PCA ອອກຄຳຕັດສິນຂອງສານ (ພາບ: cand.com.vn) |
ເຫດການມີການເຂົ້າຮ່ວມຂອງ ທ່ານ Miguel de Serpa Soares ຮອງເລຂາທິການໃຫຍ່ ສປຊ ຮັບຜິດຊອບບັນດາບັນຫານິຕິກຳ ທັງເປັນທີ່ປຶກສາດ້ານນິຕິກຳຂອງ ສປຊ ແລະ ຜູ້ຕາງໜ້າ 96 ປະເທດສະມາຊິກ.
ຄຳໝັ້ນສັນຍາປະກອບສ່ວນໃຫ້ແກ່ UNCLOS 1982 ຢ່າງມີສັນຕິພາບ
ຂໍ້ລິເລີ່ມສ້າງຕັ້ງ ກຸ່ມເພື່ອນມິດ UNCLOS 1982 ໄດ້ຮັບຄວາມສົນໃຈ ເປັນຢ່າງຍິ່ງຈາກຜູ້ຕາງໜ້າບັນດາປະເທດສະມາຊິກ ສປຊ. ຂໍ້ລິເລີ່ມນີ້ ຕອບສະໜອງຢ່າງທັນການຄວາມສົນໃຈ ແລະ ຄວາມຕ້ອງການໃນການຍົກສູງບົດບາດ, ຄຸນຄ່າຂອງ UNCLOS 1982 ຢ່າງທັນການ, ຊຸກຍູ້ການປະຕິບັດຕາມ UNCLOS 1982, ສ້າງກົນໄກສົມທົບພ້ອມກັນແກ້ໄຂສິ່ງທ້າທາຍສຳລັບ UNCLOS 1982 ແລະ ສິ່ງທ້າທາຍໃນຂົງເຂດທະເລ ແລະ ມະຫາສະໝຸດ. ຫຼາຍປະເທດ, ເອກອັກຄະລັດທູດຫຼາຍທ່ານ ໄດ້ສະແດງຄຳໝັ້ນສັນຍາປະກອບສ່ວນໃຫ້ແກ່ UNCLOS 1982 ຢ່າງມີສັນຕິພາບ, ໃຫ້ຄຳໝັ້ນສັນຍາກະທຳໂດຍອີງໃສ່ກົດໝາຍ. ຜູ້ຕາງໜ້າຫຼາຍປະເທດ ໄດ້ຢັ້ງຢືນວ່າ UNCLOS 1982 ແມ່ນເອກະສານຢ່າງຮອບດ້ານ, ດັດປັບທຸກການເຄື່ອນໄຫວໃນທະເລ ແລະ ມະຫາສະໝຸດ, ແມ່ນຂອບເຂດໃຫ້ແກ່ການຮ່ວມມືສາກົນ, ພາກພື້ນ ແລະ ປະເທດຊາດ ໃນບັນດາຂົງເຂດທະເລ, ປະກອບສ່ວນເຂົ້າໃນການຄຸ້ມຄອງບໍລິຫານມະຫາສະໝຸດ, ຮັກສາຄວາມເປັນລະບຽບຮຽບຮ້ອຍທາງນິຕິກຳໃນທະເລ, ແກ້ໄຂຄວາມຂັດແຍ້ງກັນໂດຍສັນຕິວິທີ. ທຸກປະເທດ, ບໍ່ວ່າໃນເງື່ອນໄຂເສດຖະກິດ ສັງຄົມ, ພູມີສາດໃດ ກໍ່ລ້ວນແຕ່ມີຜົນປະໂຫຍດຢ່າງໜັກແໜ້ນໃນການເຄົາລົບ ແລະ ປະຕິບັດຕາມ UNCLOS 1982.
