(VOVWORLD) - ວັນທີ 24 ສິງຫາ ນີ້ ແມ່ນພໍດີເຄິ່ງປີ ທີ່ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ເກີດຂຶ້ນ. 6 ເດືອນຜ່ານມາ, ການປະທະກັນດັ່ງກ່າວໄດ້ເຮັດໃຫ້ສາມັນຊົນ ແລະ ນາຍທະຫານຂອງທັງສອງຝ່າຍນັບຫຼາຍພັນຄົນເສຍຊີວິດ, ພ້ອມທັງສົ່ງຜົນກະທົບຢ່າງເລິກເຊິ່ງຕໍ່ຊີວິດການເປັນຢູ່ຂອງປະຊາຊົນນັບສິບໆລ້ານຄົນຢູ່ບັນດາປະເທດໃນພາກພື້ນ ກໍຄື ສະຖຽນລະພາບໃນທົ່ວເອີຣົບ ແລະ ໂລກ.
ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ເກີດຂຶ້ນໃນວັນທີ 24 ກຸມພາ ເມື່ອ ລັດເຊຍ ປຸກລະດົມບັ້ນການທະຫານພິເສດ ເພື່ອແນໃສ່ “ປອດການທະຫານ ແລະ ຟາດຊິດ ຢູແກຼນ”. 6 ເດືອນຜ່ານມາ, ການປະທະກັນດັ່ງກ່າວໄດ້ເຮັດໃຫ້ມີຜູ້ບາດເຈັບ ແລະ ເສຍຊີວິດເປັນຈຳນວນຫຼວງຫຼາຍຢູ່ທັງສອງຝ່າຍ, ມ້າງເພທຳລາຍພື້ນຖານໂຄງລ່າງຢ່າງໜັກໜ່ວງຢູ່ພາກຕາເວັນອອກ ແລະ ພາກໃຕ້ ຢູແກຼນ. ພ້ອມດຽວກັນນັ້ນ, ກໍ່ສົ່ງຜົນກະທົບຢ່າງເລິກເຊິ່ງຕໍ່ສະພາບພູມີການເມືອງທົ່ວໂລກ, ໃນນັ້ນ ມີການປ່ຽນແປງຢ່າງໃຫຍ່ຫຼວງຢູ່ ເອີຣົບ ກໍຄືສາຍພົວພັນລະຫວ່າງ ອາເມລິກາ, ເອີຣົບ ກັບ ລັດເຊຍ.
ນາຍທະຫາຍ ລັດເຊຍ (ພາບ: Anadolu Agency) |
ບັນດາຜົນກະທົບຢ່າງໜັກໜ່ວງ
ໄລ່ມາຮອດປັດຈຸບັນນີ້, ຍັງບໍ່ທັນມີບົດລາຍງານເອກະລາດສະບັບໃດຂອງສາກົນທີ່ມີຄວາມໄວ້ວາງໃຈ ໄດ້ປະກາດກ່ຽວກັບຈຳນວນຜູ້ຖືກບາດເຈັບ ແລະ ເສຍຊີວິດ ເຊິ່ງລັດເຊຍ ແລະ ຢູແກຼນ ສູນເສຍໃນການປະທະກັນ ທີ່ໃກ້ຈະກ້າວເຂົ້າສູ່ເດືອນທີ 7 ແລ້ວ. ແຕ່ເຖິງຢ່າງໃດກໍຕາມ, ມີຫຼາຍບົດລາຍງານຍ່ອຍ ທີ່ໄດ້ປະກາດຈາກສອງຝ່າຍ ກໍຄື ບັນດາແຫຼ່ງຂ່າວສາກົນ ເຊິ່ງສະແດງໃຫ້ເຫັນວ່າ, ຈຳນວນຜູ້ຖືກບາດເຈັບ ແລະ ເສຍຊີວິດຢູ່ທັງສອງຝ່າຍແມ່ນຫຼວງຫຼາຍ, ທັງຜູ້ເສຍຊີວິດ ແລະ ບາດເຈັບ ແມ່ນນັບສິບພັນຄົນ. ໃນຂະນະນັ້ນ, ຕາມຕົວເລກທີ່ກະຊວງປ້ອງກັນປະເທດ ຢູແກຼນ ປະກາດໃນວັນທີ 22 ສິງຫາ ໃຫ້ຮູ້ວ່າ, ຢ່າງໜ້ອຍສຸດ ມີນາຍທະຫານ 9.000 ຄົນຂອງປະເທດນີ້ຖືກເສຍຊີວິດ ນັບແຕ່ຕົ້ນການປະທະກັນມານີ້.
