(vovworld)- ຮູບແບບເສດຖະກິດຂອງຫວຽດນາມໃນໄລຍະພາຍຫລັງການປ່ຽນແປງໃຫມ່ (1986) ໄດ້ປະສົບຜົນສຳເລັດໃນການສ້າງລະດັບເຕີບໂຕສູງ, ໃນຂະນະຍັງຄົງຊ່ວຍໃຫ້ປະຊາຊົນສ່ວນຫລາຍຫລຸດຜົ້ນອອກຈາກຄວາມທຸກຍາກ ແລະ ມີຊີວິດອີ່ມໜຳສຳລານສົມບູນພູນສຸກກວ່າ. ເຖິງຢ່າງໃດກໍຕາມ, ປະຈຸບັນ ຄວາມບໍ່ສະເຫມີພາບໃນສັງຄົມມີທ່າອ່ຽງເພີ່ມຂຶ້ນ ແລະ ພວມແມ່ນບັນຫາທີ່ຄວນເອົາໃຈໃສ່ຂອງອຳນາດການປົກຄອງທຸກຂັ້ນ. ບົດຂຽນຂອງນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ທີ່ມີຫົວຂໍ້ວ່າ: ຫວຽດນາມ ມານະພະຍາຍາມຫລຸດຜ່ອນຄວາມບໍ່ສະເຫມີພາບໃນສັງຄົມ.
ຄວາມຜິດໂຕນລະຫວ່າງຜູ້ຮັ່ງມີແລະ ຜູ້ທຸກຍາກຍັງມີສັນຍານເພີ່ມຂຶ້ນ
ພາບປະກອບ
|
ລາຍຮັບສະເລ່ຍໃສ່ຫົວຄົນຂອງຊາວຫວຽດນາມໃນສອງສາມທົດສະວັດມານີ້ແມ່ນເພີ່ມຂຶ້ນຫລາຍສົມຄວນ, ຈາກ 100 USD ໃນປີ 1990 ຂຶ້ນເຖິງ 2.300 USD ໃນປີ 2015. ມີປະຊາຊົນກວ່າ 30 ລ້ານຄົນລື່ນກາຍມາດຖານທຸກຍາກ, ການເຕີບໂຕເສດຖະກິດສະເລ່ຍບັນລຸ 5-6%/ປີ. ພັກ, ລັດ ແລະ ລັດຖະບານ ມີຫລາຍນະໂຍບາຍຮັບປະກັນຊີວິດສັງຄົມຢ່າງຕັ້ງຫນ້າ ແຕ່ຄວາມຜິດໂຕນລະຫວ່າງຜູ້ຮັ່ງມີແລະ ຜູ້ທຸກຍາກຍັງມີສັນຍານເພີ່ມຂຶ້ນ.
ຫລຸດຜ່ອນຄວາມບໍ່ສະເຫມີພາບລົງຈາກນະໂຍບາຍຕະຫລອດຮອດການປະຕິບັດ
ການແກ້ໄຂຄວາມບໍ່ສະເຫມີພາບແມ່ນຄວາມຮັບຜິດຊອບຂອງລັດ ເພື່ອກ້າວໄປເຖິງສັງຄົມຍຸຕິທຳ, ປະຊາທິປະໄຕ, ສີວິໄລ. ການແກ້ໄຂຄວາມບໍ່ສະເຫມີພາບແມ່ນສະແດງໃຫ້ເຫັນຢູ່ລະບອບລະບຽບການ, ນະໂຍບາຍ, ມາດຕະການ ແລະ ການປະຕິບັດ. ທ່ານ ໂງເຈື່ອງທີ, ຫົວຫນ້າກົມ, ຫົວຫນ້າຫ້ອງການແຫ່ງຊາດກ່ຽວກັບການຫລຸດຜ່ອນຄວາມທຸກຍາກ (ກະຊວງແຮງງານທະຫານເສຍອົງຄະ ແລະ ສັງຄົມ) ຍົກຄຳເຫັນວ່າ:
“ໃນນະໂຍບາຍທັງໝົດ, ພັກ, ສະພາແຫ່ງຊາດ ແລະ ລັດຖະບານ ກໍພວມມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອແກ້ໄຂຄວາມບໍ່ສະເໝີພາບດ້ວຍກົນໄກ, ນະໂຍບາຍ, ມາດຕະການ, ພິເສດ ໃນບັນດາຂົງເຂດສາທາລະນະສຸກ, ການສຶກສາ, ນະໂຍບາຍໃຫ້ຄົນທຸກຍາກ. ຄວາມພະຍາຍາມພວມໄປຕາມທິດເສີມຂະຫຍາຍບົດບາດຂອງເປົ້າໝາຍຊົມໃຊ້, ເສີມຂະຫຍາຍກຳລັງແຮງພາຍໃນຂອງປະຊາຄົມ. ພວກເຮົາເຄີຍເວົ້າເຖິງບັນດາບັນຫາຊົນເຜົ່າສ່ວນຫນ້ອຍ, ພາສາເວົ້າຂອງຊາວຊົນເຜົ່າ, ສີສັນວັດທະນະທຳຊົນເຜົ່າ. ນັ້ນແມ່ນ ພວກເຮົາພວມມອບສິດໃຫ້ເຂົາເຈົ້າ, ຊ່ວຍເຫລືອເພື່ອໃຫ້ເຂົາເຈົ້າຢັ້ງຢືນຕົນເອງ. ຂ້າພະເຈົ້າຖືວ່າ ເມື່ອພວກເຮົາມີຄວາມໄວ້ເນື້ອເຊື່ອໃຈ ແລະ ເຮັດໃຫ້ເຂົາເຈົ້າມີຄວາມໄວ້ເນື້ອເຊື່ອໃຈ, ຊີວິດຂອງເຂົາເຈົ້າຈະດີກວ່າ, ຮັດແຄບໄດ້ຊ່ອງຫວ່າງ ແລະ ຮັບປະກັນຄວາມສະເຫມີພາບນັບທັງທີ່ຕັ້ງບົດບາດ ແລະ ພາສາການປາກເວົ້າ.”
