(vovworld) – ການຊ່ວງເສັງດ້ານການທະຫານລະຫວ່າງອົງການສົນທິສັນຍາປ້ອງກັນອັກລັງຕິກເໜືອ (NATO) ແລະ ລັດເຊຍ ໄດ້ກ້າວເຂົ້າສູ່ໄລຍະໃໝ່ ໃນຂະນະທີ່ເວລາມໍ່ໆມານີ້ ອັງກິດ ໄດ້ຖະແຫຼງສົ່ງພົນທະຫານຕື່ມອີກ 800 ຄົນ ແລະ ເຮືອບິນສູ້ຮົບເຖິງເຂດຕິດກັບທາງພາກຕາເວັນອອກຂອງປະເທດລັດເຊຍ. ເຫດການເກີດຂຶ້ນພາຍຫຼັງກອງກ່ຳປັ່ນເດີນບິນຂອງລັດເຊຍ ໄດ້ເຄື່ອນຍ້າຍຢູ່ໃກ້ກັບເຂດຝັ່ງທະເລຂອງບາງປະເທດໃນກຸ່ມ NATO ພຽງ 2, 3 ວັນ. ເຫດການນີ້ພວມຍູ້ການພົວພັນລະຫວ່າງ ມົດສະກູ ກັບກຸ່ມນີ້ເພີ່ມຄວາມເຄັ່ງຕຶງຂຶ້ນຕື່ມ, ຂົ່ມຂູ່ກໍ່ໃຫ້ເກີດສະພາບຂາດສະຖຽນລະພາບຢູ່ ເອີລົບ.
ເຮືອບິນ Su - 35S ຂອງກອງທັບອາກາດ ລັດເຊຍ
(ພາບ: Defence Industry Daily)
|
ນັບແຕ່ພາຍຫຼັງກອງປະຊຸມສຸດຍອດ NATO ເມື່ອເດືອນ 7/2016, ເບິ່ງລວມແລ້ວ, ການພົວພັນລະຫວ່າງ ລັດເຊຍ - NATO ບໍ່ມີສັນຍານຕັ້ງໜ້າໃດໆ ແລະ ທ່າອ່ຽງເພີ່ມທະວີກຳລັງການທະຫານນັບມື້ນັບເພີ່ມຂຶ້ນ.
NATOເພີ່ມທະວີຄວາມໝັ້ນຄົງດ້ານປ້ອງກັນຕົວ
ຫວ່າງແລ້ວນີ້, ອັງກິດ ໄດ້ປະກາດວ່າມີພົນທະຫານປະມານ 800 ຄົນ ພ້ອມກັບລົດຕັງ, ປືນ, ເຮືອບິນບໍ່ມີຄົນຂັບຈະມຸ່ງໄປສູ່ Estonia ໃນຕົ້ນປີໜ້າ, ໃນຄວາມມານະພະຍາຍາມຂອງ NATO ເພື່ອແນໃສ່ຢັ້ງຢືນຄຳໝັ້ນສັນຍາປົກປັກຮັກສາບັນດາປະເທດໃນເຂດ Baltic. ຈຳນວນພົນທະຫາຍດັ່ງກ່າວໄດ້ເພີ່ມຂຶ້ນຕື່ມອີກ 300 ຄົນເມື່ອທຽບໃສ່ການຄາດຄະເນທີ່ ອັງກິດ ໄດ້ຍົກອອກມາໃນໄລຍະຕົ້ນປີ ແລະ ນີ້ໄດ້ຮັບຖືວ່າແມ່ນການຜັນຂະຫຍາຍພົນທະຫາຍໃນໄລຍະຍາວກ່ວາໝູ່ຂອງ ອັງກິດ ເຖິງໜຶ່ງໃນບັນດາປະເທດບ້ານໃກ້ເຮືອນຄຽງຂອງ ລັດເຊຍ ນັບແຕ່ເມື່ອສິ້ນສຸດສົງຄາມເຢັນມາຮອດປະຈຸບັນ. ຕາມແຫຼ່ງຂ່າວຈາກກະຊວງປ້ອງກັນຄວາມສະຫງົບ ອັງກິດ ແລ້ວ, ກອງທັບ ອັງກິດ ໄດ້ຕັ້ງທັບຢູ່ຖານທີ່ໝັ້ນການທະຫານ Tapa ໃນໄລຍະ 6 ເດືອນ. ມີກອງພັນຂອງ NATO 4 ກອງ ໄດ້ຮັບການຜັນຂະຫຍາຍເພື່ອຮັບມືກັບຄວາມວິຕົກວັງວົນວ່າ ລັດເຊຍ ອາດຈະຂົ່ມຂູ່ບັນດາປະເທດສຳພັນທະມິດຢູ່ທາງທິດຕາເວັນອອກຂອງ NATO. ການກະທຳນີ້ ຖືກດຳເນີນໃນສະພາບການທີ່ NATO ພວມນັບມື້ນັບມີຄວາມວິຕົກວັງວົນວ່າກອງກ່ຳປັ່ນສູ້ຮົບຂອງລັດເຊຍ ໄປຍັງ ຊີຣີ ອາດຈະໄດ້ນຳໃຊ້ເພື່ອດຳເນີນການບຸກໂຈມຕີບັນດາເປົ້າໝາຍຢູ່ນະຄອນ Aleppo ຢູ່ປະເທດຕາເວັນອອກກາງນີ້.
