(vovworld)- ວັນທີ 5/12, ທ່ານ Joe Biden ຮອງປະທານາທິບໍດີອາເມລິກາ ສືບຕໍ່ໄປຢ້ຽມຢາມປັກກິງ ຊື່ງແມ່ນປະເທດທີ 2 ໃນການເດີນທາງໄປປະຕິບັດງານຢູ່ 3 ປະເທດອາຊີຕາເວັນອອກຄື: ຍີ່ປຸ່ນ, ຈີນ ແລະ ສເກົາຫຼີ. ໂດຍໄດ້ດຳເນີນໄປໃນສະພາບຄວາມເຄັ່ງຕຶງຢູ່ພາກພື້ນປິນຂັ້ນໄດ, ກ່ຽວຂ້ອງເຖິງເລື່ອງປັກກິງ ຖະແຫຼງສ້າງເຂດປ້ອງກັນອາກາດ (ADIZ) ຢູ່ທະເລຮວາຕຸງ ພຽງລຳພັງຝ່າຍດຽວ, ບັນດານັກສັງເກດການມີຄວາມມຸ່ງຫວັງວ່າ, ດ້ວຍອິດທິພົນຊື່ສຽງຂອງຕົນ ແລະ ສາຍພົວພັນສະໜິດແໜ້ນກັບການນຳຈີນ, ທ່ານສືຈິນຜິງ, ການໄປປະຕິບັດງານຂອງທ່ານ Joe Biden ອາດຈະຫລຸດຜ່ອນຄວາມເຄັ່ງຕຶງໄດ້. ແຕ່ວ່າ, ສິ່ງທີ່ພວມເກີດຂຶ້ນສະແດງໃຫ້ເຫັນວ່າ: ພາລະກຳໄກ່ເກ່ຍປອງດອງຂອງທ່ານ Joe Biden ຍາກທີ່ຈະບັນລຸປະສິດທິຜົນດັ່ງຄວາມລໍຄອຍໄດ້.
ທ່ານ Joe Biden ແລະ ທ່ານສຶຈິນຜິງ
(ພາບ: BBC )
ຈາກການຄາດຄະເນກ່ຽວກັບພາລະກຳດ້ານການຄ້າ, ປະຈຸບັນ, ການເດີນທາງໄປປະຕິບັດງານຂອງທ່ານ Joe Biden ໄດ້ສຸມໃສ່ເລື່ອງຄວາມເຄັ່ງຕຶງດ້ານປ້ອງກັນຄວາມສະຫງົບປິນຂັ້ນໄດ. ປະຈຸບັນ, ຍີ່ປຸ່ນ, ຈີນ ແລະ ສເກົາຫຼີ ພວມແມ່ນຈຸດສຸມຂອງການໂຕ້ຖຽງກັນກ່ຽວຂ້ອງເຖິງເກາະສອງແຫ່ງຊື່ງທັງໂຕກຽວ ແລະ ປັກກິງ ລ້ວນແຕ່ຖະແຫຼງມີອະທິປະໄຕ. ສະນັ້ນ, ການເລືອກເຟັ້ນປະເທດມາຢ້ຽມຢາມທຳອິດ ແລະ ສຸດທ້າຍ ໄດ້ສະແດງໃຫ້ເຫັນເຈດຈຳນົງຂອງວໍຊິງຕັນ ສ່ວນໃດສ່ວນໜຶ່ງທີ່ວ່າ: ບໍ່ພຽງແຕ່ເຮັດໃຫ້ຄວາມເຕັ່ງຕຶງໃນການພົວພັນກັບປັກກິງ ຜ່ອນຄາຍລົງເທົ່ານັ້ນ, ຫາກຍັງຢັ້ງຢືນຄຳໝັ້ນສັນຍາກັບພັນທະມິດໂຕກຽວ ແລະ ເຊີອູນ ວ່າ: ແຜນການຫັນປ່ຽນຍຸດທະສາດໄປຍັງອາຊີຂອງອາເມລິກາ ແມ່ນບໍ່ມີການປ່ຽນແປງແຕ່ຢ່າງໃດ.