ໃນຂະນະນັ້ນ, ໃນໄລຍະຜ່ານມາ, ບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນ ຕັ້ງຫນ້າຫລຸດຜ່ອນຄວາມບໍ່ສະເຫມີພາບໃນສັງຄົມ ຜ່ານຫລາຍໂຄງການຫລຸດຜ່ອນຄວາມທຸກຍາກ. ໝາກຜົນຂອງໂຄງການຫນູນຊ່ວຍຫລຸດຜ່ອນຄວາມທຸກຍາກໄລຍະ 2012-2015 ໂດຍອົງການ ສປຊ ເພື່ອການພັດທະນາ (UNDP), ສະຖານທູດ ໄອແລນ ປະຈຳຫວຽດນາມ ຫນູນຊ່ວຍກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ແລະ ຄະນະກຳມການຊົນເຜົ່າ ຜັນຂະຫຍາຍ ຢູ່ 8 ແຂວງຄື: ກາວບັ່ງ, ຮ່າຢາງ, ດຽນບຽນ, ບັກກ້ານ, ແທງຮວາ, ກວ໋າງຫງາຍ, ກອນຕູມ ແລະ ຈາວີງ. ໃນ 8 ແຂວງດັ່ງກ່າວ, ໂຄງການໂຄສະນາຍົກສູງຄວາມຮັບຮູ້ໃຫ້ແກ່ປະຊາຊົນ, ພິເສດແມ່ນຜູ້ທຸກຍາກ; ທະວີຄູນບັນດາຮູບແບບມີຫົວຄິດປະດິດສ້າງ, ເສີມຂະຫຍາຍບົດບາດປະຊາຄົມ, ຄວາມເພີ່ງຕົນເອງຂອງປະຊາຊົນເມື່ອຜັນຂະຫຍາຍບັນດາການເຄື່ອນໄຫວຫລຸດຜ່ອນຄວາມທຸກຍາກ. ທ່ານ ຟ້າມເຈື່ອງທໍ້, ຮອງປະທານຄະນະກຳມະການປະຊາຊົນແຂວງ ກວ໋າງຫງາຍ ຕີລາຄາວ່າ:
“ພວກຂ້າພະເຈົ້າໄດ້ສ້າງຮູບແບບທຳມາຫາກິນໃຫ້ແກ່ຜູ້ທຸກຍາກ. ສິ່ງໃຫມ່ອ່ຽມຢູ່ທີ່ນີ້ ນັ້ນແມ່ນ ພວກຂ້າພະເຈົ້າໄດ້ເສີມຂະຫຍາຍລັກສະນະເປັນເຈົ້າການ, ມີຫົວຄິດປະດິດສ້າງ, ຄວາມເປັນເຈົ້າການຈາກອຳນາດການປົກຄອງຂັ້ນຮາກຖານ ແລະ ກຸ່ມຄອບຄົວທຸກຍາກ. ຜ່ານການຜັນຂະຫຍາຍ, ປະຊາຊົນໄດ້ມີຄວາມເຫັນດີເຫັນພ້ອມປະຕິບັດຮູບແບບນີ້ເປັນຢ່າງດີ.”
