ສົງຄາມ Nagorno-Karabakh ເກີດການປະທະກັນອັນຕະລາຍ

(VOVWORLD) -ໃນຊຸມມື້ທ້າຍເດືອນ ກັນຍາ ນີ້, ຢູ່ເຂດ Nagorno-Karabakh ພັດກາຍເປັນຈຸດຮ້ອນເຮັ່ງຂອງໂລກ, ເມື່ອກອງທັບ ອາເມນີ ແລະ ອາແຊກໄບຊານ ເກີດການປະທະກັນຢ່າງຮ້າຍແຮງ

ສົງຄາມ Nagorno-Karabakh ເກີດການປະທະກັນອັນຕະລາຍ - ảnh 1ກອງທັບ 2 ປະເທດໄດ້ປະກາດບັນດາເທບວີດີໂອ, ພາບຖ່າຍ

ກ່ຽວກັບການບຸກໂຈມຕີແນໃສ່ກຳລັງສັດຕູຝ່າຍກົງກັນຂ້າມ

(ພາບ: AP)

ໃນຊຸມມື້ທ້າຍເດືອນ ກັນຍາ ນີ້, ຢູ່ເຂດ Nagorno-Karabakh ພັດກາຍເປັນຈຸດຮ້ອນເຮັ່ງຂອງໂລກ, ເມື່ອກອງທັບ ອາເມນີ ແລະ ອາແຊກໄບຊານ ເກີດການປະທະກັນຢ່າງຮ້າຍແຮງ, ນຳໃຊ້ບັນດາອາວຸດສົງຄາມໜັກຄື ລົດຖັງ, ປືືນໃຫຍ່ຍິງໄລຍະຍາວ ແລະ ນັບທັງເຮືອບິນສູ້ຮົບ. ມີຫຼາຍຄວາມວິຕົກກັງວົນວ່າ, ຖ້າຫາກບໍ່ໄດ້ສະກັດກັ້ນຢ່າງທັນການ, ການປະທະກັນໃນປະຈຸບັນອາດຈະປິນຂັ້ນໄດຂຶ້ນລະດັບຮ້າຍແຮງກວ່າຢູ່ທັງພາກພື້ນ.

        ເລື່ອງເກີດການປະທະກັນແມ່ນໃນວັນທີ 27 ກັນຍາ, ເມື່ອກອງທັບ 2 ປະເທດ ກ່າວຫາກັນວ່າ ໄດ້ປຸກລະດົມການບຸກໂຈມຕີກ່ອນແນໃສ່ບັນດາເປົ້າໝາຍຢູ່ Nagorno-Karabakh, ເຊິ່ງແມ່ນເຂດທີ່ເກີດການຂັດແຍ້ງກັນໃນຫຼາຍປີຜ່ານມາລະຫວ່າງ 2 ຝ່າຍ. ບັນດາການບຸກໂຈມຕີທາງອາກາດ ແລະ ການຍິງປືນໃຫຍ່ໃສ່ກັນລະຫວ່າງ 2 ຝ່າຍ ເຊິ່ງໄດ້ຮັບຖືວ່າໄດ້ກໍ່ຄວາມເສຍຫາຍຫຼາຍຢ່າງສຳລັບທັງ 2 ປະເທດ. ໃນແຈ້ງການວັນທີ 28 ກັນຍາ, ກະຊວງປ້ອງກັນປະເທດ ອາແຊກບາຍຊານ ຢືນຢັນວ່າ, ໄດ້ດັບສູນທະຫານ 550 ຄົນ, ລົດຫຸ້ມເກາະ 22 ຄັນ, ໜ່ວຍປ້ອງກັນອາກາດ 15 ໜ່ວຍ, ເຮືອນບິນບໍ່ມີຄົນຂັບ 15 ລຳ, 8 ຖານປືນໃຫຍ່ ແລະ ສາງລູກປືນ 3 ແຫ່ງຂອງ ອາກເມນີ. ສ່ວນກອງທັບອາກເມນີ ໃຫ້ຮູ້ວ່າ, ຝ່າຍກົງກັນຂ້າມສູນເສຍທະຫານ 200 ຄົນ, ລົດຫຸ້ມເກາະ 30 ຄັນ, ພ້ອມທັງປະຕິເສດຈຳນວນຜູ້ເສຍຊີວິດ, ຜູ້ຮັບບາດເຈັບ ແລະ ຄວາມເສຍຫາຍເຊິ່ງ ອາແຊກໄບຊານ ໄດ້ປະກາດ, ໂດຍຍອມຮັບວ່າ ມີທະຫານເສຍຊີວິດພຽງແຕ່ 16 ຄົນ ແລະ ຖືກຈັບບາດເຈັບ 100 ຄົນເທົ່ານັ້ນ. ພ້ອມກັນນັ້ນ, ກອງທັບ 2 ປະເທດໄດ້ປະກາດບັນດາເທບວີດີໂອ, ພາບຖ່າຍກ່ຽວກັບການບຸກໂຈມຕີແນໃສ່ກຳລັງສັດຕູຝ່າຍກົງກັນຂ້າມ ເຊິ່ງຖືເອົາເປັນພະຍານຫຼັກຖານຢືນຢັນຄວາມເສຍຫາຍຂອງຝ່າຍກົງກັນຂ້າມ

ສົງຄາມດຸເດືອດ ແລະ ມີຄວາມສ່ຽງປີນຂັ້ນໄດ

        ຕາມບັນດາແຫຼ່ງຂ່າວ ແລະ ວົງການນັກໄຈ້ແຍກແລ້ວ, ບັນດາການປະທະກັນລະຫວ່າງ ອາແຊກໄບຊານ ແລະ ອາກເມນີ ໃນວັນທີ 27 ກັນຍາ ແມ່ນຮ້າຍແຮງກວ່າຫຼາຍເທົ່າເມື່ອທຽບໃສ່ບັນດາການປະທະກັນເມື່ອເດືອນ ກໍລະກົດ ຜ່ານມາ, ຍ້ອນທັງ 2 ຝ່າຍໄດ້ນຳໃຊ້ບັນດາອາວຸດ ແລະ ອາວຸດບັນຈຸໜັກເຂົ້າຮ່ວມການປະທະກັນ. ເຖິງຢ່າງໃດກໍ່ຕາມ, ສິ່ງທີ່ໜ້າວິຕົກກັງວົນກວ່າໃນຈຸດເວລານີ້ ນັ້ນແມ່ນທັງ 2 ຝ່າຍຍັງສະແດງໃຫ້ເຫັນບັນດາທັດສະນະທີ່ແຂງກະດ້າງ, ອາດຈະເຮັດໃຫ້ວິກິດການໃນປະຈຸບັນຮ້າຍແຮງຂຶ້ນຕື່ມ.

        ຕາມນັ້ນແລ້ວ, ນັບທັງອາກເມນີ ແລະ ອາແຊກໄບຊານ ໄດ້ພ້ອມກັນກ່າວຫາຝ່າຍກົງກັນຂ້າມທີ່ໄດ້ລະດົມກຳລັງພາຍນອກເຂົ້າຮ່ວມບັນດາການປະທະກັນ. ລະອຽດແມ່ນ, ອາກເມນີ ໄດ້ກ່າວຫາ ຕວັກກີ ຈັດສົ່ງມືປືນຊີຣີ ປະມານ 4.000 ຄົນ, ເຮືອບິນບໍ່ມີຄົນຂັບຫຼາຍລຳ ພ້ອມກັບນັກຊ່ຽວຊານດ້ານການທະຫານຫຼາຍຄົນໄປເຖິງເຂດ Nagorno-Karabakh ເພື່ອໜູນຊ່ວຍກອງທັບ ອາແຊກໄບຊານ, ແຕ່ບໍ່ໄດ້ຍົກອອກພະຍານຫຼັກຖານເທື່ອ. ສ່ວນວົງການເຈົ້າໜ້າທີ່ ອາແຊກໄບຊານ ໄດ້ປະຕິເສດຂໍ້ມູນຂ່າວດັ່ງກ່າວ, ພ້ອມກັນກ່າວຫາວ່າ ອາກເມນີ ພວມນຳໃຊ້ກຳລັງຮັບຈ້າງຈາກຊີຣີ ແລະ ບາງປະເທດຢູ່ເຂດຕາເວັນອອກກາງ ໃນການຂັດແຍ້ງຢູ່ເຂດ Nagorno-Karabakh, ແຕ່ກໍ່ບໍ່ສະໜອງພະຍານຫຼັກຖານລະອຽດເຊັ່ນດຽວກັນ.

        ພິເສດ, ວັນທີ 28 ກັນຍາ, ທ່ານເອກອັກຄະລັດຖະທູດອາກເມນີ ປະຈຳລັດເຊຍ Vardan Toghanyan ໄດ້ກ່າວເຕືອນວ່າ, ປະເທດນີ້ຈະນຳໃຊ້ລູກສອນໄຟນຳວິຖີ Iskander ຖ້າຫາກ ຕວັກກີ ຈັດສົ່ງເຮືອບິນຂັບໄລ່ F-16 ໄປເຖິງເຂດ Nagorno-Karabakh ເພື່ອໜູນຊ່ວຍ ອາແຊກໄບຊານ. ໃນທັນທີ, ທ່ານລັດຖະມົນຕີການຕ່າງປະເທດ ອາແຊກໄບຊານ Jeyhun Bayramov ໄດ້ຖະແຫຼງວ່າ, ປະເທດນີ້ຈະນຳໃຊ້ບັນດາມາດຕະການໂຕ້ຕອບຢ່າງສົມເຫດສົມຜົນຖ້າຫາກວ່າ ອາກເມນີ ນຳໃຊ້ລູກສອນໄຟ Iskander ເຂົ້າໃນການສູ້ຮົບ. ໃນຂະນະນັ້ນ, ວັນທີ 27 ກັນຍາ, ທ່ານປະທານາທິບໍດີ ຕວັກກີ Tayyip Erdogan ໄດ້ຢືນຢັນຈະສືບຕໍ່ສະໜັບສະໜູນ ອາແຊກໄບຊານ ຄືດັ່ງທີ່ເຄີຍເຮັດໃນການປະທະກັນກັບອາກເມນີ.

