ພາຍຫຼັງໄດ້ຮັບການສ້າງຕັ້ງມາເປັນເວລາ 2 ອາທິດ, ສຳພັນທະມິດສາກົນຕ້ານກຳລັງທຳສົງຄາມສັກສິດແຫ່ງລັດອິດສະລາມໂດຍຂະໜານນາມເອງ IS ຢູ່ຕາເວັນອອກກາງ ພວມດຳເນີນບັນດາບາດກ້າວເດີນທຳອິດເພື່ອແນໃສ່ດັບສູນກຸ່ມກຳລັງກະບົດທີ່ໂຫດຮ້າຍສາມານນີ້. ຈຳນວນບັນດາປະເທດໃຫ້ຄຳໝັ້ນສັນຍາເຂົ້າຮ່ວມ ສຳພັນທະມິດສາກົນໂດຍອາເມລິກາລິເລີ່ມ ໄດ້ນັບມື້ນັບເພີ່ມຂຶ້ນ, ປະຈຸບັນໄດ້ຂຶ້ນເຖິງ 54 ປະເທດແລ້ວ. ແຕ່ສຳພັນທະມິດສາກົນນີ້ ຈະຮ່ວມສຳພັນນຳກັນຢ່າງແທ້ຈິງເພື່ອປະຕິບັດສຳເລັດພາລະກຳຂອງຕົນໄດ້ຫຼືບໍ່? ມາຮອດປະຈຸບັນ ຍັງຄົງແມ່ນຄຳຖາມທີ່ຜູ້ຄົນທັງຫຼາຍພວມມີຄວາມສົນໃຈທີ່ສຸດ.
ຕາເວັນອອກກາງໃນປະຈຸບັນ, ຍັງຄົງແມ່ນພາກພື້ນເກີດວິກິດການທີ່ຮ້າຍແຮງ ແລະ ຕໍ່ເນືອງ, ອັນໄດ້ເຮັດໃຫ້ການສ້າງພື້ນຖານການປ້ອງກັນຄວາມສະຫງົບຄືນໃໝ່ໃນພາກພື້ນນີ້ ເກືອບຄືວ່າ ແມ່ນໜ້າທີ່ຊຶ່ງບໍ່ສາມາດປະຕິບັດໄດ້. ໃນຂະນະທີ່ສົງຄາມກາງເມືອງຢູ່ຊີຣີ ແມ່ນຍັງບໍ່ທັນໄດ້ຮັບການແກ້ໄຂໄດ້, ອຳນາດການປົກຄອງອີຣັກຍັງອ່ອນແອນັ້ນ, ການຟື້ນຕົວຂອງອົງການ ລັດອິດສະລາມໂດຍຂະໜານນ າມ ເອງ IS ໄດ້ກາຍເປັນໄພນາບຂູ່ຕໍ່ຄວາມສະຫງົບທີ່ລ່ວງເກີນຂອບເຂດພາກພື້ນ. ຄວາມໂຫດຮ້າຍສາມານຂອງກຳລັງກະບົດ IS , ພິເສດແມ່ນດ້ວຍບັນດາການກະທຳເຂັ່ນຂ້າບັນດານັກຂ່າວ, ຕົວປະກັນນັ້ນ, ໄດ້ພາໃຫ້ເກີດມີຄວາມຮຽກຮ້ອງຕ້ອງການໂດຍດ່ວນໃນໂລກວ່າ ຕ້ອງກະທຳຢ່າງຮີບດ່ວນ, ຮຽງບ່າຮຽງໄຫຼ່ເພື່ອຮັບມືກັບ ກຸ່ມກຳລັງກະບົດທີ່ໂຫດຮ້າຍສາມານນີ້. ເພື່ອປະຕິບັດຍຸດທະສາດຮອບດ້ານແນໃສ່ດັບສູນ IS ນັ້ນ, ຕາມນັ້ນແລ້ວ, ກໍໄດ້ເປີດກ້ວາງບັ້ນບຸກໂຈມຕີທາງອາກາດໃສ່ເປົ້າໝາຍຕ່າງໆຂອງ IS ຊຶ່ງບໍ່ພຽງແຕ່ຢູ່ອີຣັກ ແລະ ນັບທັງຢູ່ພາຍໃນເຂດດິນແດນຊີຣີອີກດ້ວຍ. ຮຸ່ງເຊົ້າວັນທີ 23/9, ວໍຊິງຕັນໄດ້ດຳເນີນການບຸກໂຈມຕີທາງອາກາດເຂົ້າເຂດດິນແດນຊີຣີ ແນໃສ່ກວາດລ້າງບັນດາເຮືອນຮັງຂອງກຸ່ມກຳລັງກະບົດ IS. ດ້ວຍການເຂົ້າຮ່ວມຂອງບັນດາກຳປັ່ນພິຄາດ USS Arleigh Burke ທີ່ປະກອບລູກສອນໄຟ Tomahawk ຢູ່ກາງທະເລແດງ ແລະ ກຳປັ່ນລາດຕະເວນ ປະກອບລູກສອນໄຟນຳວິຖີ USS Philipines Sea ຢູ່ທາງທິດເໜືອອ່າວເປີເຊຍ, ບັນດາການບຸກໂຈມຕີທາງອາກາດຂອງອາເມລິກາໄດ້ທຳລາຍພື້ນຖານໂຄງລ່າງຫຼາຍແຫ່ງ ແລະ ອາວຸດຍຸດທະພັນທີ່ສຳຄັນຂອງ IS. ກ່ອນໜ້ານັ້ນ, ອາເມລິກາໄດ້ດຳເນີນການບຸກໂຈມຕີທາງອາກາດເກືອບ 200 ຄັ້ງຢູ່ອີຣັກ ນັບຕັ້ງແຕ່ເດືອນ 8 ເປັນຕົ້ນມາ.
