(vovworld) - ຜົນສະທ້ອນຂອງສະຫະພັນລັດເຊຍ ຢູ່ເຂດຕາເວັນອອກກາງ, ເຊິ່ງແມ່ນເຂດທີ່ຊ້ອນແຟງຄວາມຂາດສະຖານລະພາບຫຼາຍໃນໂລກ, ນັບມື້ນັບສະແດງອອກຢ່າງຈະແຈ້ງ. ບັນດາການກະທຳດ້ານການທູດ, ການທະຫານຫວ່າງມໍ່ໆມານີ້ຂອງລັດເຊຍ ຢູ່ເຂດຕາເວັນອອກກາງ ໄດ້ເຮັດໃຫ້ວົງການນັກໄຈ້ແຍກຖືວ່າ ມົດສະກູ ໄດ້ຮັບຄະແນນໃນການສ້າງທັດສະນະ, ທີ່ຕັ້ງບົດບາດ ແລະ ຜົນສະທ້ອນຂອງຕົນຢູ່ພາກພື້ນເຄີຍມີຫຼາຍປະເທດນິຍົມກັບຝ່າຍຕາເວັນຕົກ. ບົດຂຽນ “ລັດເຊຍ ເພີ່ມທະວີທີ່ຕັ້ງບົດບາດຢູ່ເຂດຕາເວັນອອກກາງ” ຂອງບັນນາທິການ ຮົ່ງເວີນ.
ປະທານາທິບໍດີ Vladimir Putin
(ພາບປະກອບ: Kremlin.ru)
ການຫັນທິດຫຼາຍພໍສົມຄວນຂອງລັດເຊຍ ຢູ່ເຂດຕາເວັນອອກກາງ ເລີ່ມຕົ້ນແຕ່ເລື່ອງ ລັດເຊຍ ຕົກລົງເຂົ້າຮ່ວມການບຸກໂຈມຕີທາງອາກາດໃສ່ກຳລັງລັດອິດສະລາມ (IS) ອ້າງຊື່ເອງຢູ່ຊີຣີ ໃນທ້າຍເດືອນ 09/2015. ການເຂົ້າຮ່ວມຂອງລັດເຊຍ ໃນສະໜາມຮົບຊີຣີ ໄດ້ເຮັດໃຫ້ສະພາບການຮົບ ມີການປ່ຽນແປງ, ເຮັດໃຫ້ IS ຖືກເສຍຫາຍຢ່າງໜັກໜ່ວງ. ຕໍ່ຈາກນັ້ນແມ່ນການພົວພັນລະຫວ່າງລັດເຊຍ ແລະ ຕວກກີ, ສະມາຊິກຂອງອົງການ NATO, ໄດ້ຮັບການຟື້ນຟູ ດ້ວຍຫຼາຍຈຸດໝາຍຮ່ວມມືລະອຽດ ພາຍຫຼັງການພົວພັນຖືກຕັດຕອນເປັນໄລຍະໜຶ່ງ. ຫວ່າງແລ້ວນີ້, ເປັນຄັ້ງທຳອິດນັບແຕ່ພາຍຫຼັງສົງຄາມໂລກຄັ້ງທີ 2, ອີຣານ ອະນຸຍາດໃຫ້ເຮືອບິນທະຫານລັດເຊຍ ບິນຈາກອີຣານ ເພື່ອບຸກໂຈມຕີທາງອາກາດໃສ່ IS ຢູ່ຊີຣີ.
ຂີດໝາຍລັດເຊຍຢູ່ເຂດຕາເວັນອອກກາງ.
ນັບແຕ່ເມື່ອລົງນາມໃນຂໍ້ຕົກລົງນິວເຄຼຍອີຣານ 2015, ເບິ່ງຄືວ່າ ອາເມລິກາ ໄດ້ ຫຼຸດຜ່ອນການມີໜ້າຢູ່ເຂດນີ້. ນີ້ແມ່ນສິ່ງທີ່ມີປະໂຫຍດໃຫ້ລັດເຊຍ. ມົດສະກູ ມີໄດ້ມີທ່າແຮງຫຼາຍຢ່າງ ຍ້ອນຕາເວັນອອກກາງ ໄດ້ກາຍເປັນເຂດເພື່ອໃຫ້ລັດເຊຍ ຢືນຢັນກຳລັງແຮງບົນເວທີສາກົນ.
