(VOVWORLD) -ຄວາມເຄັ່ງຕຶງ ລະຫວ່າງ ລັດເຊຍ ແລະ ຝ່າຍຕາເວັນຕົກ ບໍ່ມີສັນຍານຫຼຸດລົງໃນໄລຍະມໍ່ໆມານີ້ ເຊິ່ງກ່ຽວຂ້ອງເຖິງບັນຫາ ຢູແກຼນ. ໃນເບື້ອງຕົ້ນ, ຫາງສຽງ ອາດຈະຫັນໃຈໂລ່ງ ພາຍຫຼັງທີ່ບັນດາຄຳກ່າວຫາຮຸກຮານ, ຄຳກ່າວເຕືອນໂຕ້ຕອບ ພ້ອມກັບເລື່ອງ ສອງຝ່າຍຈັດສົ່ງພົນທະຫານຢ່າງລຽນຕິດ ເຮັດໃຫ້ບັນຍາກາດຢູ່ທີ່ນີ້ເຄັ່ງຮ້ອນຂຶ້ນເປັນແຕ່ລະຊົ່ວໂມງ.
ຕາມພາບຖ່າຍດາວທຽມ ກ່ຽວກັບຍຸດທະພັນຂອງ ລັດເຊຍ ທີ່ໄດ້ເຕົ້າໂຮມຢູ່ໃກ້ເຂດຊາຍແດນຕິດກັບ ຢູແກຼນ, ອາວຸດຂອງ ອາເມລິກາ ແລະ ຝ່າຍຕາເວັນຕົກ ກໍ່ໄດ້ຂົນສົ່ງມາເຖິງ Kiev. ຄ້າຍຄືກັນ, ພາຍຫຼັງແຫຼ່ງຂ່າວທີ່ຖືວ່າ ລັດເຊຍ ກຳລັງຈະບຸກໂຈມຕີ ຢູແກຼນ, ນາຍທະຫານ ອາເມລິກາ ນັບໝື່ນຄົນໄດ້ຖືກຈັດສົ່ງໄປຍັງບັນດາປະເທດທີ່ຂຶ້ນກັບອົງການສົນທິສັນຍາອັດລັງຕິກເໜືອ (NATO) ທີ່ຕິດກັບ ລັດເຊຍ ແລະ ຢູແກຼນ.
ທະຫານ ຢູແກຼນ ຢູ່ເຂດໃກ້ກັບ Trokhizbenka, ພາກຕາເວັນອອກ ຢູ່ ຢູແກຼນ ໃນວັນທີ 2/2 (ພາບ: NY Times) |
ບັນດາຄຳກ່າວຫາຖືກປະຕິເສດ
ໃນຊຸມວັນມໍ່ໆມານີ້, ສື່ມວນຊົນ ອາເມລິກາ ໄດ້ເປີດເຜີຍຂໍ້ສັງເກດຈາກເຈົ້າໜ້າທີ່ ອາເມລິກາ ວ່າ ລັດເຊຍ ອາດຈະປຸກລະດົມການຮຸກຮານຄັ້ງໃຫຍ່ເຂົ້າ ຢູແກຼນ ໃນ 2 – 3 ອາທິດຈະມາເຖິງ. ຕາມນັ້ນແລ້ວ, ກອງທັບ ລັດເຊຍ ກໍ່ໄດ້ຈັດສົ່ງ “ກຸ່ມສູ້ຮົບລະດັບກອງພັນ” ທັງໝົດ 83 