ນອກຈາກຖືກເສຍຫາຍກ່ຽວກັບຊີວິດອິນຊີແລ້ວ, ຜົນເສຍຫາຍທາງດ້ານວັດຖຸ ໂດຍສົງຄາມດັ່ງກ່າວກໍ່ຂຶ້ນສຳລັບປະເທດ ຢູແກຼນ ກໍ່ໄດ້ຕີລາຄາວ່າ ໃຫຍ່ຫຼວງທີ່ສຸດ. ບົດລາຍງານຫຼາຍບົດຖືວ່າ ຜົນເສຍຫາຍທາງດ້ານວັດຖຸທັງໝົດເຊິ່ງສົງຄາມດັ່ງກ່າວກໍ່ຂຶ້ນ ໄລ່ມາຮອດປັດຈຸບັນແມ່ນລື່ນກາຍຕົວເລກກວ່າ 700 ຕື້ USD ເຊິ່ງ ລັດຖະບານ ຢູແກຼນ ໄດ້ປະກາດເມື່ອຕົ້ນເດືອນມິຖຸນາຜ່ານມາແລ້ວ. ແລະກໍ່ບໍ່ທັນໄດ້ຄິດໄລ່ເຖິງເລື່ອງ ປະຊາຊົນ ຢູແກຼນ ນັບລ້ານຄົນຕ້ອງປະເຮືອນຊາຍໄປລີ້ໄພເທື່ອ, ໃນນັ້ນ, ມີປະມານ 10 ລ້ານຄົນອົບພະຍົບໄປຍັງບັນດາປະເທດບ້ານໃກ້ເຮືອນຄຽງ ແລະ ໃນຈຳນວນດັ່ງກ່າວ ມີສ່ວນໜຶ່ງໄດ້ກັບເມືອບ້ານເກີດເມືອງນອນແລ້ວ.
ສຳລັບ ລັດເຊຍ, ເຖິງວ່າ ຕົວເລກກ່ຽວກັບຜົນເສຍຫາຍລະອຽດຍັງບໍ່ທັນໄດ້ປະກາດກໍຕາມ ແຕ່ແຫຼ່ງຂ່າວສາກົນ ຢັ້ງຢືນວ່າ ຈຳນວນຜູ້ເສຍຊີວິດ ແລະ ບາດເຈັບຢູ່ສະໜາມຮົບ ຢູແກຼນ ໃນ 6 ເດືອນຜ່ານມາແມ່ນຫຼວງຫຼາຍທີ່ສຸດ, ໂດຍມີທະຫານນັບພັນຄົນ, ລວມທັງຜູ້ເສຍຊີວິດ ແລະ ຖືກບາດເຈັບ. ພ້ອມດຽວກັນນັ້ນ, ພື້ນຖານເສດຖະກິດຂອງ ລັດເຊຍ ຍັງຖືກຜົນກະທົບຢ່າງໜັກໜ່ວງຈາກບັນດາຄຳສັ່ງລົງໂທດ ໂດຍ ອາເມລິກາ ແລະ ເອີຣົບ ຈັດວາງ. ຕົວເລກໂດຍອົງການສະຖິຕິ ລັດເຊຍ ປະກາດໃນວັນທີ 12 ສິງຫາ ໃຫ້ຮູ້ວ່າ GDP ຂອງປະເທດນີ້ຫຼຸດລົງ 4% ໃນໄຕມາດທີ II/2022 (ນັບແຕ່ເດືອນ ເມສາ ຫາເດືອນ ມິຖຸນາ) ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສ່ວນຕາມການຄາດຄະເນທ້າຍເດືອນກໍລະກົດຂອງ ກອງທຶນເງິນຕາສາກົນ (IMF) ແລ້ວ, GDP ຂອງ ລັດເຊຍ ໃນປີ 2022 ໄດ້ຫຼຸດລົງ 6%.
