(VOVWORLD) -
ລັດເຊຍ ຫາກໍ່ຕັດສິນໃຈຖອນບັນດາຮາກຖານຂອງປະເທດນີ້ອອກຈາກການເຄື່ອນໄຫວກວດສອບໃນຂໍ້ຕົກລົງກ່ຽວກັບສົນທິສັນຍາຫລຸດຜ່ອນອາວຸດບຸກໂຈມຕີຍຸດທະສາດ (START) ໂດຍຊົ່ວຄາວຍ້ອນບໍ່ມີຄວາມສະເໝີພາບໃນການປະຕິບັດ. ສິ່ງດັ່ງກ່າວເຮັດໃຫ້ການຕໍ່ກຳນົດເວລາຂອງສົນທິສັນຍາຫລຸດຜ່ອນອາວຸດບຸກໂຈມຕີຍຸດທະສາດສະບັບໃໝ່ (New START, ຫລືຍັງເອີ້ນວ່າ START 3) ຍິ່ງປະສົບກັບຄວາມຫຍຸ້ງຍາກ, ສົ່ງຜົກກະທົບຢ່າງຫຍໍ້ທໍ້ເຖິງຄວາມໝັ້ນຄົງໃນທົ່ວໂລກ.
ພະຫະນະຍິງລູກສອນໄຟນະວິຖີຂອງລັດເຊຍ (ພາບ:Getty Images)
|
ວັນທີ 10 ສິງຫາ, ກະຊວງການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າ: ປະເທດນີ້ໄດ້ແຈ້ງກັບ ອາເມລິກາ ຜ່ານທາງການທູດຢ່າງເປັນທາງການກ່ຽວກັບຄຳຕັດສິນດັ່ງກ່າວ. ກະຊວງການຕ່າງປະເທດ ລັດເຊຍ ກໍ່ໄດ້ເນັ້ນໜັກວ່າ: ມົດສະກູ ຕ້ອງມີການກະທຳນີ້ຍ້ອນວ່າ ວໍຊິງຕັນ ປາດຖະໜາຢາກເລີ່ມເຄື່ອນໄຫວບັນດາການກະທຳກວດສອບຄືນໃໝ່ ຫາກບໍ່ໄດ້ຄິດໄລ່ຊັ່ງຊາເຖິງສະພາບຕົວຈິງໃນປະຈຸບັນ ພວມສ້າງທ່າໄດ້ປຽບໃຫ້ແກ່ຝ່າຍ ອາເມລິກາ.
ການເຈລະຈາ New START ບໍ່ມີຄວາມຄືບໜ້າ
ການຂາດຄວາມສະເໝີພາບທີ່ ລັດເຊຍ ໄດ້ເວົ້າເຖິງແມ່ນຍ້ອນບັນດານັກສັງເກດການຂອງລັດເຊຍ ບໍ່ສາມາດເຂົ້າໄປດິນແດນຂອງ ເອີລົບ ໄດ້, ຍ້ອນຖືກຈຳກັດດ້ານວີຊາ, ກໍ່ຄືສຳລັບບັນດາເຮືອບິນຂອງ ລັດເຊຍ. ເມື່ອຄັດສະເໜີບັນດາມາດຕາໃນສົນທິສັນຍາກ່ຽວກັບ “ບັນດາກໍລະນີຢູ່ນອກສົນທິສັນຍາ” ນັ້ນ, ລັດເຊຍ ປະກາດບັນດາມາດຕະການລົງໂທດຂອງຝ່າຍຕາເວັນຕົກ ໄດ້ກີດກັ້ນບັນດານັກສັງເກດການລັດເຊຍ ປະຕິບັດໜ້າທີ່ຢູ່ດິນແດນ ອາເມລິກາ, ດັ່ງນັ້ນສ້າງທ່າໄດ້ປຽບທີ່ບໍ່ສະເໝີພາບໃຫ້ແກ່ບັນດາຄູ່ຮ່ວມມືຂອງ ອາເມລິກາ. ຕາມແຈ້ງການຂອງກະຊວງການຕ່າງປະເທດ ລັດເຊຍ ແລ້ວ, ບັນດາການເຄື່ອນໄຫວກວດສອບຈະໄດ້ເຊື່ອມຕໍ່ຄືນໃໝ່ໃນກໍລະນີທີ່ຫຼັກການເທົ່າທຽມກັນ ແລະ ສະເໝີພາບໄດ້ຮັບການຟື້ນຟູ. ຝ່າຍມົດສະກູ ຖືວ່າ “ບັນດາຄຳສັ່ງລົງໂທດຕ້ານລັດເຊຍ ພຽງລຳພັງຝ່າຍດຽວ” ໂດຍ ອາເມລິກາ ແລະ ບັນດາປະເທດ ສຳພັນທະມິດຈັດວາງ, ຍົກຕົວຢ່າງຄື: ຈຳກັດວີຊາສຳລັບບັນດານັກສັງເກດການລັດເຊຍ ແລະ ຄຳສັ່ງຫ້າມເຮືອບິນ ລັດເຊຍ ບິນຜ່ານນ່ານຟ້າຂອງ ອາເມລິກາ ແລະ ອີຢູ. ມາດຕະການຈຳກັດນີ້ໄດ້ເຮັດໃຫ້ລັດເຊຍບໍ່ສາມາດກວດສອບອາວຸດຢູ່ ອາເມລິກາ ໄດ້ຕາມສົນທິສັນຍາດັ່ງກ່າວ.
