ລັດ​ຖະ​ປະ​ຫານບໍ່​ສາ​ມາດ​ນຳ​ມາ​ເຊິ່ງສັນ​ຕິ​ພາບ​

(VOVWORLD) -ວັນທີ 30/4, ກອງທັບ ເວເນຊູເອລາ ໄດ້ທັບມ້າງກົນອຸບາຍກໍ່ລັດຖະປະຫານຂອງການນຳຝ່າຍຄ້ານ Juan Guado ຢ່າງໄວວາ. ປະຈຸບັນ, ສະພາບການດ້ານການເມືອງຢູ່ປະເທດອາເມລິກາໃຕ້ນີ້ ພວມຄ່ອຍໆກັບຄືນສູ່ຄວາມເປັນປົກກະຕິ. ເຖິງວ່າລັດຖະບານ ແລະ ປະຊາຊົນ ເວເນຊູເອລາ ຍັງມີຫລາຍວຽກຕ້ອງເຮັດເພື່ອແກ້ໄຂຄວາມຫຸ່ງຍາກດ້ານເສດຖະກິດ ສັງຄົມ ກໍ່ຕາມ, ແຕ່ຄວາມຈິງຊີ້ໃຫ້ເຫັນວ່າ ການກໍ່ລັດຖະປະຫານບໍ່ໄດ້ນຳມາເຊິ່ງຄວາມວັດທະນາຖາວອນໃຫ້ແກ່ປະຊາຊົນປະເທດອາເມລິກາໃຕ້ນີ້. ທຸກບັນຫາຄວນໄດ້ຮັບການແກ້ໄຂຜ່ານການເຈລະຈາ.

    ການປະທະກັນໄດ້ເກີດຂຶ້ນຢູ່ ກາຣາກາສ, ປະເທດເວເນຊູເອລາ ເມື່ອວັນທີ 30/4, ພາຍຫຼັງທີ່ການນຳຝ່າຍຄ້ານ Juan Guado ໄດ້ຮຽກຮ້ອງຫ້ລຸກຮື້ຂຶ້ນໂຄ່ນລົ້ມທ່ານ Nicolas Maduro ປະທານາທິບໍດີຂອງປະເທດນີ້. ເຈົ້າໜ້າທີ່ ເວເນຊູເອລາ ໄດ້ດຳເນີນການສືບສວນກຸ່ມຄົນທີ່ເຂົ້າຮ່ວມການວາງກົນອຸບາຍກໍ່ລັດຖະປະຫານໂດຍກົງ, ພ້ອມທັງຢືນຢັນວ່າ ບຸກຄົນເຫຼົ່ານັ້ນຕ້ອງຖືກລົງໂທດຍ້ອນການກະທຳທໍລະຍົດຊາດ.

ລັດ​ຖະ​ປະ​ຫານບໍ່​ສາ​ມາດ​ນຳ​ມາ​ເຊິ່ງສັນ​ຕິ​ພາບ​ - ảnh 1 ທ່ານປະທານາທິບໍດີ Nicolas Maduro (ພາບ: TTXVN)

ສາກົນຄັດຄ້ານການກໍ່ລັດຖະປະຫານ

  ກົນອຸບາຍກໍ່ລັດຖະປະຫານບໍ່ສຳເລັດໂດຍຫົວໜ້າຝ່າຍຄ້ານ Juan Guado ປຸກລະດົມ ດ້ວຍການໜູນຫຼັງຈາກພາຍນອກແມ່ນພະຍານຫຼັກຖານທີ່ສະແດງໃຫ້ເຫັນວ່າ ນັ້ນບໍ່ແມ່ນວິທີນຳມາເຊິ່ງສັນຕິພາບໃຫ້ແກ່ປະເທດເວເນຊູເອລາ. ຫາງສຽງຈາກຫລາຍປະເທດຖືວ່າ: ວິທີການທີ່ດີທີ່ສດເພື່ອແກ້ໄຂຄວາມແຕກຕ່າງກັນຍາມໃດກໍ່ຕ້ອງອີງໃສ່ລະບອບລະບຽບການ ແລະ ການເຄົາລົບຊື່ງກັນ ແລະ ກັນ. ຜູ້ຕາງໜ້າບັນດາປະເທດສະມາຊິກຂະບວນການບໍ່ຮ່ວມກຸ່ມ (NAM) ຮຽກຮ້ອງໃຫ້ມີການເຄົາລົບອະທິປະໄຕຂອງ ເວເນຊູເອລາ ພ້ອມທັງປະຕິເສດການແຊກແຊງເຂົ້າບັນຫາພາຍໃນຂອງປະເທດອາເມລິກາໃຕ້ນີ້. ກຸ່ມ Lima ລວມມີ 13 ປະເທດອາເມລິກາລາຕິນ ແລະ ການາດາ ຈະຮຽກໂຮມຈັດກອງປະຊຸມດ່ວນໃນວັນທີ 3/5. ຕາມທ່ານ Lopez Obrador, ປະທານາທິບໍດີ ເມັກຊິກໂກ ແລ້ວ, ປະເທດນີ້ ໄດ້ຄັດຄ້ານທຸກການແຊກແຊງເຂົ້າວຽກງານຂອງ ເວເນຊູເອລາ ໃນຈຸກເວລານີ້. ທຸກບັນຫາຕ້ອງໄດ້ແກ້ໄຂຜ່ານການເຈລະຈາ ແລະ ເຄົາລົບສິດທິມະນຸດ, ຫາກບໍ່ແມ່ນການໃຊ້ຄວາມຮຸນແຮງ.