ບໍ່ພຽງແຕ່ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ພໍ່ແມ່ປະຊາຊົນ ແລະ ພື້ນຖານເສດຖະກິດຂອງສອງປະເທດເຂົ້າຮ່ວມໂດຍກົງເທົ່ານັ້ນ, ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ຍັງເຮັດໃຫ້ລະບົບສະໜອງທົ່ວໂລກຖືກຕັດຕອນ, ເຮັດໃຫ້ລາຄາພະລັງງານ, ເຊື້ອເພີງ ແລະ ສະບຽງອາຫານເພີ່ມຂຶ້ນສູງລະດັບສະຖິຕິຢູ່ເກືອບທຸກພາກພື້ນໃນໂລກ, ເຮັດໃຫ້ເພີ່ມອັດຕາໄພເງິນເຟີ້ ແລະ ຫຼຸດລະດັບການເຕີບໂຕເສດຖະກິດຂອງບັນດາປະເທດສ່ວນຫຼາຍ. ຜົນກະທົບດັ່ງກ່າວໂດຍຫຼາຍອົງການຈັດຕັ້ງ ແລະ ກົນໄກການເງິນ - ເສດຖະກິດ ສາກົນ ໄດ້ຢັ້ງຢືນໃນບົດລາຍງານສະບັບຕ່າງໆ.
ສິ່ງທ້າທາຍ ແລະ ແງ່ຫວັງແກ້ໄຂການປະທະກັນ
ອາດເຫັນໄດ້ວ່າ, ການກະທົບ ແລະ ຜົນສະທ້ອນຈາກການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ແມ່ນໃຫຍ່ຫຼວງ ດ້ວຍຂອບຂະໜາດຜົນກະທົບທົ່ວໂລກ. ເຖິງຢ່າງໃດກໍຕາມ, ສິ່ງທີ່ໜ້າວິຕົກກັງວົນ ແມ່ນເຖິງວ່າເຄິ່ງປີໄດ້ຜ່ານໄປ ແຕ່ໄລ່ມາຮອດປັດຈຸບັນ ການປະທະກັນກໍ່ຍັງບໍ່ທັນມີສັນຍານໃດທີ່ຊີ້ໃຫ້ເຫັນວ່າ ຈະສິ້ນສຸດໃນໄວໆນີ້.
ພາຍຫຼັງເຈລະຈາມາເປັນຫຼາຍຄັ້ງແຕ່ກໍບໍ່ນຳມາເຊິ່ງໝາກຜົນໃນໄລຍະຕົ້ນ, ລັດເຊຍ ແລະ ຢູແກຼນ ໄດ້ຢຸດການເຈລະຈາໄວ້ແຕ່ເດືອນເມສາ, ເຮັດໃຫ້ແງ່ຫວັງບັນລຸໄດ້ຂໍ້ຕົກລົງຢຸດຍິງໃນໄລຍະສັ້ນ ຍິ່ງມືດມົວກວ່າ. ໃນຖະແຫຼງການທີ່ໄດ້ຍົກອອກຢ່າງເປັນທາງການໃນວັນທີ 12 ສິງຫາ ຜ່ານມາ, ທ່ານ Mykhailo Podolyak, ທີ່ປຶກສາຂັ້ນສູງຂອງທ່ານປະທານາທິບໍດີ ຢູແກຼນ ຢັ້ງຢືນວ່າ ປະເທດນີ້ບໍ່ມີເຫດຜົນໃດເພື່ອຈັດການເຈລະຈາກັບ ລັດເຊຍ ໃນສະພາບການປັດຈຸບັນ. ເຈົ້າໜ້າທີ່ທ່ານນີ້ຖືວ່າ, ຖ້າເລີ່ມເຈລະຈາໃນສະພາບການປັດຈຸບັນ ຈະແມ່ນການຫັນການປະລາໄຊຂອງ ຢູແກຼນ ແລະ ເອີຣົບ ກໍຄື “ບັນດາຄຸນຄ່າຂອງເອີຣົບ” ຢ່າງເປັນທາງການ.