ກຸ່ມເພື່ອນມິດຂອງ UNCLOS 1982 ບໍ່ແມ່ນອົງການທີ່ມີສິດອອກຄຳຕັດສິນທີ່ມີລັກສະນະຜຸກມັດດ້ານນິຕິກຳ ຄືສະພາຄວາມໝັ້ນຄົງ, ແຕ່ຈະສ້າງເວທີປາໄສເພື່ອໃຫ້ ເອກອັກຄະລັດຖະທູດ, ຜູ້ຕາງໜ້າບັນດາປະເທດ ອາດຈະປຶກສາຫາລືບັນຫາກົດໝາຍວ່າດ້ວຍທະເລຢ່າງເປີດເຜີຍ, ຮັດແຄບຄວາມບໍ່ລົງລອຍກັນ, ເພື່ອເຂົ້າໃຈກັນກ່ວາ, ພ້ອມທັງແຕ່ລະສະມາຊິກອາດຈະຍົກອອກບັນດາບັນຫາຫຍຸ້ງຍາກ ທີ່ກ່ຽວຂ້ອງເຖິງທະເລ, ມະຫາສະໝຸດ ຢູ່ເຂດຂອງຕົນ ເພື່ອປຶກສາຫາລື, ທາບທາມຄຳເຫັນ. ໂດຍບໍ່ວ່າປະເທດໃດ, ເມື່ອເກີດການຂັດແຍ້ງກັນ, ປະທະກັນຂຶ້ນ ວິທີການແກ້ໄຂດີທີ່ສຸດແມ່ນອີງໃສ່ກົດໝາຍ ແລະ UNCLOS 1982 ຄືສ່ວນໜຶ່ງທີ່ສຳຄັນໃນກົດໝາຍ ແລະ ຄວາມເປັນລະບຽບຮຽບຮ້ອຍສາກົນ, ແມ່ນພື້ນຖານກົດໝາຍໃຫ້ແກ່ບັນດາປະເທດ ເພື່ອປະຕິບັດບັນດາສິດຜົນປະໂຫຍດ ແລະ ຄວາມຮັບຜິດຊອບໃນທະເລ…
ບໍ່ພຽງແຕ່ບັນດາປະເທດໃຫຍ່ ທີ່ມີຄວາມສົນໃຈຕໍ່ຄວາມເປັນລະບຽບຮຽບຮ້ອຍໂດຍອີງໃສ່ກົດໝາຍສາກົນເທົ່ານັ້ນ, ຫາກຍັງມີຫຼາຍປະເທດນ້ອຍກໍ່ເຂົ້າຮ່ວມກຸ່ມເພື່ອນມິດຂອງ UNCLOS 1982 ຍ້ອນວ່າ ໃນກໍລະນີເກີດການຂັດແຍ້ງກັນ, ປະທະກັນຂຶ້ນ ເຂົາເຈົ້າຖືວ່າ ຕ້ອງອີງໃສ່ກົດໝາຍສາກົນ ທີ່ໂລກໄດ້ຮັບຮູ້ ຫາກບໍ່ແມ່ນກົດໝາຍຂອງປະເທດທີ່ເຂັ້ມແຂງ.
ຢັ້ງຢືນບົດບາດກົດໝາຍສາກົນ ໃນການແກ້ໄຂບັນດາບັນຫາຢູ່ ທະເລຕາເວັນອອກ
- ໃນໄລຍະທີ່ຜ່ານມາ, ທະເລຕາເວັນອອກນັບມື້ນັບໄດ້ຮັບຄວາມສົນໃຈຈາກປະຊາຄົມສາກົນ. ໃນມໍ່ໆມານີ້ຄືວັນທີ 1 ກໍລະກົດ, ເວັບໄຊຂອງ ສະພາລັດເຊຍ ກ່ຽວກັບບັນດາບັນຫາສາກົນ (RIAC) ໄດ້ລົງບົດຂຽນດ້ວຍຫົວຂໍ້ວ່າ "5 ປີແຫ່ງການຕັດສິນຂອງສານກຳມະການກ່ຽວກັບທະເລຕາເວັນອອກ: ບ່ອນສົມທົບກັນ ລະຫວ່າງ ພູມມີປະເທດການເມືອງ ແລະ ກົດໝາຍສາກົນ" ຂອງທ່ານ ປ.ອ Alexander Korolev ແລະ ທ່ານ ປ.ອ Irina Strelnikova ສັງກັດ ມະຫາວິທະຍາໄລ ເສດຖະກິດ ຂັ້ນສູງ (ລັດເຊຍ) ໃນນັ້ນຢັ້ງຢືນຄຳຕັດສິນຂອງສານກຳມະການປະຈຳ La Haye (ປະເທດໂຮນລັງ) ໃນເດືອນກໍລະກົດ 2016 ໄດ້ກາຍເປັນຫຼັກໝາຍສຳຄັນໃນປະຫວັດການຂັດແຍ້ງເຂດນ້ຳແດນດິນ ຢູ່ທະເລຕາເວັນອອກ ແລະ ກົດໝາຍສາກົນ ມີບົດບາດສູງສຸດໃນການແກ້ໄຂບັນດາການຂັດແຍ້ງກັນນີ້.
