(vovworld)- “ເສັ້ນລິ້ນງົວ” ຍັງເອີ້ນວ່າ ເສັ້ນ 9 ຕອນ ເຄີຍໄດ້ຮັບການຮູ້ຈັກເຖິງແມ່ນຄຳຮຽກສິດ ບໍ່ມີພື້ນຖານປະຫວັດສາດ, ກົດໝາຍ ແລະ ພຶດຕິກຳຕົວຈິງ ຂອງຈີນ ສຳລັບທະເລຕາເວັນອອກ. ຫວ່າງແລ້ວນີ້ ນັກຮຽນຮູ້ຈີນ ສືບຕໍ່ຄັດຄ້ານ “ເສັ້ນລິ້ນງົວ” ແລະ ຖືວ່າ: ບັນດາບັນຫາກ່ຽວຂ້ອງເຖິງ “ເສັ້ນລິ້ນງົວ”ຈະຕ້ອງແກ້ໄຂກ່ອນໝູ່ ແລະ ສຳຄັນທີ່ສຸດໃນວິວັດການຊອກຫາສັນຕິພາ ບຢູ່ທະເລຕາເວັນອອກ.
photo: internet
|
ທະເລຕາເວັນອອກ ແມ່ນເຂດທະເລຕັ້ງຢູ່ທາງທິດຕາເວັນຕົກ ປາຊີຟີກ, ດ້ວຍເນື້ອທີ່ປະມານ 3,5 ລ້ານກິໂລຕາລາງແມັດ. “ເສັ້ນລິ້ນງົວ” ຊື່ງຈີນ ຮຽກສິດລວມມີ 9 ຕອນ, ໂດຍເລີ່ມມາຈາກອ່າວ ພາກເຫນືອ, ລຽບຕາມຝັ່ງທະເລພາກກາງ ຂອງຫວຽດນາມ ປະມານ 50 - 100 ກິໂລແມັດ, ລົງພາກໃຕ້ຫາດຊາຍ James Shoal ຂອງມາເລເຊຍ, ເກາະ Natuna ຂອງອິນໂດເນເຊຍ ແລະ ກັບມາພາກເຫນືອ, ລຽບຕາມເກາະ Palawan ຂອງຟີລີບປີນ, ກວມເອົາເຂດນຳ້ສ່ວນຫນຶ່ງ ຊື່ງຟີລີບປີນ ຖະແຫລງອະທິປະໄຕ ແລະ ສິ້ນສຸດຢູ່ຊອ່ງທະເລ Luzong ລະຫວ່າງ ຟີລີບປີນ ແລະ ໄຕ້ຫວັນ.
ໃນແຜນທີ່ຂອງຈີນ ປະກາດເມື່ອເດືອນ 6/2014, ເສັ້ນລິ້ນງົວ ມີ 10 ຕອນ, ກວມເອົາລັດ Arunachal Pradesh ຂອງອິນເດຍ. ເສັ້ນລິ້ນງົວ ໂດຍຈີນ ຍົກອອກແມ່ນ ເພື່ອຈຸດປະສົງການເມືອງ, ແຕ່ຄວາມຈິງແມ່ນກົນອຸບາຍຢືດຄອງທັງເຂດທະເລຕາເວັນອອກ.
ຈີນ ບໍ່ມີພື້ນຖານດ້ານກົດໝາຍຕໍ່ຄຳຮຽກສິດຂອງຕົນ
ມາຮອດປະຈຸບັນ, ຝ່າຍຈີນ ບໍ່ມີຫລືບໍ່ອາດມີເອກະສານ ສະບັບໃດກຳນົດ ແລະ ເປີດເຜີຍຢ່າງລະອຽດບັນດາຈຸດພິກັດກໍຄືທີ່ຕັ້ງຊັດເຈນຂອງບັນດາຕອນໃນເສັ້ນລິ້ນງົວ, ນັບທັງໃນຈົດໝາຍການທູດຂອງຈີນ ທີ່ສົ່ງເຖິງ ສປຊ ເມື່ອເດືອນ 5/2009. ຈີນ ບໍ່ສາມາດອະທິບາຍໄດ້ວ່າ: ເປັນຫຍັງ “ເສັ້ນລິ້ນງົວ” ແມ່ນເສັ້ນຖືກແບ່ງເປັນຫລາຍຕອນ ຫາກບໍ່ລຽນຕິດ ເພາະວ່າ ຈີນຢາກໂລກເຂົ້າໃຈວ່າ ເສັ້ນລິ້ນງົວ ແມ່ນຂີດຂັ້ນເຂດນຳ້“ໃນນາມປະຫວັດສາດ”, “ເຂດນ້ຳປະຫວັດສາດ” ຫລື“ ຊາຍແດນບົນທະເລ” ຂອງຈີນ. ຫາງສຽງສາກົນ ໄດ້ຕັ້ງຄຳຖາມວ່າ: ເປັນຫຍັງໃນຖະແຫລງການຂອງລັດຖະບານ ຈີນ ກ່ຽວກັບບັນດາເຂດທະເລເມື່ອວັນທີ 4/9/1958 ພັດບໍ່ເຕື້ອງເຖິງສັບຫລືປະໂຫຍກໃດ ກ່ຽວກັບ“ເຂດນຳ້ປະຫວັດສາດ”ເສັ້ນລິ້ນງົວຢູ່ທະເລຕາເວັນອອກ. ໃນບັນດາເອກະສານນິຕິກຳອື່ນຫລັງຈາກນັ້ນຂອງຈີນ ຄື: ລັດຖະບັນຍັດກ່ຽວກັບເຂດນ່ານນ້ຳ ແລະ ເຂດຕິດຈອດ (1992); ຖະແຫລງການກ່ຽວກັບເສັ້ນພື້ນຖານເຂດນ່ານນ້ຳ(1996); ກົດໝາຍວ່າດ້ວຍເຂດເສດຖະກິດຈຳເພາະ ແລະ ໄຫລ່ທະວີບ(1998) ກໍບໍ່ຖະແຫລງສິ່ງໃດກ່ຽວກັບ“ເຂດນ້ຳປະຫວັດສາດ”ດັ່ງກ່າວ. ກ່ຽວກັບດ້ານກົດໝາຍ, ຖ້າ ຖື ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ເພື່ອເປັນການປຽບທຽບ ອາດຈະເວົ້າໄດ້ວ່າ ຄຳຮຽກສິດ“ເສັ້ນລິ້ນງົວ” ຂອງ ຈີນ ແມ່ນໄຮ່ເຫດຜົນຢ່າງສິ້ນເຊິງ ນັບທັງເອກະສານດ້ານກົດໝາຍ ແລະ ພຶດຕິກຳຕົວຈິງ. ສິ່ງທີ່ເປັນຫນ້າຕ້ອງເວົ້າ ນັ້ນແມ່ນ ສົນທິສັນຍານີ້ ບໍ່ມີມາດຕາໃດ ຮັບຮູ້ຄຳນິຍາມກ່ຽວກັບ “ເຂດນ້ຳປະຫວັດສາດ”.
ນັກຮຽນຮູ້ຈີນ ຄັດຄ້ານຢ່າງແຮງຄຳຮຽກສິດ“ເສັ້ນລິ້ນງົວ”
ພາຍຫລັງ ຈີນ ເປັນຄັ້ງທຳອິດ ພິມຈຳຫນ່າຍແຜນທີ່ມີເສັ້ນລິ້ນງົວ 10 ຕອນ ກວມເອົາ ທະເລຕາເວັນອອກ ເກືອບທັງໝົດ ເມື່ອເດືອນ 6/2014, ຫນ້າເວັບ Bbs.tianya.cn ທີ່ມີຊື່ສຽງຂອງຈີນ ໄດ້ມີບົດຂຽນຖືວ່າ: ປະຈຸບັນ “ເສັ້ນ 9 ຕອນ” ຖືກປະຊາຄົມໂລກປະຕິເສດຢ່າງແຮງ, ສະນັ້ນ ເສັ້ນ 10 ຕອນ ຈະສາມາດຄົງຕົວໄດ້ຫລືບໍ່. ນັກຮຽນຮູ້ ຫລີລີງຮົວ, ອະດີດນັກວິຊາການສູນການຂ່າວມະຫາສະມຸດ ຈີນ ກໍໄດ້ມີບົດຂຽນໃນຫນ້າເວັບຂອງຕົນດ້ວຍຫົວຂໍ້ວ່າ: “ເສັ້ນ 9 ຕອນ ຈະຄົງຕົວໄດ້ຈັກ ມື້”. ນັກຮຽນຮູ້ທ່ານນີ້ ເຄີຍຢືນຢັນວ່າ: ຈີນບໍ່ມີພະຍານຫລັກຖານໃດເພື່ອກຳນົດເສັ້ນ 9 ຕອນ ແມ່ນເສັ້ນຊາຍແດນແຫ່ງຊາດຂອງຕົນ, ພ້ອມທັງ ຮຽກຮ້ອງຈີນ ຕ້ອງເຄົາລົບສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982(UNCLOS). ກ່ອນຫນ້ານັ້ນ, ວັນທີ 30/4/2013, ນັກຮຽນຮູ້ ຫລີກວາຢາງ ໄດ້ວິຈານໃນຫນ້າເວັບຂອງຕົນວ່າ: “ເລື່ອງປະເທດເຮົາ(ຈີນ) ສ້າງເສັ້ນ 9 ຕອນ ຕາມລຳພັງຝ່າຍດຽວຢູ່ບັນດາເຂດເສດຖະກິດຈຳເພາະ ກວ້າງ 200 ໄມທະເລຂອງບັນດາປະເທດບ້ານໃກ້ເຮືອນຄຽງຢູ່ ທະເລຕາເວັນອອກ ໄດ້ກໍ່ຄວາມຂັດແຍ້ງ ແລະ ຄວາມແຕກຕ່າງກັນຫລາຍຢ່າງ, ໄປຝືນກັບເນື້ອໃນຈິດໃຈຂອງສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ຕາມນັກຮຽນຮູ້ ຫລີກວາຢາງແລ້ວ, ບັນຫາຂັດແຍ້ງຢູ່ ທະເລຕາເວັນອອກ ແມ່ນເລີ່ມມາຈາກເສັ້ນ 9 ຕອນ ແລະ ສິ່ງດັ່ງກ່າວຈະໄດ້ຮັບການແກ້ໄຂກ່ອນໝູ່ ແລະ ສຳຄັນກວ່າແມ່ນວິວັດການຊອກຫາສັນຕິພາບຢູ່ ທະເລຕາເວັນອອກ. ທ່ານ ຢືນຢັນວ່າ: ລັດຈີນ ຄວນພິຈາລະນາຢ່າງເຂັ້ມງວດເລື່ອງຍົກເລີກ“ບັນດາເສັ້ນສະແດງປະຫວັດສາດທີ່ເປັນມູນເຊື້ອ” ເພື່ອສາມາດເປີດຊ່ອງທາງໃຫ້ແກ່ການແກ້ໄຂຄວາມຂັດແຍ້ງຢູ່ທະເລຕາເວັນອອກ.