ສ່ວນໃນຖະແຫຼງການກັບ Financial Times ໃນວັນທີ 22 ສິງຫາ, ທ່ານເອກອັກຄະລັດຖະທູດ ລັດເຊຍ ປະຈຳ ສປຊ Gennady Gatilov ກໍຖືວ່າ “ບໍ່ມີມາດຕະການທາງການທູດໃດໆເພື່ອສິ້ນສຸດສົງຄາມຢູ່ ຢູແກຼນ”. ທ່ານເອກອັກຄະລັດຖະທູດ Gennady Gatilov ໃຫ້ຂໍ້ສັງເກດວ່າ “ຈະບໍ່ມີການແລກປ່ຽນໂດຍກົງໃດ ລະຫວ່າງທ່ານປະທານາທິບໍດີ ລັດເຊຍ Vladimir Putin ກັບ ຄູ່ຕຳແໜ່ງ ຢູແກຼນ Volodymyr Zelensky ໃນອະນາຄົດໃກ້ໆນີ້”, ສິ່ງດັ່ງກ່າວສະແດງໃຫ້ເຫັນຄວາມອາດສາມາດທີ່ການປະທະກັນຈະແກ່ຍາວຕື່ມອີກ.
ຕໍ່ໜ້າຕົວຈິງທີ່ໜ້າວິຕົກກັງວົນນີ້, ສປຊ ແລະ ບາງປະເທດ ໄດ້ຕັ້ງໜ້າຊຸກຍູ້ບັນດາມາດຕະການແກ້ໄຂບັນຫາອຸດຕັນນີ້, ເຊື່ອມຕໍ່ການພົບປະທາງການທູດລະຫວ່າງ ລັດເຊຍ - ຢູແກຼນ ກໍຄືລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງ. ໃນນັ້ນ ອາທິດແລ້ວນີ້, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ດຳເນີນການເດີນທາງໄປປະຕິບັດງານຢູ່ ຢູແກຼນ ແລະ ຕວັກກີ ເປັນພິເສດ, ເຊິ່ງສອງປະເທດນີ້ ພວມຕັ້ງໜ້າປະຕິບັດບົດບາດເປັນກາງໄກ່ເກ່ຍ ລະຫວ່າງ ລັດເຊຍ ແລະ ຢູແກຼນ. ໃນການຢ້ຽມຢາມ ຢູແກຼນ ແລະ ການເຈລະຈາກັບທ່ານປະທານາທິບໍດີ Volodymyr Zelensky ຢູ່ Lviv ໃນອາທິດກ່ອນ, ທ່ານປະທານາທິບໍດີ ຕວັກກີ Tayyip Erdogan ເຊື່ອໝັ້ນວ່າ ການປະທະກັນຈະສິ້ນສຸດໂດຍໄວ ໃນໂຕະເຈລະຈາ. ຕາມການນຳ ຕວັກກີ ແລ້ວ, ທັງສອງຝ່າຍລ້ວນແຕ່ປາດຖະໜາວ່າ ການປະທະກັນກັນຈະສິ້ນສຸດໂດຍໄວ ແລະ ນີ້ກໍແມ່ນພື້ນຖານສຳຄັນທີ່ສຸດເພື່ອໃຫ້ບັນດາຝ່າຍສືບຕໍ່ຊຸກຍູ້ການເຈລະຈາໄກ່ເກ່ຍ./.