ຫວຽດນາມ - ສິງກະໂປ ພ້ອມກັນມຸ່ງໄປສູ່ອະນາຄົດ

(VOVWORLD) - ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສິງກະໂປ ໄດ້ຮັບການເພີ່ມພູນຄູນສ້າງຈາກການນຳລຸ້ນຕ່າງໆ ແລະ ປະຊາຊົນ 2 ປະເທດ.
ຫວຽດນາມ - ສິງກະໂປ ພ້ອມກັນມຸ່ງໄປສູ່ອະນາຄົດ - ảnh 1(ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິຈີງ ແລະ ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີິຊຽນຫຼົງ)

        ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີິຊຽນຫຼົງ ແລະ ພັນລະຍາ ພວມດຳເນີນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິຈີງ, ແຕ່ວັນທີ 27-29 ສິງຫາ. ນີ້ແມ່ນເທື່ອທີ 5 ທີ່ທ່ານ ຫຼີິຊຽນຫຼົງ ມາຢ້ຽມຢາມ ຫວຽດນາມ ໃນຖານະເປັນນາຍົກລັດຖະມົນຕີ, ເຊິ່ງໄດ້ສະແດງໃຫ້ເຫັນຄວາມສະໜິດຕິດພັນລະຫວ່າງ ສິງກະໂປ ກໍ່ຄືຂອງຕົວທ່ານເອງຕໍ່ກັບ ຫວຽດນາມ.

          ພາຍຫຼັງສັນຍາ ປາຣີ ກ່ຽວກັບການສ້າງສັນຕິພາບຢູ່ ຫວຽດນາມ ຄືນໃໝ່ໄດ້ຮັບການລົງນາມ (ເດືອນ ມັງກອນ 1973), ສິງກະໂປ ແມ່ນໜຶ່ງໃນບັນດາປະເທດທຳອິດສ້າງຕັ້ງການພົວພັນທາງການທູດກັບປະເທດ ສາທາລະນະລັດປະຊາທິປະໄຕ ຫວຽດນາມ (ປະຈຸບັນແມ່ນ ສາທາລະນະລັດສັງຄົມນິຍົມ ຫວຽດນາມ) ໃນວັນທີ 01 ສິງຫາ 1973. ພິເສດ, ສິງກະໂປ ກໍ່ແມ່ນໜຶ່ງໃນບັນດາປະເທດສະມາຊິກທຳອິດໃນ ອາຊຽນ ທີ່ ຫວຽດນາມ ໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດກ່ອນນີ້ 10 ປີ (ເດືອນ ກັນຍາ 2013).

ຄູ່ຮ່ວມມືສຳຄັນແຖວໜ້າຂອງກັນໃນຫຼາຍຂົງເຂດ

          ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສິງກະໂປ ໄດ້ຮັບການເພີ່ມພູນຄູນສ້າງຈາກການນຳລຸ້ນຕ່າງໆ ແລະ ປະຊາຊົນ 2 ປະເທດ. ການຢ້ຽມຢາມຂອງການນຳຂັ້ນສູງຍາມໃດກໍສ້າງກຳລັງໜູນຊຸກຍູ້ການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເປີດກວ້າງ ແລະ ເຮັດໃຫ້ຮ່ວມມືລະຫວ່າງ 2 ປະເທດໃນຫລາຍຂົງເຂດໃຫ້ເລິກເຊິ່ງຂຶ້ນຕື່ມ. ປະຈຸບັນ, ສອງປະເທດແມ່ນຄູ່ຮ່ວມມືສຳຄັນທີ່ສຸດຂອງກັນໃນຫຼາຍຂົງເຂດ, ນັບແຕ່ດ້ານການຄ້າ ແລະ ການລົງທຶນຕະຫຼວດເຖິງການທູດ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ. ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນແມ່ນເສົາຄ້ຳ ແລະ ແມ່ນກຳລັງໜູນທີ່ສຳຄັນໃນການພົວພັນ ຫວຽດນາມ - ສິງກະໂປ.

