ຫລຸດຜ່ອນຄວາມທຸກຍາກຢູ່ເຂດຊົນເຜົ່າສ່ວນຫນອ້ຍ:ບັນດາຄວາມມານະພະຍາຍາມຢ່າງຄົບຊຸດ

(vovworld)-ໃນ​ວາລະ​ອະພິປາຍ​ກ່ຽວ​ກັບ​ນະ​ໂຍບາຍ​ລົບ​ລ້າງ​ຄວາມ​ອຶດຫິວຫລຸດຜ່ອ​ນຄວາມທຸກ​ຍາກ ​ໂດຍ​ກຳມາ​ທິການ​ບັນດາ​ບັນຫາ​ສັງຄົມ​ຂອງ​ສະພາ​ແຫ່ງ​ຊາດ​ຈັດ​ຕັ້ງ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 25/4. ມີ​ຫລາຍ​ມາດ​ຕະການ​ຫນູນ​ຊ່ວຍ​ຊາວ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ຖືກ​ນຳສະ​ເຫ​ນີ. ນີ້​ກໍ​ແມ່ນ​ບັນດາ​ມາດ​ຕະການ ​ເພື່ອ​ຊ່ວຍ​ຫວຽດນາມ ຫລຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ. ຕໍ່​ໄປນີ້ ​ ບັນນາ​ທິການ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ຄັດ​ສະ​ເຫ​ນີ​ເນື້ອ​ໃນ​ຕົ້ນຕໍ​ຈຳນວນ​ຫນຶ່ງ​ຊື່​ງ​ໄດ້​ເຕື້ອງ​ເຖິງ​ໃນ​ວາລະ​ອະພິປາຍ. ​

ຫລຸດຜ່ອນຄວາມທຸກຍາກຢູ່ເຂດຊົນເຜົ່າສ່ວນຫນອ້ຍ:ບັນດາຄວາມມານະພະຍາຍາມຢ່າງຄົບຊຸດ - ảnh 1
ວາລະ​ອະພິປາຍ​ກ່ຽວ​ກັບ​ນະ​ໂຍບາຍ​ລົບ​ລ້າງ​ຄວາມ​ອຶດຫິວ
ຫລຸດຜ່ອ​ນຄວາມທຸກ​ຍາກ

photo:baoyenbai.com.vn

        ຕາມ​ການ​ສະ​ຖິຕິ​ໃຫ້​ເຫັນ​ວ່າ: ອັດຕາ​ຄອບຄົວ​ທຸກ​ຍາກ​ຢູ່​ບັນດາ​ຕາ​ແສງ, ໝູ່ບ້ານ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ​ໄດ້​ຫລຸດ​ລົງ​ຈາກ 47% ​ໃນ​ປີ 2006 ລົງ​ເຫລືອ​ພຽງ 28,8% ​ໃນ​ປີ 2010. ​ເຖິງ​ວ່າ ອັດຕາ​ຄອບຄົວ​ທຸກ​ຍາກ​ຢູ່​ເຂດ​ພູດ​ອຍທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ເຫນືອ ຍັງ​ຢູ່​ໃນ​ລະດັບ​ສູງ​ທົບ 2,97 ​ເທົ່າ​ເມື່ອ​ທຽບ​ໃສ່​ອັດຕາ​ຄອບຄົວ​ທຸກ​ຍາກ​ຂອງ​ທັງ​ປະ​ເທດ. ​ອັດ​ຕາ​ຄອບຄົວ​ທຸກ​ຍາກ​ຢູ່ເຂດ​ພູດ​ອຍທາງ​ທິດຕາ​ເວັນ​ອອກສຽ່ງ​ເຫນືອ ​ແມ່ນ 1,81 ​ເທົ່າ, ​ທິດ​ເຫນືອພາກ​ກາງ ​​ແລະ ​ເຂດ​ໄຕ​ງວຽນ ​ແມ່ນ 1,56 ​ເທົ່າ. ​ໃນ​ນັ້ນ ອັດຕາ​ຄອບຄົວ​ທຸກ​ຍາກ​ສ່ວນ​ຫລາຍ​ແມ່ນ​ຊາວ​ຊົນ​ເຜ່ົາ​ສ່ວນ​ຫນ້ອຍ​ກວມ​ເອົາ​ເກືອ​ຍ 50% ຈຳນວນ​ຄອບຄົວ​ທຸກ​ຍາກ​ໃນ​ທົ່ວ​ປະ​ເທດ.

