ມີ​ຄວາມເປັ​ນ​ເອ​ກະພາບ​​ໃນ​ການ​ເຄື່ອນ​ໄຫວ​​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

(VOVWORLD) -        ໃນທ້າຍອາທິດຜ່ານມາ, ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນແຖວໜ້າໂລກ (G20) ໄດ້ຈັດຕັ້ງກອງປະຊຸມພິເສດຂັ້ນລັດຖະມົນຕີ ກ່ຽວກັບຫົວຂໍ້ ດິນຟ້າອາກາດ ຢູ່ນະຄອນ Naples (Napoli) ຂອງ ອີຕາລີ. ນີ້ແມ່ນຄັ້ງທຳອິດໃນປະຫວັດສາດ ທີ່ G20 ຈັດຕັ້ງກອງປະຊຸມຂັ້ນສູງ ປຶກສາຫາລືສະເພາະກ່ຽວກັບບັນຫາດິນຟ້າອາກາດ. ເພາະສະນັ້ນ, ເຖິງວ່າໝາກຜົນທີ່ບັນລຸໄດ້ຍັງຈຳກັດກໍຕາມ, ແຕ່ກອງປະຊຸມຄັ້ງນີ້ ຍັງໄດ້ຮັບຖືວ່າ ແມ່ນບາດກ້າວເດີນທີ່ໜ້າຊົມເຊີຍໃນບັ້ນເຄື່ອນໄຫວຕ້ານການປ່ຽນແປງຂອງດິນຟ້າອາກາດ.
ມີ​ຄວາມເປັ​ນ​ເອ​ກະພາບ​​ໃນ​ການ​ເຄື່ອນ​ໄຫວ​​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ - ảnh 1ກອງປະຊຸມຂັ້ນລັດຖະມົນຕີກະຊວງສິ່ງແວດລ້ອມ ແລະ ພະລັງງານ ບັນດາປະເທດສະມາຊິກ G20 ຖືກຈັດຂຶ້ນຢູ່ນະຄອນ Naples (ພາບ:aa.com.tr)

ກອງປະຊຸມຂັ້ນລັດຖະມົນຕີກະຊວງສິ່ງແວດລ້ອມ ແລະ ພະລັງງານ ບັນດາປະເທດສະມາຊິກ G20 ຖືກດຳເນີນໃນລະຫວ່າງວັນທີ 22 ແລະ ວັນທີ 23 ກໍລະກົດ ຜ່ານມາ ກໍແມ່ນຄັ້ງທຳອິດທີ່ເຈົ້າໜ້າທີ່ຂັ້ນສູງຂອງບັນດາພື້ນຖານເສດຖະກິດແຖວໜ້າໂລກ ໄດ້ນຳເອົາຫົວຂໍ້ດິນຟ້າອາກາດມາປຶກສາຫາລື ຢ່າງເລິກເຊິ່ງເຖິງຖອງ. ສິ້ນສຸດກອງປະຊຸມ, ບັນດາປະເທດທີ່ເຂົ້າຮ່ວມມີຄວາມເຫັນດີເປັນເອກະພາບໃນບາງເນື້ອໃນສຳຄັນ, ມີລັກສະນະລະດົມກຳລັງໃຈໃຫ້ແກ່ບັນດາຄວາມມານະພະຍາຍາມຕ້ານການປ່ຽນແປງຂອງດິນຟ້າອາກາດຂອງໂລກ.

ບັນດາໝາກຜົນທີ່ຕັ້ງໜ້າ

ສິ້ນສຸດກອງປະຊຸມ, ລັດຖະມົນຕີບັນດາປະເທດ G20 ໄດ້ລົງນາມໃນຂໍ້ຕົກລົງວ່າດ້ວຍການໃຫ້ຄຳໝັ້ນສັນຍາປະຕິບັດຕາມ ສົນທິສັນຍາ ປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP21), ພ້ອມທັງໄດ້ອອກແຈ້ງການຮ່ວມກ່ຽວກັບຫົວຂໍ້ສິ່ງແວດລ້ອມ ດ້ວຍ 3 ເນື້ອໃນຕົ້ນຕໍ, ເຊິ່ງລວມມີ: ປົກປັກຮັກສາຊີວະນາໆພັນ, ປົກປັກຮັກສາທຳມະຊາດ ແລະ ຟື້ນຟູບັນດາລະບົບຊີວະພາບ ດ້ວຍວິທີອີງໃສ່ທຳມະຊາດ, ປົກປັກຮັກສາ ແລະ ຟື້ນຟູທີ່ດິນ, ປົກປັກຮັກສາບັນດາແຫຼ່ງຊັບພະຍາກອນນ້ຳ, ມະຫາສະໝຸດ ແລະ ທະເລ ລວມທັງການສະກັດກັ້ນ ແລະ ຫຼຸດຜ່ອນສິ່ງເສດເຫຼືອຢາງພະລາດສະຕິກ; ນຳໃຊ້ບັນດາແຫຼ່ງກຳລັງຢ່າງມີປະສິດທິຜົນ, ສຸມໃສ່ການຕ່ຳແຜ່ນຕັດຫຍິບ ແລະ ແຟຊັນແບບຍືນຍົງ, ສຶກສາ ແລະ ບຳລຸງສ້າງ, ຮັບຮອງເອົາສາຍສຳພັນລະຫວ່າງຊີວະນາໆພັນກັບການປ່ຽນແປງຂອງດິນຟ້າອາກາດ; ປະຕິບັດນະໂຍບາຍການເງິນແບບຍືນຍົງ, ສຸມໃສ່ບັນດາຄວາມຕ້ອງການດ້ານການເງິນລະອຽດຮັບໃຊ້ການປົກປັກປັກສາ ແລະ ຟື້ນຟູບັນດາລະບົບຊີວະພາບ ເໝືອນດັ່ງການປະກອບສ່ວນໃຫ້ແກ່ການກຳນົດອະນາຄົດ ຂອງລະບົບການເງິນທົ່ວໂລກ.

