ສະຫະພາບເອີລົບ ແລະ ສິ່ງທ້າທາຍຕ້ອງປ່ຽນໃໝ່ພາຍຫຼັງ 30 ປີແຫ່ງການປະຕິບັດສົນທິສັນຍາ Maastricht

(VOVWORLD) -

ພາຍຫຼັງສົນທິສັນຍາ Maastricht ໄດ້ຮັບການປະຕິບັດມາເປັນເວລາ 30 ປີ (ຄືວັນທີ 1 ພະຈິກ 1993), ນຳປະຊາຄົມ ເອີລົບ ກາຍເປັນຫະສະພັນ ເອີລົບ ທີ່ເຂັ້ມແຂງທາງດ້ານເສດຖະກິດ, ມີອິດທິພົນສົ່ງຜົນກະທົບດ້ານການເມືອງໃນທົ່ວໂລກ, ກຸ່ມນີ້ພວມຢຶນຢູ່ຕໍ່ໜ້າບັນດາຄວາມຮຽກຮ້ອງຕ້ອງປະຕິຮູບຮອບດ້ານ ແລະ ເດັດຂາດ ເພື່ອຕອບສະໜອງບັນດາສິ່ງທ້າທາຍໃໝ່.

ສະຫະພາບເອີລົບ ແລະ ສິ່ງທ້າທາຍຕ້ອງປ່ຽນໃໝ່ພາຍຫຼັງ 30 ປີແຫ່ງການປະຕິບັດສົນທິສັນຍາ Maastricht - ảnh 1ການນຳ ເອີລົບ ເຊັນສົນທິສັນຍາ ໃນປີ 1992
(ພາບ:Independent)

        ສົນທິສັນຍາ Maastricht ໄດ້ຮັບການລົງນາມໃນວັນທີ 7 ກຸມພາ 1992, ແຕ່ມີຜົນສັກສິດຢ່າງເປັນທາງການນັບແຕ່ວັນທີ 1 ພະຈິກ 1993. ນີ້ແມ່ນເອກະສານປະຫວັດສາດ, ສ້າງຂີດໝາຍສຳຄັນທີ່ສຸດຂອງວິວັດການເຊື່ອມໂຍງເອີລົບ, ໂດຍບັນດາປະເທດຫຼັກແຫຼ່ງຢູ່ເອີລົບ ເລີ່ມປະຕິບັດແຕ່ຕົ້ນທົດສະວັດທີ 50 ຂອງສະຕະວັດກ່ອນ. ນີ້ແມ່ນການຫັນຄວາມມັກໃຫຍ່ໃຝ່ສູງຂອງການນຳ ເອີລົບ ຫຼາຍລຸ້ນຄົນໃຫ້ປະກົດຜົນເປັນຈິງ, ນັ້ນແມ່ນສ້າງ ເອີລົບ ເປັນສະຫະພັນເອກະພາບ ກ່ຽວກັບດ້ານເສດຖະກິດ - ການເມືອງ, ຫາກບໍ່ແມ່ນຢຸດຢູ່ໃນການແບ່ງປັນຕະຫຼາດລວມເທົ່ານັ້ນ.

30 ປີແຫ່ງການພັດທະນາຢ່າງກະໂດດຂັ້ນ

        ພາຍຫຼັງ 30 ປີໄດ້ຮັບການສ້າງຕັ້ງຂຶ້ນ, ສະຫະພາບເອີລົບ (ອີຢູ) ໄດ້ພັດທະນາກະໂດດຂັ້ນໃນທຸກດ້ານ. ໃນຈຸດເວລາທີ່ສົນທິສັນຍາ Maastricht ໄດ້ຮັບການປະຕິບັດນັ້ນ (ຄືເດືອນ ພະຈິກ 1993), ອີຢູ ລວມມີ 12 ປະເທດສະມາຊິກ ດ້ວຍຍອດຜະລິດຕະພັນພາຍໃນ (GDP) ແມ່ນກ່ວາ 6.700 ຕື້ໂດລາສະຫະລັດ. ປະຈຸບັນ, ອີຢູ ໄດ້ເພີ່ມຂຶ້ນທົບສອງເກືອບ 2,5 ເທົ່າທັງດ້ານຈຳນວນສະມາຊິກ (27 ປະເທດ) ແລະ ຂອບເຂດກຳລັງແຮງເສດຖະກິດ, ຂະນະທີ່ GDP ຂອງກຸ່ມໃນທ້າຍປີ 2022 ບັນລຸກ່ວາ 16.600 ຕື້ໂດລາສະຫະລັດ.

