ພາຍຫຼັງເກີດເຫດການລັດຖະປະຫານ ໂຄ່ນລົ້ມອຳນາດການປົກຄອງພົນລະເຮືອນຢູ່ມາລີ ມາເປັນເວລາເກືອບ 2 ອາທິດ, ສະພາບການຢູ່ປະເທດ ອາຟຼິກກາຕາເວັນຕົກ ນີ້ ນັບມື້ນັບສັບສົນຂຶ້ນຕື່ມ ແລະ ພວມມີໄພແຜ່ລາມອອກສູ່ທົ່ວເຂດ Sahel, ບັນດາສານທາງການທູດຂອງສະຫະປະຊາຊາດ ກໍຄືຂອງປະເທດຕ່າງໆຢູ່ພາຍໃນ ແລະ ນອກພາກພື້ນ ໄດ້ຖືກສົ່ງເຖິງກຳລັງດຳເນີນການລັດຖະປະຫານ, ຊ້ຳບໍ່ໜຳ, ບັນດມາດຕະການລົງໂທດກໍໄດ້ເລີ່ມນຳໃຊ້ ເພື່ອແນໃສ່ເພີ່ມກຳລັງດັນ ຟື້ນຟູຄວາມເປັນລະບຽບຮຽບຮ້ອຍຢູ່ມາລີ ແຕ່ເບິ່ງຄືວ່າ ສະພາບການບໍ່ທັນມີຄວາມຄຶບໜ້າໃດໆ. ຫາງສຽງມີຄວາມວິຕົກກັງວົນວ່າ ປະເທດນ້ອຍໆແຫ່ງນີ້ ຈະຖືກຕັດແຍກອອກ ແລະ ກາຍເປັນເດີນຫຼັງຂອງກຳລັງກໍ່ການຮ້າຍ, ພິເສດແມ່ນຂອງ Al Qaeda.
ປະຊາຄົມໂລກກ່າວປະນາມເຫດການລັດຖະປະຫານຢູ່ມາລີ
(ພາບ:vietnamese.cri.cn)
ສະພາບການດ້ານການເມືອງຢູ່ມາລີ ໄດ້ຕົກເຂົ້າສູ່ສະພາບວິກິດການ ພາຍຫຼັງທີ່ພວກກະບົດລູກຮື້ຂຶ້ນກຸ່ມ 1 ທີ່ກ່າວອ້າງວ່າ ຄະນະກຳມະການຟື້ນຟູປະຊາທິປະໄຕແຫ່ງຊາດ (CNRDR) ໄດ້ປະກາດກຳສິດບໍລິຫານປະເທດຊາດ ດ້ວຍສາຍເຫດທີ່ວ່າ ລັດຖະບານປະເທດນີ້ພາຍໃຕ້ການບໍລິຫານຂອງປະທານາທິບໍດີ Amdou Toumani Toure, ບໍ່ສາມາດແກ້ໄຂຂະບວນການທວງເອົາຄວາມເປັນເອກະລາດຂອງປະຊາຄົມ Tuareg ຢູ່ພາກເໜືອໄດ້. ກຳລັງນີ້ກໍ່ປະກາດຍຸບເລິກບັນດາລະບຽບກົດໝາຍຂອງລັດ, ຢຸດຕິການປະຕິບັດລັດຖະທຳມະນູນທີ່ພວມມີຜົນບັງຄັບໃຊ້ໃນປະຈຸບັນ. ເຖິງວ່າ ໄດ້ຍົກອອກບັນດາຄຳໝັ້ນສັນຍາທຳອິດ ເພື່ອແກ້ໄຂວິກິດການດ້ານການເມືອງແລ້ວກໍຕາມ ແຕ່ຜູ້ນຳກຳລັງກໍ່ລັດຖະປະຫານຢູ່ມາລີ ຍັງບໍ່ທັນໄດ້ກຳນົດເວລາລະອຽດເທື່ອ. ຮ້ອຍເອກ Amadou Sannogo ການນຳໃນເຫດການລັດຖະປະຫານໃຫ້ຮູ້ວ່າ ຈະຟື້ນຟູລັດຖະທຳມະນູນເມື່ອປີ 1992, ສ້າງບັນດາລະບຽບກົດໝາຍຂອງລັດຄືນໃໝ່ ແລະ ມອບໂອນສິດອຳນາດໃຫ້ແກ່ອຳນາດການປົກຄອງໂດຍປະຊາຊົນເລືອກຕັ້ງ. ຮ້ອຍເອກ Amadou Sannogo ກໍໃຫ້ຄຳໝັ້ນສັນຍາຈະທາບທາມຄຳເຫັນຈາກບັນດາກຳລັງການເມືອງພາຍໃນປະເທດ ກ່ຽວກັບການຈັດຕັ້ງການເລືອກຕັ້ງໂດຍສັນຕິ, ເສລີ ແລະ ປະຊາທິປະໄຕ, ບໍ່ມີການເຂົ້າຮ່ວມຂອງກອງທັບ ແຕ່ໄລຍະເວລາດຳເນີນການເລືອກຕັ້ງຍັງບໍ່ທັນໄດ້ຮັບການກຳນົດເທື່ອ.
ສະພາບການຢູ່ມາລີ
(ພາບ:baotintuc.vn)
ປະຈຸບັນ, ມາລີ ພວມຕ້ອງຮັບມືກັບໄພແບ່ງແຍກ ແລະ ຂາດສະຖຽນລະພາບໃນສັງຄົມ. ໃນຂະນະທີ່ກຳລັງກໍ່ລັດຖະປະຫານພວມປະຕິບັດການຜັນຂະຫຍາຍຖະແຫຼງການຂອງຕົນ, ຂະບວນການປົດປ່ອຍຊາດ Azwad (MNLA) ຂອງຊາວ Tuareg ແລະ ກຸ່ມອິດຊະລາມ ປະກອບອາວຸດ Ansar Dine ທີ່ມີການພົວພັນກັບເຄືອຂ່າຍກໍ່ການຮ້າຍ Al Qaeda ສາຂາອາຟຼິກກາເໜືອ ໄດ້ດຳເນີນການບຸກໂຈມຕີຄັ້ງຕ່າງໆເຂົ້າບັນດານະຄອນທາງພາກເໜືອມາລີ, ຍາດເອົາສິດຄວບຄຸມ Timbuktu ຊື່ງແມ່ນະຄອນໃຫ່ຍສຸດທ້າຍຢູ່ພາກເໜືອ, ພາຍຫຼັງຍາດໄດ້ ນະຄອນສຳຄັນ 2 ແຫ່ງຄື: Kidal ແລະ Gao. ຂະບວນການປົດປ່ອຍແຫ່ງຊາດ Azawad ໃຫ້ຮູ້ວ່າ ຈະສ້າງຕັ້ງລະບຽບກົດໝາຍ ແລະ ລັດຖະທຳມະນູນສະເພາະຢູ່ບັນດານະຄອນທີ່ຍຶດມາໄດ້ຈາກກອງທັບ ແລະ ອຳນາດການປົກຄອງມາລີ ເພື່ອແນໃສ່ຍູ້ໄວຈຸດໝາຍສ້າງຕັ້ງປະເທດເອກະລາດຢູ່ມາລີ ເໜືອ.
ຫາງສຽງສາກົນວິຕົກກັງວົນວ່າ ການລູກຮື້ຂຶ້ນຂອງຊາວ Tuareg ຢູ່ມາລີ ອາດຈະແຜ່ລາມອອກສູ່ຊາວ Tuareg ຢູ່ Niger ແລະ ເປີດກ້ວາງໃນທົ່ວເຂດ Sahel. ສິ່ງທີ່ເກີດຂຶ້ນຢູ່ມາລີ ອາດຈະແມ່ນບາດກ້າວເລີ່ມຕົ້ນຂອງການເກີດກະແສຟອງລູກຮື້ຂຶ້ນທີ່ຮ້າຍແຮງກ່ວາຢູ່ພາກພື້ນໃນອະນາຄົດ.