ຈີນ ຄວນປະລະຄຳຮຽກສິດ“ເສັ້ນລິ້ນງົວ”
ພາຍຫລັງຄຳຮຽກສິດ“ເສັ້ນລິ້ນງົວ” ປະກົດອອກຕໍ່ປະຊາຄົມໂລກເມື່ອເດືອນ 5/2009, ຫວຽດນາມ ແລະ ຟິລີບປີນ ໄດ້ສົ່ງຈົດໝາຍການທູດຄັດຄ້ານເຖິງ ສປຊ. ເດືອນ 7/2010, ອິນໂດເນເຊຍ ກໍໄດ້ສົ່ງຈົດໝາຍການທູດເຖິງ ສປຊ ຄັດຄ້ານຄຳຮຽກສິດຂອງຈີນ. ໃນຖະແຫລງການເມື່ອວັນທີ 23 /7/2010 ຢູ່ ຮ່າໂນ້ຍ, ທ່ານນາງລັດຖະມົນຕີການຕ່າງປະເທດ ອາເມລິກາ H.Clinton ໄດ້ອອກສຽງຄັດຄ້ານບັນດາຄຳຮຽກສິດທະເລບໍ່ເຄົາລົບສົນທິສັນຍາກົດໝາຍວ່າດ້ວຍທະເລປີ 1982 ຂອງຈີນ ຊື່ງເສັ້ນລິ້ນງົວ ແມ່ນບັນຫາໄດ້ຮັບການເຕື້ອງເຖິງ. ຄຳຮຽກສິດ“ເສັ້ນລິ້ນງົວ” ຂອງຈີນ ນັບມື້ນັບຖືກຄັດຄ້ານຢ່າງແຮງຈາກບໍ່ພຽງແຕ່ນັກຮຽນຮູ້ຈີນ, ບັນດານັກຄົ້ນຄ້ວາ, ທະນາຍຄວາມກົດໝາຍທະເລສາກົນ ບັນດາປະເທດກ່ຽວຂ້ອງເຖິງທະເລຕາເວັນອອກຄື: ຫວຽດນາມ, ມາເລເຊຍ, ອິນໂດເນເຊຍ, ຟີລີບປີນ ເທົ່ານັ້ນ ຫາກນັບທັງບັນດາປະເທດບໍ່ກ່ຽວຂ້ອງເຖິງການຂັດແຍ້ງອະທິປະໄຕ ແຕ່ມີຜົນປະໂຫຍດດ້ານການຄ້າ, ການເດີນທະເລ ສຳລັບທະເລຕາເວັນອອກຄື: ອາເມລິກາ, ຍີ່ປຸ່ນ, ອິນເດຍ…
ທະເລຕາເວັນອອກ, ເຖິງວ່າ ສົນໃຈຫລືບໍ່ສົນໃຈ, ແຕ່ຈີນ ຕ້ອງຮັບຮູ້ຄວາມຈິງ, ແມ່ນເຂດທະເລມີທີ່ຕັ້ງສຳຄັນ, ກ່ຽວຂ້ອງເຖິງ 9 ປະເທດ ແລະ ສ່ວນຫນຶ່ງຂອງນຳ້ແດນດິນ, ແມ່ນສ່ວນຫນຶ່ງທີ່ຂາດບໍ່ໄດ້ໃນນະໂນບາຍພັດທະນາຂອງບັນດາປະເທດອ້ອມແອ້ມທະເລຕາເວັນອອກກໍຄືບັນດາປະເທດນອກພາກພື້ນນີ້. ເມື່ອທ່າອ່ຽງໂລກະພິບັດນັບມື້ນັບເພີ່ມຂຶ້ນ, ຜົນສະທ້ອນລວມເຖິງທົ່ວໂລກ, ຄຳຮຽກສິດຂອງຈີນ ກ່ຽວກັບ“ເສັ້ນລິ້ນງົວ” ຈະນັບມື້ນັບຖືກຄັດຄ້ານຢ່າງແຮງ, ຂ້ຽວຂາດ.