ໃນຈຳນວນພັນທະມິດຂອງລັດເຊຍ, ຊີຣີ ແມ່ນຄູ່ຮ່ວມມືທີ່ເປັນມູນເຊື້ອ. ພາຍຫຼັງທີ່ຕົກລົງບຸກໂຈມຕີທາງອາກາດໃສ່ IS ຢູ່ຊີຣີ ເປັນເວລາເກືອບ 1 ປີ, ລັດເຊຍ ໄດ້ຊ່ວຍປະທານາທິບໍດີຊີຣີ Bashar al Assad ຢຶດເອົາຫຼາຍເຂດໃນທົ່ວປະເທດ ຈາກກຳມືຂອງຝ່າຍຄ້ານ ເຊິ່ງເຄີຍຖືກຖືວ່າ “ບໍ່ສາມາດຢຶດຄອງຄືນໃໝ່ໄດ້”. ຍ້ອນແນງນັ້ນ, ອິດທິພົນຊື່ສຽງຂອງລັດເຊຍ ກໍ່ໄດ້ຮັບການປັບປຸງ.
ສຳລັບຕວກກີ, ລັດເຊຍ ຍອມຮັບຄຳຂໍໂທດຂອງປະທານາທິບໍດີ Tayyip Erdogan ຢ່າງວ່ອງໄວ ຍ້ອນປະເທດນີ້ໄດ້ຍິງເຮືອບິນ Su – 24 ຂອງລັດເຊຍ ຕົກໃນເຂດຊາຍແດນຊີຣີ - ຕວກກີ ເມື່ອເດືອນ 11/2015, ການນຳລັດເຊຍ ກໍ່ແມ່ນໜຶ່ງໃນຈຳນວນໜ້ອຍຂອງບັນດາການນຳໃນໂລກທີ່ສະແດງການສະໜັບສະໜູນປະທານາທິບໍດີຕວກກີ ໂດຍໄວ ພາຍຫຼັງເຫດການລັດຖະປະຫານຖືກປະລາໄຊ ເມື່ອເດືອນ 07 ຜ່ານມາ, ເຊິ່ງ Ankara ຖືວ່າ, ມີການ ໜູນຫຼັງຂອງອາເມລິກາ. ນີ້ໄດ້ຮັບຖືວ່າແມ່ນບັນດາບາດກ້າວທີ່ສະຫຼາດທີ່ສຸດຂອງວົງການເຈົ້າໜ້າທີ່ລັດເຊຍ ສຳລັບສະມາຊິກຂອງ NATO ໃນສະພາບທີ່ບັນດາພັນທະມິດຝ່າຍຕາເວັນຕົກ ຫັນຫຼັງກັບຕວກກີ.
ໃນກາງເດືອນ 8, ບັງເອີນ ອີຣານໄດ້ ເຫັນດີໃຫ້ ລັດເຊຍ ນຳໃຊ້ຖານທີ່ໝັ້ນກອງທັບອາກາດ Nojeh ເພື່ອປະຕິບັດບັນດາບັ້ນບຸກໂຈມຕີ່ທາງອາກາດ ເລັ່ງໃສ່ບັນດາທີ່ຕັ້ງຂອງ IS ຢູ່ ຊີຣີ. ເຖິງວ່າ ການນຳໃຊ້ບັນດາຖານທີ່ໝັ້ນນີ້ຖືກຢຸດຕິຢ່າງກະທັນຫັນຫລັງຈາກນັ້ນບໍ່ເທົ່າໃດມື້ ແຕ່ມັນຍັງເປັນຂີດໝາຍຄັ້ງທຳອິດ ທີ່ອີຣານ ອະນຸຍາດໃຫ້ກຳລັງທະຫານຂອງຕ່າງປະເທດໄດ້ນຳໃຊ້ຖານທີ່ໝັ້ນຂອງເຂົາເຈົ້າເພື່ອເປີດບັນດາການບຸກໂຈມຕີໃສ່ແຫ່ງອື່ນ. ນັ້ນກໍແມ່ນການປະນິປະນອມຫລາຍກວ່າເມື່ອທຽບໃສ່ສິ່ງທີ່ບັນດາກະສັດຂອງອີຣານ ສະຫງວນໃຫ້ແກ່ ອາເມລິກາ ກ່ອນທີ່ການປະຕິວັດອິດສະລາມດຳເນີນໄປແຕ່ເດືອນ 1/1978 -2/1979.
