(VOVWORLD) -ເລື່ອງຈີນ ຫາກໍ່ໃຫ້ສັດຕະຍາບັນຂໍ້ຕົກລົງສ້າງຕັ້ງອັນທີ່ເອີ້ນວ່າ “ເມືອງຊີຊາ” ແລະ ເມືອງ “ເມືອງ ໜານຊາ” ຂຶ້ນກັບ “ນະຄອນ ຕາມຊາ”, ແຂວງ ໄຮ່ໜານ, ແມ່ນການກະທຳລະເມີດກົດໝາຍສາກົນຢ່າງຮຸນແຮງ, ພິເສດແມ່ນລ່ວງລະເມີດອະທິປະໄຕ, ສິດອະທິປະໄຕຂອງຫວຽດນາມ ສຳລັບ 2 ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ. ຍ້ອນຫວຽດນາມ ມີອຳນາດອະທິປະໄຕບໍ່ອາດປະຕິເສດໄດ້ສຳລັບຮ່ວາງຊາ ແລະ ເຈື່ອງຊາ ທີ່ມີມາແຕ່ດົນນານໃນປະຫວັດສາດແລ້ວ.
ແຜນທີ່ ອານນາມທົ໊ງເຍິ໊ດຕ່ວານໂດ່ (1834)
(ພາບເອກະສານ)
|
ຕາມຂໍ້ຕົກລົງໄຮ້ເຫດຜົນຂອງກະຊວງບໍລິຫານ ຈີນ, ອັນທີ່ເອີ້ນວ່າ “ເມືອງເກາະ ຊີຊາ” ຈະຕັ້ງຢູ່ເກາະ ຟູ໊ເລິມ ຂຶ້ນກັບໝູ່ເກາະຮ່ວາງຊາ ຂອງຫວຽດນາມ. ສຳນັກງານອັນທີ່ເອີ້ນວ່າ “ເມືອງເກາະ ໜານຊາ” ຈະຕັ້ງຢູ່ເຂດເກາະຫີນ ຈື໋ເທີບ ຂຶ້ນກັບໝູ່ເກາະ ເຈື່ອງຊາ ຂອງຫວຽດນາມ. ບັນດາຂໍ້ຕົກລົງດັ່ງກ່າວຂອງຈີນ ແມ່ນບໍ່ມີຄຸນຄ່າແຕ່ຢ່າງໃດ ຍ້ອນໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ຂຶ້ນກັບອຳນາດອະທິປະໄຕອັນຊອບທຳຂອງຫວຽດນາມ.
ພະຍານຫຼັກຖານໄດ້ເກັບຮັກສາໄວ້ໃນປະຫວັດສາດ ແລະ ການຄຸ້ມຄອງໃນຕົວຈິງ
ຫວຽດນາມ ໄດ້ມີອຳນາດອະທິປະໄຕມາແຕ່ດົນນານສຳລັບ 2 ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ, ມີຄວາມເໝາະສົມກັບຮີດຄອງປະເພນີ ກໍຄືກົດໝາຍສາກົນ ກ່ຽວກັບເລື່ອງກຳນົດ ແລະ ຢັ້ງຢືນອະທິປະໄຕຜືນແຜ່ນດິນ. ຍິ່ງກວ່ານັ້ນ, ບັນດາພະຍານຫຼັກຖານກ່ຽວກັບສະພາບຕົວຈິງນັ້ນຍັງໄດ້ເກັບຮັກສາໄວ້ໃນປະຫວັດສາດຂອງຫວຽດນາມ ກໍຄືຂອງຈີນ ນັບແຕ່ສະໄໝສັກດີນາ ແລະ ຂອງບາງປະເທດຢູ່ເອີລົບ ຄື: ຝລັ່ງ, ປອກຕຸຍການ, ແອັດສະປາຍ…
ບັນດາເອກະສານທີ່ຍັງເຫຼືອມາຮອດປະຈຸບັນ ແລະ ປະຫວັດສາດອັນຄົບຖ້ວນນັ້ນແມ່ນເພືຶ່ອຢັ້ງຢືນອະທິປະໄຕຂອງຫວຽດນາມ ໃນ 2 ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ. ທີໜຶ່ງແມ່ນບັນດາແຜນທີີ່ຫວຽດນາມ ໃນສະຕະວັດທີ 17 ໄດ້ເອີ້ນ 2 ໝູ່ເກາະແມ່ນ ບ໋າຍກ໊າດວ່າງ ແລະ ໄດ້ບັນທຶກເຂົ້າໃນບໍລິເວນ ບິ່ງເຊີນ, ເມືອງ ກວາງງ້າຍ. ທີສອງ ແມ່ນບັນດາເອກະສານສະບັບເດີມຂອງຫວຽດນາມ ລ້ວນແຕ່ຢັ້ງຢືນເລື່ອງລັດຫວຽດນາມ ໄດ້ຈັດສົ່ງທິມ ຮ່ວາງຊາ ໄປຂຸດຄົ້ນບັນດາໝູ່ເກາະດັ່ງກ່າວ.
