(VOVWORLD) - 72 ປີໄດ້ຜ່ານໄປນັບແຕ່ເມື່ອສິດທິມະນຸດໄດ້ຮັບການເຕື້ອງເຖິງໃນບົດຖະແຫຼງປະກາດເອກະລາດຢູ່ສະໜາມຫຼວງ ບາດິ່ງ ໃນວັນສະຖາປະນາປະເທດທີ 2 ກັນຍາ ປີ 1945, ແນວຄິດຂອງປະເທດ ໂຮ່ຈີມິນ ກ່ຽວກັບສິດທິມະນຸດຍັງຄົງມີຄວາມໝາຍເລິກເຊິ່ງພິເສດ, ໄດ້ຮັບການສືບທອດ, ພັດທະນາໃນລັດຖະທຳມະນູນຫຼາຍສະບັບຂອງ ຫວຽດນາມ.
ພາບປະກອບ |
ໃນສິດທິມະນຸດ, ສິດເສລີການໃນດຳເນີນທຸລະກິດມີບັນດາບາດກ້າວໃໝ່, ເປີດເຜີຍກ່ວາ, ພ້ອມທັງໄດ້ຫັນເປັນລະອຽດຜ່ານກົດໝາຍສະບັບຕ່າງໆ. ບົດຂຽນຂອງ ມີງເຈີມ " ສິດເສລີໃນການດຳເນີນທຸລະກິດ - ບາດກ້າວໃໝ່ຂອງສິດທິມະນຸດ", ກ່ອນທີ່ສະເຫຼີມສະຫຼອງວັນຊາດ ທີ 2 ກັນຍາ 2017.
ຄວາມສຳນຶກ ກ່ຽວກັບສິດທິມະນຸດ ຢູ່ ຫວຽດນາມ ໄດ້ຮັບການເຕື້ອງເຖິງເປັນຄັ້ງທຳອິດຢ່າງເປັນທາງການ ແລະ ລະອຽດທີ່ສຸດໃນບົດຖະແຫຼງປະກາດເອກະລາດ ສະຖາປະນາປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ໃນວັນທີ 2 ກັນຍາ 1945. ຫຼັງຈາກນັ້ນ, ສິດທິມະນຸດສືບຕໍ່ໄດ້ຮັບການຢັ້ງຢືນ ແລະ ເປີດກ້ວາງໃນລັດຖະທຳມະນູນປີ 1959, 1980, 1992, ລັດຖະທຳມະນູນສະບັບປັບປຸງ, ເພີ່ມເຕີມປີ 2001 ແລະ ລັດຖະທຳມະນູນປີ 2013.
ສິດທິມະນຸດໄດ້ຫັນເປັນລະອຽດເປັນສິດເສລີໃນການດຳເນີນທຸລະກິດ
ສິດທິມະນຸດໄດ້ຫັນເປັນລະອຽດເປັນບັນດາສິດ, ໃນນັ້ນ, ເປັນຄັ້ງທຳອິດທີ່ສິດເສລີໃນການດຳເນີນທຸລະກິດໄດ້ຮັບການລະບູໄວ້ໃນລັດຖະທຳມະນູນປີ 1992. ເຖິງວ່າຍັງມີຂໍ້ຈຳກັດຢູ່ໃນຂອບເຂດຄວາມເສລີໃນການດຳເນີນທຸລະກິດ ເມື່ອບັນດາເຈົ້າຂອງພຽງແຕ່ມີສິດເສລີໃນການດຳເນີນທຸລະກິດຢູ່ບັນດາຂົງເຂດເຊິ່ງກົດໝາຍອະນຸຍາດເທົ່ານັ້ນ, ແຕ່ເມື່ອທຽບໃສ່ບັນດາທັດສະນະຄຸ້ມຄອງເສດຖະກິດໄລຍະກ່ອນນັ້ນ, ນີ້ໄດ້ຮັບຖືວ່າແມ່ນບາດກ້າວສຳຄັນພິເສດ ໃນການຈົດຈຳບັນດາສິດເສລີໃນການດຳເນີນທຸລະກິດຢູ່ ຫວຽດນາມ. ພິເສດ, ລັດຖະທຳມະນູນປີ 2013 ໄດ້ຮັບຮູ້ວ່າ ສິດເສລີ ໃນດຳເນີນທຸລະກິດແມ່ນໜຶ່ງໃນບັນດາສິດພື້ນຖານຂອງມະນຸດ. ປອ ຫງວຽນວັນເກືອງ, ຫົວໜ້າສະຖາບັນວິທະຍາສາດນິຕິກຳ - ກະຊວງຍຸຕິທຳ ໄດ້ໄຈ້ແຍກວ່າ:
“ເມື່ອຖືຄວາມເສລີໃນການດຳເນີນທຸລະກິດແມ່ນສິດທິມະນຸດພື້ນຖານໝາຍຄວາມວ່າ ແມ່ນ ສິດທິມະນຸດ ໃນນັ້ນມີສິດເສລີ ໃນການດຳເນີນທຸລະກິດ ເຊິ່ງລັດບໍ່ພຽງແຕ່ຮັບຮູ້ເຄົາລົບ ເທົ່ານັ້ນ, ຫາກຍັງຕ້ອງປົກປັກຮັກສາ, ຮັບປະກັນອີກດ້ວຍ. ໝາຍຄວາມວ່າ ນີ້ແມ່ນຄວາມເຄົາລົບ, ປົກປັກຮັກສາ, ຮັບປະກັນສິດເສລີໃນການດຳເນີນທຸລະກິດ ກ່ອນອື່ນໝົດແມ່ນຂຶ້ນກັບຄວາມຮັບຜິດຊອບຂອງລັດ. ສ່ວນປະຊາຊົນໄດ້ຮັບສິດເສລີໃນການດຳເນີນທຸລະກິດຢ່າງແນ່ນອນ.”