        ສະພາບ​ດັ່ງກ່າວ ​ແມ່ນ​ຍ້ອນ​ການ​ຫລຸດຜ່ອນ​ຄວາມທຸກ​ຍາກ​ບໍ່​ທັນ​ໝັ້ນ​ທ່ຽງ, ​ເກີດ​ຄວາມ​ຜິດ​ໂຕນ​​ຜູ້​ຮັ່ງມີ ​ແລະ ທຸກ​ຍາກ ລະຫວ່າງ​ບັນດາ​ເຂດ, ກຸ່ມ​ຊຸມ​ຊົນ ບໍ່​ທັນ​ໄດ້​ຮັດ​ແຄບ, ​ເປັນ​ຕົ້ນ​ເຂດ​ພູດ​ອຍທາງ​ທິດ​​ເຫນືອ ​ແລະ ​ເຂດ​ໄຕ​ງວຽນ.

        ຫລີກ​ລ້ຽງ​ຄວາມ​ກ້າວກ່າຍ​ນະ​ໂຍບາຍ

        ຕາມ​ການ​ຕີ​ລາຄາ​ຂອງ​ກະຊວງ​ແຮງ​ງານ ທະຫານ​ເສຍ​ອົງຄະ​ ​ແລະ ສັງຄົມ​ຫວຽດນາມ​ແລ້ວ,​ ຫນຶ່ງ​ໃນ​ບັນດາ​ປັດ​ໄຈ​ພາ​ໄປ​ເຖິງ​ປະສິດທິ​ຜົນ​ການ​ຫລຸດຜ່ອນ​ຄວາມທຸກ​ຍາກ​ບໍ່​ທັນ​ບັນລຸ​ໝາກຜົນ​ຄື​ຄວາມ​ຫວັງ ຍ້ອນ​ມີ​ການ​ຊ້ຳ​ກັນ​ໃນ​ນະ​ໂຍບາຍ​ລົບ​ລ້າງຄວາມອຶດຫິວ​ຫລຸດຜ່ອນ​ຄວາ​ມທຸກ​ຍາກ​ເວົ້າລວມ ​ແລະ ຢູ່​ເຂດ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ເວົ້າ​ສະ​ເພາະ. ສະພາບ​ການ​ດັ່ງກ່າວ ​ໄດ້​ເຮັດ​ໃຫ້​ການ​ປະຕິບັດນະ​ໂຍບາຍ​ບໍ່​ຄົບຊຸດ. ​ການຈັດ​ຕັ້ງ​ປະຕິບັດ​ນະ​ໂຍບາຍ​ຢູ່​ບາງ​ແຫ່ງ​ບໍ່​ທັນ​ການ, ປະ​ຂ້າມເປົ້າ​ໝາຍ, ຂາດ​ການ​ຜູກ​ຮັດລະຫວ່າງ​ການ​ຫນູນ​ຊ່ວຍ​ພັດທະນາ​ການ​ຜະລິດ​ກັບ​ການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ ​ແລະ ຄວາມ​ກ້າວຫນ້າ​ດ້ານ​ເຕັກນິກ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ດຶງ​ດູດ​ການ​ລົງທຶນ. ​ດັ່ງ​ນັ້ນແຫ​ລ່ງກຳລັງ​ປະຕິບັດ​ນະ​ໂຍບາຍ​ບໍ່​ເປັນ​ຈຸດ​ສຸມ. ສະ​ນັ້ນ ​ເພື່ອ​ແກ້​ໄຂ​ສະພາບ​ການ​ນີ້, ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຕາມ​ທ່ານ​ນາງ ຟ້າ​ມທິຫາຍ​ຈ່ວຽນ, ລັດຖະມົນຕີ​ກະຊວງ​ແຮງ​ງານ ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຫວຽດນາມ ​ແລ້ວ, ຄວນ​ປັບປຸງ, ​ເພີ່ມ​ເຕີມ​ລະບົບ​ນະ​ໂຍບາຍ​ກ່ຽວ​ກັບ​​ເຂດ​ພູດ​ອຍ ຕາມ​ການ​ກຳນົດ​ທິດ​ສ້າງ​ນະ​ໂຍບາຍ​ສັງ​ລວມ, ຈຸດໝາຍ​ຍາວ​ນານ.

