ເສັ້ນທາງ ປະຕິຮູບສະຫະປະຊາຊາດຍັງຍາວໄກຢູ່
|
ສະຫະປະຊາຊາດຊຶ່ງແມ່ນອົງການສາກົນໃຫຍ່ກ່ວາໝູ່ໃນໂລກ ໄດ້ຮັບການ ສ້າງຕັ້ງຂຶ້ນເມື່ອວັນທີ 24/10/1945 ດ້ວຍທິດນຳສະກັດກັ້ນສົງຄາມ ແລະ ການປະທະກັນ, ຮັກສາສັນຕິພາບ ແລະ ຄວາມ ສະຫງົບ ໃນໂລກ. ຜ່ານ 68 ປີທີ່ຜ່ານມາ, ຈາກອົງການສາກົນໜຶ່ງທີ່ມີຜົນສະທ້ອນ ຢ່າງເລິກເຊິ່ງ ກ້ວາງຂວາງ ໃນຊີວິດສາກົນ, ຕໍ່ໜ້າການຜັນປ່ຽນຢ່າງວ່ອງໄວ ແລະ ສັບສົນໃນໂລກໄລຍະ ມໍ່ມານີ້. ສະຫະປະຊາຊາດພວມຕ້ອງປະເຊີນໜ້າກັບຫຼາຍບັນຫາຫຍຸ້ງຍາກ ແລະມີໄພຖືກ ຍູ້ອອກຈາກ ເວທີ່ການເມືອງຂອງໂລກ. ເພາະສະນັ້ນ, ການຊອກຫາ ບັນດາມາດຕະການເພື່ອປະຕິຮູບລະບົບ ໃຫ້ສອດຄ່ອງກັບສະພາບການໃໝ່ ແມ່ນຄວາມຕ້ອງການໂດຍຈຳເປັນຂອງອົງການນີ້ໃນປະຈຸບັນ.
ສຳນັກງານອົງການສະຫະປະຊາຊາດ ທີ່ນິວຢອກ-ສະຫະລັດອາເມລິກາ
(ພາບ : AP)
|
ບັນດາບັນຫາເກີດຂຶ້ນຈາກພຶດຕິກຳຕົວຈິງ
ບໍ່ອາດປະຕິເສດເລື່ອງທີ່ວ່າ ນັບແຕ່ເວລາໄດ້ຮັບການສ້າງຕັ້ງ, ສະຫະປະຊາ ຊາດມີບົດບາດສຳຄັນ ໃນການ ຮັກສາສັນຕິພາບ ແລະ ຄວາມສະຫງົບໃນໂລກ. ຕາມການສະຖີຕິ ໃນ 68 ປີທີ່ຜ່ານມາ, ການປະກອບສ່ວນຢ່າງໃຫຍ່ຫຼວງກ່ວາໝູ່ ແມ່ນໄດ້ ປະກອບສ່ວນສະກັ້ນກັ້ນການເກີດສົງຄາມໂລກ ຄັ້ງໃໝ່. ສະຫະປະຊາ ຊາດໄດ້ສວມບົດບາດຫຼຸດຜ່ອນ 80% ຈຳນວນກໍລະນີປະທະກັນໂດຍໃຊ້ຄວາມຮຸນແຮງທີ່ນອງເລືອດ, 80% ຈຳນວນກໍລະນີດັບສູນເຊື້ອຊາດ ແລະ ລົງໂທດດ້ານການເມືອງ, ຊຸກຍູ້ວິວັດການຫັນເປັນປອດລ່າເມືອງຂຶ້ນ, ປະກອບສ່ວນນຳບັນດາເຂດແຄ້ວນໂດຍບໍ່ຄຸ້ມຄອງດ້ວຍຕົນເອງກາຍເປັນບັນດາປະເທດເອກະລາດ.