ເຮືອບິນສູ້ຮົບຂອງອາເມລິກາ (ພາບ:Utah People's Post) |
ປະຕິກິລີຍາທີ່ກົງກັນຂ້າມຂອງປະຊາຄົມໂລກ.
ເລື່ອງອາເມລິກາໄດ້ນຳພາບັ້ນບຸກໂຈມຕີທາງອາກາດໃນເຂດດິນແດນຊີຣີ ໄດ້ກໍ່ໃຫ້ເກີດບັນດາປະຕິກິລີຍາທີ່ກົງກັນຂ້າມຢູ່ຕາເວັນອອກກາງ ແລະ ທົ່ວທຸກແຫ່ງໃນໂລກ, ຈາກການສະໜັບສະໜູນຢ່າງຂາດຕົວຕະຫຼອດຮອດການກ່າວປະນາມຢ່າງຮຸນແຮງ.
5 ປະເທດໃນພາກພື້ນຄື ຊາອຸດິ ອາຣາເບຍ, ສະຫະລັດອາຣັບເອັມມີເລັດ, ຈໍແດນ, ບາແຣນ ແລະ ກາຕາ ໄດ້ເຂົ້າຮ່ວມພ້ອມກັບອາເມລິກາໃນບັ້ນຮົບຕ້ານ IS. ເຖິງວ່າປະລິມານລູກລະເບີດ ແລະ ລູກສອນໄຟທີ່ບຸກໂຈມຕີໃສ່ບັນດາເປົ້າໝາຍຂອງ IS ແມ່ນຖືກຍິງຈາກບັນດາເຮືອບິນສູ້ຮົບຂອງອາເມລິກາກໍຕາມ, ແຕ່ການເຂົ້າຮ່ວມຂອງບັນດາປະເທດອາຣັບ ແມ່ນມີຄວາມສຳຄັນພິເສດກ່ຽວກັບດ້ານພູມິີປະເທດ ແລະ ການເມືອງ, ຊຶ່ງເປັນການຢັ້ງຢືນວ່າ ບັ້ນຮົບຕ້ານ IS ໄດ້ເຮັດໃຫ້ຫັນປ່ຽນກຳລັງໜູນໃນພາກພື້ນ, ຍາດແຍງເອົາໄດ້ການສະໜັບສະໜູນຈາກບັນດາປະເທດອາຣັບ ຊຶ່ງແມ່ນບັນດາປະເທດເມື່ອກ່ອນນີ້ ໄດ້ຄັດຄ້ານອາເມລິກາແຊກແຊງທາງທະຫານເຂົ້າໃນພາກພື້ນ. ຢູ່ເອີລົບ, ອັງກິດໄດ້ມີຖະແຫຼງການສະໜັບສະໜູນຢ່າງແຂງແຮງທີ່ສຸດຕໍ່ບັ້ນຮົບຕ້ານ IS. ແບນຊິກ, ໂຮນລັງໝັ້ນໝາຍຈະຈັດສົ່ງເຮືອບິນສູ້ຮົບ F- 16 ເພື່ອໜູນຊ່ວຍການບຸກໂຈມຕີທາງອາກາດໂດຍອາເມລິການຳໜ້າ. ໃນຂະນະນັ້ນ, ຕວກກີ ພຽງແຕ່ເປີດເຜີຍແຜນການຈະໜູນຊ່ວຍດ້ານການທະຫານ ແລະ ພະລາທິການໃຫ້ແກ່ບັ້ນບຸກໂຈມຕີທາງອາກາດໂດຍອາເມລິການຳໜ້າ.
ຢູ່ຊີຣີ, ປະຕິກິລີຍາຈາກ Damascus ມາຮອດປະຈຸບັນ ກໍຍັງບໍ່ທັນຈະແຈ້ງເທື່ອ. ໃນຂະນະທີ່ຝ່າຍຄ້ານຢູ່ ຊີຣີ ໄດ້ກ່່າວສະແດງການສະໜັບສະໜູນການບຸກໂຈມຕີທາງອາກາດຕ້ານ IS ນັ້ນ, ບັນດາເຈົ້າໜ້າທີ່ຂອງຊີຣີ ແລະ ອີຣານ ພັດຕຳໜິຕິຕຽນອຳນາດການປົກຄອງຂອງປະທານາທິບໍດີອາເມລິກາ Barak Obama ເພາະໄດ້ປັດເຂ່ຍ 2 ປະເທດນີ້ອອກຈາກສຳພັນທະມິດສາກົນຕ້ານ IS. ສ່ວນລັດເຊຍ ກໍເອີ້ນບັນດາການບຸກໂຈມຕີທາງອາກາດ ແມ່ນການກະທຳລະເມີດກົດໝາຍສາກົນ ແລະ ຈະຖືກປະລາໄຊ. ຕາມມົດສກູ ແລ້ວ, ທຸກໆການກະທຳແຊກແຊງທາງທະຫານໃດໆ ກໍຕ້ອງປະຕິບັດຕາມກົດໝາຍສາກົນ.
