດືອນ ໃຕ້ສະໄໝຂອງທ່ານນາຍົກລັດຖະມົນຕີ Mario Monti ນັ້ນ, ໄດ້ຍູ້ພື້ນຖານເສດຖະກິດຂອງອີຕາລີ ຕົກເຂົ້າສູ່ໄລຍະຊຸດໂຊມຍາວທີ່ສຸດໃນຮອບ 20 ປີຜ່ານມາ. ປີ 2012, ອີຕາລີ ບັນລຸລະດັບການເຕີບໂຕ - 2,2%.
ລັດຖະບານອີຕາລີ ຄາດຄະເນວ່າ ພື້ນຖານເສດຖະກິດຂອງອີຕາລີຈະສືບຕໍ່ຕົກຕ່ຳລົງ 0,2% ໃນປີ 2013 ແລະ ຈະເຕີບໂຕຄືນໃໝ່ໃນປີ 2014 ດ້ວຍລະດັບ 1,1%. ຍ້ອນເສດຖະກິດຊຸດໂຊມ, ອັດຕາການວ່າງງານ ແລະ ທຸກຍາກໄດ້ເພີ່ມຂຶ້ນສູງ. ໃນເດືອນ 12/2012, ອັດຕາການວ່າງງານຂອງປະເທດນີ້ ໄດ້ເພີ່ມຂຶ້ນລະດັບສະຖີຕິຄື 11,2%. ສິ່ງດັ່ງກ່າວໄດ້ເຮັດໃຫ້ຫຼາຍຄົນຢູ່ອີຕາລີ ຄັດຄ້ານນະໂຍບາຍ “ ຮັດເຂັມຄັດ”ຂອງອຳນາດການປົກຄອງນາຍົກລັດຖະມົນຕີ Mario Monti . ປະຊາຊົນອີຕາລີຖືວ່າ ໃນເມື່ອລັດຖະບານຂອງປະເທດນີ້ອະນຸມັດຜ່ານແຜນການ “ ຮັດເຂັມຄັດ” ແລະ ຖ້າຫາກຄິດໄລ່ທັງແຜນການຫຼຸດຜ່ອນຄ່າໃຊ້ຈາຍຊຶ່ງອະດີດນາຍົກລັດຖະມົນຕີ Silvio Berlusconi ໄດ້ໃຫ້ສັດຕະຍາບັນນັ້ນ, ບ້ວງໜີ້ສາທາລະນະ ທີ່ເຂົາເຈົ້າຕ້ອງແບກຫາບແມ່ນຂຶ້ນເຖິງ 300 ຕື້ ເອີໂຣ ໃນໄລຍະແຕ່ 2010-2014. ເພາະສະນັ້ນ, 90% ຈຳນວນຜູ້ມີສິດເລືອກຕັ້ງ ອີຕາລີ ໄດ້ປະຕິເສດເລື່ອງໃຫ້ທ່ານ Mario Monti ສືບຕໍ່ດຳລົງຕຳແໜ່ງ ນາຍົກລັດຖະມົນຕີ. ເປັນອັນວ່າ ໃນໄລຍະທີ່ຈະມາເຖິງ, ສະພາແຫ່ງຊາດອີຕາລີ ຈະບໍ່ສາມາດເຄື່ອນໄຫວຢ່າງມີປະສິດທິຜົນໄດ້. ວົງການນັກໄຈ້ແຍກຖືວ່າ ໃນ ສະພາແຫ່ງຊາດທີ່ຖືກແບ່ງແຍກເຊັ່ນນັ້ນ, ບໍ່ວ່ານະໂຍບາຍໃດໆ ກໍຈະແມ່ນໝາກຜົນຂອງບັນດາການຈັດແຈງຊັບຊ້ອນ ແລະ ຕົກລົງກັນຢູ່ເບື້ອງຫຼັງຢ່າງຍາວນານ. ສິ່ງດັ່ງກ່າວ ກໍມີຄວາມໝາຍເຊັ່ນດຽວກັນກັບເລື່ອງທີ່ວ່າ ຄວາມເຊື່ອໝັ້ນຂອງນັກລົງທຶນ ຈະຮັບຜົນສະທ້ອນຢ່າງແນ່ນອນ ແລະ ໃນອະນາຄົດ, ສະພາບການເມືອງຂອງອີຕາລີຍັງຄົງບໍ່ສະຫວ່າງສະໄຫວ, ອັນໄດ້ເຮັດໃຫ້ປະເທດອີຕາລີ ຢືນຢູ່ຕໍ່ໜ້າໄພອັນຕະລາຍຖືກຕົກເຂົ້າສູ່ໄລຍະຂາດສະຖຽນລະພາບຄັ້ງໃໝ່.