ແຕ່ໃນສະພາບການຫັນເປັນໂລກາພິວັດພວມເກີດຂຶ້ນຢ່າງແຂງແຮງ, ຄວາມເປັນລະບຽບຮຽບຮ້ອຍດ້ານກົດໝາຍສາກົນຂາດຄວາມກ້ຳເກິ່ງຍ້ອນຜົນສະທ້ອນທີ່ນັບມື້ນັບເພີ່ມຂຶ້ນຂອງບັນດາປະເທດມະຫາອຳນາດ ແລະ ຄວາມສຳນຶກກ່ຽວກັບອະທິປະໄຕແຫ່ງຊາດຂອງບັນດາປະເທດປ່ຽນແປງ, ການເຄື່ອນໄຫວຂອງ ສະຫະປະຊາຊາດ ພວມບໍ່ສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການນັ້ນຢ່າງທັນການ. ບັນດາການປະທະກັນຍັງຄົງເກີດຂຶ້ນຢ່າງບໍ່ຢຸດຢັ້ງ, ບັນດາການເຄື່ອນໄຫວກໍ່ການຮ້າຍ, ການນຳໃຊ້ອາວຸດເຄມີ ຫຼືການທົດລອງອາວຸດນິວເຄຼຍ... ຍັງຄົງສືບຕໍ່ເກີດຂຶ້ນຢູ່ຫຼາຍພາກພື້ນ ແລະ ໃນໂລກ ແຕ່ຍັງບໍ່ທັນມີມາດຕະການໃດໆທີ່ສາມາດແກ້ໄຂຢ່າງມີປະສິດທິຜົນໄດ້. ຄຽງຄູ່ກັນນັ້ນ, ອິດທິພົນຊື່ສຽງກໍຄືປະສິດທິຜົນການເຄື່ອນໄຫວຂອງ ສະຫະປະຊາຊາດ ກໍພວມໄດ້ຮັບຜົນສະທ້ອນຢ່າງໜັກ ຍ້ອນບັນດາບັນຫາທີ່ກ່ຽວຂ້ອງເຖິງໂຄງການຊ່ວຍເຫຼືອມະນຸດສະທຳທີ່ຊັກຊ້າ, ບໍ່ບັນລຸປະສິດທິຜົນ, ກຳລັງຮັກສາສັນຕິພາບ ຍັງບໍ່ທັນສາມາດເຄື່ອນໄຫວຕາມຄວາມຫວັງໄດ້ເທື່ອ.
ຄວາມຈິງເມື່ອມໍ່ມານີ້, ອາຣາເບຍຊາອຸດິ ໄດ້ປະຕິເສດເລື່ອງການເປັນສະມາຊິກບໍ່ປະຈຳຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ ຍ້ອນວ່າປະເທດນີ້ບໍ່ພໍໃຈຕໍ່ຄວາມສູນເສຍຄວາມສາມາດຂອງ ສະຫະປະຊາຊາດໃນການແກ້ໄຂການປະທະກັນຢູ່ຊີຣີ. ຕາມແຈ້ງການຈາກອຳນາດການປົກຄອງ Ryad, ນັບຕັ້ງແຕ່ຊີຣີເກີດວິກິດການເມື່ອເດືອນ 3/2011, ຈົນຮອດວັນທີ 27/9/2013, ຍ້ອນປະສັບກັບການຄັດຄ້ານຢ່າງຕໍ່ເນື່ອງຂອງ 2 ປະເທດສະມາຊິກປະຈຳ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ຄື ລັດເຊຍ ແລະ ຈິນ, ສະຫະປະຊາຊາດ ຈຶ່ງສາມາດບັນລຸຄວາມເປັນເອກະພາບກັນກ່ຽວກັບມະຕິສະບັບທຳອິດ ເພື່ອທວງໃຫ້ Damascus ລົບລ້າງອາວຸດເຄມີ.