ກຸ່ມ, ແຕ່ລະກຸ່ມມີຂອບຂະໜາດເກືອບເທົ່າກັບກອງພັນຂອງ ອາເມລິກາ ເຊິ່ງມີນາຍທະຫານແຕ່ 750 – 1000 ຄົນ. ລັດເຊຍ ໄດ້ໂຮມປະມານ 70% ກຳລັງສູ້ຮົບເຂົ້າໃນການບຸກໂຈມຕີ ແລະ ພວມຈັດສົ່ງກຸ່ມສູ້ຮົບໄປຍັງຊາຍແດນ ຢູແກຼນ ເພີ່ມເຕີມ. ບໍ່ພຽງແຕ່ເທົ່ານັ້ນ, ໃນໜັງສືພິມ New York Times ແລະ Washington Post ສະບັບອອກວັນທີ 5 ກຸມພາ, ເຈົ້າໜ້າທີ່ຈຳນວນໜຶ່ງທີ່ບໍ່ເຜີຍຊື່ ກໍກ່າວເຕືອນຕໍ່ການຮຸກຮານຢ່າງຮອບດ້ານຂອງລັດເຊຍ ອາດຈະເຮັດໃຫ້ມີຜູ້ເສຍຊີວິດ ແລະ ຮັບບາດເຈັບກວ່າ 50.000 ຄົນ. ບັນດາຕົວເລກແມ່ນລະອຽດທີ່ສຸດ, ແຕ່ອີງໃສ່ຫຼັກຖານໃດທີ່ ວໍຊິງຕັນ ຍົກອອກການຄາດຄະເນຄືແນວນັ້ນ ແມ່ນເລື່ອງທີ່ມືດມົນ. ນີ້ກໍແມ່ນສິ່ງທີ່ວົງການສື່ມວນຊົນ ອາເມລິກາ ໄດ້ຕັ້ງຄຳຖາມ.
ລັດເຊຍ ໄດ້ປະຕິເສດຄຳກ່າວຫາດັ່ງກ່າວຢ່າງຕໍ່ເນື່ອງ, ພ້ອມທັງຕຳໜິຕິຕຽນ ຝ່າຍຕາເວັນຕົກວ່າ ພວມຕັ້ງໃຈແຊກແຊງເຂົ້າວິກິດການລະຫວ່າງ ລັດເຊຍ ແລະ ຢູແກຼນ. ທ່ານເອກອັກຄະລັດຖະທູດ ລັດເຊຍ ປະຈຳ ອາເມລິກາ Anatoly Antonov ຖືວ່າ ວໍຊິງຕັນ ພວມພະຍາຍາມດຶງຄວາມສົນໃຈຂອງສາກົນເຂົ້າໃນຄວາມເຄັ່ງຕຶງ ລັດເຊຍ - ຢູແກຼນ ແລະ ຍຸແຍ່ຄວາມປີນຂັ້ນໄດ. ສ່ວນທ່ານອັກຄະລັດຖະທູດ ລັດເຊຍ ປະຈຳ ສປຊ Dmitry Polyanskiu ຖືວ່າ ການຄາດຄິດນີ້ຂອງ ອາເມລິກາ ແລະ ຝ່າຍຕາເວັນຕົກ ແມ່ນ “ແນວຄິດທີ່ເປັນໜ້າວິຕົກກັງວົນ”.