        ບັນດາໂຄງການທີ່ເຕັມໄປດ້ວຍຄວາມມັກໃຫຍ່ໃຝ່ສູງທີ່ ອີຢູ ໄດ້ວາງອອກໃນ 3 ທົດສະວັດກ່ອນລ້ວນແຕ່ປະຕິບັດເກືອບແລ້ວ. ຄວາມໄຝ່ຝັນມີສະກຸນເງິນລວມຂອງເອີລົບ ໄດ້ປະກົດຜົນເປັນຈິງໃນປີ 2002, ຂະນະທີ່ສະກຸນເງິນ ເອີໂຣ ໄດ້ນຳໃຊ້ຢ່າງເປັນທາງການ, ຄ່ອຍໆແທນໃຫ້ສະກຸນເງິນພາຍໃນຂອງບັນດາປະເທດ ແລະ ປະຈຸບັນ, ແມ່ນສະກຸນເງິນລວມຂອງ 20 ປະເທດສະມາຊິກ ອີຢູ. ໂດຍຜ່ານຜ່າບັນດາໄລຍະຫຍຸ້ງຍາກ, ຊ້ຳບໍ່ໜຳ, ມີໄລຍະເວລາທີ່ອາດຈະລົ້ມລະລາຍ ໃນໄລຍະເກີດວິກິດການໜີ້ສາທາລະນະ (2009 – 2012), ສະກຸນເງິນ ເອີໂຣ ຍັງໄດ້ຮັກສາ ແລະ ປະຈຸບັນແມ່ນສະກຸນເງິນມີູສ່ທເຂັ້ມແຂງທີ 2 ໃນໂລກ, ຖັດຈາກສະກຸນເງິນໂດລາສະຫະລັດ. ການກຳເນີດຂອງສະກຸນເງິນເອີໂຣ, ໄດ້ຊຸກຍູ້ການຄ້າພາຍໃນກຸ່ມເພີ່ມຂຶ້ນ, ພ້ອມທັງຫັນ ອີຢູ ເປັນກຸ່ມການຄ້າແຖວໜ້າຂອງໂລກ, ເຖິງວ່າປະຈຸບັນ, ຍັງມີການຖົກຖຽງກັນຢູ່ພາຍໃນກຸ່ມ ເອີລົບ ກ່ຽວກັບເລື່ອງບາງປະເທດໃນກຸ່ມໄດ້ຮັບຜົນປະໂຫຍດຈາກສະກຸນເງິນເອີໂຣ ຫຼາຍກ່ວາເມື່ອທຽບໃສ່ບາງປະເທດອື່ນ.