        “ຫນຶ່ງ​ໃນ​ບັນດາ​ມາດ​ຕະການ​ບຸລິມະສິດ ນັ້ນ​ແມ່ນ​ສືບ​ຕໍ່​ສຸມ​ໃສ່​ໃຫ້​ແກ່​ເຂດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ​ເຂດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ. ທີ​ຫນຶ່ງ ​ໄລຍະ​ຈະ​ມາ​ເຖິງ ຈະ​ສະຫງວນ​ແຫ​ລ່ງກຳລັງ​ຂອງ​ໄລຍະ​ຫນຶ່ງ​ທີ່​ຍັງ​ເຫລືອ​ໃຫ້​ແກ່​ບັນດາ​ເມືອງ, ຕາ​ແສງ ​ແລະ ສະຫງວນແຫ​ລ່ງກຳລັງ​ໃຫ້​ແກ່​ການ​ລົງທຶນ​ໄລຍະ​​ກາງ ຫາກ​ບໍ່​ແມ່ນປະຈຳ​ປີ​ເພື່ອ​ລົງທຶນ​ໃຫ້​ແກ່​ພື້ນຖານ​ໂຄງ​ລ່າງ, ພື້ນຖານ​ໂຄງ​ລ່າງ​ບໍລິການ ​ແລະ ການ​ຜະລິດ. ທີ​ສອງ ​ແມ່ນ​ຫລຸດຜ່ອນ​ນະ​ໂຍບາຍ​ການ​ຫນູນ​ຊ່ວຍ​ໂດຍກົງ​ແທນ​ໃຫ້​ນະ​ໂຍບາຍ​ສົ່ງ​ເສີມ​ເພື່ອ​ໃຫ້​ປະຊາຊົນ​ບື່ນຕົວ​ຂຶ້ນຄື: ​ເພີ່ມ​ການ​ແນະນຳ​ວິຊາ​ຊີບ, ສົ່ງ​ເສີມ​ຄອບຄົວ​ທຸກ​ຍາກ​​ກູ້​ຢືມ​​ທຶນ. ທີ​ສາມ ຈັດ​ປະ​ເພດ​​ເປົ້າ​ໝາຍ​ທຸກ​ຍາກ​ເພື່ອ​ຫນູນ​ຊ່ວຍ​ຢ່າງ​ມີ​ປະສິດທິ​ຜົນ.”

