ຫວຽດນາມ ມານະພະຍາຍາມລົບລ້າງບັດເຫຼືອງ ອີຢູ, ຕັດສິນໃຈສະກັດກັ້ນການຫາປາຢ່າງຜິດກົດໝາຍ

(VOVWORLD) -ໃນ 5 ປີຜ່ານມາ, ຫວຽດນາມ ມີຄວາມມານະພະຍາຍາມຫຼາຍຢ່າງເພື່ອລົບລ້າງບັດເຫຼືອງເທື່ອລະກ້າວ ຜ່ານການຜັນຂະຫຍາຍບັນດາຂໍ້ສະເໜີແນະຂອງ ອີຊີ.
ຫວຽດນາມ ມານະພະຍາຍາມລົບລ້າງບັດເຫຼືອງ ອີຢູ, ຕັດສິນໃຈສະກັດກັ້ນການຫາປາຢ່າງຜິດກົດໝາຍ - ảnh 1(ຫວຽດນາມ ຫວາງອອກເປົ້າໝາຍລົບລ້າງບັດເຫຼືອງໃນປີນີ້)

        ພາຍຫຼັງ 5 ປີທີ່ຄະນະກຳມະການເອີລົບ (ອີຊີ) ກ່າວເຕືອນ “ບັດເຫຼືອງ” ສຳລັບການເຄື່ອນໄຫວຫາປາຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ຖືກຕາມຂໍ້ກຳນົດ (IUU), ຫວຽດນາມ ໄດ້ເດັດດ່ຽວຜັນຂະຫຍາຍບັນດາໜ້າທີ່, ມາດຕະການແກ້ໄຂຕ້ານການຂຸດຄົ້ນ IUU, ປະຕິບັດບັນດາຂໍສະເໜີແນະຂອງ ອີຊີ. ຜ່ານການເຮັດວຽກເປັນ 3 ເທື່ອນັ້ນ, ອີຊີ ຢືນຢັນວ່າ ຫວຽດນາມ ໄດ້ກ້າວເດີນຢ່າງຖືກທິດ ແລະ ມີການຫັນປ່ຽນຕັ້ງໜ້າຫຼາຍຢ່າງ, ເຖິງຢ່າງໃດກໍ່ຕາມ, ຍັງມີຂໍ້ຕິດຂັດບາງຢ່າງທີ່ຕ້ອງໄດ້ຮັບການແກ້ໄຂ. ເພື່ອກະກຽມໃຫ້ການສຳຫຼວດກວດກາເທື່ອທີ 4 ຂອງ ອີຊີ ກັບ ຫວຽດນາມ (ຄາດວ່າຈະດຳເນີນໃນເດືອນ ມີຖຸນາ ຈະມາເຖິງ) ນັ້ນ, ຫວຽດນາມ ພວມມານະພະຍາຍາມຜັນຂະຫຍາຍບັນດາມາດຕະການແກ້ໄຂ ເພື່ອລົບລ້າງບັດເຫຼືອງໂດຍໄວ.

        ໃນ 5 ປີຜ່ານມາ, ຫວຽດນາມ ມີຄວາມມານະພະຍາຍາມຫຼາຍຢ່າງເພື່ອລົບລ້າງບັດເຫຼືອງເທື່ອລະກ້າວ ຜ່ານການຜັນຂະຫຍາຍບັນດາຂໍ້ສະເໜີແນະຂອງ ອີຊີ. ນັ້ນແມ່ນ: ສ້າງກອບກົດໝາຍໃຫ້ສົມບູນແບບເທື່ອລະກ້າວ, ໃນນັ້ນມີເລື່ອງປະກາດໃຊ້ກົດໝາຍວ່າດ້ວຍສິນໃນນ້ຳປີ 2017; ວຽກງານຕິດຕັ້ງເຄື່ອງອຸປະກອນຕິດຕາມການເດີນເຮືອຢູ່ບັນດາກຳປັ່ນກໍ່ພວມໄດ້ຮັບການຍູ້ແຮງຢ່າງຕັ້ງໜ້າ, ພ້ອມກັນນັ້ນແມ່ນການຫັນປ່ຽນກ່ຽວກັບພື້ນຖານວັດຖຸ, ຄົ້ນຫາຕົ້ນກຳເນີດສິນໃນນ້ຳ… ເຖິງຢ່າງໃດກໍ່ຕາມ, ຍັງມີຂໍ້ຕິດຂັດຫຼາຍຢ່າງ ພາໄປເຖິງເລື່ອງ ອີຊີ ຍັງບໍ່ທັນລົບລ້າງບັດເຫຼືອງໃຫ້ແກ່ຂະແໜງສິນໃນນ້ຳຂອງ ຫວຽດນາມ.