ທ່ານ Joe Biden ແລະ ທ່ານສຶຈິນຜິງພົບປະກັນເມື່ອປີ 2011
(ພາບປະກອບ: dantri.com.vn)
ຖະແຫຼງໂດຍປາກເປົ່າ ແລະ ການກະທຳຕົວຈິງ
ເຖິງວ່າບໍ່ໄດ້ຄັດຄ້ານຈີນ ຢ່າງເປັຍທາງການໃນການພິພາດເຂດນ່ານທະເລກັບຍີ່ປຸ່ນ ກໍ່ຕາມ ແຕ່ວໍຊິງຕັນ ໄດ້ຢັ້ງຢືນກັບໂຕກຽວ ຫຼາຍເທື່ອແລ້ວວ່າ: ເຂດໝູ່ເກາະແຊນກາກຶ ໃນເຂດທະເລຮວາຕຸງ ຍັງນອນໃນສົນທິສັນຍາປ້ອງກັນຄວາມສະຫງົບຂອງສອງປະເທດ ແລະ ອາເມລິກາ ຄັດຄ້ານບໍ່ວ່າຄວາມມານະພະຍາຍາມໃດ ເຮັດໃຫ້ປ່ຽນແປງສິດຄວບຄຸມເຂດໝູ່ເກາະແຫ່ງດັ່ງກ່າວຂອງຍີ່ປຸ່ນ.
ພາຍຫຼັງທີ່ຈີນ ຖະແຫຼງສ້າງເຂດປ້ອງກັນອາກາດ (ADIZ) ເປັນເວລາ 3 ວັນ, ວໍຊິງຕັນ ໄດ້ສົ່ງເຮືອບິນຖິ້ມລະເບີດ B-52 2 ລຳບິນຜ່ານເຂດນີ້. ຫຼັງຈາກນັ້ນ 3 ວັນ, ວໍຊິງຕັນ ພັດຖະແຫຼງວ່າເຮືອບິນພົນລະເຮືອນຂອງອາເມລິກາ ຄວນປະຕິບັດບັນດາຂໍ້ກຳນົດຂອງຈີນ ຢູ່ພາກພື້ນ. ທ່າທີບໍ່ຈະແຈ້ງດັ່ງກ່າວຂອງວໍຊິງຕັນ ໄດ້ເຮັດໃຫ້ໂຕກຽວ ມີຄວາມໂກດແຄ້ນ ແລະ ອອກສຽງຕຳນິຕິຕຽນຢ່າງແຂງແຮງ. ຍ້ອນເຫດນັ້ນ, ເມື່ອມາຮອດຍີ່ປຸ່ນ, ທ່ານ Joe Biden ຕ້ອງສ້າງຄວາມອຸ່ນອຽນໃຈໃຫ້ແກ່ພັນທະມິດໃນທັນທີ່ວ່າ: ພັນທະມິດດ້ານການທະຫານລະຫວ່າງສອງປະເທດນັບແຕ່ປີ 1950 ຍັງມີຄຸນຄ່າຢູ່ ແລະ ອາເມລິກາ ໄດ້ ແລະ ພວມຮຽງບ່າຮຽງໄລ່ກັບບັນດາປະເທດພັນທະມິດຢູ່ພາກພື້ນ.