          ດ້ວຍວົງເງິນການຄ້າສອງສົ້ນໄດ້ເພີ່ມຂຶ້ນທົບ 3 ເທົ່າໃນໄລຍະ 25 ປີຜ່ານມາ, ຈາກກວ່າ 3 ຕື້ USD ໃນປີ 1997 ຂຶ້ນເປັນ 9 ຕື້ກວ່າ USD ໃນປີ 2022, ສິງກະໂປ ແມ່ນຄູ່ຄ້າໃຫຍ່ອັນດັບທີ 4 ຂອງ ຫວຽດນາມ ໃນສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ).

          ໃນໄລຍະ 3 ປີມໍ່ໆມານີ້, ສິງກະໂປ ໄດ້ສືບຕໍ່ແມ່ນຄູ່ຮ່ວມມືລົງທຶນໃຫຍ່ທີ່ສຸດ ແລະ ເຂົ້າຮ່ວມຫຼາຍຂະແໜງ, ຂົງເສດເສດຖະກິດຂອງ ຫວຽດນາມ ເກືອບທັງໝົດ. ມາຮອດປະຈຸບັນ, ຫວຽດນາມ ແມ່ນປະເທດທີ່ ສິງກະໂປ ໄດ້ສ້າງຫຼາຍເຂດອຸດສາຫະກຳທີ່ສຸດໃນໂລກ (ຢູ່ 10 ແຂວງ, ນະຄອນ), ດຶງດູດເງິນລົງທຶນກວ່າ 17 ຕື້ USD ແລະ ປະມານ 900 ໂຄງການ, ສ້າງວຽກເຮັດງານທຳໃຫ້ຜູ້ອອກແຮງງານເກືອບ 300.000 ຄົນ. ທ່ານ ຫວູຫວຽດງວານ, ປະທານສະມາຄົມມິດຕະພາບຫວຽດນາມ - ສິງກະໂປ, ໃຫ້ຮູ້ວ່າ:

          ຫວຽດນາມ ແລະ ສິງກະໂປ ໄດ້ສ້າງເປັນຂອບເຂດການຮ່ວມມືລົງທຶນລວມ, ເປັນສັນຍາລັກແຫ່ງການພົວພັນເສດຖະກິດລະຫວ່າງ ຫວຽດນາມ ແລະ ສິງກະໂປ. ນັ້ນແມ່ນການລົງທຶນເຂດອຸດສາຫະກຳ VSIP ແລະ ປະຈຸບັນມີເຂດອຸດສາຫະກຳ VSIP 14 ແຫ່ງຢູ່ ຫວຽດນາມ ແລະ ພວມສືບຕໍ່ເປີດກວ້າງຕື່ມອີກ. ນີ້ແມ່ນແບບວິທີທີ່ລົງທຶນບັນລຸປະສິດທິຜົນ, ບັນລຸຜົນສໍາເລັດທີ່ສຸດ.

ຄວາມສະໜິດຕິດພັນ ແລະ ການເຊື່ອມຕໍ່ລະຫວ່າງ ສິງກະໂປ ແລະ ຫວຽດນາມ

          ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຫຼີິຊຽນຫຼົງ ແມ່ນການຢ້ຽມຢາມເທື່ອທີ 5 ໃນຖານະເປັນນາຍົກລັດຖະມົນຕີ. ທ່ານເຄີຍມາຢ້ຽມຢາມ ຫວຽດນາມ ເມື່ອປີ 2004, 2010, 2013, 2017. ສິ່ງດັ່ງກ່າວສະແດງໃຫ້ເຫັນຄວາມສະໜິດຕິດພັນ ແລະ ການພົວພັນລະຫວ່າງ ສິງກະໂປ ແລະ ຫວຽດນາມ ກໍ່ຄືຕົວທ່ານເອງກັບປະເທດເຊິ່ງໃນວິໃສທັດຍຸດທະສາດຂອງພໍ່ທ່ານ ແມ່ນທ່ານນາຍົກລັດຖະມົນຕີ ຫຼີກວນຢູ່ (1923 - 2015), ເຊິ່ງເປັນຄູ່ຮ່ວມມືພິເສດທີ່ສຸດໃນ ອາຊຽນ ຂອງ ສິງກະໂປ.