ກ່ອນໜ້ານັ້ນ, ທ່ານ Dmitry Medvedev, ຮອງປະທານສະພາຄວາມໝັ້ນຄົງສະຫະພາບເອີລົບ ໄດ້ສະແດງຄວາມລະແວງສົງໄສຂໍ້ສະເໜີຂອງ ອາເມລິກາ ກ່ຽວກັບການເຈລະຈາຂໍ້ຕົກລົງຄວບຄຸມອາວຸດສະບັບໃໝ່ ເພື່ອແນໃສ່ແທນສົນທິສັນຍາ New START ແລະ ຮຽກຮ້ອງໃຫ້ ມົດສະກູ ຕ້ອງສະແດງ “ຄວາມພ້ອມໃນການສົມທົບກັນ”.
ຜົນສະທ້ອນຂອງການຮັກສາຄວາມໝັ້ນຄົງ ແລະ ສະຖຽນລະພາບສາກົນ
ສົນທິສັນຍາ New START, ໂດຍ ລັດເຊຍ - ອາເມລິກາ ລົງນາມເມື່ອປີ 2010 ແລະ ມີຜົນສັກສິດເປັນເວລາ 10 ປີ, ນັບແຕ່ປີ 2011. ນີ້ແມ່ນຂໍ້ຕົກລົງຄວບຄຸມອາວຸດໜຶ່ງດຽວທີ່ຍັງເຫຼືອລະຫວ່າງ 2 ປະເທດມະຫາອຳນາດດ້ານນິວເຄຼຍ, ພາຍຫຼັງທີ່ ອາເມລິກາ ໄດ້ຖອນຕົວອອກຈາກສົນທິສັນຍາສອງສະບັບກ່ຽວກັບການລົບລ້າງລູກສອນໄຟໄລຍະກາງ ແລະ ໄລຍະສັ້ນ (INF) ແລະ ນ່ານຟ້າເປີດ. ຂໍ້ຕົກລົງໄດ້ກຳນົດໃຫ້ແຕ່ລະປະເທດສາມາດໄດ້ຜັນຂະຫຍາຍຫົວລູກສອນໄຟ 1.550 ຫົວໃນ 700 ພາຫະນະການຍິງ. ຕົ້ນປີ 2021, ພາຍຫຼັງຮັບດຳລົງຕຳແໜ່ງບໍ່ດົນ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ຕໍ່ກຳນົດເວລາເອກະສານສະບັບນີ້ຕື່ມອີກ 5 ປີ, ຮອດວັນທີ 5 ກຸມພາ 2026, ໄດ້ຕ່າວປິ້ນນະໂຍບາຍຂອງປະທານາທິບໍດີຄົນກ່ອນ. ແຕ່ເຖິງຢ່າງໃດກໍ່ຕາມ, ການພົວພັນສອງຝ່າຍ ອາເມລິກາ - ລັດເຊຍ ເຄັ່ງຕຶງໄດ້ເຮັດໃຫ້ບັນດາການເຈລະຈາກ່ຽວກັບຂໍ້ຕົກລົງແທນໃຫ້ New START ບໍ່ ບັນລຸໄດ້ຄວາມຄືບໜ້າ.
