ສ້າງບາດກ້າວບຸກທະລຸ ໃນການພັດທະນາເຂດອຸດສາຫະກຳ, ເຂດຜະລິດສົ່ງອອກ

(vovworld) - ທີ່​ກອງ​ປະຊຸມ​ສະຫລຸບ 20 ປີ ​ແຫ່ງ​ການ​ສ້າງ​ຕັ້ງ ​ແລະ ພັດທະນາບັນດາ​ເຂດ​ອຸດສາຫະກຳ ​ແລະ ​ເຂດ​ຜະລິດ​ສົ່ງ​ອອກ, ​ເຂດ​ເສດຖະກິດ​ຢູ່ ຫວຽດນາມ​ ຖືກ​ຈັດ​ຂຶ້ນ​ໃນ​ທ້າຍ​ອາທິດ​ຜ່ານ​ມາ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ​ໄດ້​ສະ​ເຫ​ນີວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ ບັນດາ​ຂະ​ແຫນງ​ການ, ທ້ອງ​ຖິ່ນ​ຕ່າງໆ ຄວນ​ສຸມ​ໃສ່​ເຂົ້າ​​ບັນດາ​ບາດກ້າວ​ບຸກທະລຸ ​ເພື່ອ​ຮອດ​ປີ 2015, 3 ຮູບ​ແບບ​ເສດຖະກິດ​ດັ່ງກ່າວ ຈະ​ປະກອບປະມານ 50% ມູນ​ຄ່າ​ຜະລິດ​ອຸດສາຫະກຳ, ​ແກ້​ໄຂ​ສະພາບ​ຂາດ​ເຮືອນ​ຢູ່​ແລະບັນດາ​ພື້ນຖານ​ໂຄງ​ລ່າງ​ສັງຄົມ​ທີ່​ຈຳ​ເປັນ​​​  ໃຫ້​ແກ່​ຄົນ​ງານ  ໃນ​ຂັ້ນພື້ນຖານ, ກໍ່ສ້າງ​ບັນດາ​ກິດຈະກຳ​ພື້ນຖານ​ໂຄງ​ລ່າງ​ໃຫ້​ສຳ​ເລັດ​ໃນ​ປີ 2020.

