ຫວຽດນາມ ປັບປຸງການພົວພັນກັບ ອິນໂດເນເຊຍ, ຢັ້ງຢືນການປະກອບສ່ວນໃນ AIPA

(VOVWORLD) - ວັນທີ 4 ສິງຫາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ໄປຮອດ ອິນໂດເນເຊຍ, ເລິ່ມຕົ້ນການຢ້ຽມຢາມ ສ. ອິນໂດເນເຊຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດ ອາຊຽນ AIPA ຄັ້ງທີ 44 ເຊິ່ງໄດ້ຈັດຕັ້ງຢູ່ປະເທດນີ້, ຕາມຄຳເຊີນຂອງທ່ານນາງ Puan Maharani, ປະທານສະພາຜູ້ແທນປະຊາຊົນ (ສະພາຕ່ຳ) ອິນໂດເນເຊຍ.
ຫວຽດນາມ ປັບປຸງການພົວພັນກັບ ອິນໂດເນເຊຍ, ຢັ້ງຢືນການປະກອບສ່ວນໃນ AIPA - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ
(ພາບ:TTXVN)

ການປະຕິບັດງານຄັ້ງນີ້ໄດ້ຢັ້ງຢືນການປະກອບສ່ວນມີຄວາມຮັບຜິດຊອບຂອງ ສະພາແຫ່ງຊາດ ຫວຽດນາມ ໃນປະຊາຄົມລັດຖະສະພາລະຫວ່າງຊາດ ອາຊຽນ, ພ້ອມທັງສ້າງກຳລັງໜູນໃໝ່, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອິນໂດເນເຊຍ.

          ການຢ້ຽມຢາມ ສ ອິນໂດເນເຊຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມ AIPA ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ດຳເນີນແຕ່ວັນທີ 4 - 7 ສິງຫາ.

ເພີ່ມທະວີການພົວພັນກັບເພື່ອນມິດທີ່ເປັນມູນເຊື້ອ

        ຫວຽດນາມ ແລະ ອິນໂດເນເຊຍ ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ ໃນວັນທີ 30 ທັນວາ 1955, ແຕ່ສາຍເຊື່ອມຕໍ່ການພົວພັນລະຫວ່າງສອງຊາດ, ສອງປະເທດໄດ້ເລີ່ມແຕ່ກ່ອນນັ້ນ. ສາຍພົວພັນທີ່ເປັນມູນເຊື້ອມິດຕະພາບລະຫວ່າງສອງປະເທດ ໄດ້ສ້າງພື້ນຖານໂດຍທ່ານປະທານ ໂຮ່ຈີມິນ ແລະ ທ່ານປະທານາທິບໍດີ Sukarno ແລະ ການນຳລຸ້ນຕ່າງໆ, ປະຊາຊົນສອງປະເທດ ເພີ່ມພູນຄູນສ້າງໃນຕະຫຼອດ 68 ປີຜ່ານມາ.

        ພ້ອມກັບການພົວພັນດ້ານການເມືອງ - ການຕ່າງປະເທດ, ການຮ່ວມມືເສດຖະກິດກໍ່ແມ່ນໜຶ່ງໃນບັນດາຈຸດສຸມໃນການພົວພັນສອງຝ່າຍ. ປະຈຸບັນ, ອິນໂດເນເຊຍ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າຂອງ ຫວຽດນາມ ຢູ່ພາກພື້ນ. ວົງເງິນການຄ້າສອງຝ່າຍໃນປີ 2022 ບັນລຸກ່ວາ 14 ຕື້ໂດລາສະຫະລັດ, ລື່ນກາຍຄາດໝາຍທີ່ການນຳສອງປະເທດວາງອອກນັ້ນແມ່ນ 10 ຕື້ໂດລາສະຫະລັດ ໃນປີ 2023 ນີ້.

        ໃນສອງປີມໍ່ໆມານີ້, ເຖິງວ່າຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19 ກໍ່ຕາມ, ແຕ່ອົງການນິຕິບັນຍັດສອງປະເທດ ຍັງຄົງຮັກສາການພົບປະ, ພິເສດແມ່ນການພົບປະຂັ້ນສູງຢູ່ນອກບັນດາກອງປະຊຸມລັດຖະສະພາຫຼາຍຝ່າຍ. ປີນີ້, ແມ່ນຂີດໝາຍ 10 ປີແຫ່ງວັນ ຫວຽດນາມ - ອິນໂດເນເຊຍ ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ພວມຢູ່ໃນທ່າພັດທະນາຂຶ້ນສູ່ລະດັບສູງໃໝ່.