ຜູ້ຄົນທັງຫຼາຍມີຄວາມວິຕົກກັງວົນວ່າ ການລ່າອອກຈາກຕຳແໜ່ງຂອງ ທ່ານນາຍົກລັດຖະມົນຕີ Mario Monti ຈະເຮັດໃຫ້ ອີຕາລີ ຊຶ່ງແມ່ນພື້ນຖານເສດຖະກິດໃຫຍ່ອັນດັບທີ 3 ໃນຈຳນວນ 17 ປະເທດພວມນຳໃຊ້ສະກຸນເງິນເອີໂຣລວມ, ກ້າວເດີນຢ່າງຜິດເຂວສຳລັບວົງໂຄຈອນປະຕິຮູບປະຈຸບັນ ແລະ ທັງເຮັດໃຫ້ ວິກິດການໜີ້ສາທາລະນະທີ່ພວມຫຼອກຫຼອນຢູ່ພາກພື້ນນີ້ ເພີ່ມຄວາມຮ້າຍແຮງຂຶ້ນຕື່ມ. ພ້ອມກັນນັ້ນ, ມັນຍັງຈະສົ່ງຜົນກະທົບຢ່າງຮ້າຍແຮງເຖິງການບັນລຸຂໍ້ຕົກລົງໃນ EU ຖ້າຫາກບໍ່ມີທ່ານ Mario Monti ຊຶ່ງແມ່ນຜູ້ໄດ້ຜ່ານຜ່າການຄັດຄ້ານຂອງເຢຍລະມັນຢູ່ທີ່ກອງປະຊຸມສຸດຍອດເມື່ອເດືອນ 6/2012 ເພື່ອຊ່ວຍ EU ບັນລຸຄວາມເຫັນດີເຫັນພ້ອມໃນບັນຫາໜູນຊ່ວຍການເງິນໃຫ້ແກ່ບັນດາປະເທດພວມປະສົບກັບຄວາມຫຍຸ້ງຍາກ.
ປະຈຸບັນ, ຕາມລັດຖະທຳມະນູນອີຕາລີ, ສະພາແຫ່ງຊາດຊຸດໃໝ່ ຈະດຳເນີນກອງປະຊຸມສະໄໝສາມັນຄັ້ງປະຖົມມະເລິກໃນຮອບ 20 ວັນພາຍຫຼັງ ການເລືອກຕັ້ງທົ່ວປະເທດ, ແລະຫຼັງຈາກນັ້ນໃນທັນທີ, ປະທານາທິບໍດີ ອີຕາລີ ຈະພົບປະ, ປຶກສາຫາລືກັບບັນດາພັກການເມືອງ, ສຳພັນທະມິດ ກ່ຽວກັບການສ້າງຕັ້ງລັດຖະບານໃໝ່. ແຕ່ວົງການນັກສັງເກດການຖືວ່າ ເຖິງວ່າ ລັດຖະບານປະສົມໃດໆໄດ້ຮັບການສ້າງຕັ້ງຂຶ້ນນັ້ນ, ສະພາບຊຸດໂຊມທາງດ້ານເສດຖະກິດທີ່ແກ່ຍາວນັ້ນ ອາດຈະຍັງສືບຕໍ່ເກີດຂຶ້ນຢູ່ປະເທດນີ້ ເພາະລັດຖະບານໃໝ່ ຈະບໍ່ມີກຳລັງແຮງຢ່າງພຽງພໍເພ່ຶອເດີນຕາມການປະຕິຮູບທີ່ຫຍຸ້ງຍາກລຳບາກເພື່ອເພີ່ມທະວີຄວາມສາມາດແກ່ງແຍ້ງໃຫ້ແກ່ພື້ນຖານເສດຖະກິດຂອງອີຕາລີ