ປະຕິຮູບເພື່ອຜົນປະໂຫຍດລວມ
ຫວນຄືນໄລຍະປະຫວັດສາດ 68 ປີແຫ່ງການສ້າງຕັ້ງ ແລະ ຂະຫຍາຍຕົວ, ບໍ່ແມ່ນວ່າ ສະຫະປະຊາຊາດ ບໍ່ເຄີຍດຳເນີນການປະຕິຮູບມາແລ້ວ, ແຕ່ໃນຕົວຈິງ, ສະຫະປະຊາຊາດໄດ້ດຳເນີນການປະຕິຮູບເປັນ 3 ຄັ້ງແລ້ວ. ນັບແຕ່ຕົ້ນຊຸມປີ 1990, ສະຫະປະຊາຊາດໄດ້ວາງອອກໜ້າທີ່ປະຕິຮູບ ສະຫະປະຊາຊາດ ດ້ວຍ 3 ໝວດບັນຫາຕົ້ນຕໍ່ຄື ບັນຫາພັດທະນາ ແລະ ປະຕິບັດບັນດາເປົ້າໝາຍສະຫັດສະວັດ; ການປະຕິຮູບກົງຈັກ ສະຫະປະຊາຊາດ ແລະ ປະຕິຮູບຄະນະເລຂາທິການ ແລະ ແບບວິທີການເຄື່ອນໄຫວ. ແຕ່ໃນກ່ວາ 20 ປີ ທີ່ຜ່ານມາ, ບັນດາວຽກງານທີ່ເຮັດໄດ້ແມ່ນບໍ່ເທົ່າໃດ. ບັນດາປັດໄຈດ້ານກົດໝາຍ ແລະ ພຶດຕິກຳຕົວຈິງໄດ້ ແລະ ພວມກິດຂວາງວິວັດການ ປະຕິຮູບນີ້. ທີ 1, ນັ້ນແມ່ນບັນດາການຜູກຮັດຍ້ອນບັນດາຂໍ້ກຳນົດໃນກົດບັດ ສະຫະປະຊາຊາດ. ເຖິງວ່າບັນດາປະເທດໃນໂລກເກືອບທັງໝົດໄດ້ເຫັນດີວ່າ ເຖິງເວລາແລ້ວ ທີ່ຈະຕ້ອງປະຕິຮູບສະຫະ ປະຊາຊາດ, ແຕ່ສິ່ງດັ່ງກ່າວແມ່ນບໍ່ສາມາດເຮັດໄດ້ໃນຂອບເຂດບັນດາຫຼັກການປະຈຸບັນ, ເພາະວ່າ ບໍ່ວ່າການດັດແປງໃດໆໃນກົດບັດສະຫະປະຊາຊາດຫຼືບັນດາບັນຫາອື່ນໆທີ່ມີຄວາມສຳຄັນ ລ້ວນແຕ່ຕ້ອງຮັບຄວາມເຫັນດີຈາກ 5 ປະເທດສະມາຊິກປະຈຳ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ. ຖ້າຫາກວ່າ5 ປະເທດສະມາຊິກປະຈຳ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ມີຄວາມພໍໃຈຕໍ່ຂໍ້ກຳນົດປະຈຸບັນ, ບໍ່ສົ່ງຜົນສະທ້ອນເຖິງເຂົາເຈົ້າ ດັ່ງນັ້ນພວກເຂົາກໍບໍ່ສົນໃຈກັບບັນດາມາດຕະການປະຕິຮູບສະຫະປະຊາຊາດທີ່ໄດ້ສະເໜີ ແລະ ເຂົາເຈົ້າມີສິດຢັບຢັ້ງ ໝາຍຄວາມວ່າສາມາດປະຕິເສດບໍ່ວ່າມະຕິໃດໆ. ທີ 2 ໃນຕົວຈິງປະຈຸບັນ, ມີການແກ່ງແຍ້ງລະຫວ່າງບັນດາພາກພື້ນ, ຊຶ່ງສະແດງອອກຜ່ານບັນດາການໂຕ້ຖຽງກັນຢ່າງຮຸນແຮງລະຫວ່າງບັນດາກຸ່ມສະແຫວງຫາຜົນປະໂຫຍດ ຕ່າງໆ.
ບັນຫາທີ່ວາງອອກປະຈຸບັນໃນວິວັດການປະຕິຮູບສະຫະປະຊາຊາດ ແມ່ນເຮັດແນວໃດຈະຊອກຫາບັນດາມາດຕະການແກ້ໄຂຢ່າງຄົບຊຸດ, ກົມກ່ຽວ ທັງສາມາດຕອບສະໜອງຜົນປະໂຫຍດສວ່ນລວມ ແລະ ສະເພາະ ໃຫ້ແກ່ບັນດາປະເທດໃນພາກພື້ນ. ແຕ່ເບິ່ງຄືວ່າ ແມ່ນໜ້າທີ່ບໍ່ສາມາດປະຕິບັດໄດ້ຍ້ອນຫຼັກໝັ້ນ ລະຫວ່າງບັນດາກຸ່ມສະແຫວງຫາຜົນປະໂຫຍດຍັງແຕກໂຕນກັນຫຼາຍ ແລະ ບັນດາການຄິດໄລ່ຮັບໃຊ້ຜົນປະຫຍດສ່ວນຕົວນັບມື້ນັບມີແນວໂນ້ມເພີ່ມທະວີຂຶ້ນ. ແນ່ນອນວ່າ ເສັ້ນທາງ ປະຕິຮູບສະຫະປະຊາຊາດຍັງຍາວໄກຢູ່