        ໃນສະພາບການນັ້ນ, ການຢ້ຽມຢາມ ສ ອິນໂດເນເຊຍ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແມ່ນເຫດການສຳຄັນທີ່ສຸດ. ຕາມທ່ານນາງ  ເລທູຮ່າ, ຮອງຫົວໜ້າກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ຫວຽດນາມ ແລ້ວ, ໃນການຢ້ຽມຢາມ ອິນໂດເນເຊຍ ຄັ້ງນີ້, ສອງຝ່າຍຈະລົງນາມຂໍ້ຕົກລົງຮ່ວມມືດ້ວຍບັນດາເນື້ອໃນໃໝ່, ເໝາະສົມກັບສະພາບການໃໝ່ໃນປະຈຸບັນ:

        “ສອງຝ່າຍຈະເພີ່ມທະວີການພົບປະຂັ້ນສູງ ແລະ ຂັ້ນຕ່າງໆ ແລະ ລະຫວ່າງບັນດາກຳມາທິການຂອງສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ… ເພື່ອແນໃສ່ແລກປ່ຽນບົດຮຽນ, ວິຊາສະເພາະ ໃນຂົງເຂດນິຕິບັນຍັດ, ຕິດຕາມກວດກາ ແລະ ຕັດສິນບັນດາບັນຫາສຳຄັນຂອງປະເທດຊາດ. ສອງຝ່າຍກໍ່ເຫັນດີເປັນເອກະພາບສືບຕໍ່ເສີມຂະຫຍາຍບົດບາດຂອງອົງການນິຕິບັນຍັດສອງປະເທດໃນການຕິດຕາມກວດກາການຊຸກຍູ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ກໍ່ຄືບັນດາວິສາຫະກິດຕັ້ງໜ້າຜັນຂະຫຍາຍສົນທິສັນຍາ, ສັນຍາ, ຂໍ້ຕົກລົງທີ່ໄດ້ລົງນາມແລ້ວຢ່າງມີ ປະສິດທິຜົນ. ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບັນດາບົດຮຽນໃນການຈັດຕັ້ງການເຄື່ອນໄຫວຂອງສະພາແຫ່ງຊາດຢ່າງມີປະສິດທິຜົນ”.

ຫວຽດນາມ ປັບປຸງການພົວພັນກັບ ອິນໂດເນເຊຍ, ຢັ້ງຢືນການປະກອບສ່ວນໃນ AIPA - ảnh 2ທ່ານນາງ  ເລທູຮ່າ, ຮອງຫົວໜ້າກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ຫວຽດນາມ(ພາບ: qdnd.vn)

ຍົກລະດັບການພົວພັນຕ່າງປະເທດລັດຖະສະພາຫຼາຍຝ່າຍ

        ພາຍຫຼັງການຢ້ຽມຢາມ ອິນໂດເນເຊຍ ຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຈະເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA – 44. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເຂົ້າຮ່ວມພິທີໄຂ ແລະ ມີບົດຄຳເຫັນສຳຄັນໃນກອງປະຊຸມຄົບຄະນະຄັ້ງທີ 1.

        ເພື່ອກະກຽມໃຫ້ແກ່ກອງປະຊຸມ AIPA – 44, ສະພາແຫ່ງຊາດ ຫວຽດນາມ ໄດ້ສະເໜີ 3 ຮ່າງມະຕິ, ໃນນັ້ນມີ: ຮ່າງມະຕິກ່ຽວກັບການຫັນເປັນດີຈີຕອນໂດຍແມ່ຍິງນຳພາ ແລະ ເພື່ອແມ່ຍິງ; ຮ່າງມະຕິກ່ຽວກັບການຊຸກຍູ້ນະວັດຕະກຳ, ຖ່າຍທອດ, ໝູນໃຊ້ ແລະ ພັດທະນາວິທະຍາສາດ, ເຕັກໂນໂລຊີ ຮັບໃຊ້ການເຕີບໂຕ ແລະ ພັດທະນາແບບຍືນຍົງ ແລະ ຮ່າງມະຕິກ່ຽວກັບການຊຸກຍູ້ການໝູນໃຊ້ບັນດາຂໍ້ແນະນຳຂອງ ອາຊຽນ ກ່ຽວກັບການລົງທຶນຢ່າງມີຄວາມຮັບຜິດຊອບໃນຂົງເຂດທັນຍາຫານ, ກະສິກຳ, ເຄື່ອງປ່າຂອງດົງ. ທ່ານນາງ  ເລທູຮ່າ, ຮອງຫົວໜ້າກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ຫວຽດນາມ, ໃຫ້ຮູ້ວ່າ:

        “ນີ້ແມ່ນບັນດາຮ່າງມະຕິສຳຄັນທີ່ສຸດ, ອາດສາມາດຊ່ວຍໃຫ້ ອາຊຽນ ຂຸດຄົ້ນໄດ້ທ່າໄດ້ປຽບດ້ານວິທະຍາສາດ, ເຕັກໂນໂລຊີ, ກ່ຽວກັບນະວັດຕະກຳ ຮັບໃຊ້ໃຫ້ແກ່ການຟື້ນຟູພັດທະນາເສດຖະກິດ. ພ້ອມທັງຂຸດຄົ້ນໄດ້ຄວາມສາມາດບົ່ມຊ້ອນເພື່ອພັດທະນາບັນດາຂົງເຂດກະສິກຳ, ທັນຍາຫານ ແລະ ເຄື່ອງປ່າຂອງດົ່ງ”

        ເມື່ອຕີລາຄາກ່ຽວກັບການເຂົ້າຮ່ວມຂອງ ຫວຽດນາມ ໃນ AIPA, ທ່ານນາງ Ar. Siti Rozaimeriyanty, ເລຂາທິການໃຫຍ່ AIPA, ໃຫ້ຮູ້ວ່າ:

        “ຫວຽດນາມ ມີຫຼາຍການປະກອບສ່ວນສຳຄັນໃຫ້ແກ່ AIPA ເວົ້າລວມ ແລະ ໃຫ້ແກ່ສະມັດຊາໃຫຍ່ AIPA ຄັ້ງທີ 44. ໂດຍເປັນປະເທດທີ່ເຂົ້າຮ່ວມບັນດາກອງປະຊຸມ AIPA ຢ່າງຕັ້ງໜ້າ, ຫວຽດນາມ ໄດ້ຍົກອອກຫຼາຍຄຳເຫັນປະກອບສ່ວນ ແລະ ຂໍ້ລິເລີ່ມທີ່ມີລັກສະນະສ້າງສັນ ເພື່ອແນໃສ່ຍົກສູງປະສິດທິຜົນຂອງ AIPA. ທີ່ກອງປະຊຸມສະມັດຊາໃຫຍ່ AIPA ຄັ້ງທີ 44, ຂ້າພະເຈົ້າເຊື່ອໝັ້ນວ່າ, ອີກເທື່ອໜຶ່ງ  ຫວຽດນາມ ຈະສວມບົດບາດສຳຄັນໃນການຊຸກຍູ້ບັນດາການປຶກສາຫາລື ແລະ ສ້າງໝາກຜົນເປັນຮູບປະທຳ”.

        ການຢ້ຽມຢາມ ສ. ອິນໂດເນເຊຍ ແລະ ເຂົ້າຮ່ວມກອງປະຊຸມ AIPA ຄັ້ງທີ 44 ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຈະປະກອບສ່ວນປັບປຸງການພົວພັນມິດຕະພາບລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ, ພ້ອມທັງຍົກສູງບົດບາດ, ທີ່ຕັ້ງຂອງ ຫວຽດນາມ ແລະ ສະພາແຫ່ງຊາດ ຫວຽດນາມ ຢູ່ກົນໄກຮ່ວມມືລັດຖະສະພາພາກພື້ນນີ້, ຜ່ານນັ້ນ, ກໍ່ປະກອບສ່ວນຊຸກຍູ້ບັນດາຄວາມມານະພະຍາຍາມທາງການທູດຂອງພັກ ແລະ ລັດ ເພື່ອຜົນປະໂຫຍດຂອງຊາດ ແລະ ຂອງປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