ການລົງນາມໃນຂໍ້ຕົກລົງໃຫ້ຄຳໝັ້ນສັນຍາປະຕິບັດສົນທິສັນຍາ COP21 ຄືນໃໝ່ ແລະ ອອກແຈ້ງການຮ່ວມດ້ວຍບັນດາເນື້ອໃນສຳຄັນດັ່ງກ່າວ ໄດ້ຮັບຖືວ່າ ແມ່ນການສືບທອດຄວາມມານະພະຍາຍາມຕ້ານການປ່ຽນແປງຂອງດິນຟ້າອາກາດທົ່ວໂລກ ເຊິ່ງບັນດາພື້ນຖານເສດຖະກິດແຖວໜ້າໂລກ ພວມຊຸກຍູ້ໃນປີ 2021 ນີ້. ໃນນັ້ນ, ສິ່ງທີ່ໜ້າສົນໃຈທີ່ສຸດແມ່ນ ບັນດາໝາກຜົນຕັ້ງໜ້າທີ່ບັນລຸໄດ້ໃນກອງປະຊຸມສຸດຍອດກ່ຽວກັບດິນຟ້າອາກາດ ແບບທາງໄກ ໂດຍ ອາເມລິກາ ເປັນເຈົ້າພາບຈັດຕັ້ງກ່ອນນີ້ພໍດີຄົບ 3 ເດືອນ. (ວັນທີ 22 – 23 ເມສາ 2021).

ກ່າວຄຳເຫັນພາຍຫຼັງສິ້ນສຸດກອງປະຊຸມ, ທ່ານ Roberto Cingolani ລັດຖະມົນຕີກ່ຽວກັບການປ່ຽນແປງຊີວະພາບ ອີຕາລີ ໄດ້ຕີລາຄາວ່າ: ເລື່ອງ ກອງປະຊຸມ G20 ອອກແຈ້ງການຮ່ວມນັ້ນ ແມ່ນໝາກຜົນທີ່ມີ “ຄວາມມັກໃຫຍ່ໄຝ່ສູງເປັນພິເສດ”, ເມື່ອເນັ້ນໜັກວ່າ “ນີ້ແມ່ນຄັ້ງທຳອິດ ທີ່ບັນດາບັນຫາເຫຼົ່ານັ້ນ ໄດ້ຂຽນອອກມາຢ່າງລະອຽດ ແລະ ມີລັກສະນະຜູກມັດ ສຳລັບບັນດາປະເທດທີ່ກວມເອົາ 80% GDP ຂອງໂລກ, ແຕ່ກໍ່ແມ່ນບັນດາປະເທດທີ່ປ່ອຍ 85% ປະລິມານ ອາຍພິດກາກບອນທົ່ວໂລກ”. ຕາມເຈົ້າໜ້າທີ່ທ່ານນີ້ແລ້ວ, ເລື່ອງຊຸກຍູ້ການກະທຳເພື່ອດິນຟ້າອາກາດໃນທຸກຂັ້ນ ກໍຄືບັນດາຄວາມມານະພະຍາຍາມສົມທົບກັນຂອງບັນດາປະເທດສະມາຊິກ G20 ແມ່ນສິ່ງທີ່ມີຄວາມສຳຄັນຫຼາຍ ເພື່ອປະຕິບັດເປົ້າໝາຍຈຳກັດສະພາບໂລກອຸ່ນຂຶ້ນໃຫ້ຢູ່ໃນລະດັບ 1,5 – 2 ອົງສາ C  ແລະ ຮັບປະກັນການຟື້ນຟູເສດຖະກິດແບບຍືນຍົງ ແລະ ມີກຳລັງຄວາມສາມາດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ພາຍຫຼັງໂລກລະບາດໂຄວິດ - 19.