        ການ​ຈັດ​ສັນ​ທີ່​ດິນ​ປຸກ​ສ້າງ​ເຮືອນ​ຢູ່, ທີ່​ດິນທຳ​ການ​ຜະລິດ​ໃຫ້​ເໝາ​ະສົມ

        ຂາດ​ທີ່​ດິນ​ປຸກ​ສ້າງ​ເຮືອນ​ຢູ່, ທີ່​ດິນ​ຜະລິດ​ຢູ່​ເຂດ​ຊົນ​ເຜ່ົາ​ສ່ວນ​ຫນ້ອຍ ກ​ໍ​ແມ່ນ​ປັດ​ໄຈ​ສຳຄັນ ທີ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ປະສິດທິ​ຜົນ​ການ​ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດຜ່ອນ​ຄວາມ​ທຸກ​ຍາກ. ສາຍ​ເຫດ​ພາ​ໄປ​ເຖິງ​ສະພາບ​ການ​ດັ່ງກ່າວ ຍ້ອນ​ກຳລັງ​ດັນ​ກ່ຽວ​ກັບ​ພົນລະ​ເມືອງ, ການ​ຖອນທີ່​ດິນ​ໃຫ້​ແກ່​ບັນດາ​ໂຄງການ​ສາທາລະນະ, ຍ້ອນ​ໄພ​ທຳ​ມະ​ຊາດ ​ແລະ ​ແຫ​ລ່ງ ທີ່​ດິນ​ຈຳກັດ. ​ເຖິງ​ວ່າ ພັກ ​ແລະ ລັດຖະບານ, ທ້ອງ​ຖິ່ນ​ຕ່າງ​ໆ ​ໄດ້​ພະຍາຍາມ​ຜັນ​ຂະຫຍາຍ​ປະຕິບັດ ນີ້​ຍັງ​ຄົງ​ແມ່ນ​ບັນຫາ​ຄວນ​ໄດ້​ຮັບ​ການ​ແກ້​ໄຂ​ຢູ່​ຫລາຍ​ທ້ອງ​ຖິ່ນ. ​ເພື່ອ​ແກ້​ໄຂ​ບັນຫາ​ນີ້, ທ່ານ ກາວ​ດຶກ​ຟາດ, ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ຄວາມ​ຫຍຸ້ງຍາກ​ນັ້ນ​ແມ່ນ​ແຫ​ລ່ງທີ່​ດິນ. ສະ​ນັ້ນ ທິດ​ທາງ​​ແກ້​ໄຂ​ແມ່ນ​ກວດກາ​ຄືນ​ບັນດານິຄົມ​ກະ​ເສດ, ນິຄົມ​ປ່າ​ໄມ້. ບົນ​ພື້ນຖານ​ນັ້ນ ສາມາດ​ຖອນ​ທີ່​ດິນ​ສ່ວນ​ຫນຶ່ງ​ເພື່ອ​ສະຫງວນ​ໃຫ້​ແກ່​ປະຊາຊົນ​ທຳ​ການ​ຜະລິດ. ​ໄລຍະ​ຜ່ານ​ມາ, ບັນດາ​ທ້ອງ​ຖິ່ນ ​ໄດ້​ຖອນ​ທີ່​ດິນ​ກວ່າ 800.000 ​ເຮັກຕາ, ​ເປັນ​ຕົ້ນ​ແມ່ນ​ທີ່​ດິນ​ປ່າ​ໄມ້. ທີ​ສອງ ມີ​ຫລາຍ​ແຫ່ງ​ບໍ່​ມີ​ທີ່​ດິນ​ເພື່ອ​ແກ້​ໄຂ​ໃຫ້​ແກ່​ປະຊາຊົນ​ຜະລິດ​ກະສິກຳ ​ແຕ່​ແຫ​ລ່ງທີ່​ດິນ​ປ່າ​ໄມ້​ຍັງ​ມີ​ຢູ່. ສະ​ນັ້ນ ລັດ​ມີ​ແຜ​ນນະ​ໂຍບາຍ​ຍູ້​ແຮງ​ການ​ມອບ​ດິນ, ມອບປ່າ​ ໃຫ້​ແກ່​ປະຊາຊົນ. ​ແຕ່​ປີ 2005 ມາ​ຮອດ​ປະຈຸ​ບັນ, ​ໄດ້​ດິນມອບ 118.000 ​ເຮັກຕາ ​ໃຫ້​ແກ່ 5427 ຄອບຄົວ ​ແລະ ຂ້າພະ​ເຈົ້າ​ຄິດ​ວ່າ ​ແຜນ​ນະ​ໂຍບາຍ​ນີ້​ສາມາດ​ສືບ​ຕໍ່​ປະຕິບັດ​. ທີ​ສາມ ຄວນ​ສື​ບຕໍ່ຄວາມ​ມານະ​ພະຍາຍາມ​ເພື່ອ​ຫນູນ​ຊ່ວຍ​ໃຫ້​ແກ່​ປະຊາຊົນ​ຜະລິດ​​ໃນ​ເນື້ອ​ທີ່​ພວມ​ມີຢ່າງ​ມີ​ປະສິດທິ​ຜົນ​ກວ່າ. ທີ 4 ຄວນ​ສືບ​ຕໍ່​ຫນູນ​ຊ່ວຍ​ພັດທະນາ​ບັນດາ​ຂະ​ແຫນງ​ອາຊີບ​ອື່ນ​ໃຫ້​ແກ່​ປະຊາຊົນ​.”

        ​ໄປ​ຄຽງ​ຄູ່​ກັບ​ການຈັດ​ສັນ​ທີ່​ດິນໃຫ້​ແກ່​ຊາວ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ໃຫ້​ເໝາະ​ສົມ, ​ໃນ​ໄລຍະ​ຈະ​ມາ​ເຖິງ ລັດຖະບານ​ຫວຽດນາມ ຕັດສິນ​ໃຈ​​ໃຫ້​ບຸລິມະສິດ​ຈັດ​ວາງ​ແຫ​ລ່ງກຳລັງ​ຢ່າງ​ພຽງພໍ​ໃຫ້​ແກ່​ບັນດາ​ໂຄງການ​ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກ​ຢູ່​ເຂດ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ, ບຸລິມະສິດ​ສອນ​ວິຊາ​ຊີບ, ສ້າງ​ວຽກ​​ເຮັດ​ງານ​ທຳ​ໃຫ້​ແກ່​ລູກ​ຫລານ​ຊາວ​ຊົນ​ເຜົ່າສ່ວນ​ຫນ້ອຍ.

         ດ້ວຍ​ການ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ຢ່າງ​ຄົບ​ຊຸດ, ຫວຽດນາມ ຈະ​ຫລຸດຜ່ອນ​ຄວາມທຸກ​ຍາກ​ຢູ່​ເຂດ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​​ເທື່ອ​ລະ​ກ້າວ, ປະກອບສ່ວນ​ຮັບປະກັນ​ຊີວິດ​ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