ຄຳຕັດສິນຂອງກະຊວງປ້ອງກັນປະກາດ ອັງກິດ, NATO ເພີ່ມຈຳນວນພົນທະຫານເຖິງເຂດຕິດກັບຊາຍແດນ ລັດເຊຍ ໄດ້ກໍ່ໃຫ້ເກີດປະຕິກິລິຍາຢ່າງແຮງຈາກຝ່າຍ ລັດເຊຍ. ວັນທີ 31/10, ທ່ານ Aleksander Grushko, ຜູ້ຕາງໜ້າຂອງລັດເຊຍ ປະຈຳ NATO ໄດ້ຖະແຫຼງວ່າ ມົດສະກູ ຈະບໍ່ຢືນຢູ່ລ້າໆຕໍ່ບັນດາການກະທຳນີ້ ແລະ ກ່າວເຕືອນວ່າຈະມີບັນດາມາດຕະການໂຕ້ຕອບ. ຕາມທ່ານ Grushko ແລ້ວ, ການກະທຳຊຶ່ງກອງທັບ ອັງກິດ ເອີ້ນວ່າ “ເພີ່ມທະວີການປ້ອງກັນຄວາມໝັ້ນຄົງໃຫ້ແກ່ພັນທະມິດ” ນັ້ນຄວາມຈິງແລ້ວ ມັນພວມເຮັດໃຫ້ຄວາມສະຫງົບໃນພາກພື້ນຖືກຊົ່ວຮ້າຍລົງ. ນັກການທູດ ລັດເຊຍ ເນັ້ນໜັກວ່າ, ການກະທຳນີ້ຂອງອັງກິດ ແລະ NATO ບໍ່ເໝາະສົມກັບສົນທິສັນຍາພື້ນຖານລະຫວ່າງ ລັດເຊຍ - NATO ເຊິ່ງສອງຝ່າຍໄດ້ລົງນາມເມື່ອປີ 1997, ຕາມນັ້ນແລ້ວ, NATO ບໍ່ໄດ້ເພີ່ມກຳລັງຕື່ມອີກຢູ່ເຂດຕິດກັບຊາຍແດນ ລັດເຊຍ. ການກະທຳນີ້ບັງຄັບໃຫ້ ລັດເຊຍ ຕ້ອງຍູ້ບັນດາກຳລັງປະກອບອາວຸດອອກນອກທິດຕາເວັນອອກຊາຍແດນເພື່ອຮັບປະກັນຄວາມປອດໄພໃຫ້ແກ່ຕົນ.
ກ່ອນໜ້ານັ້ນ, ກອງປະຊຸມສຸດຍອດຢູ່ Warsaw (ໂປໂລຍ) ເມື່ອເດືອນ 7, NATO ໄດ້ຕົກລົງເພີ່ມກຳລັງການທະຫານຢູ່ເຂດທິດຕາເວັນອອກຂອງກຸ່ມນັບແຕ່ປີ 2017, ດ້ວຍເລື່ອງຜັນຂະຫຍາຍ 4 ກອງພັນ, ແຕ່ລະກອງພັນມີພົນທະຫານປະມານ 1000 ຄົນ ຜັດປ່ຽນກັນຕັ້ງທັບຢູ່ ໂປໂລຍ ແລະ 3 ປະເທດ Baltic ແມ່ນ Estonia, Latvia ແລະ Litva. ອັງກິດ, ການາດາ, ເຢຍລະມັນ ແລະ ອາເມລິກາ ໄດ້ເຫັນດີເປັນເອກສັນຮັກສາບົດບາດເປັນຜູ້ບັນຊາ 4 ກອງພັນດັ່ງກ່າວ, ໃນຂະນະນັ້ນ 24 ປະເທດພັນທະມິດຂອງ NATO ຈະປະກອບສ່ວນດ້ານຂົນສົ່ງ ,ຕິດຕໍ່ສື່ສານ ແລະ ສາທາລະນະສຸກ.