ມີບັນຫາຫນຶ່ງອີກກໍສະແດງໃຫ້ເຫັນລະດັບຜົນສະທ້ອນນັບມື້ນັບໃຫຍ່ຂອງລັດເຊຍ ຢູ່ ຕາເວັນອອກກາງ ເມື່ອຕົ້ນເດືອນ 8, ການເຈລະຈາລະຫວ່າງ ປະທານາທິບໍດີ ອາແຊກໄບຢານ, ອີຣານ ແລະ ລັດເຊຍ, ຊື່ງແມ່ນ 3 ປະເທດແຫ່ງນ້ຳມັນບໍ່ໃຫຍ່ຂອງໂລກ ໄດ້ດຳເນີນຢູ່ Baku ນະຄອນຫລວງ ອາແຊກໄບຢານ. ນັກວິຈານດ້ານການເມືອງ ທ່ານ Vladimir Lepekhin ສັງກັດສຳນັກຂ່າວ Rossiya Segodnya ຖືວ່າ: ການພົບປະຢູ່ Baku ແມ່ນບາດລ້ຽວໃຫມ່ໃນສະພາບການເມືອງປະຈຸບັນ. ເຫດການນີ້ຈະແມ່ນ ຈຸດເລີ່ມຕົ້ນຂອງການເປັນເຈົ້າການ ແລະ ທິດທາງການຮ່ວມມືໃຫມ່ລະຫວ່າງບັນດາປະເທດຢູ່ ຕາເວັນອອກກາງ ເພາະວ່າ ການພົບປະຄັ້ງນີ້ເຄີຍຖືກກີດຂວາງ ຍ້ອນບັນດາກຳລັງເປັນປໍລະປັກມີກົນອຸບາຍຄວບຄຸມບັນດາປະເທດຕາເວັນອອກກາງກໍຄືທົ່ວພາກພື້ນຊື່ງເປັນອູ່ນ້ຳມັນຂອງໂລກ.
ບໍ່ພຽງແຕ່ປັບປຸງທີ່ຕັ້ງບົດບາດດ້ານການເມືອງເທົ່ານັ້ນ ຫາກວົງການນັກໄຈ້ແຍກຍັງຖືວ່າ ຄາດໝາຍຈຳກັດຊື່ງລັດເຊຍໄດ້ວາງອອກຢູ່ ຊີຣີ ນັ້ນແມ່ນພື້ນຖານເພື່ອໃຫ້ລັດເຊຍ ເປີດກວ້າງລະດັບຜົນສະທ້ອນຢູ່ ຕາເວັນອອກກາງ. ຕວກກີ ແມ່ນປັດໄຈສຳຄັນສຳລັບເລື່ອງ ລັດເຊຍ ຊຸກຍູ້ການຂົນສົ່ງພະລັງງານໄປຍັງ ເອີລົບ ຜ່ານຕວກກີ ແທນທີ ຢູແກຼນ. ໃນຂະນະນັ້ນ, ບັນດາການບຸກໂຈມຕີທາງອາກາດຂອງລັດເຊຍ ເລີ່ມຕົ້ນຈາກຖານທີ່ໝັ້ນຂອງ ອີຣານ ແມ່ນໂອກາດເພື່ອໃຫ້ລັດເຊຍໂອ້ອວດບັນດາເຮືອບິນຖິ້ມລະເບີດ ແລະ ພາຫະນະອຸປະກອນການທະຫານຢູ່ເຂດຕາເວັນອອກກາງທີ່ພວມ “ຕ້ອງການ” ບັນດາປະເພດອາວຸດຄືແນວນັ້ນ. ດ້ວຍບັນດາສິ່ງທີ່ໄດ້ ແລະ ພວມດຳເນີນນັ້ນ, ອາດເຫັນໄດ້ວ່າ ລັດເຊຍ ໄດ້ກັບຄືນສູ່ເຂດຕາເວັນອອກກາງ ຢ່າງແທ້ຈິງ.