ຈາກການກຳນົດໃນລັດຖະທຳມະນູນ ປີ 2013, ສິດເສລີໃນການດຳເນີນທຸລະກິດໄດ້ປະກົດເປັນຈິງ ໃນລະບົບກົດໝາຍກ່ຽວກັບການດຳເນີນທຸລະກິດ, ພິເສດແມ່ນບັນດາເອກະສານນິຕິກຳຕົ້ນສະບັບ, ມີການກະທົບໃຫຍ່ຫຼວງເຖິງປະຊາຄົມວິສາຫະກິດຄື: ກົດໝາຍວ່າດ້ວຍວິສາຫະກິດປີ 2014, ກົດໝາຍວ່າດ້ວຍການລົງທຶນ 2014 ແລະ ປັບປຸງ, ເພີ່ມເຕີມໃນປີ 2016. ຕາມນັ້ນແລ້ວ, ສິດເສລີໃນການດຳເນີນທຸລະກິດໄດ້ຮັບການສຳຜັດຕາມທິດຫັນເງື່ອນໄຂ, ລະບຽບການສະໜອງໃບອະນຸຍາດເປັນງ່າຍດາຍ, ຍົກເລິກຫຼາຍຂໍ້ກຳນົດກ່ຽວກັບເງື່ອນໄຂດຳເນີນທຸລະກິດ, ພ້ອມທັງເປີດກ້ວາງບັນດາໝວດສິດຕັດສິນດ້ວຍຕົນເອງຂອງວິສາຫະກິດ. ເປັນຄັ້ງທຳອິດ, ບັນຊີລາຍຊື່ບັນດາຂະແໜງການ, ອາຊີບຖືກຫ້າມດຳເນີນທຸລະກິດ ແລະ ດຳເນີນທຸລະກິດມີເງື່ອນໄຂໄດ້ເຕົ້າໂຮມຢ່າງຄົບຖ້ວນ ແລະ ລະອຽດ ໃນບັນດາເອກະສານກົດໝາຍ. ນີ້ໄດ້ຮັບຖືວ່າ ແມ່ນບາດກ້າວບຸກທະລຸກ່ຽວກັບລັກສະນະກະຈ່າງແຈ້ງໃນນະໂຍບາຍ ແລະ ໄດ້ຮັບຄວາມຫວັງວ່າຈະແກ້ໄຂເລື່ອງປະກາດໃຊ້ບັນດາເງື່ອນໄຂດຳເນີນທຸລະກິດທີ່ຂາດການຄວບຄຸມ, ບໍ່ເໝາະສົມຄືກ່ອນນີ້.