ການສູ້ຮົບແມ່ນບໍ່ງ່າຍດາຍ
ຄວາມປາຖະໜາຂອງປະທານາທິບໍດີອາເມລິກາ Barak Obama ກ່ຽວກັບເລື່ອງສາກົນຈະສະໜັບສະໜູນບັນດາການກະທຳຕ້ານ IS ຢູ່ອີຣັກ, ຊີຣີນັ້ນ, ເບິ່ງຄືວ່າພວມຄ່ອຍໆປະກົດຜົນເປັນຈິງ ດ້ວຍເລື່ອງ 54 ປະເທດໝັ້ນໝາຍເຂົ້າຮ່ວມ. ແຕ່ສຳພັນທະມິດສາກົນນີ້ ຈະຮ່ວມສຳພັນນຳກັນຢ່າງແທ້ຈິງເພື່ອປະຕິບັດສຳເລັດພາລະກຳຂອງຕົນໄດ້ຫຼືບໍ່? ມາຮອດປະຈຸບັນ ຍັງຄົງແມ່ນຄຳຖາມທີ່ຜູ້ຄົນທັງຫຼາຍພວມມີຄວາມສົນໃຈທີ່ສຸດ.
ການສູ້ຮົບຕ້ານ IS ນີ້, ແນ່ນອນວ່າຈະບໍ່ງ່າຍດາຍສຳລັບອາເມລິກາ ແລະ ບັນດາປະເທດພັນທະມິດ. ວົງການນັກໄຈ້ແຍກໃຫ້ຂໍ້ສັງເກດວ່າ ຍຸດທະສາດຮອບດ້ານຕ້ານ IS ມີຈຸດປະສົງຈະແຈ້ງ, ແຕ່ຍັງບໍ່ທັນມີລັກສະນະສາມາດປະຕິບັດໄດ້. ສິດຜົນປະໂຫຍດຂອງບັນດາຝ່າຍທີ່ເຂົ້າຮ່ວມສຳພັນທະມິດສາກົນຖືກຂັດແຍ້ງກັນ, ອັນໄດ້ເຮັດໃຫ້ເຂົາເຈົ້າຍາກທີ່ຈະບັນລຸຈຸດໝາຍລວມໄດ້, ມາດຕະການເພີ່ມທະວີການໜູນຊ່ວຍໃຫ້ແກ່ກຳລັງສູ້ຮົບທ້ອງຖິ່ນ ກໍຊ້ອນແຝງຄວາມສ່ຽງໄພຫຼາຍຢ່າງ. ການສະໜອງອາວຸດ ແລະ ການຝຶກຊ້ອມໃຫ້ແກ່ບັນດາມືປືນຊາວ Kurd ໄດ້ກໍ່ຄວາມວິຕົກກັງວົນໃຫ້ແກ່ບັນດາປະເທດໃນພາກພື້ນ. ຍິ່ງກວ່ານັ້ນ, ບໍ່ມີຫຍັງ ເປັນການຮັບປະກັນວ່າ ບັນດາກຸ່ມປະກອບອາວຸດຈະບໍ່ຫັກຫຼັງ ປີ້ນໜ້າມາຕ້ານຄືນອາເມລິກາ ແລະ ຝ່າຍຕາເວັນຕົກ.
ຄວາມຕັດສິນໃຈໄດ້ມີຢູ່ແລ້ວ, ແຕ່ບັນດາມາດຕະການສ້າງຄວາມເຫັນດີເຫັນພ້ອມສາກົນ ອາດຈະບໍ່ໄດ້ຮັບການແກ້ໄຂຢ່າງເຖິງຖອງ ແລະ ທັນການສຳລັບບັນຫາຄວາມສະຫງົບສາກົນ, ໂດຍສະເພາະແມ່ນໃນການຕໍ່ສູ້ຕ້ານກຳລັງກໍ່ການຮ້າຍຫົວຮຸນແຮງ ແລະ ໂຫດຮ້າຍສາມານຄື IS . ໃນຈຸດເວລານີ້, ສິ່ງທີ່ຈຳເປັນ ແມ່ນບັນດາປະເທດຄວນກຳນົດຢ່າງຖືກຕ້ອງກ່ຽວກັບບັນດາຜົນປະໂຫຍດ ແລະ ການຜ່ອນສັ້ນຜ່ອນຍາວໃດໜຶ່ງ ເພື່ອປະກອບສ່ວນເຂົ້າໃນສັນຕິພາບ, ຄວາມສະຫງົບລວມໃນໂລກ .