        ຂີດໝາຍໃຫຍ່ອື່ນອີກຂອງ ອີຢູ ໃນ 3 ທົດສະວັດຜ່ານມາ ແມ່ນເລື່ອງຫັນນິຍາມ “ພົນລະເມືອງ ເອີລົບ” ໃຫ້ປະກົດຜົນເປັນຈິງ. ປະຈຸບັນ, ພົນລະເມືອງຂອງບັນດາປະເທດ ອີຢູ ກ່ວາ 400 ລ້ານຄົນໄດ້ໄປ - ມາຢ່າງເສລີ ຫາກບໍ່ມີສິ່ງກີດຂວາງໃດໆພາຍໃນກຸ່ມ ອີຢູ ຍ້ອນສັນຍາ Schengen (ມີຜົນສັກສິດແຕ່ປີ 1995) ໄດ້ຊ່ວຍລົບລ້າງຮົ້ວຂີດຂວາງທາງຊາຍແດນລະຫວ່າງບັນດາປະເທດ ອີຢູ, ໄດ້ນຳໃຊ້ສະກຸນເງິນລວມແມ່ນສະກຸນເງິນ ເອີໂຣ ແລະ ໄດ້ດຳລົງຊີວິດຢ່າງເສລີ, ໄດ້ເຮັດວຽກຢູ່ປະເທດສະມາຊິກອື່ນ ອີຢູ ຍ້ອນບັນດາການປະຕິຮູບຕຸລາການລວມຂອງກຸ່ມ. ຢູ່່ບາງປະເທດ ອີຢູ, ຊ້ຳບໍ່ໜຳ ພົນລະເມືອງທີ່ມາຈາກປະເທດ ອີຢູ ອື່ນ ໄດ້ມີສິດປ່ອນບັດໃນການເລືອກຕັ້ງຂັ້ນທ້ອງຖິ່ນອີກດ້ວຍ, ໝາຍຄວາມວ່າ ມີສິດໄດ້ຮັບຜົນປະໂຫຍດດ້ານການເມືອງ ເທົ່າກັບພົນລະເມືອງປະເທດປະຈຳຖິ່ນ.

ການສ້າງ ອີຢູ ໃໝ່ທີ່ມີປະສິດທິຜົນ ແລະ ມີຜົນປະໂຫຍດຕົວຈິງກ່ວາ

        ຍ້ອນຜົນສຳເລັດອັນໃຫຍ່ຫຼວງໃນ 3 ທົດສະວັດຜ່ານມາ, ອີຢູ ໄດ້ປັບປຸງບົດບາດຂອງຕົນຄືດັ່ງອົງການມີສິດອຳນາດໃນໂລກ ແລະ ກາຍເປັນຮູບແບບຈັດຕັ້ງແບບຢ່າງ. ແຕ່ເຖິງຢ່າງໃດກໍ່ຕາມ, ບັນດາວິກິດການໃຫຍ່ເກີດຂຶ້ນຢູ່ ເອີລົບ ຢ່າງລຽນຕິດໃນກ່ວາ 1 ທົດສະວັດຜ່ານມາ, ນັບແຕ່ວິກິດການໜີ້ສາທາລະນະ (2009 – 2012), ວິກິດການຫຼີ້ໄພ (2015), Brexit (2016) ຕະຫຼອດຮອດໂລກລະບາດ ໂຄວິດ - 19 (2020 – 2021) ແລະ ຫຼ້າສຸດແມ່ນການປະທະກັນ ລັດເຊຍ - ຢູແກຼນ ໄດ້ເຮັດໃຫ້ບັນດາການນຳ ເອີລົບ ຕ້ອງປຶກສາຫາລືການປະຕິຮູບຮອບດ້ານບັນດາສັນຍາຫຼັກແຫຼ່ງຂອງ ອີຢູ ຢ່າງຮີບດ່ວນ, ຜ່ານນັ້ນ, ກໍ່ໄດ້ສ້າງ ອີຢູ ໃໝ່, ດ້ວຍບັນດາກົດລະບຽບ ແລະ ກົນໄກເຄື່ອນໄຫວໃໝ່ທີ່ມີປະສິດທິຜົນ ແລະ ກະທັດລັດວ່ອງໄວກ່ວາ.

        ໜຶ່ງໃນບັນດາການປະຕິຮູບສຳຄັນທີ່ສຸດທີ່ພວມໄດ້ເວົ້າເຖິງແມ່ນກົນໄກອອກຄຳຕັດສິນຂອງ ອີຢູ. ຕາມບັນດາຂໍ້ມາດຕາໃນສົນທິສັນຍາ Maastricht ແລະ ຫຼັງຈາກນັ້ນ ໄດ້ປັບປຸງໃນສັນຍາ Lisbon (2007), ອີຢູ ເຄື່ອນໄຫວໃນກົນໄກເຫັນດີເຫັນພ້ອມບັນດາຂົງເຂດໃຫຍ່, ຄື: ພາສີ, ງົບປະມານ, ນະໂຍບາຍການຕ່າງປະເທດ… ດັ່ງນັ້ນ ບໍ່ວ່າປະເທດສະມາຊິກໃດ ກໍ່ສາມາດປະຕິເສດຄຳຕັດສິນຂອງກຸ່ມທັງໝົດຖ້າມີຄວາມບໍ່ລົງລອຍກັນ. ສິ່ງດັ່ງກ່າວໄດ້ເກີດຂຶ້ນໃນ ອີຢູ ໃນຂະນະທີ່ບາງປະເທດໄດ້ປະຕິເສດເລື່ອງຈັດແບ່ງຄົນຫຼີ້ກໄພ ໃນປີ 2015, ຫຼື ໄດ້ກີດຂວາງ ອີຢູ ໜູນຊ່ວຍ ຢູແກຼນ ຫວ່າງມໍ່ໆມານີ້.