   ທ່ານນາງ  Ana Silvia Rodriguez ຜູ້ຕາງໜ້າ ກູບາ ປະຈຳ ສປຊ ໄດ້ສະເໜີບໍ່ພຽງແຕ່ຕ້ອງເຄົາລົບອະທິປະໄຕຂອງ ເວເນຊູເອລາ ໃນຈຸດເວລານີ້ເທົ່ານັ້ນ, ຫາກຍັງຕ້ອງເຄົາລົບອະທິປະໄຕຂອງບັນດາປະເທດອາເມລິກາລາຕິນອື່ນໆອີກດ້ວຍ. ສ່ວນທ່ານ Mounzer Mounzer ຜູ້ຕາງໜ້າ ຊິຣີ ປະຈຳ ສປຊ ກໍ່ໄດ້ເນັ້ນໜັກວ່າ: ການເຈລະຈາ ແລະ ການເຄົາລົບອະທິປະໄຕ ແມ່ນວິທີແກ້ໄຂດີທີ່ສຸດຕໍ່ສະພາບການຢູ່ ເວເນຊູເອລາ ໃນປະຈຸບັນ.

ຈາກເອີຣົບ, ຄະນະກໍາມະການເອີຣົບ (EC) ກໍໄດ້ຮຽກຮ້ອງໃຫ້ມີ “ມາດຕະການດ້ານການເມືອງ ແລະ ສັນຕິພາບ”. ທ່ານ Federica Mogherini ຜູ້ຕາງໜ້າຂັ້ນສູງຂອງ ອີຢູ ຮັບຜິດຊອບກ່ຽວກັບນະໂຍບາຍຄວາມໝັ້້ນຄົງ ແລະ ການພົວພັນຕ່າງປະເທດ ຢັ້ງຢືນວ່າ ມາດຕະການດ້ານການເມືອງ, ສັນຕິພາບ ແລະ ປະຊາທິປະໄຕ ແມ່ນມາດຕະການໜຶ່ງດຽວ ໃຫ້ແກ່ສະພາບການຢູ່ ເວເນຊູເອລາ ໃນປັດຈຸບັນ. ອີຢູ ໄດ້ກ່າວປະນາມການໃຊ້ຄວາມຮຸນແຮງດ້ວຍທຸກຮູບແບບ ແລະ ຮຽກຮ້ອງບັນດາຝ່າຍ ຈົ່ງລະງັບໃຈຢ່າງສຸດຂີດ ເພື່ອຫຼີກລ້ຽງສະພາບຄວາມເຄັ່ງຕຶງປີນຂັ້ນໄດ. ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ໄດ້ເນັ້ນໜັກວ່າ ຄວນ “ສຸມໃສ່່ມາດຕະການສັນຕິພາບ” ໃຫ້ແກ່ວິກິດການດັ່ງກ່າວ. ໃນຂະນະນັ້ນ, ກະຊວງການຕ່າງປະເທດ ລັດເຊຍ ຖືວ່າ ບັນດາບັນຫາຂອງ ເວເນຊູເອລາ ຄວນໄດ້ຮັບການແກ້ໄຂ ຜ່ານບັນດາການເຈລະຈາ ຫາກບໍ່ຕ້ອງມີເງື່ອນໄຂຕັດສິນຊີ້ຂາດໃດໆ.

