ສິດ​ເສ​ລີ​ໃນ​ການ​ເດີນ​ເຮືອ ແລະ ບົດ​ບາດ​ເປັນ​ໃຈ​ກາງ​ຂອງ ອາ​ຊຽນ

(VOVWORLD) - ໃນຊຸມວັນມໍ່ໆມານີ້, ໃນການໂອ້ລົມທາງໂທລະສັບສອງຝ່າຍ ຫຼື ໃນເວທີປາໄສຫຼາຍຝ່າຍຄັ້ງຕ່າງໆ, ຫຼາຍປະເທດ ຕ່າງກໍສະແດງຄວາມສະໜັບສະໜູນຕໍ່ບົດບາດເປັນໃຈກາງຂອງ ອາຊຽນ, ຢັ້ງຢືນຄວາມສຳຄັນຂອງສິດເສລີໃນການເດີນເຮືອຢູ່ທະເລຕາເວັນອອກ. ນີ້ແມ່ນບັນດາຄຳໝັ້ນສັນຍາຢ່າງແຮງ ເພື່ອແນໃສ່ມຸ່ງໄປເຖິງເປົ້າໝາຍສ້າງພາກພື້ນແຫ່ງສັນຕິພາບ, ສະຖຽນລະພາບ, ໂດຍອີງໃສ່ລະບຽບກົດໝາຍ, ໃນສະພາບການທີ່ຄວາມໝັ້ນຄົງໃນພາກພື້ນທີ່ພວມມີການຜັນແປຢ່າງສັບສົນ.

 

ຄັດຄ້ານທຸກການກະທຳທີ່ເຮັດໃຫ້ເກີດສະພາບການຂາດສະຖຽນລະພາບ ຫຼື ນາບຂູ່ເຖິງຄວາມເປັນລະບຽບຮຽບຮ້ອຍສາກົນ

        ວັນທີ 25 ພຶດສະພາ, ທີ່ການໂອ້ລົມທາງໂທລະສັບລະຫວ່າງທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ Nobuo Kishi ແລະ ທ່ານນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດ ໄທ ປຣາຢຸດ ຈັນໂອຊາ, ສອງຝ່າຍຮັບຮູ້ເຖິງຄວາມສຳຄັນຂອງການຮັກສາສິດເສລີໃນການເດີນເຮືອ, ພ້ອມທັງຢັ້ງຢືນຄືນໃໝ່ວ່າ ວິໄສທັດ ມະຫາສະໝຸດອິນເດຍ - ປາຊີຟິກ ທີ່ເສລີ ແລະ ເປີດກວ້າງຂອງ ຍີ່ປຸ່ນ ແມ່ນມີຫຼາຍຈຸດທີ່ຄ້າຍຄືກັນກັບ ວິໄສທັດ ອາຊຽນ ກ່ຽວກັບພາກພື້ນມະຫາສະໝຸດ ອິນເດຍ - ປາຊີຟິກ. ການນຳສອງປະເທດ ໄດ້ສະແດງຄວາມສະໜັບສະໜູນຕໍ່ການເຄົາລົບບັນດາຫຼັກການທີ່ໄດ້ກຳນົດໄວ້ໃນວິໄສທັດ ອາຊຽນ ກ່ຽວກັບພາກພື້ນມະຫາສະໝຸດ ອິນເດຍ - ປາຊີຟິກ, ໃນນັ້ນ ມີບົດບາດເປັນໃຈກາງຂອງ ອາຊຽນ, ກໍຄືການເຄົາລົບກົດໝາຍສາກົນ, ລວມທັງ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS).

ສິດ​ເສ​ລີ​ໃນ​ການ​ເດີນ​ເຮືອ ແລະ ບົດ​ບາດ​ເປັນ​ໃຈ​ກາງ​ຂອງ ອາ​ຊຽນ - ảnh 1ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ  Nobuo Kishi (ພາບ: TTXVN)
 ກ່ອນໜ້ານັ້ນ, ບັນດາເຈົ້າໜ້າທີ່ ຍີ່ປຸ່ນ ກໍ່ໄດ້ມີການໂອ້ລົມທາງໂທລະສັບສະເພາະກັບບັນດາຄູ່ຕຳແໜ່ງ ຟີລິບປິນ ແລະ ອົດສະຕາລີ ກ່ຽວກັບບັນດາບັນຫາໃນສາຍພົວພັນສອງຝ່າຍ ແລະ ຄວາມປອດໄພ, ຄວາມໝັ້ນຄົງໃນພາກພື້ນ. ຕາມນັ້ນແລ້ວ, ເນື້ອໃນຂອງການເຈລະຈາຄັ້ງນີ້ ຕ່າງກໍເນັ້ນໜັກເຖິງຄຳໝັ້ນສັນຍາຈະຮ່ວມມືກັນຢ່າງແໜ້ນແຟ້ນໃນການຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ, ຢ້ຳຄືນທັດສະນະຄັດຄ້ານຢ່າງແຮງຕໍ່ທຸກການກະທຳພຽງລຳພັງຝ່າຍດຽວ ທີ່ເຮັດໃຫ້ປ່ຽນແປງສະພາບການໃນປັດຈຸບັນຢູ່ທະເລຕາເວັນອອກ ແລະ ທະເລ ຮວາຕູງ ກໍຄືບັນດາການເຄື່ອນໄຫວທີ່ເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ.