ໄພຊ່ວງເສງກຳລັງອາວຸດ
ວົງການນັກສັງເກດການໃຫ້ຂໍ້ສັງເກດວ່າ, ບັນດາການກະທຳເຫຼົ່ານັ້ນແມ່ນການເຄື່ອນໄຫວດ້ານການທະຫານໃຫຍ່ສຸດຂອງ NATO ນັບແຕ່ຫຼັງສົງຄາມເຢັນມາຮອດປະຈຸບັນ. ເຖິງຢ່າງໃດກໍ່ຕາມ, ທ່ານເລຂາທິການໃຫຍ່ NATO Jens Stoltenberg ພັດຢືນຢັນວ່າ NATO ບໍ່ຊອກຫາການປະເຊີນໜ້າກັບ ລັດເຊຍ ແລະ ກຸ່ມນີ້ກໍ່ບໍ່ຢາກເຫັນການຊ່ວງເສັງດ້ວຍກຳລັງອາວຸດ. ທຸກສິ່ງທຸກຢ່າງທີ່ NATO ເຮັດພຽງແຕ່ມີລັກສະນະປ້ອງກັນເທົ່ານັ້ນ. ເຖິງຢ່າງໃດກໍ່ຕາມ, ການອ້າງຄາລົມຂອງ NATO ບໍ່ສາມາດເກ້ຍກ່ອມ ລັດເຊຍ ໄດ້. ລັດເຊຍ ໄດ້ຖະແຫຼງຢ່າງລຽນຕິດວ່າ, ການຜັນຂະຫຍາຍກຳລັງທັບ ແລະ ຈັດວາງກຳລັງປ້ອງກັນລູກສອນໄຟຂອງ NATO ນັ້ນແມ່ນການເຄື່ອນໄຫວເກາະຜິດ ແລະ ນາບຂູ່ລັດເຊຍ. ເລື່ອງ NATO ພວມຫຍັບເຂົ້າໃກ້ກັບ ລັດເຊຍ ນັ້ນ, ສາມາດຈະສົ່ງຜົນຮ້າຍເຖິງສັນຕິພາບລະຫວ່າງຝ່າຍຕາເວັນອອກ ແລະ ຕາເວັນຕົກ.
ຄວາມຈິງແລ້ວ, ລັດເຊຍ ກໍ່ບໍ່ຍອມຢືນຢູ່ລ້າໆ. ຕົ້ນເດືອນ 10, ລັດເຊຍໄດ້ຜັນຂະຫຍາຍລະບົບລູກສອນໄຟນຳວິຖີ Iskander ດ້ວຍໄລຍະຍິງກວ່າ 500 ກມ ແລະ ມີຄວາມສາມາດຕິດຫົວນິວຄະເລຍເຖິງແຂວງ Kaliningrd. ກຳ່ປັ່ນສະໜາມບິນ ລັດເຊຍ 8 ລຳກໍ່ໄດ້ຜັນຂະຫຍາຍຢູ່ເຂດອ່າວທະເລ Manche ຂອງ ອັງກິດ. ກອງທັບຂອງ ລັດເຊຍ ກໍ່ໄດ້ຈັດຕັ້ງການຊ້ອມຮົບດ້ວຍຂະໜາດໃຫຍ່ຢູ່ຕິດກັບຊາຍແດນ NATO. ພົນທະຫານນັບຮ້ອຍຄົນ ພ້ອມກັບບັນດາອຸປະກອນດ້ານການທະຫານກໍ່ໄດ້ເຂົ້າຮ່ວມການຊ້ອມຮົບເຊິ່ງ ລັດເຊຍ ເອີ້ນວ່າ ເພື່ອກວດຄວາມສາມາດກຽມພ້ອມສູ້ຮົບໃນສະຖານະການຮີບດ່ວນ.
ການພົວພັນລະຫວ່າງຝ່າຍຕາເວັນຕົກ ແລະ ລັດເຊຍ ເວົ້າລວມ ແລະ ການພົວພັນລະຫວ່າງ NATO ແລະ ລັດເຊຍ ເວົ້າສະເພາະ ໄດ້ຕົກຢູ່ໃນລະດັບຕຳ່ສຸດນັບແຕ່ພາຍຫຼັງສົງຄາມເຢັນ ຍ້ອນການກະທົບຂອງວິກິດການຢູ່ ປູແກຼນ, ພິເສດແມ່ນເລື່ອງ ລັດເຊຍ ໂອນເຂົ້າແຫຼມ Crime ແລະ ຫວ່າງແລ້ວນີ້ແມ່ນວິກິດການຢູ່ ຊີຣີ. ຕາມການຕີລາຄາຂອງວົງການນັກໄຈ້ແຍກແລ້ວ, ຖ້າຫາກວ່າ ລັດເຊຍ ແມ່ນຝ່າຍຖືກເສຍຫາຍດ້ານເສດຖະກິດຫຼາຍກວ່າ ເມື່ອຢຸດຕິການຮ່ວມມືກັບຝ່າຍຕາເວັນຕົກ, NATO ຈະແມ່ນຝ່າຍຖືກຜົນເສຍຫາຍຢ່າງໜັກໜ່ວງດ້ານຄວາມໝັ້ນຄົງ, ພິເສດແມ່ນບັ້ນຮົບຕ້ານກໍ່ການຮ້າຍຢູ່ ອາບການິສະຖານ ກໍ່ຄືທັງເຂດຕາເວັນອອກກາງ ແລະ ປະຈຸບັນແມ່ນບັ້ນຮົບຕ້ານອົງການລັດອິດສະລາມ IS ຢູ່ທະວີບເອີລົບ. ການພົວພັນລະຫວ່າງ ລັດເຊຍ ກັບ NATO ແລະ ສະຫະພາບ ເອີລົບ ຊົ່ວຮ້າຍລົງ ໄດ້ສົ່ງຜົນຮ້າຍເຖິງຜົນປະໂຫຍດຂອງຝ່າຍຕ່າງໆ.