ນອກຈານນັ້ນ, ມີປື້ມບູຮານ, ແຜນທີ່ບູຮານຂອງຕ່າງປະເທດກໍ່ສະແດງໃຫ້ເຫັນເລື່ອງບັນດາໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ ແມ່ນຂຶ້ນກັບອະທິປະໄຕຂອງຫວຽດນາມ. ສິ່ງສຸດຍອດທີ່ສຸດຂອງເລື່ອງຖະແຫຼງ ແລະ ຢັ້ງຢືນອະທິປະໄຕຂອງຫວຽດນາມ ຢູ່ 2 ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ ແມ່ນ, ໃນປີ 1816 ເມື່ອເຈົ້າຊີວິດ ຢາລອງ ໄດ້ສົ່ງທະຫານອອກໄປໝູ່ເກາະຮ່ວາງຊາ ເພື່ອປັກທຸງຫວຽດນາມ ແລະ ຖະແຫຼງອະທິປະໄຕ. ໃນຕົວຈິງ, ບັນດາເຈົ້າຖີ່ນສະໄໝ ຫງວຽນ ລ້ວນແຕ່ສົ່ງຜູ້ມາຄຸ້ມຄອງ, ຂຸດຄົ້ນບັນດາເກາະຢູ່ທັງ 2 ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ ຢ່າງຕໍ່ເນື່ອງ. ລັດສັກດີນາຫວຽດນາມ ໄດ້ຈັດຕັ້ງບັນດາທິມ ຮ່ວາງຊາ, ບັ໊ກຫາຍ ເພື່ອປະຕິບັດອະທິປະໄຕ ແລະ ຂຸດຄົ້ນ 2 ໝູ່ເກາະ. ນັບແຕ່ປີ 1884, ອຳນາດການປົກຄອງຝລັ່ງ ຢູ່ອິນດູຈີນ ໄດ້ປະຕິບັດຢ່າງຕໍ່ເນື່ອງ ແລະ ປັບປຸງອຳນາດການປົກຄອງຫວຽດນາມ ຢູ່ທັງ 2 ໝູ່ເກາະດັ່ງກ່າວ.
ບໍ່ສາມາດຢຶດເອົາອະທິປະໄຕດ້ວຍການນຳໃຊ້ອາວຸດໄດ້
ບັນດາພະຍານຫຼັກຖານດັ່ງກ່າວໄດ້ພິສູດໃຫ້ເຫັນອະທິປະໄຕບໍ່ອາດປະຕິເສດໄດ້ຂອງຫວຽດນາມ ສຳລັບ 2 ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ. ຍິ່ງກວ່ານັ້ນ, ເມື່ອພິຈາລະນາໃຕ້ແງ່ມູນກົດໝາຍສາກົນ, ຈີນ ໄດ້ລະເມີດກົດບັດຂອງສະຫະປະຊາຊາດຢ່າງຮ້າຍແຮງ ດ້ວຍເລື່ອງຢຶດຄອງຢ່າງຜິດກົດໝາຍຢູ່ຮ່ວາງຊາ ຜ່ານເຫດການນຳໃຊ້ອາວຸດເມື່ອປີ 1974. ພິເສດ, ການກະທຳນຳໃຊ້ອາວຸດດັ່ງກ່າວບໍ່ສາມາດສ້າງຕັ້ງອະທິປະໄຕໃຫ້ແກ່ຈີນ ຢ່າງຖືກຕ້ອງຕາມກົດໝາຍຢູ່ຮ່ວາງຊາ ໄດ້.
