ເພື່ອກູ້ຊ່ວຍ ເກຼັກ, ຄະນະກຳມະການເອີລົບ (EC), ທະນາຄານສູນກາງເອີລົບ (ECB) ແລະ ກອງທຶນເງິນຕາສາກົນ (IMF) ໄດ້ບັງຄັບໃຫ້ປະເທດນີ້ຕ້ອງນຳໃຊ້ຫຼາຍມາດຕະການປະຢັດ. ເພື່ອແກ້ໄຂໜີ້ສິນ ແລະ ໄດ້ຮັບບ້ວງເງິນກູ້ຊ່ວຍທີ 2, ດ້ວຍມູນຄ່າ 130 ຕຶ້ເອີໂຮນັ້ນ, ວັນທີ 19/2, ລັດຖະບານເກຼັກ ໄດ້ຮັບຮອງເອົາບັນດາມາດຕະການປະຢັດສຸດທ້າຍ ເຊິ່ງສະຫະພາບເອີລົບ (EU) ແລະ ກອງທຶນເງິນຕາສາກົນ (IMF) ໄດ້ວາງອອກ, ຕາມນັ້ນແລ້ວ, ເກຼກ ຈະຫຼຸດຜ່ອນຈຳນວນເງິນເກືອບ 100 ລ້ານເອີໂຮ ໃນຂົງເຂດສາທາລະນະສຸກ ແລະ ປ້ອງກັນປະເທດ, ເກືອບ 45 ລ້ານ ເອີໂຮ ຈາກການຫຼຸດລະດັບເງິນບຳນານພື້ນຖານ. ຈຳນວນເງິນທີ່ຍັງເຫຼືອແມ່ນຈາກການຫຼຸດຈຳນວນເງິນອຸດໜູນໃຫ້ແກ່ຄອບຄົວທີ່ມີລູກຫຼາຍຄົນ, ຫຼຸດເງິນໃຊ້ຈ່າຍຂອງລັດຖະບານໃນປີນີ້ ແລະຫຼຸດເງິນໃຊ້ຈ່າຍໃນຂົງເຂດອື່ນອີກຈຳນວນໜຶ່ງ. ພ້ອມນັ້ນ, ແມ່ນການກໍ່ຄວາມດັນ ເພື່ອໃຫ້ບັນດາເຈົ້າໜີ້ເອກະຊົນເກຼກ (ເຊິ່ງລວມມີບັນດາທະນາຄານ ຫຼື ບໍລິສັດປະກັນໄພ) ລົບໜີ້ໃຫ້ແກ່ເກຼກເທື່ອລະກ້າວ ແຕ່ 21% ເຖິງ 50% ແລະ 70%. ອາດເວົ້າໄດ້ວ່າ, ນີ້ແມ່ນບັນດາເງື່ອນໄຂທີ່ເຄັ່ງຄັດ ເພື່ອຈຸດໝາຍຫຼຸດຜ່ອນໜີ້ສິນຂອງເກຼກ ຈາກ 160% ຂອງຈີດີພີໃນປະຈຸບັນລົງເຫຼືອພຽງ 120% ໃນປີ 2020. ແຕ່ເບິ່ງຄືວ່າ, ນີ້ແມ່ນຈຸດໝາຍຍາກທີ່ຈະບັນລຸໄດ້ ຍ້ອນບັນດາບ້ວງເງິນກູ້ຢືມຂອງເກຼກ ພຽງແຕ່ພໍດີໃຫ້ແກ່ການໃຊ້ກຳໄລ ແລະ ຮັບມືກັບໜີ້ສິນເທົ່ານັ້ນ, ບໍ່ສາມາດຟື້ນຟູພື້ນຖານເສດຖະກິດໄດ້. ເກຼັກ ໄດ້ນຳໃຊ້ບ້ວງເງິນທີໜຶ່ງ 110 ຕຶ້ເອີໂຮ ເຂົ້າໃນການໃຊ້ກຳໄລ ແລະໃນເທື່ອນີ້, ເກຼກ ຈະນຳໃຊ້ 2/3 ໃນບ້ວງເງິນກູ້ຊ່ວຍທີສອງດ້ວຍມູນຄ່າ 130 ຕຶ້ເອີໂຮເຂົ້າໃນການໃຊ້ກຳໄລ ເພື່ອຫຼີກລ້ຽງບໍ່ໃຫ້ເກີດໄພລົ້ມລະລາຍໃນວັນທີ 20/3 ຈະມາເຖິງ. ແຕ່ເກຼກ ຍິ່ງປະຢັດເທົ່າໃດ, ພື້ນຖານເສດຖະກິດຍິ່ງຊຸດໂຊມເທົ່ານັ້ນ, ເພາະວ່າບັນດາມາດຕະການປະຢັດ ເຊິ່ງເກຼກ ນຳໃຊ້ນັ້ນພຽງແຕ່ເລັ່ງໃສ່ການຫຼຸດຜ່ອນເງິນໃຊ້ຈ່າຍ ເພື່ອຮັດແຄບລາຍຈ່າຍເກີນດຸ່ນງົບປະມານແຫ່ງລັດ, ຫຼຸດຜ່ອນໜີ້ສິນຂອງລັດເທົ່ານັ້ນ, ໃນສະພາບການພື້ນຖານເສດຖະກິດບໍ່ເຕີບໂຕ ແລະ ໃນສະພາບທີ່ລັດ ເກຼກ ຕ້ອງໃຊ້ກຳໄລ 8,8% ເຊິ່ງແມ່ນລະດັບສູງກວ່າເມື່ອທຽບໃສ່ອັດຕາເຕີບໂຕທາງດ້ານເສດຖະກິດ. ສິ່ງດັ່ງກ່າວໄດ້ອະທິບາຍໃຫ້ເຫັນວ່າ ຈີດີພີ ຂອງ ເກຼກ ໄດ້ຊຸດໂຊມຢ່າງຕໍ່ເນື່ອງໃນເວລາ 4 ປີ. ປີ 2011 ຫຼຸດລົງ 6% ເມື່ອທຽບໃສ່ປີ 2010 ແລະ ຕາມການຄາດຄະເນຂອງ IMF ແລ້ວ, ປີ 2012, ຈີດີພີ ຂອງປະເທດນີ້ ສືບຕໍ່ຫຼຸດລົງຕື່ມອີກ 4%.