ພາບປະກອບ |
ຊຸກຍູ້ສິດເສລີໃນການດຳເນີນທຸລະກິດກ່ວາອີກ
ໃນຕົວຈິງແລ້ວ, ສິດເສລີໃນການດຳເນີນທຸລະກິດຍັງປະສົບກັບຮົ້ວກີດຂວາງຫຼາຍຢ່າງຍ້ອນບັນດາເງື່ອນໄຂດຳເນີນທຸລະກິດ ທີ່ກຳນົດໃນບັນດາເອກະສານນິຕິກຳ, ບັນດາໃບອະນຸຍາດ. ໃນທ່າອ່ຽງການເຊື່ອມໂຍງ ແລະ ພັດທະນາເສດຖະກິດ, ຫວຽດນາມ ສືບຕໍ່ຊຸກຍູ້ສິດເສລີໃນການດຳເນີນທຸລະກິດ. ໃນວາລະປະຊຸມຫົວເລື່ອງສະເພາະກ່ຽວກັບການສ້າງກົດໝາຍຂອງລັດຖະບານຫວ່າງມໍ່ໆມານີ້, ກະຊວງແຜນການ ແລະ ການລົງທຶນໄດ້ສະເໜີ ຍົກເລີກເກືອບ 2.000 ເງື່ອນໄຂດຳເນີນທຸລະກິດບໍ່ເໝາະສົມ, ເພື່ອປະຕິບັດແຜນນະໂຍບາຍປັບປຸງສະພາບແວດລ້ອມແຫ່ງການລົງທຶນ ດຳເນີນທຸລະກິດ, ຫລຸດຜ່ອນລາຍຈ່າຍໃຫ້ວິສາຫະກິດ, ຊຸກຍູ້ການລົງທຶນ, ຍົກສູງສະມັດຕະພາບ ແລະ ກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດ. ນີ້ໄດ້ຮັບຖືວ່າ ແມ່ນບັນດາການກະທຳທີ່ຈະແຈ້ງສະແດງໃຫ້ເຫັນການເຄື່ອນໄຫວຂອງລັດຖະບານ ເພື່ອແນໃສ່ແກ້ໄຂທຸກໆຮົ້ວກີດຂວາງ, ຊຸກຍູ້ສິດເສລີ ໃນການດຳເນີນທຸລະກິດຂອງປະຊາຊົນ ແລະ ວິສາຫະກິດຢ່າງທັນການ. ທ່ານ ຟານດືກຮ໋ຽວ, ຮອງຫົວໜ້າສະຖາບັນຄຸ້ມຄອງເສດຖະກິດສູນກາງ, ເນັ້ນໜັກເລື່ອງຕ້ອງມີອົງການເອກະລາດ ກວດກາ ແລະ ສົມທົບກັບບັນດາກະຊວງ, ຂະແໜງການກວດກາຍົກເລີກບັນດາຂໍ້ກຳນົດກ່ຽວກັບເງື່ອນໄຂດຳເນີນທຸລະກິດບໍ່ຈຳເປັນ:
“ໝາຍຄວາມວ່າ ບັນດາກະຊວງ, ຂະແໜງການຕ້ອງຮັບຜິດຊອບການກວດກາ ແຕ່ມີອົງການໄຈ້ແຍກຕີລາຄາເອກະລາດ, ເຂົາເຈົ້າດຳເນີນການກວດກາ ແລະ ປຽບທຽບຫຼັກຖ່ຮນຳກັນ, ຫຼັງຈາກນັ້ນ, ຜ່ານສະພາວິຊາສະເພາະ, ໜ່ວຍປະຕິບັດງານໜຶ່ງ, ໜ່ວຍປະຕິບັດງານຄືກັນກັບອົງການກຳມະການ. ເຂົາເຈົ້າຈຶ່ງຕັດສິນໝາກຜົນການປະຕິຮູບກ່ຽວກັບເງື່ອນໄຂດຳເນີນທຸລະກິດ, ຄາວນັ້ນຈຶ່ງປະຕິບັດໄດ້, ຈຶ່ງຊຸກຍູ້ການປະຕິຮູບ ແລະ ປະຕິຮູບຈຶ່ງມີຜົນກະທົບ. ໝາກຜົນຂອງການກວດກາຕ້ອງໄດ້ຍື່ນສະເໜີຕໍ່ລັດຖະບານໂດຍກົງ ຫຼື ສະພາແຫ່ງຊາດເຊິ່ງແມ່ນບັນດາອົງການສຸດທ້າຍອອກຄຳຕັດສິນ.”
ດ້ວຍການປະກາດໃຊ້ບັນດາເອກະສານນິຕິກຳ ເພື່ອແນໃສ່ຫັນຂໍ້ກຳນົດຂອງລັດຖະທຳມະນູນກ່ຽວກັບສິດທິມະນຸດເປັນລະອຽດ, ໃນນັ້ນມີສິດເສລີໃນການດຳເນີນທຸລະກິດຂອງພົນລະເມືອງ ໄດ້ສະທ້ອນໃຫ້ເຫັນບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນການເຄົາລົບ ແລະ ຮັບປະກັນບັນດາສິດຂອງພົນລະເມືອງເຊິ່ງໄດ້ກຳນົດໄວ້ໃນລັດຖະທຳມະນູນ. ເພື່ອໃຫ້ປະຊາຊົນມີຄວາມເສລີໃນການດຳເນີນທຸລະກິດ, ໄດ້ສ້າງເງື່ອນໄຂສະດວກໃນການສ້າງຕັ້ງ ແລະ ເຄື່ອນໄຫວຂອງວິສາຫະກິດ, ລັດຖະບານ ແລະ ບັນດາກະຊວງ, ຂະແໜງການໄດ້ ແລະ ພວມມານະພະຍາຍາມກ່ວາອີກເພື່ອກວດກາ ແລະ ຍົກເລິກບັນດາເງື່ອນໄຂດຳເນີນທຸລະກິດທີ່ບໍ່ເໝາະສົມ ເພື່ອສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢ່າງໂປ່ງໃສ ແລະ ກະຈ່າງແຈ້ງ, ຊຸກຍູ້ການພັດທະນາເສດຖະກິດ, ສັງຄົມຂອງປະເທດຊາດ ແລະ ຍົກສູງສິດທິມະນຸດຢູ່ ຫວຽດນາມ ກ່ວາອີກ.