ພວກກະບົດຍຶດເອົາສະຖານີວິທະຍຸ
(ພາບ:viet.rfi.fr)
ເປັນທີ່ຈະແຈ້ງແລ້ວວ່າ, ການກໍ່ລັດຖະປະຫານຂອງພວກກະບົດ ກຸ່ມໜື່ງທີ່ກ່າວອ້າງວ່າ ຕົວເອງແມ່ນຄະນະກຳມະການຟື້ນຟູປະຊາທິປະໄຕແຫ່ງຊາດ (CNRDR) ແມ່ນໄດ້ກໍ່ຜົນເສຍຫາຍໃຫ້ແກ່ພື້ນຖານສັນຕິພາບຂອງປະເທດອາຟຼິກກາຕາເວັນຕົກນີ້. ພອ້ມກັບເລື່ອງກ່າວປະນາມການກໍ່ຄວາມວຸນວາຍຂອງພວກກະບົດຢູ່ມາລີ ຢ່າງຮຸນແຮງ ແລະ ຮຽກຮ້ອງໃຫ້ຟື້ນຟູລັດຖະທຳມະນູນ ແລະ ລັດຖະບານໂດຍປະຊາຊົນເລືອກຕັ້ງໂດຍໄວນັ້ນ, ວັນທີ 4/4, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ດຳເນີນວາລະປະຊຸມດ່ວນກ່ຽວກັບວິກິດການຢູ່ມາລີ. ອາເມລິກາ ຊື່ງແມ່ນປະເທດພັນທະມິດຂອງມາລີ ໄດ້ຊຸກຍູ້ບັນດາມືປືນລູກຮື້ຂຶ້ນຢູ່ທາງພາກເໜືອມາລີ ຈົ່ງຢຸດຕິບັນດາການເຄື່ອນໄຫວດ້ານການທະຫານ. ສ່ວນສະຫະພາບອາຟຼິກກາ ໄດ້ຈັດວາງບັນດາມາດຕະການລົງໂທດສຳລັບການນຳ ແລະ ບັນດາສະມາຊິກຂອງຝ່າຍກໍ່ລັດຖະປະຫານຢູ່ມາລີ ກໍຄືສຳລັບສ່ວນບຸກຄົນ ແລະ ອົງການຈັດຕັ້ງ ທີ່ໄດ້ຊອກຫາວິທີປະກອບ ຫຼືໜູນຊ່ວຍສິ່ງທີ່ຖືກຖືວ່າ ໄປຝືນກັບລັດຖະທຳມະນູນມາລີ. ກ່ອນໜ້ານັ້ນ, ປະຊາຄົມບັນດາປະເທດອາຟຼິກກາຕາເວັນຕົກ ກໍປະກາດຈັດວາງຄຳສັ່ງຂວ້ຳບາດຮອບດ້ານ ທີ່ມີຕໍ່ອຳນາດການປົກຄອງການທະຫານຢູ່ມາລີ.
ໂດຍແມ່ນປະເທດຖືກຖືວ່າ ແມ່ນ 1 ໃນບັນດາປະເທດທີ່ມີຄວາມສະຖຽນລະພາບກ່ວາໝູ່ຢູ່ອາຟຼິກກາຕາເວັນຕົກ, ແຕ່ປະຈຸບັນ ມາລີ ພັດກາຍເປັນຈຸດເຄັ່ງຮ້ອນໃໝ່ຂອງພາກພື້ນ. ຖ້າຫາກວ່າ ວິກິດການດ້ານການເມືອງຢູ່ມາລີ ບໍ່ໄດ້ຮັບການແກ້ໄຂໂດຍໄວ, ມັນຈະເຮັດໃຫ້ຫຼາຍປະເທດອາຟຼິກກາ ຕົກເຂົ້າສູ່ຄວາມຂາດສະຖຽນລະພາບໃໝ່.