ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບໃນການຮ່ວມມືລະຫວ່າງລັດຖະສະພາຫຼາຍຝ່າຍ

(VOVWORLD) -AIPA ຕ້ອງຮ່ວມເດີນທາງ, ຮຽງບ່າຮຽງໄຫຼ່ພ້ອມກັບອາຊຽນ ຊຸກຍູ້ການປະຕິບັດບັນດາຂໍ້ລິເລີ່ມກ່ຽວກັບກອງທຶນຮັບມືກັບໂລກລະບາດໂຄວິດ-19, ພິເສດແມ່ນການຜັນຂະຫຍາຍແຜນການລວມຂອງອາຊຽນ
ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບໃນການຮ່ວມມືລະຫວ່າງລັດຖະສະພາຫຼາຍຝ່າຍ - ảnh 1ທ່ານປະທານສະພາແຫ່ງຊາດ ເວື້ອງດິ່ງເຫ້ວ  ແລະ ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມກອງປະຊຸມ AIPA-42
(ພາບ: TTXVN)

ວັນທີ 23 ສິງຫາ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວື້ອງດິ່ງເຫ້ວ ໄດ້ນຳໜ້າຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມ ກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 42 (AIPA-42) ທາງໄກ. ເຂົ້າຮ່ວມ AIPA-42, ຫວຽດນາມ ສືບຕໍ່ສະແດງໃຫ້ເຫັນທັດສະນະຂອງສະພາແຫ່ງຊາດຫວຽດນາມ ກ່ຽວກັບການຊຸກຍູ້ການຮ່ວມມືລະຫວ່າງບັນດາປະເທດສະມາຊິກລັດຖະສະພາ AIPA ແລະ ບັນດາປະເທດອາຊຽນ ໃນທຸກຂົງເຂດ, ພິເສດແມ່ນໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ແລະ ການຮ່ວມມື, ແບ່ງປັນວັກຊິນ.

AIPA-42 ແມ່ນເຫດການທີ່ມີຄວາມໝາຍສຳຄັນພິເສດ, ແມ່ນການເຄື່ອນໄຫວພົວພັນຕ່າງປະເທດຫຼາຍຝ່າຍຄັ້ງທຳອິດຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໃນອາຍຸການໃໝ່. ການເຄື່ອນໄຫວດັ່ງກ່າວກໍ່ເປັນການສືບຕໍ່ບັນດາຜົນງານອັນສຳຄັນຍິ່ງຂອງການທູດລັດຖະສະພາ ຫວຽດນາມ ຜ່ານສະໄໝຕ່າງໆ.

AIPA-42 ປັບປຸງນ້ຳໃຈຄວາມສາມັກຄີອາຊຽນ ຜ່ານຜ່າສິ່ງທ້າທາຍ

ກອງປະຊຸມສະມັດຊາໃຫຍ່ AIPA-42 ມີຫົວຂໍ້ວ່າ “ພັດທະນາການພົວພັນຮ່ວມມືລັດຖະສະພາໃນຂົງເຂດເຕັກນິກດີຈີຕອນກວມລວມມຸ່ງໄປເຖິງປະຊາຄົມອາຊຽນ 2025”. ຫົວຂໍ້ດັ່ງກ່າວໄດ້ສ່ອງແສງຄວາມຕັດສິນໃຈ ແລະ ຄວາມເຫັນດີເຫັນພ້ອມຂອງ AIPA ທີ່ຮ່ວມເດີນທາງພ້ອມກັບອາຊຽນ ໃນຄວາມມານະພະຍາຍາມຄວບຄຸມໂລກລະບາດໂຄວິດ-19, ຜ່ານຜ່າບັນດາສິ່ງທ້າທາຍເພື່ອຟື້ນຟູເສດຖະກິດ, ພ້ອມກັນນັ້ນ ກໍ່ເປັນການປັບປຸງຄວາມສາມັກຄີພາຍໃນກຸ່ມອາຊຽນ, ປະຕິບັດຍຸດທະສາດເອກະລາດ, ເປັນເຈົ້າຕົນເອງ, ດຸ່ນດຽງ, ຮັກສາບົດບາດໃຈກາງເພື່ອແນໃສ່ບັນລຸໄດ້ບັນດາເປົ້າໝາຍທີ່ໄດ້ວາງອອກໃນການສ້າງປະຊາຄົມ. ຜ່ານນັ້ນ, ກໍ່ສະແດງໃຫ້ເຫັນພາບພົດອາຊຽນ ທີ່ມີຄວາມຮັບຜິດຊອບ, ພ້ອມແລ້ວທີ່ຈະສົມທົບກັນຮັບມືກັບບັນດາບັນຫາເກີດຂຶ້ນ; ເພີ່ມທະວີຄວາມສາມັກຄີ, ຊຸກຍູ້ການຮ່ວມມື. ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ເຈິ່ນແທັງເມີນ, ໃຫ້ຮູ້ວ່າ:

“ຍິ່ງກວ່າເວລາໃດໝົດ, AIPA ຕ້ອງຮ່ວມເດີນທາງ, ຮຽງບ່າຮຽງໄຫຼ່ພ້ອມກັບອາຊຽນ ຊຸກຍູ້ການປະຕິບັດບັນດາຂໍ້ລິເລີ່ມກ່ຽວກັບກອງທຶນຮັບມືກັບໂລກລະບາດໂຄວິດ-19, ພິເສດແມ່ນການຜັນຂະຫຍາຍແຜນການລວມຂອງອາຊຽນ ທີ່ຊື້ວັກຊິນໜູນຊ່ວຍປະຊາຊົນ ແລະ ຊຸກຍູ້ກຳລັງຄວາມສາມາດເພື່ອເປັນເຈົ້າການກ່ຽວກັບວັກຊິນຢູ່ພາກພື້ນ. ດ້ວຍວິທີການສຳຜັດຢ່າງຮອບດ້ານ, ໄປພ້ອມກັນກັບການຄວບຄຸມໂລກລະບາດ, ອາຊຽນ ພວມຍູ້ແຮງບັນດາມາດຕະການຕາມກອບຟື້ນຟູສັງລວມອາຊຽນ, ໃນນັ້ນມີການປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ, ຫັນເປັນດີຈີຕອນ, ປ່ຽນແປງໃໝ່ຮູບແບບການພັດທະນາ ເຊິ່ງໄດ້ຮັບຖືວ່າແມ່ນໄມ້ງັດເພື່ອຟື້ນຟູທ່າເຕີບໂຕແບບຍືນຍົງຂອງອາຊຽນ ໂດຍໄວ”.

ສານກ່ຽວກັບຫວຽດນາມ ມີຄວາມຮັບຜິດຊອບ ແລະ ເປັນເຈົ້າການໃນການຮ່ວມມື AIPA

ນອກຈາກການເຂົ້າຮ່ວມບັນດາການເຄື່ອນໄຫວຢ່າງເປັນທາງການຄືພີທີໄຂ, ກ່າວຄຳເຫັນທີ່ກອງປະຊຸມຄົບຄະນະຄັ້ງທີໜຶ່ງ, ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ຍັງເຂົ້າຮ່ວມກອງປະຊຸມສະມາຊິກລັດຖະສະພາຍິງ AIPA, ກອງປະຊຸມບັນດາຄະນະກຳມະການຂອງ AIPA… ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ກໍ່ມີສານຂ່ຳນັບຊົມເຊີຍທີ່ສົ່ງເຖິງກອງປະຊຸມສະມັດຊາໃຫຍ່ AIPA-42. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ມີບົດກ່າວປາໄສທີ່ກອງປະຊຸມຄົບຄະນະຄັ້ງທີໜຶ່ງ ສຸມໃສ່ຕີລາຄາສະພາບການໂລກ ແລະ ພາກພື້ນ, ຜ່ານນັ້ນ ກໍ່ຍົກສູງບົດບາດຂອງການຮ່ວມມືຫຼາຍຝ່າຍ ແລະ ຄວາມສາມັກຄີ, ເປັນເອກະພາບຂອງອາຊຽນ. ພ້ອມກັນນັ້ນ ກໍ່ຮັບຮູ້ບັນດາຄວາມມານະພະຍາມຂອງອາຊຽນ ແລະ ບັນດາປະເທດສະມາຊິກໃນການຄວບຄຸມໂລກລະບາດໂຄວິດ-19; ຢືນຢັນຄວາມມານະພະຍາຍາມຂອງຫວຽດນາມ ໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ແລະ ທັດສະນະຂອງຫວຽດນາມ ກ່ຽວກັບການຮ່ວມມືວັກຊິນ. ທ່ານເລຂາທິການໃຫຍ່, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ບຸຍວັນເກື່ອງ, ຢືນຢັນວ່າ:

“ໃນກອງປະຊຸມຄັ້ງນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ສົ່ງສານເຖິງເພື່ອນມິດສາກົນ ແລະ ພາກພື້ນກ່ຽວກັບປະເທດ ຫວຽດນາມ ປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ, ສະພາແຫ່ງຊາດຫວຽດນາມ ມີຄວາມຮັບຜິດຊອບ, ຕັ້ງໜ້າ ແລະ ເປັນເຈົ້າການໃນການຮ່ວມມືລະຫວ່າງລັດຖະສະພາຫຼາຍຝ່າຍຢູ່ພາກພື້ນ, ເປັນເຈົ້າການ, ຕັ້ງໜ້າ, ຮ່ວມເດີນທາງພ້ອມກັບລັດຖະບານ ໃນການພັດທະນາເສດຖະກິດ, ສັງຄົມ ແລະ ການປ້ອງກັນ, ຕ້ານໂລກລະບາດໂຄວິດ-19”.

ດ້ວຍຈິດໃຈເຫັນດີເຫັນພ້ອມ ແລະ ຄວາມມານະພະຍາຍາມລວມ, AIPA-42 ສືບຕໍ່ຢືນຢັນ ແລະ ເສີມຂະຫຍາຍນ້ຳໃຈສາມັກຄີ, ເປັນເອກະພາບ, ມີການກະທຳຢ່າງທັນການ, ຮ່ວມແຮງຮ່ວມໃຈຮັບມືກັບໂລກລະບາດໂຄວິດ-19 ຢ່າງມີປະສິດທິຜົນ. ໃນຄວາມມານະພະຍາຍາມລວມນັ້ນ, ສະພາແຫ່ງຊາດຫວຽດນາມ ສືບຕໍ່ເສີມຂະຫຍາຍຈິດໃຈແມ່ນສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບໃນຕະຫຼອດໄລຍະ 26 ປີຜ່ານມາ ນັບແຕ່ເມື່ອເຂົ້າເປັນສະມາຊິກຂອງ AIPA, ປະກອບສ່ວນຢ່າງແທດຈິງ ແລະ ມີປະສິດທິຜົນຢູ່ AIPA-42.

ຕອບກັບ

ຂ່າວ/ບົດ​ອື່ນ