        ໃນວັນທີ 21 ພຶດສະພາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ຄູ່ຕໍາແໜ່ງ ສ.ເກົາຫຼີ Moon Jae – in  ກໍໄດ້ອອກຖະແຫຼງການຮ່ວມຈາກທຳນຽບຂາວ, ໃນນັ້ນ ໄດ້ຢັ້ງຢືນການສະໜັບສະໜູນບົດບາດເປັນໃຈກາງຂອງ ອາຊຽນ ແລະ ໂຄງສ້າງຂອງພາກພື້ນ ໂດຍ ອາຊຽນ ນຳພາ. ຖະແຫຼງການຮ່ວມດັ່ງກ່າວ ໄດ້ຊີ້ແຈ້ງວ່າ ອາເມລິກາ ແລະ ສ.ເກົາຫຼີ ຄັດຄ້ານທຸກການກະທຳມ້າງທຳລາຍ, ກໍ່ຄວາມຂາດສະຖຽນລະພາບ ແລະ ນາບຂູ່ເຖິງຄວາມເປັນລະບຽບຮຽບຮ້ອຍສາກົນ ທີ່ໄດ້ສ້າງໄວ້ໂດຍອີງໃສ່ຂໍ້ກຳນົດກົດໝາຍ, ກໍຄືຄຳໝັ້ນສັນຍາຮັກສາພາກພື້ນ ມະຫາສະໝຸດ ອິນເດຍ - ປາຊີຟິກ ແບບກວມລວມ, ເສລີ ແລະ ເປີດກວ້າງ. ສອງຝ່າຍ ໃຫ້ຄຳໝັ້ນສັນຍາ ຈະຮັກສາສັນຕິພາບ ແລະ ສະຖຽນລະພາບ, ການຄ້າເສລີໃຫ້ຖືກຕ້ອງ ແລະ ເຄົາລົບກົດໝາຍສາກົນ, ລວມທັງສິດເສລີໃນການເດີນເຮືອ ແລະ ການບິນ ຢູ່ທະເລຕາເວັນອອກ.

        ຮ່ວມມືກັນຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ

        ບັນດາຖະແຫຼງການດັ່ງກ່າວ ແມ່ນເລີ່ມມາຈາກການກະທຳຫວ່າງມໍ່ໆມານີ້ຂອງ ຈີນ ເມື່ອປະກາດ  ແລະ ປະຕິບັດກົດໝາຍວ່າດ້ວຍຕຳຫຼວດທະເລ ເຊິ່ງໄດ້ເຮັດໃຫ້ປະຊາຄົມສາກົນມີຄວາມວິຕົກກັງວົນ ແລະ ສະແດງທັດສະນະຄັດຄ້ານ. ຕາມກົດໝາຍສະບັບໃໝ່ນີ້, ກຳລັງຕຳຫຼວດທະເລ ສາມາດນໍາໃຊ້ອາວຸດໃນມື, ຢູ່ກ່ຳປັ່ນ ແລະ ທາງອາກາດ ເພື່ອຕ້ານຄືນກ່ຳປັ່ນຕ່າງປະເທດ ແລະ ມີສິດກີດຂວາງບັນດາປະເທດອື່ນທີ່ກໍ່ສ້າງຕຶກອາຄານ ຫຼື ກິດຈະກຳຢູ່ເທິງແນວປະກາລັງ ແລະ ເກາະຕ່າງໆ ເຊິ່ງ ຈີນ ໄດ້ປະກາດອະທິປະໄຕຕາມລຳພັງຝ່າຍດຽວ.