ຫວ່າງມໍ່ໆມານີ້, ລັດເຊຍ ໄດ້ກ່າວເຕືອນຫຼາຍເທື່ອວ່າບໍ່ມີຂໍ້ຕົກລົງໃດແທນໃຫ້ New START ຈະເຮັດໃຫ້ຄວາມໝັ້ນຄົງທົ່ວໂລກປະສົບກັບຄວາມສ່ຽງ, ຊ້ຳບໍ່ໜຳ, ອາດຈະກໍ່ໃຫ້ເກີດການຊ່ວງເສັງອາວຸດນິວເຄຼຍຄັ້ງໃໝ່. ນັກໄຈ້ແຍກຫຼາຍທ່ານກໍ່ໃຫ້ຂໍ້ສັງເກດວ່າ, ບໍ່ສາມາດຄາດຄະເນລ່ວງໜ້າໄດ້ກ່ຽວກັບຂອບເຂດຂອງການຂາດສະຖຽນລະພາບຖ້າບໍ່ມີສົນທິສັນຍາ New START ຕໍ່ຄວາມໝັ້ນຄົງສາກົນເວົ້າລວມ, ກໍ່ໄພອັນຕະລາຍໃນໃຫ້ທົ່ວລະບົບສົນທິສັນຍາສາກົນກ່ຽວກັບອາວຸດນິວເຄຼຍ, ລວມມີສົນທິສັນຍາຫ້າມທົດລອງອາວຸດນິວເຄຼຍຮອບດ້ານ ແລະ ສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ.
ສ່ວນຢູ່ອາຊີ, ໃນກໍລະນີ ຈີນ ເຂົ້າຮ່ວມການຊ່ວງເສັງອາວຸດຍຸດທະສາດກັບ ອາເມລິກາ, ບັນດາປະເທດມະຫາອຳນາດອື່ນຄື: ຍີ່ປຸ່ນ, ສ. ເກົາຫຼີ ແລະ ອົດສະຕາລີ ອາດຍົກອອກຄຳຕັດສິນເອກະລາດໃນຂົງເຂດຄວາມໝັ້ນຄົງຍຸດທະສາດ. ເລື່ອງ ຈີນ ເພີ່ມທະວີກຳລັງຄວາມສາມາດບົ່ມຊ້ອນຍຸດທະສາດ, ພິເສດໃນສະພາບທີ່ການພົວພັນສອງຝ່າຍໃໝ່ຊົ່ວຮ້າຍລົງ, ໂດຍສະເພາະແມ່ນຈະກະຕຸ້ນໃຫ້ມີການກະທຳໂຕ້ຕອບຈາກ ອິນເດຍ… ບັນດາການຜັນແປນີ້ອາດຈະກໍ່ໃຫ້ເກີດການຊ່ວງເສັງອາວຸດນິວເຄຼຍຢູ່ພາກພື້ນ ອາຊີ - ປາຊີຟິກ. ຍິ່ງກ່ວານັ້ນ, ເລື່ອງຢຸດຕິ ຫຼື ໂຈະສົນທິສັນຍາ New START ໝາຍຄວາມວ່າແມ່ນກົນໄກຜູກມັດດ້ານນິຕິກຳໜຶ່ງດຽວທີ່ຄວບຄຸມກັນຈະຫາຍໄປ. ຖ້າບໍ່ມີກົນໄກນີ້, ການເຈລະຈາກ່ຽວກັບຫລຸດຜ່ອນນິວເຄຼຍຈະຖືກຖອຍຫຼັງພໍສົມຄວນ. ສິ່ງດັ່ງກ່າວຄວາມໝາຍວ່າ ບໍ່ພຽງແຕ່ລັດເຊຍ ແລະ ອາເມລິກາ ເທົ່ານັ້ນ, ຫາກປະເທດອື່ນໆທີ່ກຽມພ້ອມເຈລະຈາກ່ຽວກັບການຈຳກັດ ຫຼື ຫລຸດຜ່ອນອາວຸດນິວເຄຼຍ ກໍ່ຈະຕ້ອງປະຕິບັດແຕ່ເລີ່ມຕົ້ນທັງໝົດ./.