ການປະຕິຮູບຢ່າງຄົບຊຸດເພື່ອຫລຸດຜ່ອນຄວາມບໍ່ສະເຫມີພາບ
ທ່ານນາງ Babeth ງອກເຮີນ Lefur, ຜູ້ອຳນວຍການແຫ່ງຊາດອົງການ Oxfam ປະຈຳຫວຽດນາມ ຖືວ່າ: ຮູບແບບເສດຖະກິດ ຂອງຫວຽດນາມ ໃນໄລຍະພາຍຫລັງການປ່ຽນໃຫມ່ ໄດ້ປະສົບຜົນສຳເລັດໃນການສ້າງລະດັບເຕີບໂຕສູງ, ໃນຂະນະຍັງຄົງຊ່ວຍເຫລືອປະຊາຊົນສ່ວນຫລາຍໄດ້ຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ມີຊີວິດອີ່ມໜຳສຳລານສົມບູນພູນສຸກກວ່າ. ເຖິງຢ່າງໃດກໍຕາມ, ເພື່ອຫລຸດຜ່ອນຄວາມຜິດໂຕນລະຫວ່າງຄວາມຮັ່ງມີ ແລະ ທຸກຍາກ ພວມເພີ່ມຂຶ້ນໃນປະຈຸບັນ, ຫວຽດນາມ ຄວນປະຕິບັດບັນດານະໂຍບາຍກ້າວຫນ້າກ່ຽວກັບການບໍລິຫານລັດ, ລະບົບພາສີ, ລາຍຈ່າຍຂອງລັດ, ສິດຂອງຄົນງານ ແລະ ການເຂົ້າຮ່ວມຂອງປະຊາຊົນ. ສິ່ງດັ່ງກ່າວໝາຍຄວາມວ່າ ຄວນມີບັນດານະໂຍບາຍມຸ່ງໄປເຖິງການຮັດແຄບຊ່ອງຫວ່າງລະຫວ່າງຜູ້ຮັ່ງມີ ແລະ ທຸກຍາກ ຫາກບໍ່ພຽງແຕ່ແມ່ນບັນດາໂຄງການຫລຸດຜ່ອນຄວາມທຸກຍາກ. ກ່ຽວກັບບັນຫານີ້, ທ່ານ ໂງເຈື່ອງທີ, ຫົວຫນ້າກົມ, ຫົວຫນ້າຫ້ອງການແຫ່ງຊາດກ່ຽວກັບການຫລຸດຜ່ອນຄວາມທຸກຍາກ ຖືວ່າ:
“ພັກ, ສະພາແຫ່ງຊາດ ແລະ ລັດຖະບານ ພວມສຸມໃສ່ປະຕິບັດເພື່ອປະຕິຮູບກ່ຽວກັບລະບອບລະບຽບການ, ເຮັດແນວໃດຮັບປະກັນຄວາມໂປ່ງໃສ, ເປີດເຜີຍ, ປະສິດທິຜົນໃນບັນດານະໂຍບາຍເສດຖະກິດມະຫາພາກ, ພິເສດ ໃນຂົງເຂດການລົງທຶນ. ສືບຕໍ່ປະຕິບັດບັນດານະໂຍບາຍກ່ຽວກັບການຮັບປະກັນຊີວິດສັງຄົມເປັນຢ່າງດີ. ກ່ອນອື່ນໝົດ ພວກເຮົາຄວນປະຕິບັດບັນດານະໂຍບາຍພວມມີຢູ່ແລ້ວຢ່າງມີປະສິດທິຜົນ ແລະ ຕາມທິດຕ້ອງມອບສິດ, ຍູ້ແຮງການແບ່ງຂັ້ນ ແລະ ເພີ່ມທະວີການເຂົ້າຮ່ວມ.”
ເຖິງວ່າ ຫວຽດນາມ ໄດ້ມີຫລາຍນະໂຍບາຍເພື່ອຮັບປະກັນຊີວິດສັງຄົມ ແຕ່ ພາກສ່ວນໄດ້ຊົມໃຊ້ຂອງກຸ່ມຄົນຖືກຄວາມສ່ຽງສູງກວ່າເພື່ອນ ຈາກໝາກຜົນຂອງການພັດທະນາເສດຖະກິດແມ່ນຫນ້ອຍກວ່າເມື່ອທຽບໃສ່ກັບຜູ້ໄດ້ຊົມໃຊ້ຈຳນວນຫນ້ອຍຊື່ງໄດ້ຮັບບຸລິມະສິດ. ສະນັ້ນ ດ້ວຍບັນດາຄວາມມານະພະຍາຍາມທີ່ພວມດຳເນີນ, ປ່ຽນແປງວິທີຮັບຮູ້ກ່ຽວກັບການຫລຸດຜ່ອນຄວາມບໍ່ສະເຫມີພາບໃນສັງຄົມ, ຫວຽດນາມ ພວມເຮັດໃຫ້ປະຊາຊົນໄດ້ຊົມໃຊ້ຢ່າງເໝາະສົມກັບໝາກຜົນແຫ່ງການພັດທະນາຂອງປະເທດຊາດເທື່ອລະກ້າວ.