          ການຢ້ຽມຢາມ ຫວຽດນາມ ເປັນເວລາ 3 ວັນຂອງທ່ານນາຍົກລັດຖະມົນຕີ ຫຼີິຊຽນຫຼົງ ແມ່ນນອນໃນບັນດາເຫດການທີ່ສອງຝ່າຍຈັດຂື້ນ. ນອກນີ້, ການຢ້ຽມຢາມຄັ້ງນີ້ຂອງທ່ານ ຫຼີິຊຽນຫຼົງ ຍັງໄດ້ປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຍຸດທະສາດລະຫວ່າງການນຳຂອງສອງປະເທດ, ພ້ອມທັງ ປະຕິບັດບັນດາຂໍ້ຕົກລົງທີ່ມີຢູ່ແລ້ວໃຫ້ປະກົດຜົນເປັນຈິງ ແລະ ລົງນາມໃນບັນດາຂໍ້ຕົກລົງສະບັບໃໝ່, ພິເສດແມ່ນໃນການຮ່ວມມືດ້ານເສດຖະກິດ ແລະ ບັນດາຂົງເຂດເຊັ່ນ: ການຫັນເປັນດີຈີຕອນ, ເສດຖະກິດດິຈິຕອນ, ພະລັງງານສະອາດ ແລະ ພະລັງງານທົດແທນ. ທ່ານເອກອັກຄະລັດຖະທູດ ສິງກະໂປ ປະຈຳ ຫວຽດນາມ Jaya Ratnam ໃຫ້ຮູ້ວ່າ:

          ປີ 2023 ມີຄວາມໝາຍຄວາມໝາຍສຳຄັນຍິ່ງຕໍ່ການພົວພັນລະຫວ່າງ ຫວຽດນາມ - ສິງກະໂປ, ເມື່ອ 2 ປະເທດຈັດຕັ້ງສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 10 ປີແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດ. ສະນັ້ນ, ການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຫຼີິຊຽນຫຼົງ ໃນຄັ້ງນີ້ໄດ້ດຳເນີນໄປໃນຈຸດເວລາສຳຄັນທີ່ສຸດໃນການພົວພັນລະຫວ່າງ 2 ປະເທດ. ນີ້ແມ່ນໂອກາດບໍ່ພຽງແຕ່ເພື່ອໃຫ້ສອງຝ່າຍໄດ້ຫວນຄືນໃນໄລຍະທາງທີ່ຜ່ານມາເທົ່ານັ້ນ, ຫາກຍັງພ້ອມກັນຊອກຫາ ແລະ ສ້າງຕັ້ງໂຄງການດຳເນີນງານໃຫ້ແກ່ອະນາຄົດອີກດ້ວຍ”.

         ທ່ານນາຍົກລັດຖະມົນຕີ ຫຼີິຊຽນຫຼົງ ເຄີຍເນັ້ນໜັກວ່າ: ສິງກະໂປ ແລະ ຫວຽດນາມ ມີວິໄສທັດຍຸດທະສາດທີ່ຄ້າຍຄືກັນ, ມີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ ແລະ ມີການຮ່ວມມືດ້ານເສດຖະກິດທີ່ເຂັ້ມແຂງ ກໍຄືມີກາລະໂອກາດຮ່ວມມືຫຼາຍດ້ານໃນບັນດາຂົງເຂດໃໝ່. ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ສິງກະໂປ ໃນຄັ້ງນີ້ຈະປະກອບສ່ວນເຂົ້າໃນການຫັນບັນດາຂໍ້ສັງເກດດັ່ງກ່າວໃຫ້ປະກົດຜົນເປັນຈິງ ແລະ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ສິງກະໂປ ໃຫ້ນັບມື້ນັບພັດທະນາຢ່າງເຂັ້ມແຂງຍິ່ງໆຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