ດ້ວຍຄວາມປາດຖະໜາຢາກຕັ້ງໜ້າປະກອບສ່ວນໃຫ້ແກ່ສັນຕິພາບ, ການພັດທະນາຢູ່ພາກພື້ນ, ຖືການພົວພັນລະຫວ່າງ 2 ປະເທດເປັນສຳຄັນ, ແຕ່ກ່ອນມາຮອດປະຈຸບັນ, ຍາມໃດຫວຽດນາມ ກໍ່ມານະພະຍາຍາມປະຕິບັດທິດທາງແກ້ໄຂຜ່ານການເຈລະຈາໂດຍສັນຕິວິທີ. ແຕ່ກົງກັນຂ້າມ, ຈີນ ໄດ້ເຮັດຫຍັງເພື່ອ “ຢຶດໝັ້ນຜ່ານການເຈລະຈາມິດຕະພາບ, ແກ້ໄຂບັນດາບັນຫາຢູ່ທະເລຢ່າງສົມເຫດສົມຜົນ, ເຮັດໃຫ້ທະເລຕາເວັນອອກ ກາຍເປັນເຂດທະເລສັນຕິພາບ, ມິດຕະພາບ, ການຮ່ວມມື” ຄືດັ່ງເນື້ອໃນຈິດໃຈຂໍ້ຕົກລົງຫຼັກການ 6 ຂໍ້ແກ້ໄຂບັນຫາທະເລຕາເວັນອອກ ເຊິ່ງຫວຽດນາມ ແລະ ຈີນ ໄດ້ລົງນາມຢູ່ປັກກິ່ງ ເມື່ອປີ 2011? ຄຳຕອບແມ່ນຈະແຈ້ງແລ້ວ. ທ່ານປະລິນຍາເອກ, ທະນາຍຄວາມ ຮ່ວາງຫງອັກຢາວ, ຫົວໜ້າສະຖາບັນຄົ້ນຄ້ວານະໂຍບາຍ, ກົດໝາຍ ແລະ ພັດະທະນາ, ເນັ້ນໜັກວ່າ.
“ເປັນທີ່ຈະແຈ້ງແລ້ວວ່າ, ເຖິງວ່າຝ່າຍຈີນ ຍັງຄົງສືບຕໍ່ຖະແຫຼງວ່າເຄົາລົບກົດໝາຍສາກົນ, ແຕ່ໃນການກະທຳຕົວຈິງໄດ້ຊີ້ໃຫ້ເຫັນວ່າບໍ່ແມ່ນຄືແນວນັ້ນ. ພາຍໃຕ້ແງ່ມູນຂອງອິດທິພົນຊື່ສຽງສາກົນ, ທີ່ຕັ້ງ ແລະ ໜ້າທີ່ຄວາມຮັບຜິດຊອບດ້ານການເມືອງສາກົນນັ້ນ, ເປັນທີ່ຈະແຈ້ງແລ້ວວ່າ ຈີນ ໄດ້ ແລະ ພວມເຮັດໃຫ້ພາບພົດຂອງຕົນສູນເສຍໄປ. ແລະສິ່ງດັ່ງກ່າວຫາງສຽງສາກົນຕ້ອງຮູ້ຈັກ”.
ການເຄົາລົບກົດໝາຍ, ປະຕິບັດໝາຍສາກົນແມ່ນສິ່ງສຳຄັນທີ່ສຸດໃນໂລກປະຈຸບັນສຳລັບປະເທດທີ່ບໍ່ວ່າໃຫຍ່ ຫຼື ນ້ອຍ. ໂດຍແມ່ນປະເທດໃຫຍ່, ຈີນ ຍິ່ງມີໜ້າທີ່ຄວາມຮັບຜິດຊອບປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງຢູ່ພາກພື້ນ, ລວມທັງການເຄົາລົບກົດໝາຍສາກົນ ແລະ UNCLOS. ເລື່ອງຈີນ ໃຫ້ສັດຕະຍາບັນຂໍ້ຕົກລົງສ້າງຕັ້ງອັນທີ່ເອີ້ນວ່າ “ເມືອງ ຊີຊາ” ແລະ “ເມືອງ ໜານຊາ” ຂຶ້ນກັບ “ເມືອງ ຕາມຊາ”, ແຂວງໄຮ່ໜານ, ພວມໄປຝືນກັບກົດໝາຍ ແລະ ທຳນຽມສາກົນ ກໍຄືບັນດາສິ່ງທີ່ຈີນ ໄດ້ເວົ້າ, ເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈຫຼຸດລົງ ແລະ ສ້າງຜົນຕາມຫຼັງທີ່ອັນຕະລາຍສຳລັບພາກພື້ນ ແລະ ສາກົນ.