ລະມັດລະວັງຝ່າຍຕາເວັນຕົກ
ການກັບຄືນຕາເວັນອອກກາງ ຢ່າງແຮງຂອງລັດເຊຍ ຖືກດຳເນີນໃນສະພາບທີ່ອາເມລິກາ ພວມປະຕິບັດນະໂຍບາຍຫັນທິດ ແລະ ຄາດວ່າຈະຫັນກຳລັງເກືອບທັງໝົດຂອງຕົນຢູ່ພາກພື້ນໄປອາຊີ. ນະໂຍບາຍຫັນທິດດັ່ງກ່າວ ໄດ້ເປີດຊ່ອງທາງໃຫ້ບັນດາປະເທດອື່ນ, ໃນນັ້ນເປັນໜ້າສົນໃຈທີ່ສຸດແມ່ນລັດເຊຍ, ມີສິດອຳນາດເຕັມເຊິ່ງອາເມລິກາ ເຄີຍກຳແໜ້ນໃນຫຼາຍທົດສະວັດຜ່ານມາຢູ່ຕາເວັນອອກກາງ. ເພາະສະນັ້ນ, ໂດຍບໍ່ຫົວຊາຕໍ່ເລື່ອງວົງການການເມືອງລັດເຊຍ ຖືວ່າ, ບັນດາການກະທຳຂອງມົດສະກູ ພຽງແຕ່ແມ່ນການກະທຳທີ່ເໝາະສົມກັບຜົນປະໂຫຍດຂອງມົດສະກູ ແລະ ລັດເຊຍ ບໍ່ໄດ້ວາງອອກຄາດໝາຍພາບແພ້ຕີອາເມລິກາ ຫຼື ບໍ່ວ່າປະເທດໃດ ໃນບັນຫາຕາເວັນອອກກາງ ແຕ່ອາເມລິກາ ຍັງມີຄວາມວິຕົກກັງວົນ. ໂຄສົກກະຊວງການຕ່າງປະເທດອາເມລິກາ Mark Toner ໃຫ້ຮູ້ວ່າ, ຍາມໃດ ອາເມລິກາ ກໍ່ມານະພະຍາຍາມຊອກຮູ້ກ່ຽວກັບບັນດາສິ່ງໃດທີ່ລັດເຊຍ ແລະ ອີຣານ ພວມເຮັດ. ເລື່ອງລັດເຊຍ ນຳໃຊ້ຖານທີ່ໝັ້ນຢູ່ອີຣານ ໄດ້ຮັບການແຈ້ງແລ້ວ, ແຕ່ຝ່າຍຕາເວັນຕົກ ແລະ ໂດຍສະເພາະແມ່ນອາເມລິກາ ຍັງຮັບຮູ້ດ້ວຍຄວາມສົງໄສຢູ່. ບັນດານັກຊ່ຽວຊານ ແລະ ເຈົ້າໜ້າທີ່ອາເມລິກາ ໄດ້ກ່າວເຕືອນວ່າ, ປະຈຸບັນຍັງມີເວລາຫຼາຍຢູ່ເພື່ອພິສູດວ່າ ການເຄື່ອນໄຫວຂອງລັດເຊຍ ຖືກຢຸດຕິໄວ້ຢ່າງແທ້ຈິງ.
ຕາມວົງການນັກໄຈ້ແຍກແລ້ວ, ບັນດາການເຄື່ອນໄຫວໃນການພົວພັນລະຫວ່າງລັດເຊຍ - ຕວກກີ - ອີຣານ ກ່ຽວຂ້ອງເຖິງສົງຄາມຢູ່ຊີຣີ ແນ່ນອນວ່າຈະເຮັດໃຫ້ຝ່າຍຕາເວັນຕົກ ຕ້ອງຄິດໄລ່ຊັ່ງຊາ, ພິເສດແມ່ນໃນຈຸດເວລາການພົວພັນຂອງແຕ່ລະປະເທດກັບຝ່າຍຕາເວັນຕົກ ລ້ວນແຕ່ປະສົບກັບບັນດາບັນຫາສະເພາະ.
ບັນດາການກະທຳຂອງລັດເຊຍ ກັບບາງປະເທດຢູ່ເຂດຕາເວັນອອກກາງ ໃນໄລຍະຜ່ານມາໄດ້ຊີ້ໃຫ້ເຫັນຄວາມຈິງເປັນທີ່ຈະແຈ້ງວ່າ, ລັດເຊຍ ໄດ້ບັນລຸຜົນສຳເລັດໃນການສະແດງບົດບາດສຳຄັນຂອງຕົນຢູ່ເຂດຮ້ອນເຮັ່ງນີ້. ເວົ້າແນວອື່ນ, ພາຍໃຕ້ການຊີ້ນຳນຳພາຂອງປະທານາທິບໍດີ Vladimir Putin, ລັດເຊຍ ພວມເດີນບາດກ້າວທີ່ຍາວໄກໃນການສ້າງທ່າສະເໜີກັນໃນດຸນສິດອຳນາດໂລກ.