ມານະພະຍາຍາມຊຸກຍູ້ວຽກງານການທູດ ເພື່ອຫຼຸດຜ່ອນຄວາມເຄັ່ງຕຶງ
ຫວນຄືນປະຫວັດສາດເພື່ອຊອກຮູ້ກ່ຽວກັບກົກຮາກຂອງການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ໃນປັດຈຸບັນ. ຢູແກຼນ - ແມ່ນສ່ວນໜຶ່ງໃນລະບອບຂອງ ລັດເຊຍ ໃນຫຼາຍສະຕະວັດ ກ່ອນທີ່ຈະກາຍເປັນປະເທດສາທາລະນະລັດ ຂຶ້ນກັບ ໂຊຫວຽດ - ເຊິ່ງຍາດໄດ້ເອກະລາດເມື່ອ ໂຊຫວຽດ ຖືກແຕກແຍກໃນປີ 1991. ນັບແຕ່ນັ້ນມາ, ປະເທດນີ້ໄດ້ປັບປຸງສາຍພົວພັນກັບຝ່າຍຕາເວັນຕົກໃຫ້ນັບມື້ນັບແໜ້ນແຟ້ນກວ່າ. ການຕົກລົງຂອງທ່ານປະທານາທິບໍດີ ຢູແກຼນ Viktor Yanukovych ທີ່ມີຄວາມສະໜິດສະໜົມກັບ ລັດເຊຍ ໄດ້ປະຕິເສດຂໍ້ຕົກລົງຮ່ວມສຳພັນກັບ ສະຫະພາບເອີຣົບ ເພື່ອສະໜັບສະໜູນສາຍພົວພັນທີ່ແໜ້ນແຟ້ນກວ່າກັບ ມົດສະກູ ໄດ້ກໍ່ໃຫ້ເກີດການແຫ່ຂະບວນປະທ້ວງດ້ວຍຂອບຂະໜາດໃຫຍ່ ເຮັດໃຫ້ທ່ານຖືກໂຄ່ນລົ້ມໃນປີ 2014. ກໍໃນປີ 2014, ລັດເຊຍ ໄດ້ໂຮມແຫຼມ Crimea ເຂົ້າ ພາຍຫຼັງການລົງປະຊາມະຕິ. ກໍໃນປີນີ້, ບັ້ນລຸກຮື້ຂຶ້ນແຍກຕົວອອກ ໄດ້ເກີດຂຶ້ນຢູ່ ພາກຕາເວັນອອກ ຢູແກຼນ.
ອຳນາດການປົກຄອງໃໝ່ຂອງ ຢູແກຼນ ໄດ້ຮັບການສ້າງຕັ້ງຂຶ້ນ ດ້ວຍສະມາຊິກສ່ວນຫຼາຍແມ່ນ ນັກການເມືອງທີ່ໃກ້ຊິດກັບຝ່າຍຕາເວັນຕົກ, ນັບມື້ນັບມີຄວາມປາດຖະໜາຢາກເຂົ້າຮ່ວມ NATO ໂດຍໄວເພື່ອປົກປ້ອງຜົນປະໂຫຍດຂອງຕົນ. ເຖິງຢ່າງໃດກໍຕາມ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ເວົ້າເປັນຫຼາຍຄັ້ງແລ້ວວ່າ ຄວາມປາດຖະໜາເຂົ້າຮ່ວມ NATO ຂອງ ຢູແກຼນ ແມ່ນຂີດພົມແດງ ແລະ ລັດເຊຍ ບໍ່ຢາກໃຫ້ ຢູແກຼນ ເຂົ້າຮ່ວມອົງການນີ້. ລັດເຊຍ ກໍຮຽກຮ້ອງໃຫ້ຢຸດຕິທຸກການຊ້ອມຮົບຂອງ NATO ຢູ່ໃກ້ກັບເຂດຊາຍແດນຂອງປະເທດນີ້, ພ້ອມທັງປາດຖະໜາວ່າ NATO ຈະຖອນຕົວອອກຈາກ ເອີຣົບ ຕາເວັນອອກ. ທ່ານ Putin ສະເໜີໃຫ້ຝ່າຍຕາເວັນຕົກ ເຂົ້າຮ່ວມການເຈລະຈາຮອບຕ່າງໆກ່ຽວກັບບັນຫານີ້ຢ່າງແທ້ຈິງ. ລັດເຊຍ ກໍເນັ້ນໜັກວ່າ, ປະເທດນີ້ບໍ່ນາບຂູ່ບໍ່ວ່າປະເທດໃດ, ພ້ອມທັງກ່າວເຕືອນວ່າ ກົນອຸບາຍນຳໃຊ້ມາດຕະການທາງການທະຫານສຳລັບວິກິດການຢູ່ພາກຕາເວັນອອກ ຢູແກຼນ ອາດຈະກໍ່ຜົນຕາມມາທີ່ຮ້າຍແຮງ.