        ​ໂດຍ​ຮັບ​ຮູ້​ບັນດາ​ຜົນ​ປ​ະ​ໂຫຍ​ດອັນ​ແທດ​ຈິງ ຈາກ​ການ​ພັດທະນາ​ບັນດາ​ເຂດ ອຸດສາຫະກຳ ​ແລະ ​ເຂດ​ຜະລິດ​ສົ່ງ​ອອກ, ​ເຂດ​ເສດຖະກິດ ​ໃນ​ຕະຫລອດ 20 ​ປີ ​ແຫ່ງ​ການ​ປ່ຽນ​ແປງ​ໃຫມ່ ສຳລັບ​ພື້ນຖານ​ເສດຖະກິດ​ຂອງ​ປະ​ເທດ​ຊາດ, ຜູ້​ແທນ​ຫລາຍ​ທ່ານ​ທີ່ເຂົ້າ​ຮ່ວມ​ກອງ​ປະຊຸມ​ ​ຖື​ວ່າ: ຫວຽດນາມ ບໍ່​ທັນ​ຂຸດ​ຄົ້ນ​ຄຸນຄ່າ​ການ​ນຳ​ໃຊ້​ 3 ຮູບ​ແບບ​ເສດຖະກິດ​ດັ່ງກ່າວ​​ໝົດ​ເທື່ອ. ຕາມ​ທ່ານ ບຸ່ຍ​ກວາງ​ວີນ, ລັດຖະ​ມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ແລ້ວ, ​ໃນ​ວິວັດ​ການ​ພັດທະນາ, ​ເຂດ ອຸດສາຫະກຳ ​ແລະ ​ເຂດ​ຜະລິດ​ສົ່ງ​ອອກ ຍັງປະສົບ​ຂໍ້​ຕິດ​ຂັດ​ບໍ່​​ແມ່ນຫນ້ອຍ​ກ່ຽວ​ກັບ​ຄຸນ​ນະພາ​ບການວາງ​ແຜນ​ກຳນົດ, ຄຸນ​ນະພາ​ບການ​ລົງທຶນ, ປະສິດທິ​ຜົນການ​ນຳ​ໃຊ້​ທີ່​ດິນ​,  ການ​ລະດົມ​ກຳລັງ​ແຮງການ​ລົງທຶນ​ພັດທະນາ​. ມີ​ຫລາຍ​ສາຍ​ເຫດ​ກໍ່​ໃຫ້​ເກີດ​ຂໍ້​ຈຳກັດ​ນີ້, ​ໃນ​ນັ້ນ​ມີ​ສາຍ​ເຫດ​ຫນຶ່ງ​ທີ​່ສຳຄັນ ນັ້ນ​ແມ່ນ​ນະ​ໂຍບາຍ​ກ່ຽວ​ກັບ​ເຂດ​ ອຸດສາຫະກຳ ​ແລະ ​ເຂດ​ຜະລິດ​ສົ່ງ​ອອກ ຍັງ​ຄົງ​ມີ​ຫລາຍ​ຈຸດ​ ບໍ່ທັນ​ຄົບ​ຊຸດ. ສະ​ນັ້ນ ​ເພື່ອ​ປະຕິບັດ​ແຜນ​ນະ​ໂຍບາຍ​ພັດທະນາ ເຂດອຸດສາຫະກຳ ​ແລະ ​ເຂດ​ຜະລິດ​ສົ່ງ​ອອກ ​ແບບ​ຍືນ​ຍົງ ​ແລະ ຕາມ​ລວງ​ເລີກ​ ຊຶ່ງ​ຖືກ​ວາງອອກ​​ໃນ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ ​ເມື່ອ​ປີ 2011ຜ່ານ​ມາ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ກະຊວງ​ແຜນການ ​ແລະ ການ​ລົງທຶນ ຈະ​ຄົ້ນ​ຄ້ວາ, ກໍ່​ສ້າງ​ບັນດາ​ ເຂດອຸດສາຫະກຳຮ່ວມ​ສຳພັນ​ລະຫວ່າງ​ຂະ​ແຫນງ, ​ເຂດ​ອຸດສາຫະກຳ​ສະຫງວນສະ​ເພາະ​ໃຫ້​ແກ່​ບັນດາ​ຄູ່​ຮ່ວມ​ມື​ລາຍໃຫຍ່​ຂອງ ຫວຽດນາມ ຕິດ​ພັນ​ກັບ​ກົນ​ໄກ, ນະ​ໂຍບາຍ​ສະ​ເພາະ ​ເພື່ອ​ຍົກ​ສູງມູນ​ຄ່າ​ດ້ານ​ເສດຖະກິດ​ຂອງ​ບັນດາ​ເຂດ​ອຸດສາຫະກຳ.

        “ສຳລັບ​ເຂດ​ເສດຖະກິດ ຕ້ອງ​ເລືອກ​ເຟັ້ນ​ເຂດ​ເສດຖະກິດ​ຈຸດ​ສຸມ​ແຫ່ງ​ຊາດ​ທີ່​ມີ​ລັກສະນະ​ລະຫວ່າງ​ເຂດ ​ເພື່ອ​ລົງທຶນ​ຢ່າງ​ຂາດ​ຕົວ, ບັນດາ ເຂດອຸດສາຫະກຳ ​ແລະ ​ເຂດ​ຜະລິດ​ສົ່ງ​ອອກ​ແຫ່ງ​ອື່ນ​ກໍ​ຄວນເຮັດ​ຄື​ແນວ​ນັ້ນ, ຕ້ອງ​ກວດກາ​ຄືນ​ການວາງ​ແຜນ​ກຳນົດ ​ເພື່ອ​ແບ່ງ​ໄລຍະ​ການ​ລົງທຶນ​ໃຫ້​ເໝາະ​ສົມ​ທີ່​ສຸດ, ມີ​ປະສິດທິ​ຜົນ​ທີ່​ສຸດ, ສ່ວນ​ທີ່​ດິນ​ທີ່​ຍັງ​ບໍ່​ທັນ​​ໄດ້ນຳ​ໃຊ້ ຕ້ອງ​ຫັນປ່ຽນ​ຈຸດປະສົງ​ການ​ນຳ​ໃຊ້. ກ່ອນ​ອື່ນ​ໝົດ ທາງ​ກະຊວງ​ຕ້ອງ​ຈັດ​ຕັ້ງ​ການ​ປະຕິບັດ​ການວາງ​ແຜນ​ກຳນົດ​ກໍ່ສ້າງ​ບໍລິ​ເວນ​ນະຄອນ