        ນອກຈາກກົນໄກເຫັນດີເຫັນພ້ອມ, ເລື່ອງປະຕິຮູບໂຄງປະກອບຈັດແບ່ງສິດອຳນາດລະຫວ່າງບັນດາປະເທດສະມາຊິກໃນສະຫະພັນລັດຖະສະພາ ເອີລົບ ແລະ ຄະນະກຳມະການ ເອີລົບ ກໍ່ຈະແມ່ນສິ່ງທ້າທາຍໃຫຍ່. ປະຈຸບັນ, ຕາມສົນທິສັນຍາຂອງ ອີຢູ ແລ້ວ, ຈຳນວນທີ່ນັ່ງຂອງປະເທດສະມາຊິກ ອີຢູ 1 ຢູ່ລັດຖະສະພາ ເອີລົບ ໄດ້ຮັບການຈັດແບ່ງໂດຍອີງໃສ່ຈຳນວນພົນລະເມືອງຂອງປະເທດນັ້ນສ່ວນຢູ່ ຄະນະກຳມະການເອີລົບ, ແຕ່ລະປະເທດຈະດຳລົງຕຳແໜ່ງເປັນກຳມະການ (ລວມມີສະມາຊິກ 27 ຄົນ). ແຕ່ເຖິງຢ່າງໃດກໍ່ຕາມ, ກົນໄກນີ້ຍາກທີ່ຈະຮັກສາໄດ້ ໃນຂະນະທີ່ຈຳນວນປະເທດສະມາຊິກ ອີຢູ ໄດ້ເພີ່ມຂຶ້ນຍ້ອນສະມາຊິກຂອງລັດຖະສະພາ ເອີລົບ ບໍ່ສາມາດຫຼາຍກ່ວາຈຳນວນ 751 ທ່ານ, ຊຶ່ງແມ່ນຈຳນວນຕົວເລກຫຼາຍສຸດນີ້ແມ່ນອີງຕາມຂໍ້ກຳນົດໃນສົນທິສັນຍາ Lisbon.

        ຕໍ່ໜ້າບັນດາສິ່ງທ້າທາຍນັ້ນ, ອີຢູ ຕ້ອງປະຕິຮູບຢ່າງເດັດຂາດ, ຮອບດ້ານ ແລະ ຕາມນັກຊ່ຽວຊານຫຼາຍທ່ານແລ້ວ, 30 ປີພາຍຫຼັງສົນທິສັນຍາ Maastricht, ກໍ່ໄດ້ຮອດເວລາທີ່ ອີຢູ ຕ້ອງສ້າງສົນທິສັນຍາສະບັບໃໝ່, ຜ່ານນັ້ນ ກໍ່ໄດ້ສ້າງສະຫະພັນ ດ້ວຍບັນດາກົນໄກເຄື່ອນໄຫວຕົວຈິງ, ມີປະສິດທິຜົນກ່ວາ, ຕອບສະໜອງໄດ້ກາຍເປັນ ເອີລົບ ທີ່ຫຼາຍຮູບຫຼາຍແບບ ດ້ວຍລະດັບຄວາມໄວຂອງການພັດທະນາທີ່ແຕກຕ່າງກັນ./.

ຕອບກັບ

ຂ່າວ/ບົດ​ອື່ນ