ຕໍ່ໜ້າການຜັນແປທີ່ເຄັ່ງຕຶງຄືນໃນປັດຈຸບັນ, ບັນດາປະເທດກຳລັງມານະພະຍາຍາມຊຸກຍູ້ການເຄື່ອນໄຫວທາງການທູດຢ່າງຕັ້ງໜ້າ. ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ຫາກໍມີການເຈລະຈາກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ຢູ່ ວັງ Kremlin, ຕາມນັ້ນແລ້ວ, ສອງຝ່າຍໄດ້ເຫັນດີເປັນເອກະພາບຕໍ່ບາງຂໍ້ສະເໜີແນະກ່ຽວກັບຄວາມໝັ້ນຄົງ ເພື່ອແນໃສ່ແກ້ໄຂວິກິດການ ຢູແກຼນ ໃນປັດຈຸບັນ. ເຖິງວ່າເນື້ອໃນລະອຽດຂອງການເຈລະຈາຍັງບໍ່ທັນໄດ້ເປີດເຜີຍເທື່ອ ແຕ່ສອງຝ່າຍຕ່າງກໍຢັ້ງຢືນເປົ້າໝາຍແຖວໜ້າແມ່ນ ບໍ່ປະໃຫ້ສົງຄາມເກີດຂຶ້ນ, ສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາຝ່າຍ. ພາຍຫຼັງລັດເຊຍ, ທ່ານປະທານາທິບໍດີ ຝລັ່ງ ຈະເດີນທາງໄປຍັງ Kiev ແລະ ເຈລະຈາກັບທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky. ທ່ານປະທານາທິບໍດີ ອາເມລິກາ Joe Biden ກໍຊີ້ແຈ້ງວ່າ ການທູດ ແມ່ນວິທີດີທີ່ສຸດເພື່ອແກ້ໄຂສະພາບການຢູ່ຊາຍແດນ ລັດເຊຍ - ຢູແກຼນ ແລະ ອາເມລິກາ ພ້ອມກັບ ເຢຍລະມັນ ສືບຕໍ່ມີເຈດຕະນາດີຕໍ່ການເຈລະຈາກ່ຽວກັບຄວາມໝັ້ນຄົງກັບ ລັດເຊຍ. ໃນຂະນະນັ້ນ, ທ່ານປະທານາທິບໍດີ ເຢຍລະມັນ Olaf Scholz ກໍຢັ້ງຢືນວ່າ ຈະຍາດແຍ່ງທຸກກໍລະນີທາງການທູດ ເພື່ອຫຼຸດຄວາມເຄັ່ງຕຶງລົງ. ສ່ວນທ່ານປະທານາທິບໍດີ ຕວັກກີ Recep Tayyip Erdogan, ເຊິ່ງເປັນຜູ້ທີ່ມີສາຍພົວພັນທີ່ດີກັບທັງ ລັດເຊຍ ແລະ ຢູແກຼນ ໄດ້ຖະແຫຼງວ່າ ພ້ອມແລ້ວທີ່ຈະສວມບົດບາດເປັນຜູ້ໄກ່ເກ່ຍ ໃຫ້ທຸກຂໍ້ຂັດແຍ້ງລະຫວ່າງສອງປະເທດ.
ໃນຈຸດເວລານີ້, ການເພີ່ມທະວີການແລກປ່ຽນທາງການທູດ ໄດ້ຮັບຖືວ່າ ນຳມາເຊິ່ງໝາກຜົນທີ່ຕັ້ງໜ້າ, ຊ່ວຍໃຫ້ບັນດາຝ່າຍຊອກຫາໄດ້ທັດສະນະລວມທີ່ສາມາດປະນິປະນອມ, ຊອກຫາເສັ້ນທາງຫຼຸດຄວາມເຄັ່ງຕຶງລົງໃນຄວາມເປັນເອກະພາບ, ເຄົາລົບອະທິປະໄຕຂອງບັນດາປະເທດ./.