ຫລວງ, ນະຄອນ ​ໂຮ່ຈິ​ມີນຢ່າງ​ເຂັ້ມ​ງວດ. ທີ​ສອງ ​ໃນ​ໄລຍະ​ຈະ​ມາ​ເຖິງ ຈະ​ຄົ້ນ​ຄ້ວາ​ສ້າງ​ກົນ​ໄກ​ນະ​ໂຍບາຍໃຫ້​ສຳ​ເລັດ​ຜົນ, ​ເພາະວ່າ ບັນດາ​ກົນ​ໄກ​ນະ​ໂຍບາຍ​ນີ້ ທີ່ພວມ​ແມ່ນ​ຮົ້ວ​ກີດຂວາງເຮັດ​ໃຫ້​ພວກ​ເຮົາ​ບໍ່​ສາມາດ​ແກ້ງ​ແຍ້​ງ​ກັບ​ພາກ​ພື້ນ​ໄດ້ ​.”

ສ້າງບາດກ້າວບຸກທະລຸ  ໃນການພັດທະນາເຂດອຸດສາຫະກຳ, ເຂດຜະລິດສົ່ງອອກ - ảnh 1

ເຂດອຸດສາຫະກຳແຫ່ງຫນຶ່ງຢູ່ແຂວງ ບີ່ນເຢືອງ

ພາບປະກອບ​(ຈາກ Internet)

        ຄຽງ​ຂ້າງ​ນັ້ນ, ຕາມ​ການ​ນຳ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ແລ້ວ, ຫວ່າງ​ແລ້ວ​ນີ້ ບັນດາ​ຂະ​ແຫນງ​ການ​ທີ່​ມີ​ເຕັກ​ໂນ​ໂລ​ຊີ​ກ້າວຫນ້າ, ມີ​ມູນ​ຄ່າ​ເພີ່ມ​ສູງ, ບໍ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ສິ່ງ​ແວດ​ລ້ອມ ຈະ​ໄດ້​ຮັບ​ຄວາມສົນ​ໃຈ​ຫລາຍ​ກວ່າ, ນອກ​ນັ້ນ ຈະ​ພັດທະນາ​ອຸດສາຫະກຳ​ສຳຮອງ, ​ເພີ່ມ​ທະ​ວີ​ລັກສະນະ​ຮ່ວມ​ສຳພັນ​ລະຫວ່າງ​ຂະ​ແຫນງ​ໃນ ເຂດອຸດສາຫະກຳ ​ແລະ ​ເຂດ​ຜະລິດ​ສົ່ງ​ອອກ ​ເພື່ອ​ຍົກ​ສູງ​ລັກສະນະ​ແກ້ງ​ແຍ້​ງ ​ແລະ ປະກອບສ່ວນ​ເຂົ້າ​​ໃນການ​ພັດທະນາ​ເສດຖະກິດ​ຂອງ​ເຂດ.

        ​ເພື່ອ​ເພີ່ມ​ຄວາມ​ສາມາດ​ຂຸດ​ຄົ້ນ ​ແລະ ລົງທຶນ​ຢ່າງ​ມີ​ປະສິດທິ​ຜົນ​ຂອງ ເຂດ ອຸດສາຫະກຳ ​ແລະ ​ເຂດ​ຜະລິດ​ສົ່ງ​ອອກ, ມີ​ບັນຫາ​ຫນຶ່ງ​ທີ່​ສຳຄັນ​ຕ້ອງ​ແກ້​ໄຂ​ຢ່າງ​ຄົບ​ຊຸດ​ນັ້ນ​ແມ່ນ ບັນດາ​ທ້ອງ​ຖິ່ນ​ຄວນ​ລົງທຶນ​​ເຂົ້າບັນດາ​ກິດຈະກຳ​ພື້ນຖານ​ໂຄງ​ລ່າງ​ດ້ານ​ເຕັກນິກ​ຕິດ​ພັນ​ກັບ​​ເຂດ​ຕົວ​ເມືອງ, ບໍລິການ ຮັບ​ໃຊ້​ຄົນ​ງານ​ຢູ່​ເຂດ​ອຸ​ດສາ​ຫະກຳ​ແຫ່ງ​ຕ່າງ​ໆ. ບັນດາ​ຮູບ​ແບບ​ ຊຶ່ງ​ນະຄອນ​ໂຮ່ຈິ​ມີນ, ​ແຂວງ ບີ່​ນ​ເຢືອງ ​ແລະ ​ແຂວງບັກ​ນີນ ​ໄດ້​ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ​ນັ້ນ ຄວນ​ທະວີຄູນ​ເພື່ອ​ຕອບ​ສະຫນອງ​ຄວາມ​ຕ້ອງການ​ແຮງ​ງານ​ໃຫ້​ແກ່​ບັນດາ​ເຂດ​ອຸດສາຫະກຳ, ​ເຂດ​ຜະລິດ​ສົ່ງ​ອອກ, ​ເຂດ​ເສດຖະກິດ.  ທ່ານ ​ເລ​ຮ່ວາງ​ກວັນ, ປະທານ​ຄະນະ​ກຳມະການ​ປະຊາຊົນ ນະຄອນ ​ໂຮ່ຈິ​ມີນ ຊຶ່ງ​ແມ່ນ​ທ້ອງ​ຖິ່ນ​ມີ​ຍອດ​ຈຳນວນ​​ເງິນ​ລົງທຶນ​ເຂົ້າ​ບັນດາ​ເຂດ​ອຸດສາຫະກຳ, ​ເຂດ​ຜະລິດ​ສົ່ງ​ອອກ​ຫລາຍ​ກວ່າ​ໝູ່​​ໃນ​ທົ່ວ​ປະ​ເທດ​​ໃຫ້​ຮູ້​ວ່າ:

        “ການ​ສ້າງ​ພື້ນຖານ​ໂຄງ​ລ່າງ​ສັງຄົມ​ຕິດ​ພັນ​ກັບ​ພື້ນຖານ​ໂຄງ​ລ່າງ​ເຂດ​ອຸດສາຫະກຳ ​ແມ່ນ​ປັດ​​​ໃຈ​ສຳຄັນ​ທີ່​ສຸດ ຕົວຢ່າງ​ຄື: ​ເຂດ​ອຸດສາຫະກຳ​ທີ່​ມີ​ເນື້ອ​ທີ່​ດິນ​ສະ​ເລ່ຍ 300 ​ເຮັກຕາ ຕ້ອງ​ມີ​ຄົນ​ງານ​ສະ​ເລ່ຍ 30.000 ຄົນ​ ​ແຕ່ພວກ​ເຮົາ​ບໍ່​ມີ​​ໂຮງຮຽນ, ສາທາລະນະ​ສຸກ, ຊັບ​ພະ​ສິນຄ້າ, ບໍ່​ມີ​ເຂດ​ລະ​ຫລິ້ນ​ຢ່ອນ​ອາລົມ, ​ເຮືອນ​ຢູ່…. ​ແມ່ນຈະ​ສັບສົນ​ທີ່​ສຸດ. ສະ​ນັ້ນ ​ໄລຍະ​ນີ້  ​ໃນ​ຍຸດ​ທະ​ສາດ​ພັດທະນາ​ການວາງ​ແຜນ​ກຳນົດ​ຢູ່​ບັນດາ​ເຂດ​ອຸດສາຫະກຳ ຕ້ອງ​ຕິດ​ພັນ​ກັບ​ການວາງ​ແຜນ​ກຳນົດ​ບັນດາ​ເຂດ​ຕົວ​ເມືອງ ​ເພື່ອ​ເຮັດ​ແນວ​​ໃດ​ຕ້ອງ​ຕິດ​ພັນ​ນຳ​ກັນ, ​ເພື່ອຮັບ​ໃຊ້​ກຳມະກອນ.”

        ປະຈຸ​ບັນ, ຫວຽດນາມ ​ໄດ​້ກະກຽມ​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ​ກັບ​ຄູ່​ຮ່ວມ​ມື​ຫລາຍ​ສະບັບ ດ້ວຍ​ການ​ຄົ້ນ​ຄ້ວາ, ສະ​ເຫ​ນີປັບປຸງ​ບັນດາ​ເອກະສານ​ນິຕິ​ກຳ​ໃຫ້​ສອດຄ່ອງ​ກັບ​ສະພາບ​ການ​ໃຫມ່, ​ເປັນ​ຕົ້ນ​ແມ່ນການວາງ​ແຜນ​ກຳນົດ ​ແລະ ນະ​ໂຍບາຍ​ບຸລິມະສິດ, ບັນຫາ​ສຳຄັນ​ນັ້ນແມ່ນ  ບັນດາທ້ອງ​ຖິ່ນກໍ​ຕ້ອງ ພ້ອມ​ກັນ​ແບ່ງ​​ເບົາຄວາມ​ຫຍຸ້ງຍາກ​ກັບ​ນັກ​ລົງທຶນ. ທ່ານ ຫງວຽນ​ດຶກ​ຫາຍ, ​ເລຂາ​ຄະນະ​ພັກ ​ແຂວງ ກວ໋າງນາມ ​ແບ່ງປັນ​ບົດຮຽນ​ວ່າ:

        “ ທັດສະນະ​ຂອງ​ແຂວງ ກວ໋າງນາມ ​ແມ່ນ ບໍ່​ປະ​​ໃຫ້​ນັກ​ລົງທຶນ ​ແລະ ປະຊາຊົນ​ມີ​ຄວາມ​ຂັດ​ແຍ້​ງກັນ. ​ໃນ​ວິທີ​ປະຕິບັດ, ພວກ​ເຮົາ​ຕ້ອງ​ເຮັດ​ຕາມ​ແບບສຳ​ເລັດ​ຕາມ​ລຳດັບ. ເພາະວ່າ, ​ໃນ​ເຂດ​ເສດຖະກິດ ກໍ​ໄດ້​ວາງ​ແຜນ​ກຳນົດ​ເຂດ​ອຸດສາຫະກຳ​ຢ່າງ​ຈະ​ແຈ້ງ​ແລ້ວ, ສະ​ນັ້ນ ພວກ​ເຮົາ​ເຮັດ​ຢູ່​ບ່ອນ​ໃດຕ້ອງ​ສຳ​ເລັດ​ຢ່າງ​ເດັດຂາດ​ຢູ່​ບ່ອນ​ນັ້ນ. ​ໂດຍ​ອີງ​ໃສ່​ຈຳນວນ​ທຶນ ຊຶ່ງ​ພວກ​ເຮົາ​ຕ້ອງ​ບຸກ​ເບີ​ກຫນ້າ​ພຽງ, ບໍ່​ບຸກ​ເບີກ​ຫນ້າ​ພຽງ​ ​ໂດຍ​ບໍ່​ມີ​ຈຸດ​ສຸມພາ​ໄປ​ເຖິງ​ການ​ຟຸມ​ເຟືອຍ​ທີ່​ດິນ.”

        ພາ​ຍຫລັງ 20 ປີ ​ແຫ່ງ​ການ​ກໍ່ສ້າງ ​ແລະ ພັດທະນາ, ຕາມ​ຕົວ​ເລກ​ສະຖິຕິ​ແລ້ວ, ບັນດາ​ເຂດ​ອຸດສາຫະກຳ, ​ເຂດ​ຜະລິດ​ສົ່ງ​ອອກ ​ແລະ ​ເຂດ​ເສດຖະກິດ ​ໄດ້​ປະກອບ 32% ມູນ​ຄ່າ​ການ​ຜະລິດ​ອຸດສາຫະກຳ​ຂອງ​ທັງ​ປະ​ເທດ, ມອບ​ເຂົ້າ​ງົບປະມານ​​ເພີ່ມ​ຂຶ້ນ​ເມື່ອ​ທຽບ​ກັບ​ໄລຍະ​ກ່ອນ​ນີ້ ​ແມ່ນ​ເກືອບ 6 ຕຶ້ USD. ຜົນງານ​ນີ້ ພ້ອມ​ກັບ​ເລື່ອງ ບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ທ້ອງ​ຖິ່ນ ພວມ​ແກ້​ໄຂ​ຂໍ້​ຕິດ​ຂັດ​ໃນ​ການ​ພັດທະນາ​ເຂດ​ອຸດສາຫະກຳ, ​ເຂດ​ຜະລິດ​ສົ່ງ​ອອກ​ເທື່ອ​ລະ​ກ້າວ ອັນ​ຈະປະກອບສ່ວນ​ປະຕິບັດ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ລັດ ​ໃນ​ການ​ສ້າງ​ຮູບ​ແບບ​ທີ່​ມີ​ລັກສະນະ​ບຸກທະລຸ​ໃນ​ການ​ດຶງ​ດູດ​ການ​ລົງທຶນ, ການ​ເຕີບ​ໂຕ​ອຸດສາຫະກຳ​, ຫັນປ່ຽນ​​ໂຄງ​ປະກອບ​ເສດຖະກິດ​ຕາມ​ທິດ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄຫມ.

ຮົ່ງ​ເວີນ

ຕອບກັບ

ຂ່າວ/ບົດ​ອື່ນ