ບັນດາຜູ້ຂຽນໄດ້ເນັ້ນໜັກເຖິງບົດບາດຂອງກົດໝາຍສາກົນໃນການແກ້ໄຂການຂັດແຍ້ງກັນລະຫວ່າງບັນດາຝ່າຍ ຢູ່ທະເລຕາເວັນອອກ, ຢັ້ງຢືນ UNCLOS 1982 ມີລັກສະນະຜູກມັດນິຕິກຳສູງທີ່ສຸດສຳລັບທຸກໆຝ່າຍທີ່ໄດ້ລົງນາມ, ກໍ່ຄືບົດບາດຂອງຄຳຕັດສິນຂອງສານ ທີ່ໄດ້ຍົກອອກມາ 5 ປີກ່ອນ. ຕາມບັນດານັກຊ່ຽວຊານລັດເຊຍແລ້ວ, UNCLOS 1982 ແມ່ນພື້ນຖານນິຕິກຳໜຶ່ງດຽວ ສາມາດທົດແທນໃຫ້ບໍ່ວ່າສິດປະຫວັດສາດ ຫຼືບັນດາສິດອະທິປະໄຕ ຫຼືສິດອຳນາດສານໃດ ເຊິ່ງ ຈີນນຳໃຊ້ ໃນການແກ້ໄຂບັນຫາຂັດແຍ້ງກັນຢູ່ທະເລຕາເວັນອອກ. ບັນດານັກຮຽນຮູ້ຂອງ ລັດເຊຍ ກໍ່ຕີລາຄາສູງເລື່ອງບັນດາປະເທດ ອາຊຽນ ພວມຕັ້ງໜ້າປຶກສາຫາລືກ່ຽວກັບຄວາມຈຳເປັນທີ່ຕ້ອງທົດແທນ ຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກປີ 2002 (DOC) ເຊິ່ງໄດ້ຮັບຖືວ່າຫຼ້າສະໄໝແລ້ວ ດ້ວຍກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຊິ່ງແມ່ນເຄື່ອງມືທີ່ມີລັກສະນະຜູກມັດດ້ານນິຕິກຳ, ຈາກນັ້ນສວມບົດບາດພື້ນຖານໃນການແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກ. ກ່ອນໜ້ານັ້ນ, ຢູ່ກອງປະຊຸມທາງອອນລາຍ “ ຕີລາຄາໄພນາບຂູ່ຈາກນະໂຍບາຍຂອງຈີນ ຢູ່ ທະເລຕາເວັນອອກ”, ບັນດານັກຊ່ຽວຊານ ອິນໂດເນເຊຍຖືວ່າ ຈຳເປັນຕ້ອງສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງມີຄຸນນະພາບ. ໃນຂະນະທີ່ຍັງບໍ່ມີ COC, ທຸກຝ່າຍຈົ່ງສືບຕໍ່ປະຕິບັດຕາມບັນດາຂອບເຂດກົດໝາຍສາກົນທີ່ມີຢູ່ແລ້ວຄື UNCLOS 1982 ແລະ ຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກປີ 2002 (DOC).