ຍັງມີສິ່ງທ້າທາຍຫຼາຍຢ່າງ

ເຖິງວ່າໄດ້ພະຍາຍາມຮັດແຄບຄວາມບໍ່ລົງລອຍກັນແລ້ວກໍຕາມ, ແຕ່ກອງປະຊຸມຢູ່ Naples ກໍບໍ່ສາມາດບັນລຸໄດ້ທັດສະນະຮ່ວມກ່ຽວກັບເປົ້າໝາຍຈຳກັດອຸນຫະພູມຄວາມຮ້ອນທົ່ວໂລກ. ໃນນັ້ນ, ບັນຫາຫຼຸດຜ່ອນການຂຸດຄົ້ນຖ່ານຫີນ ຍັງແມ່ນໜຶ່ງໃນບັນດາບັນຫາທີ່ມີຄວາມບໍ່ລົງລອຍກັນຫຼາຍທີ່ສຸດ ລະຫວ່າງຝ່າຍ ອາເມລິກາ, ຍີ່ປຸ່ນ ແລະ ບັນດາປະເທດ ເອີຣົບ ກັບຝ່າຍ ຈີນ, ລັດເຊຍ ແລະ ອິນເດຍ, ອັນໄດ້ເຮັດໃຫ້ແຈ້ງການຮ່ວມບໍ່ລະບຸເນື້ອໃນໃຫ້ຄຳໝັ້ນສັນຍາຫຼຸດຜ່ອນການຂຸດຄົ້ນ ແລະ ນຳໃຊ້ຖ່ານຫີນ. ນອກຈາກນັ້ນ, ການຫຼຸດຜ່ອນການຂຸດຄົ້ນນ້ຳມັນອາຍແກັດ ກໍບໍ່ບັນລຸໄດ້ ທັດສະນະຮ່ວມໃນກອງປະຊຸມດັ່ງກ່າວເຊັ່ນດຽວກັນ, ຍ້ອນມີການຄັດຄ້ານຈາກບັນດາປະເທດສົ່ງອອກນ້ຳມັນ.

ກ່ອນທີ່ກອງປະຊຸມດັ່ງກ່າວຖືກຈັດຂຶ້ນ, ບົດລາຍງານສາກົນເອກະລາດຈຳນວນໜຶ່ງໃຫ້ຮູ້ວ່າ: G20 ໄດ້ເບີກຈ່າຍເງິນຈຳນວນກວ່າ 3,3 ຕື້ USD ໃຫ້ແກ່ການຂຸດຄົ້ນເຊື້ອເພີງຟອດຊິວ ນັບແຕ່ເມື່ອ ສົນທິສັນຍາ COP21 ໄດ້ຮັບການລົງນາມໃນປີ 2015. ໃນນັ້ນ, ບັນດາປະເທດສະມາຊິກ G20 ສ່ວນຫຼາຍ ຈະສືບຕໍ່ຊ່ວຍເຫຼືອດ້ານການເງິນຫຼາຍພໍສົມຄວນແກ່ການຜະລິດ ແລະ ການຈຳໜ່າຍເຊື້ອເພີງຟອດຊິວ, ໃນນັ້ນ ມີບາງປະເທດໄດ້ໃຫ້ການຊ່ວຍເຫຼືອເຖິງ 40 – 50%.

ຕໍ່ໜ້າສະພາບການຕົວຈິງນີ້, ບັນດານັກໄຈ້ແຍກຖືວ່າ ຍັງມີຫຼາຍວຽກຕ້ອງເຮັດ ແລະ ບັນດາປະເທດຄວນມານະພະຍາຍາມກວ່າອີກໃນໄລຍະນີ້ຈົນຮອດ ກອງປະຊຸມສຸດຍອດ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26) ເຊິ່ງຄາດວ່າຈະຈັດຂຶ້ນຢູ່ ສະກອັດແລນ ໃນເດືອນພະຈິກ 2021 ນີ້. ເຫດການດັ່ງກ່າວ ແມ່ນກຳນົດເວລາສຸດທ້າຍ ເພື່ອໃຫ້ເກືອບ 200 ປະເທດ ແລະ ເຂດແຄວ້ນອັບເດດບັນດາຄຳໝັ້ນສັນຍາກ່ຽວກັບດິນຟ້າອາກາດໃນຂອບເຂດ COP21.

ສ່ວນທ່ານເລຂາທິການໃຫຍ່ ສປຊ Antonio Guterres ວັນທີ 26 ກໍລະກົດ ໄດ້ຮຽກຮ້ອງບົດບາດນຳພາຂອງ G20 ໃນການເຄື່ອນໄຫວຕ້ານການປ່ຽນແປງຂອງດິນຟ້າອາກາດ. ຕາມຜູ້ນຳໜ້າອົງການຫຼາຍຝ່າຍທີ່ມີຂອບຂະໜາດໃຫຍ່ສຸດໃນໂລກແລ້ວ, ທົ່ວໂລກ ຕ້ອງການຄຳໝັ້ນສັນຍາຢ່າງຈະແຈ້ງຂອງບັນດາປະເທດ G20 ທັງໝົດ ດ້ວຍເປົ້າໝາຍ ຮັກສາອຸນຫະພູມຄວາມຮ້ອນຂອງໜ່ວຍໂລກ ບໍ່ໃຫ້ເພີ່ມຂຶ້ນກາຍ 1,5 ອົງສາ C ໃນທ້າຍທົດສະວັດນີ້./.

ຕອບກັບ

ຂ່າວ/ບົດ​ອື່ນ