ເຂດໝູ່ເກາະແຊນກາກຶ/ຕຽວອີກໍ່ນອນໃນເຂດປ້ອງກັນອາກາດໃນທະເລຮວາຕຸງ
(ພາບ:AP)
ແຕ່ເຖິງຢ່າງໃດກໍ່ຕາມ, ບັນດາຄຳຖະແຫຼງໂດຍປາກເປົ່າແມ່ນເລື່ອງໜຶ່ງ, ສ່ວນການອະທິບາຍບັນດາການກະທຳຕົວຈິງ ພັດແມ່ນເລື່ອງຕ່າງຫາກ. ກ່ອນທີ່ຈະມາຮອດປັກກິງ, ທ່ານ Joe Biden ໄດ້ຮັບການຕ້ອນຮັບດ້ວຍທ່າທີລະມັດລະວັງຈາກວົງການນັກຂ່າວປັກກິງ. ໜັງສືພິມ China Daily ຂອງຈີນ ສະບັບອອກວັນທີ 4/12 ໄດ້ກາວເຕືອນວ່າ: ການສະໜັບສະໜູນຂອງທ່ານ Joe Biden ທີ່ມີຕໍ່ຍີ່ປຸ່ນ ອາດຈະກໍ່ຜົນຮ້າຍເຖິງຄວາມໄວ້ເນື້ອເຊື່ອໃຈຂອງທ່ານຢູ່ຈີນ, ຖ້າຫາກວ່າອາເມລິກາຢາກຫລຸດຜ່ອນຄວາມເຄັ່ງຕຶງໃນກພາກພື້ນ, ກ່ອນອື່ນໝົດ, ປະເທດນີ້ຕ້ອງຢຸດຕິການສະໜັບສະໜູນບັນດານະໂຍບາຍ “ຂ້ອນຂ້າງສົງຄາມ“ ທີ່ອັນຕະລາຍຂອງໂຕກຽວ. ໃນການພົບປະເຈລະຈາກັບທ່ານສືຈິນຜິງ ແລະ ທ່ານ Joe Biden, ເນື້ອໃນຂອງເຂດປ້ອງກັນອາກາດ (ADIZ) ໄດ້ເຮັບການເຕື້ອງເຖິງໜ້ອຍທີ່ສຸດ, ແທນໃຫ້ນັ້ນແມ່ນວິທີສຳພັດເພື່ອກ້າວໄປເຖິງການສ້າງການພົວພັນລະຫວ່າງປະເທດໃຫ່ຍແບບໃໝ່ໃນສັດຕະວັດທີ 21 ຄືດັ່ງຂໍ້ສະເໜີຂອງປະທານປະເທດສືຈິນຜິງ ໃນການຢ້ຽມຢາມອາເມລິກາ ເມື່ອຕົ້ນປີ.
ພາລະກຳທີ່ຫຍຸ້ງຍາກ
ເປັນທີ່ຈະແຈ້ງແລ້ວວ່າ, ເຖິງວ່າມີຄວາມວິຕົກກັງວົນທີ່ສຸດຕໍ່ການພັດທະນາຂອງຈີນ ກໍ່ຕາມຕໍ່ຕໍ່ໜ້າຄູ່ແຂ່ງທີ່ໜ້າເກັງຂາມ, ວໍຊິງຕັນ ກໍ່ບໍ່ສາມາດຄັດຄ້ານຈີນ ໄດ້. ເລື່ອງປະທານາທິບໍດີອາເມລິກາ Barack Obama ບໍ່ເຂົ້າຮ່ວມກອງປະຊຸມສຸດຍອດອາຊີ-ປາຊີຟິກ 2 ຄັ້ງເມື່ອເດືອນ 10/2013 ຜ່ານມາ ກໍ່ເຮັດໃຫ້ອາເມລິກາ ຕ້ອງລະມັດລະວັງ, ຄ່ອງແຄ້ວກ່ວາໃນການພົວພັນທາງການທູດກັບບັນດາປະເທດມະຫາອຳນາດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້. ບັນດາການຜັນແປໃນປະຈຸບັນສະແດງໃຫ້ເຫັນວ່າ, ພາລະກຳດ້ານການທູດຂອງທ່ານຮອງປະທານາທິບໍດີ Joe Biden ແມ່ນຫຍູ້ງຍາກທີ່ສຸດ. ການຢ້ຽມຢາມຂອງທ່ານ Joe Biden ຈະບໍ່ບັນລຸໄດ້ໝາກຜົນຫຍັງ ນອກຈາກເລື່ອງສ້າງຂີດໝາຍກ່ຽວກັບການມີໜ້າຂອງອາເມລິກາ ໃນຂະນະທີ່ໃນພາກພື້ນນີ້ເກີດຄວາມຂັດແຍ້ງກັນເທົ່ານັ້ນ./.