ປະຊາຄົມສາກົນມີຄວາມວິຕົກກັງວົນ

        ຕໍ່ໜ້າບັນດາການຜັນແປຖືກປິນຂັ້ນໄດຢ່າງຮ້າຍແຮງຢູ່ເຂດ Nagorno-Karabakh ນັ້ນ, ຫຼາຍປະເທດມະຫາອຳນາດໄດ້ອອກສຽງສະແດງທັດສະນະ, ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງອົດກັ້ນ. ວັນທີ 27 ກັນຍາ, ທ່ານປະທານາທິບໍດີລັດເຊຍ Valadimir Putin ໄດ້ອອກຖະແຫຼງການສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງ, ຮຽກຮ້ອງໃຫ້ 2 ຝ່າຍຈົ່ງປະຕິບັດທຸກສິ່ງທຸກຢ່າງເພື່ອສະກັດກັ້ນການປະທະກັນທີ່ຖືກປິນຂັ້ນໄດ ແລະ ຢຸດຕິທ່າທີເປັນປໍລະປັກ. ໃນວັນດຽວກັນ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ແຈ້ງວ່າ ພວມພິຈາລະນາບັນຫາ, ສະແດງຄວາມປາດຖະໜາວ່າ 2 ປະເທດຈະຢຸດຕິການປະທະກັນ. ກໍ່ມີທັດສະນະເຊັ່ນດຽວກັນ, ສະຫະພາບເອີລົບ (ອີຢູ) ໄດ້ກ່າວເຕືອນວ່າ, ຄວາມເຄັ່ງຕຶງຢູ່ເຂດ Nagorno-Karabakh ມີຄວາມສ່ຽງຖືກປີນຂັ້ນໄດ ແລະ ກໍ່ຜົນສະທ້ອນຢ່າງຮ້າຍແຮງ, ນາບຂູ່ຄວາມໝັ້ນຄົງຢູ່ພາກພື້ນ. ອີຢູ ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງຢຸດຍິງໂດຍທັນທີ, ຢຸດຕິການກະທຳເປັນປໍລະປັກ, ຫຼຸດຜ່ອນຄວາມເຄັ່ງຕຶງ ແລະ ບັນດາປະເທດມະຫາອຳນາດຢູ່ພາກພື້ນບໍ່ຄວນແຊກແຊງ.

        ພິເສດ, ວັນທີ 28 ກັນຍາ, ບັນດາແຫຼ່ງຂ່າວດ້ານການທູດໃຫ້ຮູ້ວ່າ, ຄາດວ່າ ສະພາຄວາມໝັ້ນຄົງສະຫະປະຊາຊາດຈະຈັດບັນດາກອງປະຊຸມປຶກສາຫາລືໂດຍດ່ວນຕາມຮູບແບບປິດລັບໃນວັນທີ 29 ກັນຍາ ເພື່ອປຶກສາຫາລືກ່ຽວກັບບັນຫາ Nagorno-Karabakh.

        ວົງການນັກໄຈ້ແຍກເຊື່ອໝັ້ນວ່າ, ເຖິງວ່າມີຄວາມສ່ຽງປະທະກັນຈະປິນຂັ້ນໄດຢູ່ເຂດ Nagorno-Karabakh ຍັງສູງຢູ່, ແຕ່ການເຂົ້າຮ່ວມຂອງປະຊາຄົມສາກົນຢ່າງໄວນັ້ນແມ່ນມີຄວາມຈຳເປັນທີ່ສຸດ, ອາດຈະຊ່ວຍຫຼຸດຜ່ອນຄວາມເຄັ່ງຕຶງຄືໃນປະຈຸບັນ. ພິເສດ, ດ້ວຍທີ່ຕັ້ງ ແລະ ການພົວພັນທີ່ມີຜົນປະໂຫຍດພິເສດຢູ່ພາກພື້ນ, ປະເທດ ລັດເຊຍ ຂອງທ່ານປະທານາທິບໍດີ V.Putin ຈະມານະພະຍາຍາມສະກັດກັ້ນການປະທະກັນທີ່ອັນຕະລາຍເຊິ່ງຖືກເກີດຂຶ້ນຢູ່ໃກ້ກັບເຂດຊາຍແດນຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