ຄໍາໝັ້ນສັນຍາປ່ຽນແປງຈາກລັດຖະບານ

        ບໍ່ອາດປະຕິເສດໄດ້ວ່າ ການກໍ່ລັດຖະປະຫານ ເຖິງວ່າບໍ່ປະສົບຜົນສໍາເລັດກໍຕາມ ແຕ່ກໍ່ສະແດງໃຫ້ເຫັນບັນດາການຂັດແຍ້ງພາຍໃນເວທີການເມືອງ ເວເນຊູເອລາ. ຕາມການນໍາ ເວເນຊູເອລາ ແລ້ວ, ຝ່າຍຄ້ານ ແລະ ບັນດາອິດທິກໍາລັງທີ່ເປັນປໍລະປັກຈາກພາຍນອກ ຢາກນໍາປະເທດ ອາເມລິກາໃຕ້ນີ້ ຕົກເຂົ້າສູ່ສະພາບເກີດສົງຄາມການເມືອງ.  ຕໍ່ສະພາບການຕົວຈິງດັ່ງກ່າວ, ທ່ານປະທານາທິບໍດີ Nicolas Maduro ໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ຕໍ່ສູ້ປົກປ້ອງສິດຜົນປະໂຫຍດ ແລະ ອະທິປະໄຕຂອງປະເທດ, ປົກປັກຮັກສາບັນດາຜົນງານ ເຊິ່ງການປະຕິວັດຍາດມາໄດ້ໃນຕະຫຼອດຊຸມປີຜ່ານມາ.

        ທ່ານ Nicolas Maduro ກໍຖະແຫຼງຢ່າງຈະແຈ້ງວ່າ ລັດຖະບານປະເທດນີ້ ພ້ອມແລ້ວທີ່ຈະຜັນຂະຫຍາຍ “ແຜນການປ່ຽນແປງຄັ້ງໃຫຍ່ ຕໍ່ການປະຕິວັດ Bolivar” ເພື່ອແນໃສ່ແກ້ໄຂບັນດາຂໍ້ຂາດຕົກບົກພ່ອງໃນໄລຍະຜ່ານມາ. ລະອຽດແມ່ນ ໃນລະຫວ່າງ ວັນທີ 04 – 05 ພຶດສະພານີ້, ທ່ານປະທານາທິບໍດີ Nicolas Maduro ຈະປະກາດວັນປະເທດດໍາເນີນການເຈລະຈາ, ກະທໍາ ແລະ ສະເໜີຂໍ້ສະເໜີແນະຂອງບັນດາອົງການສິດອໍານາດລັດ ເພື່ອແນໃສ່ສ້າງເງື່ອນໄຂໃຫ້ປະຊາຊົນທຸກຄົນສາມາດສະເໜີຕໍ່ລັດຖະບານ Bolivar ແລະ ປະທານາທິບໍດີ ກ່ຽວກັບບັນດາສິ່ງທີ່ຄວນປ່ຽນແປງ ເພື່ອຜົນປະໂຫຍດຂອງແຜນການປັບປຸງຄັ້ງໃຫຍ່ໃນການປະຕິວັດ Bolivar. ຕາມທ່ານປະທານາທິບໍດີ Nicolas Maduro ແລ້ວ, ທ່ານຢາກຜັນຂະຫຍາຍແຜນການດັ່ງກ່າວ ເພື່ອແນໃສ່ດັດປັບ, ປົວແປງທຸກສິ່ງທຸກຢ່າງ ແລະ ແກ້ໄຂບັນດາຂໍ້ຂາດຕົກບົກພ່ອງ.

        ວົງການນັກໄຈ້ແຍກໃຫ້ຂໍ້ສັງເກດວ່າ ເລື່ອງຈັດຕັ້ງ “ວັນເຈລະຈາແຫ່ງຊາດ” ໃນທ້າຍອາທິດນີ້ ແມ່ນຄວາມມານະພະຍາຍາມ ເພື່ອແນໃສ່ແກ້ໄຂ, ຊອກຫາມາດຕະການແກ້ໄຂບັນດາຂໍ້ຂາດຕົກບົກພ່ອງ ເຊິ່ງລັດຖະບານ ເວເນຊູເອລາ ພວມຕ້ອງປະເຊີນໜ້າ.

        ອາດເຫັນໄດ້ວ່າ ປະເທດ ເວເນຊູເອລາ ພວມຜ່ານຜ່າຈຸດເວລາທີ່ເຄັ່ງຕຶງ. ເຖິງວ່າລັດຖະບານທີ່ຖືກຕ້ອງຕາມລັດຖະທໍາມະນູນ ແລະ ປະຊາຊົນ ເວເນຊູເອລາ ຍັງມີວຽກງານຕ້ອງເຮັດຫຼາຍຢ່າງ ເພື່ອແກ້ໄຂບັນດາຂໍ້ຄົງຄ້າງໃນຊີວິດດ້ານເສດຖະກິດ, ການເມືອງ ຢູ່ປະເທດ ອາເມລິກາໃຕ້ນີ້ກໍຕາມ ແຕ່ຫາງສຽງຫວັງວ່າສະຖຽນລະພາບ ແລະ ວັດທະນາຖາວອນ ຈະກັບຄືນສູ່ປະຊາຊົນ ເວເນຊູເອລາ ໃນໄວໆນີ້./.

ຕອບກັບ

ຂ່າວ/ບົດ​ອື່ນ