ເດັດດ່ຽວຜັນຂະຫຍາຍເພື່ອລົບລ້າງບັດເຫຼືອງ

        ໃນຕົວຈິງ, ເລື່ອງ ອີຊີ ບໍ່ລົບລ້າງບັດເຫຼືອງຈະກໍ່ຜົນຕາມມາຫຼາຍຢ່າງໃຫ້ແກ່ການຜະລິດ, ສົ່ງອອກຂອງ ຫວຽດນາມ. ຍ້ອນແນວນັ້ນ, ເລື່ອງລົບລ້າງບັດເຫຼືອງສຳລັບສິນໃນນ້ຳຂອງ ຫວຽດນາມ ແມ່ນບຸລິມະສິດສູງສຸດໃນປະຈຸບັນ.

        ວັນທີ 13 ກຸມພາ 2023, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ປະກາດ “ແຜນການກະທຳຕ້ານການເຄື່ອນໄຫວຫາປາຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ຖືກຕາມຂໍ້ກຳນົດ, ກະກຽມເຮັດວຽກກັບຄະນະກຳມະການກວດກາຂອງຄະນະກຳມະການ ເອີລົບ ເທື່ອທີ 4”. ຕາມນັ້ນແລ້ວ, ນາຍົກລັດຖະມົນຕີຊີ້ນຳວ່າ ຮອດເດືອນ ພຶດສະພາ 2023, ຕ້ອງສຳຫຼວດກວດກາ, ສ້າງບັນຊີຈຳນວນກຳປັ່ນຫາປາຂອງບັນດາທ້ອງຖິ່ນໃຫ້ສຳເລັດ, ປະຕິບັດການຈົດທະບຽນ, ສະໜອງໃບອະນຸຍາດຂຸດຄົ້ນສິນໃນນ້ຳ, ຕິດຕັ້ງເຄື່ອງອຸປະກອນຕິດຕາມການເດີນເຮືອຂອງກຳປັ່ນຫາປາ (VMS) ຖືກຕາມຂໍ້ກຳນົດໃຫ້ສຳເລັດ 100%.  ກວດກາ ແລະ ຄວບຄຸມກຳປັ່ນຫາປາອອກ ແລະ ເຂົ້າທຽບທ່າ 100% ຖືກຕາມຂໍ້ກຳນົດ.

        ພິເສດ, ນາຍົກລັດຖະມົນຕີສະເໜີຕ້ອງຢຸດຕິເລື່ອງກຳປັ່ນຫາປາຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍຢູ່ເຂດທະເລຕ່າງປະເທດ, ປັບໄໝລົງໂທດບັນດາກໍລະນີລະເມີດການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ ຢູ່ເຂດທະເລຕ່າງປະເທດຢ່າງເຄັ່ງຄັດ ແລະ ແຈ້ງຂໍ້ມູນຂ່າວຜ່ານພາຫະນະສື່ມວນຊົນ.

ເພີ່ມທະວີຄວາມຮັບຮູ້

        ປະຈຸບັນ, ການສົ່ງອອກສິນໃນນ້ຳໄປຍັງ ອີຢູ ກວມເອົາປະມານ 11-12% ຍອດວົງເງິນສົ່ງອອກສິນໃນນ້ຳຂອງ ຫວຽດນາມ, ໝາຍຄວາມວ່າຂອບຂະໜາດຂອງຕະຫຼາດແມ່ນຂຶ້ນເຖິງນັບຕື້ USD. ນັ້ນກໍ່ແມ່ນການຫາເງິນລ້ຽງຊີບຂອງຊາວປະມົງທີ່ມີມາແຕ່ດົນນານກວ່າ 5 ລ້ານຄົນ. ຖ້າຫາກບໍ່ສາມາດລົບລ້າງ “ບັດເຫຼືອງ” ໄດ້ ຜະລິດຕະພັນເຊິ່ງຊາວປະມົງຂຸດຄົ້ນມາໄດ້ນັ້ນ ຈະປະສົບກັບສິ່ງກີດຂວາງຫຼາຍຢ່າງໃນການສົ່ງອອກ, ບໍ່ພຽງແຕ່ຢູ່ ເອີລົບ ເທົ່ານັ້ນ, ຫາກຍັງຢູ່ບັນດາຕະຫຼາດອື່ນໃນໂລກອີກດ້ວຍ. ສະນັ້ນ, ການເພີ່ມທະວີເລື່ອງຍົກສູງຄວາມຮັບຮູ້ໃຫ້ແກ່ຊາວປະມົງແມ່ນໜ້າທີ່ແຖວໜ້າ. ຊາວປະມົງ ເລຄັກອຽວ, ເຈົ້າຂອງກຳປັ່ນຫາປາຢູ່ ຫາຍຟ່ອງ, ໃຫ້ຮູ້ວ່າ:

        “ແຕ່ລະເທື່ອເມື່ອ ອອກທະເລແມ່ນໄດ້ປະຕິບັດຕາມ, ກັບເມືອກໍ່ຕ້ອງແຈ້ງ, ລາຍງານຢູ່ທ່າກຳປັ່ນ,  ສຳນັກງານ, ປ້ອມກວດກາ, ເມື່ອເດີນທະເລກໍ່ແຈ້ງ, ລາຍງານເພື່ອອອກຈາກທ່າກຳປັ່ນ. ຂ້າພະເຈົ້າຕ້ອງປະຕິບັດຕາມລະບຽບການ, ໃບແຈ້ງການຢ່າງຄົບຖ້ວນ”.