ຊາວເກຼັກແຫ່ຂະບວນປະທ້ວງຢູ່ຕໍ່ໜ້າຫໍສະພາແຫ່ງຊາດ
(ພາບ:sggp.org.vn)
ໄພຊຸດໂຊມ, ໄພຫວ່າງງານ, ການຂາດດຸ່ນງົບປະມານ ແມ່ນສິ່ງທີ່ເກຼກ ຕ້ອງແກ້ໄຂ, ອາດເວົ້າໄດ້ວ່າ ມາດຕະການປະຢັດ ແລະ ບ້ວງເງິນກູ້ຊ່ວຍນັບຕຶ້ເອີໂຮ ເຊິ່ງບັນດາອົງການການເງິນເອີລົບ ແລະ IMF ຈັດວາງໃຫ້ແກ່ Athene ນັ້ນ ໄດ້ສົ່ງຜົນສະທ້ອນຢ່າງເລິກເຊິ່ງ ແລະ ກວ້າງຂວາງເຖິງປະຊາຊົນທຸກຊັ້ນວັນນະ, ຍູ້ສັງຄົມເກຼກ ຕົກເຂົ້າສູ່ສະພາບຂາດສະຖຽນລະພາບ. ນັບແຕ່ມີການເຂົ້າຮ່ວມຂອງຄະນະກຳມະການເອີລົບ (EC), ທະນາຄານສູນກາງເອີລົບ (ECB) ແລະ ກອງທຶນເງິນຕາສາກົນ (IMF), ຄ່າແຮງງານຢູ່ປະເທດນີ້ໄດ້ຫຼຸດລົງສະເລ່ຍແມ່ນ 14,3%, ສະເພາະລັດຖະກອນແມ່ນ 9% ແລະ ຂະແໜງບໍລິການຮ້ານຄ້າ, ໂຮງແຮມແມ່ນ 33%. ຊ່ຽວຊານດ້ານເສດຖະກິດຜູ້ໜຶ່ງຂອງເຢຍລະມັນໄດ້ໃຫ້ຂໍ້ສັງເກດວ່າ: ຖ້າຫາກວ່າລະດັບຫຼຸດລົງນີ້ຍັງເພີ່ມຂຶ້ນອີກ ມັນຈະກະທົບເຖິງດ້ານການເມືອງ. ວັນທີ 19/2, ບັນດາອົງການກຳມະບານໄດ້ຈັດຕັ້ງການແຫ່ຂະບວນປະທ້ວງດ້ວຍຜູ້ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍຢູ່ນະຄອນຫຼວງ Athene ແລະ ນະຄອນອື່ນໆຂອງເກຼກ ເພື່ອຄັດຄ້ານບັນດາມາດຕະການປະຢັດຂອງລັດຖະບານ. ຜູ້ແຫ່ຂະບວນນັບພັນຄົນໄດ້ເຕົ້າໂຮມກັນຢູ່ຕໍ່ໜ້າຫໍສະພາແຫ່ງຊາດ ເພື່ອຄັດຄ້ານບັນດາມາດຕະການຫຼຸດຜ່ອນເງິນເດືອນ ແລະເງິນບຳນານ ເຊິ່ງໄດ້ພາໃຫ້ຊີວິດຂອງເຂົາເຈົ້າປະສົບກັບຄວາມຫຍຸ້ງຍາກ. ຕໍ່ໜ້າສະພາບການວິກິດການໜີສິນຢູ່ເກຼກ, ໄດ້ມີຜູ້ຊ່ຽວຊານ ແລະ ບັນດານັກການເມືອງຫຼາຍຄົນເວົ້າວ່າ ເກຼກ ຄວນຖອນອອກຈາກສະຫະພັນເງິນຕາເອີລົບ ເພື່ອຫຼີກລ້ຽງສະພາບການທີ່ຮ້າຍແຮງຢູ່ປະເທດນີ້ ແລະກູ້ຊ່ວຍບັນດາປະເທດນຳໃຊ້ສະກຸນເງິນເອີໂຮ ເວົ້າລວມ ກໍ່ຄື ສະຫະພາບເອີລົບເວົ້າສະເພາະ