        ປະຊາຄົມສາກົນ ໄດ້ ແລະ ພວມສະແດງທັດສະນະຄັດຄ້ານບັນດາຂໍ້ກຳນົດ ແລະ ການເຄື່ອນໄຫວທີ່ຜິດພາດຂອງ ຈີນ. ຍີ່ປຸ່ນ ແລະ ຟີລິບປິນ ໄດ້ສົ່ງຈົດໝາຍທາງລັດຖະການໄປຍັງ ສປຊ ເພື່ອປະຕິເສດ ແລະ ຢັ້ງຢືນວ່າ ກົດໝາຍສະບັບນີ້ ກໍ່ຄວາມອັນຕະລາຍຕໍ່ບັນດາການເຄື່ອນໄຫວທີ່ປະຕິບັດຕາມກົດໝາຍສາກົນຢູ່ທະເລຕາເວັນອອກ. ອາເມລິກາ, ອັງກິດ, ເຢຍລະມັນ ແລະ ປະເທດອື່ນໆ ກໍໄດ້ຈັດສົ່ງກ່ຳປັ່ນ ໄປຍັງທະເລຕາເວັນອອກ.

ສິດ​ເສ​ລີ​ໃນ​ການ​ເດີນ​ເຮືອ ແລະ ບົດ​ບາດ​ເປັນ​ໃຈ​ກາງ​ຂອງ ອາ​ຊຽນ - ảnh 2ກ່ຳປັ່ນ  HMS Queen Elizabeth ຢູ່ Solent, Portsmouth, ອັງກິດ (ພາບ: TTXVN)
  ບັນດາປະເທດທີ່ປະກາດອະທິປະໄຕ ຢູ່ ທະເລຕາເວັນອອກ ຄື ບຣູໄນ, ມາເລເຊຍ, ຟີລິບປິນ, ໄຕ້ຫວັນ (ຈີນ) ແລະ ຫວຽດນາມ ຕ່າງກໍສະແດງທັດສະນະຄັດຄ້ານຕໍ່ກົດໝາຍສະບັບດັ່ງກ່າວ, ໂດຍຖືວ່າ ການປະກາດໃຊ້ກົດໝາຍສະບັບນີ້ ແມ່ນເປັນການເພີ່ມພະຍານຫຼັກຖານຕື່ມອີກ ກ່ຽວກັບເລື່ອງ ຈີນ ຍູ້ແຮງບັນດາຖະແຫຼງການທີ່ບໍ່ຖືກຕ້ອງຕາມກົດໝາຍ ກ່ຽວກັບອະທິປະໄຕຜືນແຜ່ນດິນ. ບັນດາການເຄື່ອນໄຫວນຳໃຊ້ກຳລັງອາວຸດ ຫຼື ການນາບຂູ່ໃຊ້ກຳລັງອາວຸດຢ່າງຜິດກົດໝາຍຂອງ ຈີນ  ນັ້ນ ຈະສ້າງໂອກາດໃຫ້ແກ່ບັນດາການປະທະກັນນຳໃຊ້ອາວຸດ, ກໍ່ຄວາມຂາດສະຖຽນລະພາບ, ເປັນອັນຕະລາຍຕໍ່ກັບສັນຕິພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ.

        ທະເລຕາເວັນອອກ ແມ່ນທາງເດີນເຮືອທີ່ສຳຄັນຂອງໂລກ, ມັນບໍ່ພຽງແຕ່ມີຄຸນຄ່າຍຸດທະສາດກ່ຽວກັບດ້ານເສດຖະກິດການຄ້າ ແລະ ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບເທົ່ານັ້ນ, ຫາກຍັງ ມີຄຸນຄ່າຍຸດທະສາດກ່ຽວກັບພູມີການເມືອງ ອີກດ້ວຍ. ເພາະສະນັ້ນ, ການຮັກສາສັນຕິພາບ, ສະຖຽນລະພາບ ໄດ້ນຳມາເຊິ່ງຜົນປະໂຫຍດລວມ, ແມ່ນຄວາມຮັບຜິດຊອບຂອງທຸກປະເທດ. ສຳລັບ ອາຊຽນ, ຫຼັກໝັ້ນຂອງກຸ່ມກ່ຽວກັບບັນຫາທະເລຕາເວັນອອກ ແມ່ນ ຍາມໃດກໍຊຸກຍູ້ການຮ່ວມມື, ການເຈລະຈາ, ສ້າງຄວາມໄວ້ເນື້ອເຊື່ອໃຈໃນພາກພື້ນ, ຮັບປະກັນປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃຫ້ມີປະສິດທິພາບ, ປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ ແລະ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS). ຫຼັກໝັ້ນດັ່ງກ່າວຂອງ ອາຊຽນ ຍາມໃດກໍໄດ້ຮັບຄວາມສະໜັບສະໜູນຈາກປະຊາຄົມສາກົນ ດ້ວຍຄຳໝັ້ນສັນຍາ ຮ່ວມມືຢ່າງແຮງ, ພ້ອມກັນຮັກສາສັນຕິພາບ ແລະ ສະຖຽນລະພາບ./. 

ຕອບກັບ

ຂ່າວ/ບົດ​ອື່ນ