        ໂດຍແມ່ນແຂວງມີກອງກຳປັ່ນຫາປາໃຫຍ່ທີ່ສຸດ, ກວມເອົາ 16% ປະລິມານຂຸດຄົ້ນສິນທະເລຂອງທົ່ວປະເທດ, ແຂວງ ກຽນຢາງ ສະເໜີຕໍ່ສູນກາງໜູນຊ່ວຍການສ້າງຄະນະກວດກາການປະມົງທ້ອງຖິ່ນ ເພື່ອຍົກສູງກຳລັງຄວາມສາມາດກວດກາຢູ່ທະເລ. ແຂວງ ກຽນຢາງ ໃຫ້ຄຳໝັ້ນສັນຍາຈະແມ່ນແຂວງນຳໜ້າໃນການປັບໄໝລົງໂທດ ການລະເມີດ IUU. ທ່ານ ເລກວັກແອັງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ກຽນຢາງ, ຢືນຢັນວ່າ:

        “ກຽນຢາງ ມີຈຳນວນກຳປັ່ນຫຼາຍທີ່ສຸດໃນທົ່ວປະເທດ. ຖ້າບໍ່ປັບໄໝຢ່າງເຄັ່ງຄັດ, ບໍ່ສະແດງໃຫ້ເຂົາເຈົ້າເຫັນວ່າ ກຳລັງປະຕິບັດກົດໝາຍຂອງແຂວງກ້າເຮັດກ້າທຳ ແລະ ປັບໄໝຢ່າງເຄັ່ງຄັດນັ້ນ,  ຂ້າພະເຈົ້າເຊື່ອໝັ້ນວ່າ ການປະຕິບັດຕາມຂໍ້ຕົກລົງຂອງລັດຖະບານຈະປະສົບກັບຄວາມຫຍຸ້ງຍາກ.”

        ພາຍຫຼັງຜັນຂະຫຍາຍປະຕິບັດບັນດາຂໍ້ກຳນົດກ່ຽວກັບການຕ້ານການຂຸດຄົ້ນ IUU ໃນໄລຍະຍາວຢ່າງຂ້ຽວຂາດນັ້ນ ໄດ້ມີການຫັນປ່ຽນທີ່ດີກວ່າເມື່ອທຽບໃສ່ກ່ອນນີ້. ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຟຸ່ງດຶກຕຽນ, ຖືວ່າ:

        “ຫວຽດນາມ ເຊື່ອມໂຍງເຂົ້າພື້ນຖານເສດຖະກິດໂລກນັບມື້ນັບເລິກເຊິ່ງກວ່າ. ບໍ່ມີວິທີໃດນອກເໜືອການປະຕິບັດຕາມຂໍ້ກຳນົດຂອງບັນດາອົງການຈັດຕັ້ງສາກົນຢ່າງເຄັ່ງຄັດ ແລະ ນັ້ນກໍ່ແມ່ນຈິດໃຈຂອງກົດໝາຍວ່າດ້ວຍສິນໃນນ້ຳປີ 2017, ນັ້ນແມ່ນພັດທະນາແບບຍືນຍົງ. ຍ້ອນເຫດນັ້ນ, ເລື່ອງລົບລ້າງບັດເຫຼືອງແມ່ນໜ້າທີ່ສຳຄັນທີ່ສຸດ. ດ້ວຍຄວາມຕັດສິນໃຈຂອງທັງລະບົບການເມືອງ, ການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ລະຫວ່າງທ້ອງຖິ່ນນຳກັນ, ພາຍໃຕ້ການຊີ້ນຳຂອງລັດຖະບານ, ນາຍົກລັດຖະມົນຕີ, ຫວຽດນາມ ເຊື່ອໝັ້ນວ່າຈະລົບລ້າງບັດເຫຼືອງໄດ້ໃນປີນີ້ໄດ້”.

        ດ້ວຍຄວາມຕັດສິນໃຈດ້ານການເມືອງຢ່າງສູງ, ການຜັນຂະຫຍາຍຢ່າງຄົບຊຸດ, ສຸມທຸກແຫຼ່ງກຳລັງທີ່ມີຢູ່ແລ້ວ ແລະ ການສົມທົບກັນຢ່າງແໜ້ນແຟ້ນຂອງບັນດາທ້ອງຖິ່ນ, ການຜັນຂະຫຍາຍບັນດາເອກະສານທີ່ປະກາດໃຊ້ແລ້ວຢ່າງເຂັ້ມງວດ, ຫວຽດນາມ ພວມຮີບເຮັ່ງກະກຽມໃຫ້ແກ່ການເຮັດວຽກເທື່ອທີ 4 ກັບ ອີຊີ ໃນເດືອນ ມີຖຸນາ ຈະມາເຖິງ ດ້ວຍເປົ້າໝາຍລົບລ້າງບັດເຫຼືອງໃນປີນີ້ໂດຍໄວ.     

ຕອບກັບ

ຂ່າວ/ບົດ​ອື່ນ